ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຄວາມເຄັ່ງຕຶງເພີ້ມທະວີຂຶ້ນ ໃນເຮຕີ ຂະນະທີ່ສະຖານະການ ມີຄວາມຫລໍ່ແຫລມຫລາຍຂຶ້ນ


ເຮຕີ - ແຜ່ນດິນໄຫວ: ພະນັກງານ ໃຫ້ ຄວາມຊ່ອຍເຫລືອ ແລະເຈົ້າໜ້າທີ່ ໃນເຮຕີ ໄດ້ເຕືອນກ່ຽວກັບຄວາມເຄັ່ງຕຶງ ທີ່ພວມເພີ້ມ ທະວີຂຶ້ນ ຂະນະທີ່ພວກລອດຊີວິດມາໄດ້ຕົກ ຢູ່ໃນສະພາບອັດຕະຄັດຫລາຍຂຶ້ນ ໃນໄລຍະ ທີ່ພວກເຂົາເຈົ້າ ພາກັນລໍຖ້າອາຫານການກິນ ນ້ຳ ແລະຢາປົວພະຍາດ ຕົກໄປຮອດໄປເຖິງ ພວກເຂົາເຈົ້ານັ້ນ. ການດຳເນີນ ຄວາມພະ ຍາຍາມບັນເທົາທຸກຂນາດໃຫຍ່ຂອງນາໆຊາດ ພວມຈະມີຂຶ້ນ. ເຮຕີ ແລະສະຫະຣັດ ໄດ້ລົງ ນາມໃນຂໍ້ຕົກລົງສະບັບນຶ່ງ ອະນຸຍາດໃຫ້ ສະ ຫະຣັດ ເຂົ້າຄວບຄຸມສນາມບິນ ໃນນະຄອນ ຫຼວງ PORT-AU-PRINCE ບ່ອນທີ່ພວກ ບັນເທົາທຸກນາໆຊາດ ກຳລັງດຳເນີນງານເພື່ອນຳເອົາ ການຊ່ອຍເຫຼືອສຸກເສີນໄປແຈກຢາຍ ໃຫ້ແກ່ປະຊາຊົນ. ແຕ່ 4 ມື້ ຫລັງຈາກໄດ້ເກີດ ແຜ່ນດິນໄຫວຂນາດແຮງ ທີ່ເຮັດໃຫ້ນະ ຄອນຫລວງ ຂອງເຮຕີ ໄດ້ຮັບຄວາມເສັຽຫາຍ ຮ້າຍແຮງນັ້ນ ການບັນເທົາທຸກ ໄດ້ດຳເນີນ ໄປແບບຊ້າໆ. ບັນດາພະນັກງານ ບັນເທົາທຸກ ລາຍງານວ່າ ຄວາມອົດທົນ ຂອງຜູ້ປະສົບ ພັຍເກືອບຈະໝົດຢູ່ແລ້ວ ແລະຖ້າພວກເຂົາເຈົ້າ ຫາກບໍ່ໄດ້ຮັບ ການຊ່ອຍເຫລືອ ໃນໄວໆນີ້ ສະຖານະການ ອາດຈະຮ້າຍແຮງ ຕົກຢູ່ໃນສະພາບບ້ານເມືອງບໍ່ມີຂື່ມີແປແລະເກີດຄວາມ ວຸ້ນວາຍຂຶ້ນ.

ອີຣ່ານ - ນິວເຄລັຽ: 6 ປະເທດ ມະຫາອຳ ນາດຂອງໂລກ ຈະພົບປະກັນ ແບບປິດລັບທີ່ ນະຄອນນິວຢອກ ໃນວັນເສົາມື້ນີ້ ເພື່ອປຶກສາ ຫາຣືກ່ຽວກັບ ການລົງໂທດເພີ້ມຕື່ມຕໍ່ປະເທດ ອີຣ່ານແລະໂຄງການນິວເຄຼັຽຂອງເຕຫະຣ່ານ ນັ້ນ. ເປົ້າໝາຍກໍແມ່ນ ເພື່ອກົດດັນໃຫ້ອີຣ່ານ ກັບຄືນເຂົ້າສູ່ໂຕະເຈຣະຈາແລະຮັບເອົາ ຂໍ້ຕົກ ລົງ ທີ່ໄດ້ຮັບການສນັບສນຸນ ຈາກອົງການສະ ຫະປະຊາຊາດ ເພື່ອໃຫ້ສົ່ງ ສ່ວນໃຫຍ່ຂອງ ທາດຢູເຣນຽມ ທີ່ກັ່ນແລ້ວ ໃນຣະດັບຕ່ຳ ຂອງອີຣ່ານ ໄປກັ່ນເປັນເຊື້ອໄຟ ໃນລະດັບສູງຕື່ມຂຶ້ນ ຢູ່ໃນຕ່າງປະເທດ ທີ່ຈຳເປັນ ສຳລັບໃຊ້ກັບ ເຕົາແຍກນິວເຄລັຽ ເພື່ອການຄົ້ນຄວ້າ ຂອງອີຣ່ານ. ອີຣ່ານ ບໍ່ໄດ້ເອົາຫົວຊາ ຕໍ່ກຳນົດ ເວລາຕາຍໂຕ ທີ່ບໍ່ເປັນທາງການ ໃນວັນທີ 31 ທັນວາຜ່ານມາ ເພື່ອໃຫ້ອີຣ່ານ ຮັບເອົາຂໍ້ຕົກລົງດັ່ງກ່າວ. ກະຊວງ ການຕ່າງປະເທດ ສະຫະຣັດ ກ່າວວ່າ ຕົນຈະຊຸກຍູ້ ໃຫ້ມີການ ລົງໂທດຄັ້ງໃໝ່ ທີ່ແນໃສ່ ກອງກຳລັງ ພິທັກປະຕິວັດ ໃນບັນດາ ເປົ້າໝາຍຕ່າງໆນັ້ນ. 5 ປະເທດ ທີ່ເຂົ້າຮ່ວມ ການປະຊຸມ ໃນວັນເສົາມື້ນີ້ ປະກອບດ້ວຍ ສະຫະຣັດ ຝຣັ່ງ ອັງກິດ ຣັດເຊັຽ ແລະເຢັຽຣະມັນ ຕ່າງກໍພາກັນສົ່ງ ນັກການທູດລະດັບສູງ ໄປຮ່ວມ ແຕ່ຈີນປະກາດວ່າ ຕົນຈະສົ່ງນັກການທູດ ໃນລະດັບທີ່ຕ່ຳກວ່າ ເຂົ້າຮ່ວມ.

ອັຟການິສຖານ: ສະພາແຫ່ງຊາດ ອັຟການິສ ຖານ ໄດ້ໃຫ້ການອະນຸມັດຕໍ່ບຸກຄົນ ທີ່ປະທານາ ທິບໍດີ HAMID KARZAI ແຕ່ງຕັ້ງໃຫ້ເປັນຣັຖ ມຸນຕຣີ ການຕ່າງປະເທດ ແລະຣັຖມຸນຕຣີ ກະ ຊວງຍຸຕິທັມ. ສະມາຊິກສະພາແຫ່ງຊາດອັຟກາ ນິສຖານ ໄດ້ເລີ້ມ ລົງຄະແນນສຽງ ເພື່ອຮັບຮອງ ເອົາການແຕ່ງຕັ້ງ ຄະນະຣັຖມຸນຕຣີ ຊຸດທີ 2 ຂອງທ່ານ KARZAI ໃນວັນເສົາມື້ນີ້ ຫລັງຈາກ ໄດ້ປະຕິເສດ ບໍ່ຍອມຮັບເອົາ ສ່ວນໃຫຍ່ ຂອງການແຕ່ງຕັ້ງ ຄະນະຣັຖບານ ຊຸດທຳອິດຂອງທ່ານ. ສະມາຊິກ ສະພາບາງທ່ານ ໄດ້ຕຳໜິຕິຕຽນ ບັນຊີລາຍຊື່ ຄະນະຣັຖມຸນຕຣີຊຸດໃໝ່ ໂດຍເວົ້າວ່າ ບັນຈຸລາຍຊື່ ພວກທີ່ຖືກຕັ້ງຕັ້ງ ຈຳນວນນຶ່ງ ບໍ່ຄ່ອຍເປັນທີ່ຮູ້ຈັກ ແລະມີປະສົພການບໍ່ຫລາຍ. ສະພາແຫ່ງຊາດ ໄດ້ລົງຄະແນນສຽງ ບໍ່ຍອມຮັບເອົາ ຄະນະຣັຖມຸນຕຣີສ່ວນໃຫຍ່ ທີ່ທ່ານ KARZAI ໄດ້ສເນີຊື່ ຊຸດທຳອິດ ໃນຕົ້ນເດືອນນີ້ ຄືໄດ້ປະຕິເສດ 17 ລາຍຊື່ ຂອງຈຳນວນທັງໝົດ 24 ລາຍຊື່ ທີ່ປະທານາທິບໍດີ ໄດ້ສເນີໄປນັ້ນ. ສະມາຊິກ ສະພາແຫ່ງຊາດ ກ່າວວ່າ ຜູ້ທີ່ຖືກແຕ່ງຕັ້ງ ຫຼາຍໆທ່ານ ເປັນສະມັກພັກພວກ ທາງການເມືອງ ສໍ້ຣາດບັງຫລວງ ແລະມີຄວາມສັມພັນ ກັບພວກຂຸນເສິກ.

ຢູເຄຣນ - ເລືອກຕັ້ງ: ບັນດາຜູ້ມີສິດປ່ອນບັດ ໃນຢູເຄຣນ ຈະພາກັນໄປລົງຄະແນນສຽງໃນວັນ ອາທິດ ມື້ອື່ນນີ້ ໃນການເລືອກຕັ້ງ ທີ່ຄາດກັນວ່າ ປະທານາທິບໍດີ ທີ່ສະມັກ ເຂົ້າແຂ່ງຂັນ ເອົາຕຳ ແໜ່ງຕື່ມອີກຂອງຢູເຄຣນຈະປະສົບ ກັບຄວາມ ປລາຊັຍ. ທ່ານ VIKTOR YUSHCHENKO ທີ່ໄດ້ເຂົ້າກຳອຳນາດ ໃນປີ 2004 ໃນການປະຕິ ວັດສີໝາກກ້ຽງ ຂອງປະຊາຊົນ ແຕ່ຣັຖບານຂອງທ່ານ ໄດ້ປະສົບກັບ ຄວາມວຸ້ນວາຍ ທາງການເມືອງ ແລະສະພາບ ເສຖກິດຕົກຕ່ຳ ດ້ວຍເຫດນີ້ ທ່ານຈຶ່ງມີຄະແນນ ເປັນຮອງຢ່າງຫລວງຫລາຍ ໃນການຢັ່ງຫາງສຽງ ຂອງປະຊາຊົນ. ບຸກຄົນທີ່ທ່ານ ໄດ້ຊະນະເມື່ອ 5 ປີກ່ອນ ຄືທ່ານ VIKTOR YANUKOVICH ມີຄະແນນສຽງນຳໜ້າ ເປັນທີ 1 ແລະ ນາຍົກຣັຖມຸນຕຣີ ຢູເຄຣນ ທ່ານນາງ YULIA TYMOSHENKO ເປັນທີ 2. ເປັນທີ່ເຊື່ອກັນ ຢ່າງກວ້າງຂວາງວ່າ ຈະບໍ່ມີຜູ້ສະມັກຄົນໃດ ໄດ້ຮັບຄະແນນສຽງ ກາຍ 50% ໃນການເລືອກຕັ້ງ ໃນມື້ວັນອາທິດ ດັ່ງນັ້ນ ຈຶ່ງຈຳເປັນຕ້ອງ ໄດ້ມີການເລືອກຕັ້ງຮອບ 2 ໃນວັນທີ 7 ກຸມພາ ຈະມາ.

ພຣະສັນຕະປະປາ: ເກີດບັນຫາຖົກຖຽງໂຕ້ ແຍ້ງ ກ່ຽວກັບແຜນການ ທີ່ພຣະສັນຕະປະປາ BENEDICT ຈະສະເດັດໄປຍັງວັດໃຫຍ່ຂອງ ສາສນາຢິວ ທີ່ກຸງໂຣມ ໃນວັນອາທິດ ມື້ອື່ນນີ້. ທ່ານ GIUSEPPE LARAS ຫົວໜ້າສະພາ ນັກສອນສາສນາຢິວທີ່ປະເທດອີຕາລີ ກ່າວວ່າ ທ່ານຈະບໍ່ໄປຮ່ວມ ພິທີຕ້ອນຮັບ ພຣະສັນຕະ ປະປາ ແລະມີຊາວອີຕາລີ ທີ່ລອດຊີວິດມາໄດ້ ຈາກການຂ້າລ້າງ ເຊື້ອຊາດຊາວຢິວຂອງພວກ ນາຊີ ເຢັຽຣະມັນຄົນນຶ່ງ ເວົ້າວ່າ ລາວກໍຈະບ໋ອຍ ຄອດ ບໍ່ໄປຮ່ວມ ພິທີດັ່ງກ່າວ. ປະຊາຄົມຊາວຢິວ ຈຳນວນນຶ່ງ ໃນອີຕາລີ ໄດ້ມີຄວາມບໍ່ພໍໃຈ ກ່ຽວກັບການ ຕັດພຣະໄທ ຂອງພຣະສັນຕະປະປາ ທີ່ໄດ້ປະກາດ ໃນເດືອນແລ້ວນີ້ວ່າ ຈະຍົກລະດັບ ໃຫ້ພຣະສັນຕະປະປາ ສມັຍສົງຄາມໂລກ ຄັ້ງທີ 2 ຄືສັນຕະປະປາ PIUS ທີ 12 ໃກ້ຈະໄດ້ເປັນນັກບຸນ. ເຂົ້າເຈົ້າເວົ້າວ່າ ການຕັດສິນພຣະໄທ ທີ່ວ່ານີ້ ແມ່ນເປັນການ ບໍ່ເຄົາຣົບ ຕໍ່ຊາວຢິວ. ພວກນັກປະວັດສາດ ແລະຜູ້ນຳຊາວຢິວ ໂຕ້ແຍ້ງວ່າ ພຣະສັນຕະປະປາ PIUS ທີ 12 ຊຶ່ງໄດ້ເຂົ້າກຳຕຳແໜ່ງ ແຕ່ປີ 1939 ຫາ 1958 ນັ້ນ ບໍ່ໄດ້ດຳເນີນການ ຢ່າງເປັນການພຽງພໍ ເພື່ອຊ່ອຍ ຊີວິດຊາວຢິວ ຈາກການປະຫັດປະຫານ ຂອງພວກນາຊີເຢັຽຣະມັນ.

ອີຈິບ - ກາຊາ: ກຸ່ມຫົວຮຸນແຮງ ປາແລສໄຕນ໌ HAMAS ຮຽກຮ້ອງໃຫ້ອີຈິບ ຢຸດເຊົາການກໍ່ສ້າງ ເຄື່ອງກີດຂວາງ ປ້ອງກັນຄວາມປອດພັຍໃຕ້ດິນທີ່ ຈະສະກັດກັ້ນ ຕໍ່ການສ້າງອຸໂມງ ໄປຍັງເຂດກາຊາ ທີ່ປົກຄອງໂດຍກຸ່ມ HAMAS ນັ້ນ. ຜູ້ນຳຂອງກຸ່ມ HAMAS ທ່ານ KHALED MESHAAL ກ່າວ ໃນມື້ວານນີ້ວ່າ ກຳແພງໃຕ້ດິນທີ່ວ່ານີ້ ຈະເຮັດໃຫ້ ເຂດກາຊາ ມີຄວາມຝືດເຄືອງເພີ້ມຕື່ມ. ທ່ານເວົ້າ ວ່າ ກຳແພງມີການສ້າງຂຶ້ນ ລະຫວ່າງພວກທີ່ເປັນ ສັດຕຣູ ບໍ່ແມ່ນລະຫວ່າງພວກທີ່ເປັນ ອ້າຍນ້ອງກັນ. ທ່ານ MESHAAL ໃຫ້ທັສນະດັ່ງກ່າວ ທີ່ກອງປະຊຸມ ຢູ່ທີ່ນະຄອນຫລວງ ເລບານອນ. ອີຈິບແລະອິສຣາແອລ ໄດ້ທຳການປິດລ້ອມ ຕໍ່ເຂດກາຊາ ຫລັງຈາກກຸ່ມ HAMAS ເຂົ້າກຳອຳນາດ ໃນເຂດດັ່ງກ່າວ ເມື່ອປີ 2007. ອຸໂມງໃຕ້ດິນ ຕິດຕໍ່ລະຫວ່າງ ອີຈິບແລະເຂດກາຊາ ແມ່ນເສັ້ນຊີວິດ ສຳລັບຊາວປາແລສໄຕນ໌ ທີ່ຖືກຕັດຂາດ ຈາກອາຫານ ຢາປົວພະຍາດ ແລະປັດຈັຍທີ່ຈຳເປັນອື່ນໆ. ແຕ່ອິສຣາແອລ ກ່າວວ່າ ກຸ່ມ HAMAS ຍັງລັກລອບ ເອົາອາວຸດ ເຂົ້າໄປໃນເຂດກາຊາ ເພື່ອໂຈມຕີອິສຣາແອລ ຜ່ານທາງອຸໂມງໃຕ້ດິນ.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG