ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ອອັສເຕຣເລຍກຳລັງປະສົບກັບສະພາບອາກາດຮ້ອນທີ່ສຸດ ໃນປະຫວັດສາດ 


ຊ່ວງ​ເວລາ 10 ປີ ຫລື​ນຶ່ງທົດ ສະວັດທີ່ ຜ່ານມານີ້ ​ແມ່ນ ເປັນໄລຍະທີ່ອາກາດໃນປະ ເທດ ອອັສເຕຣເລຍມີຄວາມ ຮ້ອນຫລາຍທີ່ສຸດໃນປະ ຫວັດສາດອັນເປັນຜົນສືບ ເນື່ອງມາຈາກປາກົດການ ອຸນນະພູມໂລກຮ້ອນຂຶ້ນ ຫລື ​ສະພາວະໂລກຮ້ອນນັ້ນ​ເອງ. ແລະ ກົມອຸຕຸນິຍົມ ແຫ່ງຊາດຂອງ​ອອັສ​ເຕຣ​ເລຍ ເວົ້າວ່າໃນ ປີ2010 ນີ້ ອາກາດຍິ່ງຈະຮ້ອນ​ເອົ້າຫລາຍ ຂຶ້ນ ໂດຍຈະມີອຸນນະພູມສູງຂຶ້ນ 1 ອົງສາ ຊຽນຊຽດຈາກ ອຸນນະພູມສະເລ່ຍທີ່​ຜ່ານ​ມາ.

ກົມອຸຕຸນິຍົມວິທຍາຂອງ Australiaກ່າວວ່າ​ໃນລາຍງານປະຈຳປີ ວ່າ ​ໄລຍະ 10 ປີ​ທີ່​ຜ່ານ​ມາ ຫລື ທົດສະວັດທີ່ເລີ້ມ ແຕ່ປີ 2000 ຫາ 2009 ນັ້ນ ເປັນໄລຍະ ທີ່ຮ້ອນຫຼາຍ ທີ່ສຸດນັບແຕ່ໄດ້ເລີ້ມມີການ ຈົດບັນທຶກ​ໄວ້ເມື່ອ 100 ປີ ກ່ອນໜ້ານີ້.

ອຸນນະພູມສະເລ່ຍ ໃນລະຫວ່າງທົດສະວັດທີ່​ຜ່ານ​ມານັ້ນ ໄດ້ຮ້ອນຂຶ້ນເກືອບເຄິ່ງ ອົງສາ ຊຽນຊຽດ Celsius ກວ່າອຸນນະພູມສະເລ່ຍ ນັບຕັ້ງແຕ່ປີ 1960 ເປັນຕົ້ນມາ.

ນັກຊ່ຽວຊານດ້ານດິນຟ້າອາກາດ ເວົ້າວ່າ ປີ 2005 ເປັນ ປີທີ່ຮ້ອນທີ່ສຸດ ໃນປະຫວັດສາດ ຂອງ Australia, ຕິດຕາມໂດຍ ປີ 2009 ທີ່ມີ ຄວາມຮ້ອນໃກ້ຄຽງກັນ.

ໃນ 12 ເດືອນຜ່ານມານີ້Australia ຖືກກະ ໜໍ່າໂດຍຄື້ນອາກາດຮ້ອນທີ່​ສຸດ 3 ຄື້ນ ດ້ວຍ ກັນ, ເຊິ່ງໄດ້​ສົ່ງ​ຜົນ​ເຮັດໃຫ້ໄພ​ທຳ​ມະ​ຊາດ ຕ່າງໆ ​ເຊ່ນໄຟໄໝ້ປ່າ, ຄວາມແຫ້ງແລ້ງທີ່ ແກ່ຍາວ ແລະ ພະຍຸຂີ້ຝຸ່ນມີ​ຄວາມ​ຮ້າຍ​ແຮງ ຫລາຍ​ຂື້ນ. ພວກເຈົ້າໜ້າທີ່ຝ່າຍພະຍາກອນ ອາກາດເວົ້າວ່າຄື້ນອາກາດຮ້ອນທີ່ຮ້າຍແຮງ ຄື້ນນຶ່ງ ກໍແມ່ນເລື້ອງທີ່​ຜິດ​ປົກກະຕິຢູ່ ແລ້ວ, ​ ແລະວ່າ 3 ຄື້ນໃນປີດຽວມັນ “ເປັນເລື້ອງພິ ລຶກຫລາຍແທ້ໆ”.

ຫົວໜ້າພະແນກວິເຄາະການປ່ຽນແປງຂອງອາກາດ, ທ່ານ David Jones, ຄິດວ່າ ອຸນ ນະພຸມຍັງຈະເພີ້ມຂຶ້ນຕໍ່ໄປ. ແລະ ຄວາມເປັນຈິງກໍຄືວ່າ Australia ກຳລັງຮ້ອນ ຂຶ້ນນັບມື້, ມັນໄດ້ຮ້ອນຂຶ້ນປະມານ ນຶ່ງອົງສາ ເມື່ອທຽບໃສ່ 50 ປີກ່ອນໜ້ານີ້, ແລະ ມັນຍັງຈະສືບ ຕໍ່ຮ້ອນຂຶ້ນໄປອີກ.

ປີ 2010 ນີ້ ອາດຈະເປັນປີທີ່ຮ້ອນອີກປີນຶ່ງສໍາລັບ Australia, ​ເຊິ່ງພວກນັກພະຍາ ກອນອາກາດຄາດຄະເນວ່າ ອຸນນະພູມອາດຈະສູງຂຶ້ນນຶ່ງອົງສາຊຽນຊຽດ ລື່ນ ອຸນນະພູມສະເລ່ຍ ຂອງ​ຫລາຍໆ​ປີຜ່ານມາ.

Australia ແມ່ນທະວີບນຶ່ງທີ່ຮ້ອນ ແລະ ແຫ້ງທີ່ສຸດໃນໂລກ. ພວກນັກວິທະຍາສາດ ເວົ້າວ່າ ສິ່ງແວດລ້ອມ ແລະ ເສດຖະກິດຂອງທະວີບນີ້ ຈະຖືກກະທົບຢ່າງໜັກໂດຍ ຄວາມປ່ຽນແປງຂອງດິນຟ້າ​ອາກາດ.

ການອາໃສກາງຕໍ່ນຳ ຖ່ານຫີນທີ່ມີລາຄາຖືກຂອງ Australia ໄດ້ເຮັດໃຫ້ປະເທດນີ້ ກາຍເປັນນຶ່ງ​ໃນ​ບັນດາ​ປະ​ເທດທີ່ຈະເລີນ ທີ່ປ່ອຍອາຍ​ແກ໊ສເຮືອນແກ້ວອອກສູ່​ບັນ ຍາກາດ ​ໃນ​ອັດຕາ​ສູງ​ທີ່ສຸດຕໍ່ຫົວຄົນ, ເຊິ່ງພວກນັກຄົ້ນຄວ້າຫລາຍຄົນ ຖິ້ມໂທດໃສ່ ວ່າ​ ເປັນສາເຫດ​ເຮັດ​ໃຫ້ອຸນນະພູມສູງຂຶ້ນນັ້ນ.

ເຖິງຢ່າງໃດກໍຕາມ ພວກບໍ່ເຊື່ອໃນເລື້ອງການປ່ຽນແປງຂອງອາກາດ, ບໍ່ເຊື່ອວ່າ ມະນຸດ ເປັນຜູ້ຮັບຜິດຊອບ ຕໍ່ການເຮັດໃຫໂລກຮ້ອນຂຶ້ນ ຫລື ເປັນຕົ້ນເຫດຂອງ ສະພາວະໂລກ ຮ້ອນ ແລະ ເວົ້າວ່າ ການເພີ້ມຂຶ້ນຂອງອຸນນະພູມ ແມ່ນຜົນມາຈາກ ການໝູນວຽນຂອງວົງຈົນທຳມະຊາດ.

ບັນຫານີ້ໄດ້ສ້າງ​ຄວາມແຕກແຍກ ໃຫ້​ແກ່ ພັກການເມືອງໃຫຍ່ ຂອງປະເທດ. ລັດຖະ ບານພັກແຮງງານຂອງອອ໊ສ​ເຕຣ​ເລຍ ຄິດ ວ່າ ຈຳເປັນຕ້ອງ​ໄດ້ດຳ​ເນີນ​ການ​ແນວ​ໃດ ແນວ​ນຶ່ງຢ່າງ​ຮີບດ່ວນ ຖ້າຢາກຈະເຮັດໃຫ້ ຜົນກະທົບຂອງການປ່ຽນແປງຂອງອາ ກາດຫຼຸດລົງ, ໃນຂະນະທີ່ພວກນັກການ ເມືອງ ຫລື ຜູ້​ແທນຝ່າຍ​ຄ້ານ ຫົວ​ຈາ​ຮີດນິ ຍົມຫລາຍ​ຄົນເຂົ້າຂ້າງ ຫລື ເຫັນດີນຳພວກ ທີ່ບໍ່ເຊື່ອ ໃນເລື້ອງອາກາດປ່ຽນແປງ.

ການຂັດແຍ່ງກັນ​ທີ່​ວ່າ​ນີ້ ມີ​ທາງວ່າ ຈະເຮັດ ໃຫ້ບັນຫາສິ່ງແວດລ້ອມ ເປັນປະເດັນສຳ ຄັນ ໃນການເລືອກຕັ້ງຂັ້ນລັດຖະບານກາງ ໃນປີນີ້.

XS
SM
MD
LG