ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄົນລາວຢູ່ຕ່າງປະເທດອາດມີສິດໄດ້ວີຊາ 9 ເດືອນ


ລັດຖະບານລາວຈະອານຸຍາດໃຫ້ຄົນລາວ ຈາກຕ່າງປະເທດສາມາດພັກອາໃສຢູ່ໃນ ລາວໄດ້ເຖິງ 9 ເດືອນຕໍ່ການອອກວີຊາ ແຕ່ລະຄັ້ງທັງລວມເຖິງໃຫ້ສິດໃນການຖື ຄອງທີ່ດິນອະສັງຫາລິມະຊັບ ແລະ ອຳ ນວຍຄວາມສະດວກໃນການແຕ່ງດອງ ກັບຄົນລາວອີກດ້ວຍ.

ທ່ານ ພອນຄຳ ອິນທະບົວລີ ວ່າການຫົວ ໜ້າກົມພົວພັນຕ່າງປະເທດ ກະຊວງການ ຕ່າງປະເທດຂອງລາວ ໄດ້ຖະແຫລງຢືນ ຢັນວ່າ ການຮ່າງມາດຕະການຕ່າງໆ ເພື່ອເປັນການສະເສີມສ້າງ ການພົວພັນຮ່ວມມືລະ ຫວ່າງລັດຖະບານລາວກັບຄົນລາວຢູ່ຕ່າງປະເທດ ເຂົ້າໃນການເສີມສ້າງພັດທະນາປະເທດ ລາວ ໃຫ້ມີຄວາມຈະເລີນກ້າວໜ້າໃຫ້ຫລາຍຂຶ້ນນັບມື້ນັ້ນ ໄດ້ມີການຈັດທຳ ສຳເລັດແລ້ວ. ໃນຂະນະນີ້ ແລະ ເຊື່ອວ່າຈະຜ່ານການອະນຸມັດຈາກ ຄະນະລັດຖະບານລາວ ຢ່າງເປັນ ທາງການໃນໝໍ່ໆນີ້.

ທັງນີ້ ໂດຍມາດຕະການທີ່ສຳຄັນປະ ການໜຶ່ງ ທີ່ເຊື່ອວ່າຈະຊ່ວຍດຶງດູດໃຫ້ ຄົນລາວຈາກຕ່າງປະເທດເດີນທາງມາ ປະເທດລາວຫລາຍຂຶ້ນນັບມື້ໃນໄລຍະ ຕໍ່ໄປນີ້ ກໍຄືການທີ່ໄດ້ມີການຂະຫຍາຍ ລະຍະເວລາໃນການອານຸຍາດໃຫ້ຄົນ ລາວຈາກຕ່າງປະເທດ ສາມາດພັກອາ ໃສໃນລາວໄດ້ຍາວຂຶ້ນຈາກເດີມ 30 ວັນເປັນ 9 ເດືອນ ຕໍ່ການອອກວີຊາ ໃນແຕ່ລະຄັ້ງ ຊຶ່ງບໍ່ພຽງແຕ່ຈະເຮັດໃຫ້ ຄົນລາວຈາກຕ່າງປະເທດ ສາມາດທີ່ ຈະພັກອາໃສໃນລາວໄດ້ໂດຍບໍ່ຕ້ອງກັງວົນໃຈເທົ່ານັ້ນ. ຫາກແຕ່ຍັງຈະເຮັດໃຫ້ຄົນລາວ ຈາກຕ່າງປະເທດ ມີເວລາຢ່າງພຽງພໍ ສຳລັບການທີ່ຈະຕັດສິນໃຈລົງທຶນເພື່ອດຳເນີນທຸລະ ກິດຕ່າງໆ ຢູ່ໃນລາວໄດ້ອີກດ້ວຍ.

ຍິ່ງໄປກວ່ານັ້ນ ພາຍໃຕ້ແນວທາງນະໂຍບາຍໃໝ່ຂອງລັດຖະບານລາວ ກ່ຽວກັບການເສີມ ສ້າງການພົວພັນຮ່ວມມືກັບຄົນລາວຢູ່ໃນຕ່າງປະເທດໃຫ້ຫລາຍຂຶ້ນນັບມື້ ດັ່ງກ່າວນີ້ ທາງ ການລາວກໍຍັງໄດ້ຈັດກຽມມາດຕະການອື່ນໆ ໄວ້ເພື່ອຮອງຮັບຄົນລາວຈາກຕ່າງປະເທດ ທີ່ຈະເດີນທາງກັບຄືນໄປລາວອີກຫລາຍມາດຕະການດ້ວຍກັນ. ໂດຍທີ່ສຳຄັນ ກໍຄືການ ທີ່ຈະໃຫ້ສິດທິໃນການຖືຄອງ ແລະ ໃຊ້ປະໂຫຍດຈາກທີ່ດິນ-ອາຄານສະຖານທີ່ ແລະອະ ສັງຫາລິມະຊັບຕ່າງໆຢ່າງຄົບຊຸດ ແລະ ຍາວນານ ຖ້າຫາກຄົນລາວຈາກຕ່າງປະເທດໄດ້ ລົງທຶນຢູ່ໃນລາວຄິດເປັນມູນຄ່າຕັ້ງແຕ່ 3 ແສນ ໂດລາຂຶ້ນໄປ.

ສ່ວນຄົນລາວຈາກຕ່າງປະເທດຄົນໃດທີ່ຕ້ອງການຈະສົມແຕ່ງດອງກັນຄົນລາວທີ່ຢູ່ໃນລາວ ນັ້ນ ກໍ່ຈະໄດ້ຮັບການອຳນວຍຄວາມສະດວກໃນທຸກໆດ້ານ ຊຶ່ງກໍ່ໝາຍຄວາມວ່າຄົນລາວ ຕ່າງປະເທດຈະໄດ້ຮັບການເບິ່ງແຍງຈາກ ທາງການລາວເປັນກໍ່ລະນີພິເສດກວ່າຊາວຕ່າງ ປະເທດໂດຍທົ່ວໄປນັ້ນເອງ. ດັງທີ່ ທ່ານ ຫຽມ ພົມມະຈັນ ລັດຖະມົນຕີຊ່ວຍວ່າການຕ່າງ ປະເທດ ຊຶ່ງໄດ້ຮັບການມອບໝາຍໃຫ້ ຮັບຜິດຊອບໃນການປະສານງານ ແລະ ອຳນວຍ ຄວາມສະດວກຕ່າງໆໃຫ້ກັບຄົນລາວໃນຕ່າງປະເທດນັ້ນ ໄດ້ໃຫ້ການຊີ້ແຈງກັບ VOA ໃນຕອນໜຶ່ງວ່າ:

ພວກ​ເຮົາ​ຖືວ່າ ຄົນ​ເຊື້ອຊາດ​ລາວ ຈະ​ມີ​ສັນຊາດ ຫລື ບໍ່ມີ​ສັນ ຊາດ​ຢູ່​ຕ່າງປະ​ເທດ​ນັ້ນ ພວກ​ເຮົາ​ຈະ​ບໍ່ຖື​ຄື​ກັບ​ຄົນ​ຕ່າງປະ ເທດ​ແບບ​ວ່າ​ລ້ອຍ​ສ່ວນ​ລ້ອຍ ທາງ​ດ້ານ​ນ້ຳ,ໃຈ​ໃດ໋. ດັ່ງນັ້ນ ພວກ​ເຮົາ​ຄວນ​ເບິ່ງ​ເຂົາ​ເຈົ້າ​ໃນ​ກໍລະນີ​ເປັນ​ລັກ ສະນະ​ພິ ເສດ ​ແລະ ສະໜອງຕາມຄວາມ​ຮຽກຮ້ອງຕ້ອງການ​ຂອງ ເຂົາເຈົ້າອັນ​ຮີບ​ດ່ວນ ຫັ້ນ​ແຫລ໋ະ. ອັນ​ທີ່​ເຂົາ​ເຈົ້າ ດ່ວນ​ທີ່​ສຸດ​ ເຂົາ​ເຈົ້າຢາກ​ໃຫ້​ມັນເກີດ​ຂຶ້ນນີ້ ກໍ​ແມ່ນ​ເລື່ອງ​ວ່າ ​ເຂົາ​ເຈົ້າ ຢາກ​ມາ​ຢູ່​ເລີຍ, ​ເຂົາ​ເຈົ້າມີ​ພີ່​ມີ​ນ້ອງ​ຢູ່​ບ້ານ​ເຮົາ​ແລ້ວ ເຮົາ​ກໍ ບໍ່ຕ້ອງການ​ວ່າ ຕ້ອງ​ມີ​ການ​ປະກັນ​ອັນ​ນັ້ນ ອັນ​ນີ້ພິລຶກ​ພິລຳ ນໍ, ຫລືວ່າ ​ເຂົາ​ເຈົ້າຢາກມີ​ກຳມະ​ສິດອັນ​ໃດ​ອັນໜຶ່ງ ພວກ ເຮົາ​ອາດ​ຄິດວ່າ “​ໂອ, ​ເຂົາ​ເຈົ້າ ຄວນມີ​ກຳມະ​ສິດສ່ວນ​ໃດ ສ່ວນໜຶ່ງ​ໃຫ້​ໄດ້” ຕົວຢ່າງແນວ​ນັ້ນ ອັນ​ນີ້​ແມ່ນ​ສະໜອງ ຕາມ​ຄວາມ​ຕ້ອງການ​ຂອງ​ພວກ​ເຂົາ​ເຈົ້າ.

ໂດຍກ່ອນໜ້ານີ້ ທ່ານ ບົວສອນ ບຸບຜາວັນ ນາຍຍົກລັດຖະມົນຕີລາວໄດ້ໃຫ້ການຕ້ອນ ຮັບຄະນະຕົວແທນຄົນລາວຫຼາຍສິບຄົນຈາກສະຫາລັດ ເບວຢ້ຽມ, ເຢຍລະມັນ, ຝະລັ່ງ, ສະວິສເຊີແລນ, ຄານາດາ, ອັອສເຕຣເລຍ ແລະ ຍີ່ປຸ່ນ ທີ່ໄດ້ເດີນທາງໄປເຂົ້າຮ່ວມຊົມ ການແຂ່ງຂັນກິລາຊີເກມຄັ້ງທີ່ 25 ຊຶ່ງລັດຖະບານລາວ ເປັນເຈົ້າພາບຈັດຂຶ້ນຢ່າງເປັນ ທາງການລະຫວ່າງວັນທີ່ 9-18 ທັນວາ ທີ່ຜ່ານມານີ້ ຢູ່ນະຄອນຫຼວງວຽງຈັນ.

ໂດຍໃນໂອກາດດັ່ງກ່າວ ທ່ານບົວສອນ ໄດ້ໃຫ້ການ ຍືນຍັນວ່າ ລັດຖະບານລາວບໍ່ໄດ້ຢຶດຖື ຫຼື ໃຫ້ຄວາມ ສຳຄັນກັບບັນຫາຂັດແຍ້ງ ຫຼື ເລື້ອງລາວໃນອາດີດວ່າ ເປັນມາດຕະຖານຂອງການ ພັດທະນາ ເພື່ອອະນາ ຄົດທີ່ດີຂຶ້ນຂອງປະເທດຊາດແຕ່ຢ່າງໃດ. ຫາກແຕ່ ຕ້ອງການທີ່ຈະເຫັນຄົນລາວທັງທີ່ຢູ່ໃນ ແລະ ຕ່າງ ປະເທດຮ່ວມ ໃຈກັນ ແລະ ສຸມສະຕິປັນຍາເຂົ້າໃນ ການພັດທະນາຊາດລາວໃຫ້ຈະເລີນກ້າວໜ້າຍິ່ງໆ ຂຶ້ນໄປເປັນສຳຄັນ.

XS
SM
MD
LG