ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຄວາມພະຍາຍາມຊ່ອຍເຫລືອບັນເທົາທຸກໃນ Haiti ປະສົບກັບ ການທະເລາະວິວາດ ແລະສັບສົນກັນເລັກນ້ອຍ


ຂ່າວ​ຄືບ​ໜ້າກ່ຽວ​ກັບ​ແຜ່ນດິນ​ໄຫວ​ທີ່ Haiti: ຄວາມ​ພະຍາຍາມ​ໃຫ້ການ​ຊ່ອຍ​ເຫລືອ​ ແກ່​ພວກ​ທ່ີລອດ​ຊີວິດມາ​ໄດ້​ຈາກ​ໄພ​ແຜ່ນດິນ​ໄຫວ​ທ່ີ Haiti ກຳລັງ​ເພ່ີມ​ທະວີ​ຄວາມ​ເຄັ່ງ​ຕຶງ​ຂຶ້ນ​ນັບ​ມື້ ​ໃນຂະ​ນະ​ທ່ີ​ ທ່ີ​ພວກ​ລອດ​ຊີວິດ​ກຳລັງ​ສູ້​ຊົນ ​ເພື່ອ​ໃຫ້​ໄດ້​ຮັບ​ການ​ຊ່ອຍ​ເຫລືອ​ແລະຣັຖບານ​ກຕ່າງປະ​ເທດ​ແລະ​ພວກ​ກຸ່ມ​ບັນ​ເທົາ​ທຸກ ​ຕ່າງໆ​ ກໍ​ພາກັນ​ຂຸ້ນຂ້ຽວ​ໃຫ້ການຊ່ອຍ​ເຫລືອ​ຢ່າງ​ຮີບເຮ່ງ. ໄດ້​ເກີດ​ການ​ທະ​ເລາະ​ວິວາດ​ທາງ​ດ້ານ​ການ​ທູດກັນ ​ເລັກນ້ອຍ​ ​ໃນ​ວັນ​ເສົາ​ວານ​ນີ້ ຂະນະ​ທ່ີ​ຝຣັ່ງກ່າວ​ຫາ​ສະຫະຣັດວ່າ ທຳ​ການ​ຄວບ​ຄຸມ​ຫລາຍ​ໂພດ​ ກ່ຽວ​ກັບການ​ອະນຸຍາດ​ໃຫ້​ຖ້ຽວ​ບິນ​ໃດ​ລົງ​ໄດ້​ທີ່ສະໜາມ​ບິນ​ນະຄອນຫລວງ Port-au-Prince ຂອງ Haiti ນັ້ນ. ໃນ​ວັນ​ເສົາ​ວານ​ນີ້ ພວກ​ພະນັກງານ​ຊ່ອຍ​ເຫລືອ​ບັນ​ເທົ່າ​ ທຸກ​ຈາກ​ນາໆ​ປະ​ເທດ ຍັງ​ພາກັນ​ຂຸ້ນຂ້ຽວ​ ​ເພື່ອ​ຈັດ​ສົ່ງ​ ນ້ຳ​ດື່ມ ​ເຂົ້າປາ​ອາຫານ​ແລະເຄື່ອງ​ຢຸກຢາ​ປົວ​ພະຍາດ​ທ່ີ​ຕ້ອງການ​ເປັນ​ທີ​ສຸດນັ້ນ​ ແກ່​ຊາວ Haiti 4 ມື້​ຫລັງ​ຈາກ​ໄພ​ແຜ່ນດິນ​ໄຫວ​ຄັ້ງ​ຮ້າຍ​ແຮງ 7.0 ຕາມ​ເຄື່ອງ​ວັ​ດ​ແທກ​ແຜ່ນດິນ​ໄຫວ​ນັ້ນ. ພວກ​ທ່ີ​ລອດ​ຊີວິດ​ບາງ​ຄົນ​ໄດ້ ​ເລີ້ມ​ພາກັນ​ຍ່າງ​ອອກ​ຈາກ​ນະຄອນຫລວງທ່ີ​ໄດ້​ຮັບ​ຄວາມ​ເສັຍ​ຫາຍ​ຢ່າງ​ໜັກ​ນັ້ນ​ ອອກ​ໄປ ​ໃນ​ຂະນະ​ທ່ີມີລາຍ​ງານ ​ທ່ີ​ວ່າ​ ນະຄອນຫລວງກຳລັງຖືກ​ຄຸກ​ຄາມດ້ວຍ​ຄວາມ​ຮຸນ​ແຮງ​ແລະການ ​ລັກຂະ​ ໂມ​ຍ. ບັນດາ​ກຸ່ມ​ຊ່ອຍ​ເຫລືອ ກ່າວ​ວ່າ ຄວາມ​ພະຍາຍາມ​ໃຫ້ການ​ຊ່ອຍ​ເຫລືອ​ຂອງ​ເຂົາ​ເຈົ້າ​ ໄດ້​ຮັບ​ອຸບປະສັກ​ ຍ້ອນສາກ​ຫັກ​ພັງທີ່​ຕັນຖນົນ​ຫົນທາງ ແລະ​ແຫ​ລ່ງຊັບພະຍາກອນ​ທ່ີ​ມີ​ຈຳກັດ ຮວມທັງ​ສະບຽງ​ນຳ​ມັນ​ສຳລັບ​ແລ່ນຍວກດຍານພາຫະນະຂອງ​ເຂົາ​ເຈົ້າ​ທ່ີ​ມີ​ຢ່າງ​ຈຳກັດ​ນັ້ນ. ນາຍ Brian Wagner ຜູ້​ສື່​ຂ່າວ​ ວີ​ໂອ​ເອ ​ທ່ີໄດ້​ບິນ​ໄປ​ນຳ​ເຮືອ​ບິນ​ເຮ​ລີຄອບ​ເຕີ​ເພື່ອ​ສົ່ງສະບຽງ​ບັນ​ເທົາ​ທຸກ​ໄປ​ຍັງ​ນະຄອນຫລວງ​ນັ້ນ ກ່າວ​ວ່າ​ເຮືອບິນ​ເຮ​ລີ​ຄອບ ​ເຕີ​ຕ້ອງໄດ້​ບິນ​ເວີ່ນ​ຢູ່​ເທົງ​ອາກາດ​ໃນ​ຂະນະ​ທ່ີ​ພວກ​ລູກ​ເຮືອຖິ້ມ​ຫີບ​ເຄື່ອງ​ຊ່ອຍ​ເຫລົອ ລົງ​ໃຫ້​ປະຊາຊົນ​ຢູ່​ທາງ​ພາກ​ພື້ນ​ດິນ. ບັນດາ​ເຈົ້າ​ໜ້າ​ທ່ີ Haiti ກ່າວ​ວ່າ ສົບ​ພວກ​ທ່ີ​ໄດ້​ຮັບ​ເຄາະ​ຮ້ານ​ປະມານ 40 ພັນ​ສົບ​ໄດ້​ ຖືກ​ຝັງ​ໃນ​ຫລຸມ​ຝັງ​ສົບ​ລວມໝູ່​ໃນ​ແຫ່ງ​ຕ່າງໆ ​ແລະ​ທຳນາຍ​ວ່າ ຈຳນວນ​ຜູ້​ເສັຍ​ຊີວິດ​ທັງ​ໝົດ​ອາດ​ມີ​ເຖິງ 2 ​ແສນ​ຄົນ​ກໍ​ເປັນ​ໄດ້. ພວກ​ພນັກ​ງານ​ຊ່ອຍ​ກູ້​ໄພ​ຈາກ​ຫລາຍ​ກວ່າ 30 ປະ​ເທດ​ພາກັນ​ສືບ​ຕໍ່​ຊອກ​ຄົ້ນ​ຫາ​ພວກ​ທ່ີ​ອາດ​ລອດ​ຊີວິດ​ ມາ​ໄດ້ ຕາມ​ຊາກຫັກພັງ​ຂອງພວກ ​ຕຶກ​ອາຄານ​ທ່ີ​ເພພັງ​ລົງ​ນັ້ນ ​ເຖິງ​ແມ່ນ​ມີ​ຄວາມ​ຫວັງ​ໜ້ອຍ​ນ້ອຍ​ລົງທ່ີ​ຈະ​ ຊ່ອຍ​ເຫລືອ​ພວກ​ທ່ີ​ຖືກ​ຄ້າງ​ຄາ​ຢູ່​ກ້ອງ ​ສິ່ງຫັກ​ພັງ​ອອກ​ມາ​ທັນນັ້ນ. ​ໃນ​ວັນ​ເສົາ​ວານ​ນີ້ ທ່ານ​ນາງ Hillary Clinton ຣັຖມຸນຕີ​ການ​ຕ່າງປະ​ເທດ​ສະຫະຣັດ​ໄດ້​ພົບ​ປະ​ກັບ​ປະທານາທິບໍດີ Rene Preval ​ແຫ່ງ Haiti ຢູ່​ທ່ີ​ຕູບ​ຜ້າ​ຕັ້ງ​ແຫ່ງ​ນຶ່ງ​ທ່ີ​ສະໜາມ​ບິນ Port-au-Prince ຊຶ່ງທ່ານ​ນາງ Hillary Clinton ກ່າວ​ວ່າ ການ​ພົບ​ປະກັນ​ແມ່ນ​ເພ່ງ​ເລັງ​ໃສ່​ຫາ​ຊ່ອງ​ທາງ​ທ່ີ​ດີ​ທ່ີ​ສຸດ​ເພື່ອ​ໃຫ້ການ​ຊ່ອຍ​ເຫລືອ​ທາງ​ດ້ານ​ມະນຸດສະ​ທັມ​ແກ່​ພວກ​ທ່ີ​ໄດ້​ຮັບ​ຄວາມ​ເສັຍ​ຫາຍ​ນັ້ນ.ຫລັງ​ຈາກ​ການ​ພົບ​ປະກັນ​ແລ້ວ ທ່ານ​ນາງຄລິນ​ຕັນ​ກ່າວ​ວ່າ ທ່ານ​ນາງ​ມີ​ຂໍ້ຄວາມ​ຝາກ​ ໄປເຖິງ​ປະຊາຊົນ Haiti ວ່າ ຊາວ​ອະ​ເມຣິກັນມາ​ຍັງHaiti ຕາມຄຳ​ຮຽກຮ້ອງ​ຂອງຣັຖບານ Haiti ​ແລະ​ພາລະກິດ​ຂອງເຂົາ​ເຈົ້າ​ກໍ ແມ່ນ​ເພື່ອຊ່ອຍ​ເຫລືອ​ຊາວ Haiti.​ໃນ​ວັນ​ເສົາ​ວານ​ນີ້ ສະຫະ​ປະຊາ​ຊາດ​ໄດ້​ຢືນຢັນ​ກ່ຽວ​ກັບ​ການ ​ເສັຍ​ຊີວິດ​ຂອງທ່ານ Hedi Annabi ຜູ້ຕາງໜ້າ​ພິ​ເສດ​ຂອງ​ສະຫະ​ປະຊາ​ຊາດ​ປະຈຳ Haiti ​ແລະ​ຜູ້​ຮອງ​ຂອງ​ທ່ານ​ຄື ທ່ານ Luiz Carlos da Costa. ​ໄດ້​ມີ​ການ​ພົບ​ເຫັນ​ສົບ​ຂອງ​ພວກ​ທ່ານ​ທັງ​ສອງຢູ່​ໃນ​ກ້ອງ​ຕຶກ​ອາຄານ​ຂອງ​ສຳນັກງານ​ໃຫຍ່ສະຫະ​ປະຊາ​ຊາດ ​ທ່ີ​ຫັກ​ພັງ​ລົງ​ນັ້ນ ພ້ອມ​ທັງ​ສົບ​ຂອງ​ທ່ານDoug Coates ຜູ້​ວ່າ​ໜ້າ​ທ່ີ​ແທນ​ຫົວໜ້າ​ຕຳ ຫລວດ​ສະຫະ​ປະຊາ​ຊາດ​ທ່ີ Haiti ນັ້ນ. ທ່ານ​ພັນ​ກິ​ມູນ ​ເລຂາທິການ​ໃຫຍ່​ ສະຫະ​ປະຊາ​ຊາດ​ກຳນົດ​ທ່ີ​ຈະເດີນ ທາງ​ ໄປ​ຍັງ Haiti ​ໃນ​ວັນ​ອາທິດ​ມື້​ນີ້.
ທີ່ປາກີສຖານ: ເຈົ້າໜ້າທີ່ອັຟການີສຖານກ່າວວ່າ ການໂຈມຕີດ້ວຍລູກສອນໄຟ ຈາກ ຍົນທີ່ບໍ່ ມີຄົນຂັບລຳນຶ່ງຂອງສະຫະລັດ ​ໄດ້ຍັງຜົນໃຫ້ພວກຫົວຮຸນແຮງ ເສຍຊີວິດ ຢ່າງໜ້ອຍ 15 ຄົນ ​ແລະວ່າຈຳນວນຜູ້ເສຍຊີວິດຍ້ອນ ເຫດ ການດັ່ງກ່າວນີ້ ອາດມີເພີ່ມຂື້ນອີກ.ການໂຈມຕີ​ໃນວັນອາທິດມື້ ນີ້ ແມ່ນຢູ່ໃນເຂດ Shaktoi ຂອງເຂດ Waziristanໃຕ້ວຸ້ນວາຍຂອງປາກີສຖານການໂຈມຕີ ດ້ວຍຍົນບໍ່ມີຄົນຂັບ ຂອງສະຫະ ລັດ ​ໄດ້​ເປັນ​ຫົວຂໍ້​ຂອງ​ການ ຂັດແຍ້ງກັນລະຫວ່າງ ສະຫະລັດແລະປາກີສຖານ ທີ່ຖືວ່າເປັນການຝ່າຝືນ ອະທິປະ ໄຕຂອງ​ຕົນ. ແຕ່ວໍຊິງຕັນກ່າວວ່າ ຍົນດັ່ງກ່າວເປັນອາວຸດທີ່ມີ ປະສິດທິຜົນສູງສຳຫລັບໃຊ້ໃນຂົງເຂດ ທີ່ສອກຫລີກຂອງພວກຊົນເຜົ່າ.
ກຸ່ມຫົວຮຸນແຮງຕາລິບານ​ໃນປາກີສຖານ ໄດ້ນຳ​ເອົາບັນທຶກສຽງຊຸດໃໝ່ ອອກ​ມາ​ເຜີຍ​ແຜ່​ໃນວັນເສົາວານນີ້ ​ເພື່ອຢືນຢັນວ່າ ຜູ້ນຳຂອງພວກເຂົາ ນາຍ Hakimullah Mehsud ລອດ​ຊີວິດ​ມາ​ໄດ້ການໂຈມຕີໂດຍຍົນບໍ່ ມີຄົນຂັບຂອງສະຫະລັດ ​ໃນອາທິດ​ແລ້ວນີ້.ແຫ​ລ່ງຂ່າວສືບລັບຂອງປາກິສຖານ ກ່າວວ່າ ນາຍ Mehsud ​ໄດ້ ບາດເຈັບໃນການໂຈມຕີ ທີ່ສັງຫານພວກຕ້ອງສົງໃສຫົວຮຸນແຮງ ຢ່າງ ໜ້ອຍ 12 ຄົນ.ສະຫະລັດໄດ້ເພີ່ມການ ໂຈມຕີດ້ວຍຍົນບໍ່ມີຄົນຂັບ ນັບຕັ້ງແຕ່ການວາງ ລະເບີດສະລະຊີບໄດ້ສັງຫານເຈົ້າໜ້າທີ່ສືບລັບສະຫະລັດ ເຈັດຄົນ ໃນ ເຂດຕາເວັນອອກຂອງອັຟການີສຖານ ໃນທ້າຍເດືອນທັນວາຜ່ານມາ.
ການ​ເລືອກ​ຕັ້ງ​ທີ່ຢູ​ເກຣນ: ບັນດາ​ຜູ້​ມີ​ສິດ​ປ່ອນ​ບັດ​ເລືອກ​ຕັ້ງ​ໃນ​ຢູ​ເກຣນກຳລັງ​ພາກັນ​ອອກ​ໄປ​ລົງ
ຄະ​ແນນ​ສຽງ​ໃນ​ການ​ເລືອກ​ຕັ້ງ​ ທ່ີ​ມີ​ການ​ຄາດຄະ​ເນ​ກັນ​ຢ່າງ​ກວ່າ​ງ ຂວາງ​ວ່າ ຈະ​ນຳ​ຄວາມ​ປລາ​ໄຊ​ມາ​ໃຫ້​ປະທານາທິບໍດີ Viktor Yu-shchenko ທ່ີ​ປົກຄອງ​ປະ​ເທດ​ໃນ​ປັດຈຸບັນ​ນີ້.
ທ່ານ Yushchenko ຂຶ້ນ​ຄອງ​ອຳນາດໃນ​ປີ 2004 ​ໃນ​ການ​ປະຕິວັດ ສີສົ້ມຂອງ​ມະຫາຊົນ ​ແຕ່ຣັຖບານ​ຂອງ​ທ່ານ​ໄດ້​ປະສົບ​ກັບ​ຄວາມ​ປັ່ນ ​ປ່ວນ​ທາງ​ດ້ານ​ການ​ເມືອງແລະ​ເສດຖະກິດທີ່​ຊຸດ​ໂຊມ​ມາ​ໂດຍ​ຕລອດ ຊື່​ງ​ໄດ້​ເຮັດ​ໃຫ້ຄະແ​ນນນິຍົມ​ຂອງທ່ານ​ຕົກ​ຕ່ຳ ແລະລ້າ​ຫລັງ​ຄູ່ແຂ່ງຢ່າງ​ຫລວງ​ຫລາຍ.
ຄູ່​ແຂ່ງ​ທ່ີ​ທ່ານ​ໄດ້​ຊະນະໃນການ​ເລືອກ​ຕັ້ງ​ເມື່ອ 6 ປີກ່ອນ ຄື​ທ່ານ Viktor Yanukovych ມີ​ຄະ​ແນນສຽງ​ນຳ​ໜ້າ​ ​ແລະ​ຮອງ​ລົງ​ມາ​ແມ່ນ​ທ່ານນາງ Yulia Tymoshenko ນາຍົກຣັຖມຸນຕີ​ຢູ​ເກຣນ ຊຶ່ງ​ມີ​ສຽງ​ນິຍົມ​ອັນ​ດັບ​ສອງ​. ແຕ່​ເບິ່ງ​ຄື​ວ່າ ທ່ານ Yanukovych ຫລື​ທ່ານ​ນາງ Tymoshenko ຈະບໍ່ໄດ້​ຮັບ​ສຽງ​ສະໜັບສະໜຸນ​ຫລາຍ​ພໍ​ໃນ​ການ​ເລືອກ​ຕັ້ງ​ໃນ​ວັນ​ອາທິດ​ມື້​ນີ້​ ໃນລະ​ວ່າງ​ຜູ້​ສມັກ​ຮັບ​ເລືອກ​ຕັ້ງ​ທັງ​ໝົດ18 ທ່ານ ຊຶ່ງ​ຈະ​ສົ່ງ​ຜົນ​ໃຫ້ມີການ​ເລືອກ​ຕັ້ງ​ຮອບຕັດສິນ​ຊີ້​ຂາດ​ໃນ​ວັນ​ທີ 7 ​ເດືອນ​ກຸມພາ ຄື​ເດືອນ​ໜ້າ​ນີ້.
ທ່ານ Yanukovych ຊຶ່ງເປັນອະດີດ​ນາຍົກຣັຖມຸນຕີ ນິຍົມຣັດ​ເຊັຍ ໃນ​ຂະນະ​ທີ່ທ່ານ​ນາງ Tymoshenko ​ນິຍົມຝ່າຍ​ຕາເວັນ​ຕົກ ​ແຕ່​ທ່ານ​ນາງ​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ​ ຈະ​ປົວ​ແປງ​ສາຍ​ພົວພັນທ່ີ​ເຄັ່ງ​ຕຶງ​ລະ​ວ່າງຢູ​ເກຣນກັບ​ກຸງ​ມອສກູ ຖ້າ​ທ່ານ​ນາງ​ໄດ້​ຮັບ​ເລືອກ​ຕັ້ງ​.
ທີ່​ອິຣັກ:ຜູ້​ຊາຍ​ທ່ີເປັນ​ທີ່ຮູ້ຈັກ​ກັນ​ໃນ​ທົ່ວໂລກ ​ໃນ​ຊື່ ”Chemical Ali” ຫລື ​ເຄມີ​ອາລີ ຍ້ອນຜູ້ກ່ຽວໄດ້​ ໃຊ້​ອາວຸດ​ເຄມີ​ຕໍ່​ພວກ​ພົນລະ​ເຮືອນ​ອິຣັກ​ໃນ ​ລະຫວ່າງ​ການ​ປົກຄອງ​ຂອງ​ຊັດ​ດັມຮູ​ສ​ເຊ​ນນັ້ນ ​ໄດ້​ຖືກ​ສານ​ກຸງ​ແບກ​ແດ໊ດ ຕັດສິນ​ປະຫານ​ຊີວິດ​ເປັນ​ຄັ້ງ​ທີ4​. ​ເທື່ອ​ນີ້​ນາຍ Ali Hassan al-Majid ຖືກ​ຕັດສິນ​ປະຫານ​ຊີວິດ​ເນື່ອງ​ຈາກ​ຜູ້ກ່ຽວ​ໃຊ້​ແກ​ສສັງຫານ​ພວກ​ຊາວ​ເຄີ​ດ​ໃນບ້ານ Halapja ​ໃນ​ພາກ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ​ອິຣັກ ຊຶ່ງ​ກະ​ປະມານ​ກັນ​ວ່າ ພວກ​ຊາວບ້ານ 5 ພັນ​ຄົນ​ໄດ້ເສັຍ​ຊີວິດ​ໃນ​ການ​ໂຈມ​ຕີ​ດ້ວຍ​ແກສ​ໃນຄັ້ງນັ້ນ.
ການ​ຕັດສິນ​ປະຫານ​ຊີວິດ​ຜູ້ກ່ຽວໃນັວັນ​ອາທິດ​ມື້​ນີ້ ມີ​ຂຶ້ນ​ຫລັງ​ຈາກ​ໄດ້ມີ​ການ​ຕັດສິນ​ປະຫານ​ຊີວິດ​ຜູ້ກ່ຽວ​ມາ​ກ່ອນ​ແລ້ວ 3 ຄັ້ງ​ໃນ​ຖານ​ໄດ້​ກະ ທຳຄວາມ​ຜິດອື່ນໆ​ຕໍ່​ປະຊາຊົນ​ອິຣັກ ​ໃນ​ເວລາຜູ້ກ່ຽວ​ເປັນ​ເຈົ້າ​ໜ້າ​ທ່ີ​ຂັ້ນ​ສູງ​ພາຍ​ໃຕ້​ການ​ປົກຄອງ​ຂອງ​ຊັດ​ດັມນັ້ນ. ການ​ຕັດສິນ​ຄັ້ງ​ຫລ້າ​ສຸດ​ແມ່ນ​ມີ​ຂຶ້ນ​ໃນ​ປີ​ກາຍ​ນີ້ ​ເວລາ​ນາຍ Majid ຖືກ
ຕັດສິນ​ປະຫານ​ຊີວິດ​ດ້ວຍ​ການ​ແຂວນ​ຄໍ​ ຍ້ອນ​ບົດບາດ​ຂອງ​ຜູ້ກ່ຽວໃນ​ການສັງຫານ​ພວກ​ມຸສລິ​ມນິກາຍ​ຊີ​ໄອ​ໃນເຂດ Sadr City ​ໃນ​ກຸງ​ແບກ​ແດ໊ດ​ໃນ​ປີ1999 ນັ້ນ.
ທີ່​ເຢ​ເມນ: ກະຊວງ​ປ້ອງ​ກັນ​ປະ​ເທດ​ເຢ​ເມນ​ກ່າວ​ວ່າ ກຳລັງ​ຂອງ​ຝ່າຍຣັຖບານ​ໄດ້​ຈັບ​ກຸມ​ພວກ​ນັກ​ຕໍ່ສູ້​ຫົວ​ຮຸນ​ແຮງal-Qaida 3 ຄົນ​ໃນ​ພາກ​ເໜືອ​ຂອງ​ປະ​ເທດ​ຢູ່​ໃກ້ໆ​ກັບ​ຊາຍ​ແດນ ຊາ​ອຸ​ດີ​ອາຣາ​ເບັຍ​ນັ້ນ. ຊາຍ 3 ຄົນ​ນີ້​ໄດ້​ຖືກ​ຈັບ​ກຸມ​ໃນ​ວັນ​ເສົາ​ວານ​ນີ້ ຊຶ່ງ​ພວກ​ເຂົາ​ມີອາວຸດ​ຕິດ​ໂຕ​ພ້ອມ​ທັງ​ວັດຖຸ​ລະ​ເບີດ ​ແລະ​ປຶ້ມ​ນ້ອຍ​ໂຄສະນາຊວນ​ເຊື່ອ. ລາຍ​ງານ​ເວົ້າ​ວ່າ ທັງ​ສາມ​ຊື່​ງ ນຸ່ງ​ເຄື່ອງ​ແບບ​ທະຫານ ​ໄດ້​ຖືກ​ຈັບ​ກຸມ​ຢູ່​ໃກ້ໆ​ກັບ​ແຂວງ Saada ຊຶ່ງ​ເປັນເຂດກໍ່​ການກະບົດຂອງ​ພວກຫົວ​ແບ່ງ​ແຍກ​ດິນ​ແດນ​ນັ້ນ.
ການ​ຈັບ​ກຸມ​ດັ່ງກ່າວ​ມີ​ຂຶ້ນ​ນຶ່ງ​ມື້​ ຫລັງ​ຈາກ​ການ​ໂຈມ​ຕີ​ທາງ​ອາກາດ​ຂອງ ເຢ​ເມນ ທ່ີ​ໄດ້​ສັງຫານ​ພວກ​ສະມາຊິກ​ 6 ຄົນ ຂອງ​ກຸ່ມ al-Qaida ​ໃນ​ແຫລມ​ອາຣາ​ເບັຍ ທ່ີ​ຮວມທັງ​ນາຍ Qassem al-Raimi ທ່ີ​ຮູ້​ຈັກກັນ​ດີ ວ່າ ​ເປັນ​ຫົວໜ້າ​ກຸ່ມ​ກະບົດ​ໃນ​ເຢ​ເມນ​ນັ້ນ. ນາຍ Al-Raimi ຫລົບໜີ​ຈາກ​ຄຸກ​ແຫ່ງ​ນຶ່ງ​ໃນ​ເຢ​ເມນ​ໄປ ​ໃນ​ປີ2006.
​ໃນ​ວັນ​ເສົາ​ວານ​ນີ້​ເຊັ່ນ​ກັນ ພວກ​ກະບົດ Zaidi Shi’ite ກ່າວ​ອ້າງ​ວ່າ
ພວກ​ເຂົາ​ໄດ້​ຍິງ​ເຮືອບິນ​ເຮ​ລີ​ຄອບ​ເຕີຂອງ​ກອງທັບSaudi Arabia ​ລຳ​ນຶ່ງ​ຕົກ​ໃນ​ເຢ​ເມນ. ​ແຕ່​ທາງເຈົ້າ​ໜ້າ​ທ່ີ Saudi Arabia ຍັງ​ບໍ່​ທັນ​ໄດ້ ສະ​ແດງຄວາມ​ເຫັນ​ໃດໆ​ອອກ​ມາ​ເທື່ອ​ ກ່ຽວ​ກັບ​ການ​ກ່າວ​ອ້າງ​ຂອງ​ພວກ​ກະບົດ​ນີ້.

XS
SM
MD
LG