ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຊາວເຮຕີ ທີ່ປະສົບພັຍ ກຳລັງລໍຖ້າການຊ່ອຍເຫລືອ ລຸນຫລັງ ທີ່ໄດ້ເກີດແຜ່ນດິນໄຫວ


ເຮຕີ - ແຜ່ນດິນໄຫວ: ຜູ້ປະສົບພັຍຊາວ ເຮຕີ ໄດ້ພາກັນຫລັບນອນ ເປັນຄືນທີ 3 ຢູ່ ຕາມຖນົນຫົນທາງ ຕາມເດີ່ນ ແລະຕາມຮົ່ມ ໄມ້ໃນນະຄອນຫຼວງ PORT-AU-PRINCE ເພື່ອລໍຖ້າການຊ່ອຍເຫຼືອ ທີ່ນາໆປະເທດ ໄດ້ ໃຫ້ຄຳໝັ້ນສັນຍາໄວ້ ຊຶ່ງກຳລັງ ຄ່ອຍໆທະ ຍອຍກັນໄປເຖິງ ຫລັງຈາກໄດ້ເກີດ ແຜ່ນດິນໄຫວຂນາດແຮງ ໃນມື້ວັນອັງຄານຜ່ານມາ. ເປັນທີ່ຄາດກັນວ່າ ກຳປັ່ນບັນທຸກເຮືອບິນ CARL WINSON ຂອງສະຫະຣັດ ຈະໄປຖິ້ມສມໍ ຢູ່ນອກແຄມຝັ່ງທະເລ ຂອງເຮຕີ ໃນວັນສຸກມື້ນີ້ ບ່ອນທີ່ ກຳປັ່ນບັນທຸກເຮືອບິນລຳນີ້ ຈະຮັບໜ້າທີ່ ເປັນສນາມບິນລອຍ ສຳລັບເຮືອບິນເຮຣີຄອບເຕີ້ ລຳລຽງຄະນະກູ້ພັຍ ແລະປັດຈັຍບັນເທົາທຸກ. ນອກນີ້ ການຊ່ອຍເຫລືອອື່ນໆ ຕລອດທັງຢາປົວພະຍາດ ຈາກຫຼາຍໆປະເທດ ເລີ້ມທະຍອຍກັນໄປເຖິງເຮຕີ ໃນວັນພະຫັດວານນີ້ ຫລັງຈາກແຜ່ນດິນໄຫວ ທີ່ຮ້າຍແຮງສຸດ ໃນຮອບ 200 ປີ ໄດ້ທຳລາຍ ນະຄອນຫລວງຂອງເຮຕີ ຢ່າງຮ້າຍແຮງ. ແຕ່ແນວໃດກໍຕາມ ບັນດາຖ້ຽວບິນ ລຳລຽງ ການຊ່ອຍເຫລືອ ໄດ້ເຮັດໃຫ້ສນາມບິນໃຫຍ່ ໃນນະຄອນຫລວງຂອງເຮຕີ ຢູ່ສະພາບ ທີ່ແອອັດເກີນໄປ.

ສະຫະຣັດ - ເຮຕີ: ຂະນະດຽວກັນ ຣັຖບານ ສະຫະຣັດ ໄດ້ເພີ້ມການໃຫ້ຄຳໝັ້ນໝາຍຕໍ່ເຮຕີ ຂະນະທີ່ ທະຫານອະເມຣິກັນ ຈຸທຳອິດ ຂອງຈຳ ນວນທີ່ຄາດວ່າຈະມີທັງໝົດ 5 ພັນຄົນ ໄດ້ເດີນທາງໄປເຖິງ ເພື່ອຊ່ອຍ ໃນການຮັກສາຄວາມປອດພັຍ ແລະແຈກຢາຍການຊ່ອຍເຫລືອ ຫລັງຈາກ ໄດ້ເກີດແຜ່ນດິນໄຫວຮ້າຍແຮງ ໃນມື້ວັນອັງຄານຜ່ານມາ. ໃນວັນພະຫັດວານນີ້ ປະທານາທິບໍດີ BARACK OBAMA ໃຫ້ຄຳໝັ້ນສັນຍາວ່າ ຈະໃຫ້ການຊ່ອຍເຫລືອໃໝ່ ຕື່ມອີກ 100 ລ້ານໂດລາ ເພື່ອສນັບສນຸນ ການຟື້ນໂຕຄືນ ຂອງເຮຕີ ໂດຍເວົ້າຕື່ມວ່າ ການດຳເນີນ ຄວາມພະຍາຍາມ ບັນເທົາທຸກ ທີ່ກຳລັງມີຂຶ້ນ ຢູ່ເຮຕີໃນເວລານີ້ ຈະເປັນນຶ່ງ ໃນການປະຕິບັດງານ ທີ່ໃຫຍ່ທີ່ສຸດ ໃນປະວັດສາດ ຂອງສະຫະຣັດ ໃນໄລຍະບໍ່ດົນຜ່ານມານີ້. ກອງບັນຊາການ ກຳລັງສະຫະຣັດໃນເຂດໃຕ້ ລາຍງານວ່າ ທະຫານພົນຮົ່ມ ຫລືທະຫານໂດດຈ້ອງ ຂອງກອງທັບບົກ ສະຫະຣັດ ໄດ້ໄປເຖິງເຮຕີ ໃນຕອນບ່າຍ ຂອງວັນພະຫັດວານນີ້ ແລະອີກຈຳນວນນຶ່ງ ກຳລັງຢູ່ໃນລະຫວ່າງ ການເດີນທາງ ໄປຍັງປະເທດດັ່ງກ່າວ.

ຝຣັ່ງ - ເຮຕີ: ໃນອີກດ້ານນຶ່ງ ຝຣັ່ງກ່າວວ່າ ຕົນຈະໂຈະ ການຈັດສົ່ງພວກຄົນເຂົ້າເມືອງຜິດ ກົດໝາຍ ຊາວເຮຕີ ກັບຄືນປະເທດ ແລະເປີດຊາຍແດນຂອງຕົນ ເປັນການຊົ່ວຄາວ ຮັບເອົາພວກເຄາະຮ້າຍ ຈາກແຜ່ນດິນໄຫວ ທີ່ຕ້ອງການ ຄວາມຊ່ອຍເຫລືອນັ້ນ. ມີຊາວເຮຕີປະມານ 80 ພັນຄົນ ອາສັຍຢູ່ທີ່ ປະເທດຝຣັ່ງ. ເຮຕີເປັນອານານິຄົມ ຂອງຝຣັງ ແຕ່ປີ 1697 ຈົນຮອດປີ 1804 ເວລາເຮຕີ ໄດ້ຮັບເອກກະຣາດ. ພາສາຝຣັ່ງ ຍັງສືບຕໍ່ ເປັນພາສາຣັຖການ ຂອງເຮຕີ ຄວບຄູ່ກັນໄປ ກັບພາສາ CREOLE. ໃນມື້ວານນີ້ ປະທານາທິບໍດີຝຣັ່ງ ທ່ານ NICHOLAS SARKOZY ໄດ້ຮຽກຮ້ອງ ໃຫ້ເປີດກອງປະຊຸມນາໆຊາດຂຶ້ນ ກ່ຽວກັບການບູຣະນະສ້າງສາ ປະເທດເຮຕີຄືນໃໝ່. ນອກນັ້ນແລ້ວ ຝຣັ່ງຍັງໄດ້ສົ່ງ ເຮືອບິນຫລາຍໆລຳ ລຳລຽງການຊ່ອຍເຫລືອສຸກເສີນ ແລະເຈົ້າໜ້າທີ່ກູ້ພັຍ ໄປຍັງເຮຕີ. ທ່ານ SARKOZY ກ່າວວ່າ ກຳປັ່ນຣົບຂອງຝຣັ່ງ 2 ລຳ ຈະມຸ່ງໜ້າໄປຍັງເຮຕີ ແລະທ່ານເອງ ກໍມີແຜນການ ທີ່ຈະເດີນທາງ ໄປຢ້ຽມຢາມເຮຕີ ໃນໄລຍະ ສອງ-ສາມອາທິດ ຂ້າງໜ້ານີ້.

ຈີນ - ກູເກີລ: ຈີນກ່າວວ່າ ຄວາມສັມພັນ ທາງດ້ານການຄ້າ ແລະເສຖກິດ ຂອງຕົນກັບ ສະຫະຣັດ ຈະບໍ່ມີການປ່ຽນແປງໃດໆ ເຖິງແມ່ນໄດ້ມີການຂົ່ມຂູ່ ໂດຍບໍຣິສັດ ອິນເຕີແນັດ ຊອກຄົ້ນຫາຂໍ້ມູນ ຍັກໃຫຍ່ GOOGLE ທີ່ມີສຳນັກງານ ຢູ່ສະຫະຣັດ ນັ້ນວ່າ ຈະຖອນໂຕ ອອກຈາກປະເທດຈີນ ລຸນຫລັງທີ່ໄດ້ມີ ການໂຈມຕີເວັບໄຊທ໌ ຂອງທາງບໍຣິສັດດັ່ງກ່າວ ກໍຕາມ. ໂຄສົກຂອງ ກະຊວງການຄ້າຈີນ ທ່ານ YAO JIAN ໄດ້ໃຫ້ຄວາມເຫັນດັ່ງກ່າວ ໃນລະຫວ່າງ ການຖແລງຂ່າວ ທີ່ນະຄອນຫລວງປັກກິ່ງ ໃນວັນສຸກມື້ື້ນີ້. ບໍຣິສັດ GOOGLE ໄດ້ປະກາດ ໃນຕົ້ນອາທິດນີ້ວ່າ ຕົນຈະບໍ່ຄວບຄຸມ ເນື້ອນັຍຂອງ ການຊອກຄົ້ນ ທາງອິນເຕີແນັດ ອີກຕໍ່ໄປແລ້ວ ຫຼັງຈາກມີການ ຄົ້ນພົບວ່າ ໄດ້ມີການໂຈມຕີ ຕໍ່ບັນຊີອີແມລ ຂອງພວກນັກເຄື່ອນໄຫວ ໃນດ້ານສິດທິມະນຸດ ໃນຈີນ. ໃນມື້ວານນີ້ ເຈົ້າໜ້າທີ່ຈີນ ໄດ້ຢືນຢັດວ່າ ກົດໝາຍຂອງຕົນ ໄດ້ຫ້າມບໍ່ໃຫ້ ມີການໂຈມຕີ ທາງອິນເຕີແນັດ ແລະເວົ້າວ່າ ຣະບົບອິນເຕີແນັດຂອງຕົນ ແມ່ນເປີດກວ້າງ ແຕ່ຂະນະດຽວກັນ ເຈົ້າໜ້າທີ່ຈີນ ກໍເວົ້າວ່າ ບໍຣິສັດຕ່າງປະເທດ ຕ້ອງປະຕິບັດຕາມ ນະໂຍບາຍ ການຄວບຄຸມອິນເຕີແນັດ ຂອງຣັຖບານຈີນ.

ສະຫະປະຊາຊາດ - ເກົາຫລີເໜືອ: ເຈົ້າໜ້າທີ່ອົງການ ສະຫະປະຊາຊາດ ຄົນນຶ່ງກ່າວວ່າ ເກົາຫລີເໜືອ ໄດ້ທຳການ ລົງໂທດໜັກຂຶ້ນ ຕໍ່ຜູ້ທີ່ພະຍາຍາມ ແຕ່ບໍ່ປະສົບ ຄວາມສຳເຣັດ ໃນການຫຼົບໜີ ຈາກປະເທດ ຄອມມູນິສເກົາຫລີເໜືອ ທີ່ໂດດດ່ຽວແລະທຸກຍາກນັ້ນ. ທ່ານ VITIT MUNTARBHORN ທູດພິເສດ ໃນດ້ານສິດທິມະນຸດ ຂອງອົງການ ສະຫະປະຊາຊາດ ຮັບຜິດຊອບກ່ຽວກັບ ເກົາຫຼີເໜືອ ກ່າວຕໍ່ພວກນັກຂ່າວ ທີ່ກຸງໂຊລ ເກົາຫລີໃຕ້ ໃນວັນສຸກມື້ນີ້ວ່າ ການລົງໂທດທີ່ວ່ານີ້ ແມ່ນຮວມທັງ ການທໍຣະມານ ການຄຸມຂັງ ແລະແມ່ນກະທັງ ການປະຫານຊີວິດ ກໍມີ. ນັກວິຊາການໄທ ທ່ານນີ້ເວົ້າວ່າ ໝົດທັງຄອບຄົວ ໄດ້ຕົກເປັນເປົ້າ ສຳລັບການລົງໂທດ ຮວມກັນ. ຊາວເກົາຫລີເໜືອ ສ່ວນໃຫຍ່ ພະຍາຍາມຫລົບໜີ ອອກຈາກປະເທດ ໂດຍຜ່ານທາງຈີນ ຊຶ່ງຖ້າຈັບໄດ້ ພວກເຂົາເຈົ້າ ຈະຖືກບັງຄັບ ໃຫ້ກັບຄືນປະເທດ. ທ່ານ MUNTARBHORN ກ່າວວ່າ ເກົາຫລີເໜືອ ໄດ້ທຳການປ່ຽນແປງ ພຽງແຕ່ຊື່ ບາງຢ່າງ ກ່ຽວກັບຣະບົບກົດໝາຍ ຂອງຕົນໃນໄລຍະ 6 ປີ ລະຫວ່າງທີ່ ທ່ານເຂົ້າຮັບຕຳແໜ່ງ ເປັນທູດພິເສດ ຂອງອົງການ ສະຫະປະຊາຊາດ ແຕ່ທ່ານເວົ້າວ່າ ໃນເຣື່ອງການ ປະຕິບັດແລ້ວ ເກົາຫລີເໜືອ ໄດ້ມີລ່ວງລະເມີດ ຢ່າງຮ້າຍແຮງ ຫລາຍໆດ້ານ.

ຍີ່ປຸ່ນ - ອັຟການິສຖານ: ກອງທັບເຮືອຍີ່ປຸ່ນ ໄດ້ສິ້ນສຸດ ການປະຕິບັດງານ ຕື່ມນ້ຳມັນກຳປັ່ນ ເພື່ອໃຫ້ການ ສນັບສນຸນ ຕໍ່ການດຳເນີນ ຄວາມພະຍາຍາມ ຂອງນາໆຊາດ ພາຍໃຕ້ການນຳພາ ຂອງສະຫະຣັດ ໃນອັຟການິສຖານ. ທ່ານ TOSHIMI KITAZAWA ຣັຖມຸນຕຣີກະຊວງ ປ້ອງກັນປະເທດຍີ່ປຸ່ນ ໄດ້ອອກຄຳສັ່ງ ໃນວັນສຸກມື້ນີ້ ໃຫ້ກຳປັ່ນ 2 ລຳ ຂອງກອງທັບເຮືອຍີ່ປຸ່ນ ຢຸດເຊົາການປະຕິບັດງານ ຢູ່ໃນເຂດ ມະຫາສະມຸດອິນເດັຽ ດັ່ງກ່າວ. ກຳປັ່ນທັງ 2 ໄດ້ຖືກສົ່ງ ໄປປະຕິບັດງານ ຢູ່ໃນຂົງເຂດ ຫລັງຈາກ ພວກກໍ່ການຮ້າຍ ໄດ້ທຳການໂຈມຕີ ສະຫະຣັດ ໃນວັນທີ 11 ກັນຍາ ປີ 2001. ນາຍົກຣັຖມຸນຕຣີ YUKIO HATOYAMA ຊຶ່ງຣັຖບານຂອງທ່ານ ໄດ້ເຂົ້າຮັບໜ້າທີ່ ໃນເດືອນກັນຍາປີກາຍ ໄດ້ປະກາດວ່າ ຈະບໍ່ຕໍ່ອາຍຸຄຳສັ່ງ ໃນການປະຕິບັດງານດັ່ງກ່າວ ເວລາຄຳສັ່ງ ໝົດອາຍຸລົງ ໃນເດືອນນີ້. ຣັຖບານຍີ່ປຸ່ນ ໄດ້ໃຫ້ຄຳໝັ້ນສັນຍາ ຈະໃຫ້ການຊ່ອຍເຫລືອໃໝ່ ແກ່ອັຟການິສຖານ ໃນມູນຄ່າ 5 ພັນລ້ານໂດລາແທນ ສຳລັບໄລຍະ 5 ປີຂ້າງໜ້າ ເພື່ອຟື້ນຟູ ບູຣະນະສ້າງສາ ປະເທດດັ່ງກ່າວ.

ສຸຣິຍະຄາດ: ໃນວັນສຸກມື້ນີ້ ຜູ້ຄົນຢູ່ໃນບາງເຂດ ຂອງອາຟຣິກາ ແລະເອເຊັຽ ແມ່ນໄດ້ເຫັນ ສຸຣິຍະ ຄາດ ຫລືກົບກິນຕາເວັນ ເກືອບໝົດໜ່ວຍເລີຍ. ສຸຣິຍະຄາດ ທີ່ວ່ານີ້ ຈະເປັນຮູບວົງແຫວນ ຊຶ່ງເດືອນຈະບົດບັງ ຕາເວັນໂດຍກົງ ແຕ່ຈະປ່ອຍແສງອາທິດ ອອກມາໃຫ້ເຫັນ ເປັນຮູບຄ້າຍວົງແຫວນ. ສຸຣິຍະຄາດທີ່ວ່ານີ້ ຂັ້ນຕົ້ນໄດ້ປາກົດໃຫ້ເຫັນ ໃນຕອນເຊົ້າຂອງມື້ນີ້ ຢູ່ໃນເຂດ ຕາເວັນຕົກສຸດ ຂອງສາທາຣະນະຣັດ ອາຟຣິກາກາງ. ຫລັງຈາກນັ້ນ ກໍຈະມີການແນມເຫັນ ເປັນເວລາສັ້ນໆ ທີ່ປະເທດອູການດາ, ເຄນຢາ, ໂຊມາເລັຽ, ໝູ່ເກາະ MALDIVES, ອິນເດັຽ, ສຣີລັງກາ ແລະຈີນ.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG