ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໑ ມີນາ ໒໐໒໕

ສະມາຊິກຣັຖສະພາສະຫະຣັດ ກ່າວວ່າ ບໍ່ມີຮ່ອງຮອຍ ໃນການ ປະຕິບັດແບບບໍ່ຖືກຕ້ອງ ຕໍ່ຊາວມົ້ງທີ່ຖືກສົ່ງກັບ


ເຮຕີ - ແຜ່ນດິນໄຫວ: ຜູ້ປະສົບພັຍຊາວ ເຮຕີ ໄດ້ພາກັນຫຼັບນອນຢູ່ຕາມຖນົນຫົນທາງ ໃນນະຄອນຫລວງ PORT-AU-PRINCE ອີກຄືນນຶ່ງຍ້ອນຢ້ານແຜ່ນດິນໄຫວ ທີ່ຕິດຕາມ ມາ ຫຼັງຈາກໄດ້ເກີດແຜ່ນດິນໄຫວທີ່ມີຄວາມ ແຮງ ແທກໄດ້ 7.0 ໃນມື້ວັນອັງຄານຜ່ານມາ ຊຶ່ງເຮັດໃຫ້ສ່ວນໃຫຍ່ ຂອງເມືອງດັ່ງກ່າວ ໄດ້ ຮັບຄວາມເສັຽຫາຍ ຮ້າຍແຮງ. ມີຄວາມຢ້ານ ກົວກັນວ່າ ມີຊາວເຮຕີ ຫລາຍສິບພັນຄົນ ໄດ້ ເສັຽຊີວິດ ແລະຈຳນວນທີ່ນັບບໍ່ໄດ້ ຍັງຕົກຄ້າງ ຫລືຖືກທັບ ຢູ່ຕາມຊາກພັກພັງ. ຜູ້ທີ່ເຫັນເຫດ ການ ກ່າວວ່າ ພວກທີ່ລອດຊີວິດມາໄດ້ ໄດ້ພາ ກັນຮ້ອງເພງ ສາສນາ ໃນຕອນເຊົ້າມືດ ຂອງວັນພະຫັດມື້ນີ້ ຂະນະທີ່ພວກເຂົາເຈົ້າ ລໍຖ້າການດຳເນີນ ຄວາມພະຍາຍາມ ບັນເທົາທຸກຂນາດໃຫຍ່ ຂອງບັນດາອົງການ ໃຫ້ຄວາມຊ່ອຍເຫລືອ ຂອງນາໆຊາດ ແລະຣັຖບານ ຂອງປະເທດຕ່າງໆ ຈາກທົ່ວໂລກ. ເຣືອບິນບັນທຸກ ເລີ້ມເດີນທາງ ໄປເຖິງສນາມບິນ ໃນຕອນແລງ ຂອງມື້ວານນີ້ ພ້ອມກັບຄະນະກູ້ພັຍ ແລະເຄື່ອງມື ຂອງພວກເຂົາເຈົ້າ ຈາກສະຫະຣັດ ບຣາຊີລ ໄອສແລນ ແລະປະເທດອື່ນໆ.

ສະຫະຣັດ - ເຮຕີ: ອະດີດປະທານາທິ ບໍດີສະຫະຣັດ ທ່ານ BILL CLINTON ຊຶ່ງເປັນທູດພິເສດຂອງອົງການ ສະຫະປະ ຊາຊາດ ຮັບຜິດຊອບເຣື່ອງເຮຕີ ກ່າວວ່າ ແຜ່ນດິນໄຫວ ທີ່ເກີດຂຶ້ນຢູ່ ປະເທດເຮຕີ ແມ່ນນຶ່ງ ໃນເຫດການສຸກເສີນ ທາງດ້ານ ມະນຸສທັມ ທີ່ໃຫຍ່ທີ່ສຸດ ໃນປະວັດສາດ ຂອງທະວີບອະເມຣິກາ. ໃນບົດຂຽນທີ່ພິມ ເຜີຍແຜ່ ໂດຍໜັງສືພິມ WASHING TON POST ນັ້ນ ທ່ານ CLINTON ກ່າວວ່າ ເຮຕີຕ້ອງການຄວາມຊ່ອຍເຫລືອ ໃນທັນທີ ທາງດ້ານອາຫານ ນ້ຳສະອາດ ບ່ອນພັກພາອາສັຍ ແລະເຄື່ອງໃຊ້ ຂັ້ນພື້ນຖານ ທາງດ້ານການແພດຕ່າງໆ. ແຕ່ເວລາໃດ ສະພາບການສຸກເສີນ ຜ່ານໄປແລ້ວ ທ່ານ CLINTON ກ່າວວ່າ ການດຳເນີນງານ ເພື່ອຟື້ນຟູ ແລະບູຣະນະສ້າງສາ ຍັງຈະດຳເນີນຕໍ່ໄປ. ທ່ານ ເວົ້າວ່າ ແຜນການສຳລັບ ການພັທນາໄລຍະຍາວ ຢູ່ໃນເຮຕີ ຂອງຣັຖບານເຮຕີ ບັນດາປະເທດເພື່ອນບ້ານ ແລະອົງການ ຈັດຕັ້ງນາໆຊາດນັ້ນ ແມ່ນບໍ່ສາມາດ ປະຖິ້ມໄດ້. ຂະນະດຽວກັນ ປະທານາທິບໍດີ ສະຫະຣັດ ທ່ານ BARACK OBAMA ໃຫ້ຄຳໝັ້ນສັນຍາວ່າ ເຮຕີ ຈະໄດ້ຮັບການສນັບສນຸນ ຢ່າງເຕັມທີ່ ຈາກສະຫະຣັດ ໃນການຊ່ອຍກອບກູ້ຜູ້ຄົນ ແລະຈັດສົ່ງ ການບັນເທົາທຸກ ທາງດ້ານມະນຸສທັມ. ​

ສະຫະຣັດ - ລາວ - ມົ້ງ: ສະມາຊິກຣັຖສະພາ ສະຫະຣັດ 3 ທ່ານ ທີ່ເດີນທາງ ໄປຢ້ຽມຢາມລາວ ເມື່ອໄວໆມານີ້ກ່າວວ່າ ບໍ່ໄດ້ເຫັນຮ່ອງຮອຍໃດໆວ່າ ມີການປະຕິບັດ ແບບບໍ່ຖືກຕ້ອງ ທີ່ສູນຮັບຮອງຊາວ ມົ້ງທີ່ຖືກສົ່ງກັບຄືນຈາກໄທໃນເດືອນແລ້ວນີ້. ສະມາ ຊິກສະພາຕ່ຳ MIKE HONDA ກ່າວຕໍ່ອົງການຂ່າວ ຝຣັ່ງ ໃນມື້ວານນີ້ວ່າພວກຕົນໄດ້ຍິນຂ່າວລືວ່າ ຊາວ ມົ້ງໄດ້ຮັບການປະຕິບັດຕໍ່ ແບບບໍ່ຄອຍດີປານໃດຫລື ແມ່ນກະທັງ ມີການປະຫັດປະຫານຢູ່ທີ່ສູນບາງແຫ່ງ. ແຕ່ທ່ານເວົ້າ ວ່າ ຢູ່ສູນບ້ານຜາຫລັກ ບ່ອນທ່ານໄປ ຢ້ຽມຢາມນັ້ນ ທ່ານບໍ່ໄດ້ເຫັນຮ່ອງຮອຍໃດໆວ່າ ມີການປະຕິບັດ ແບບບໍ່ຖືກຕ້ອງ ຕໍ່ພວກຊາວມົ້ງ. ທ່ານ HONDA ໄດ້ເດີນທາງໄປຢ້ຽມຢາມ ພວກຊາວມົ້ງ ທີ່ຖືກສົ່ງກັບໄປລາວ ພ້ອມກັບທ່ານ ANH JOSEPH CAO ແລະທ່ານ ENI FALEOMAVAEGA ຊຶ່ງໄດ້ກ່າວຕໍ່ພວກນັກຂ່າວ ຄືກັນວ່າ ພວກທ່ານບໍ່ໄດ້ພົບເຫັນ ຫຼັກຖານ ຫຼືໄດ້ຍິນເຣື່ອງຣາວ ກ່ຽວກັບການລະເມີດ ສິດທິມະນຸດທີ່ນັ້ນ. ໃນເດືອນແລ້ວນີ້ ປະເທດໄທ ໄດ້ຈັດສົ່ງຊາວມົ້ງ ປະມານ 4 ພັນ 500 ຄົນ ກັບຄືນໄປລາວ ໂດຍເວົ້າວ່າ ຊາວມົ້ງເຫລົ່ານີ້ ເປັນພວກຄົນເຂົ້າເມືອງ ຜິດກົດໝາຍ.

ໄທ - ພາກໃຕ້: ເຈົ້າໜ້າທີ່ໃນພາກໃຕ້ຂອງ ໄທ ກ່າວວ່າ ສາມີພັລຍາ ຊາວພຸດຄູ່ນຶ່ງ ໄດ້ ຖືກຍິງຕາຍໂດຍພວກທີ່ສົງສັຍວ່າ ເປັນມຸສລິມ ຫົວຮຸນແຮງ ຊຶ່ງເປັນພວກເຄາະ ຈຸລ່າສຸດ ໃນ ການກໍ່ກະບົດ ທີ່ນອງເລືອດ ເປັນເວລາ 6 ປີ. ສາມີພັລຍາຄູ່ນີ້ ພວມຂີ່ຣົດຈັກໄປເຮັດວຽກ ທີ່ ຈັງຫວັດປັດຕະນີ ເວລາພວກເຂົາເຈົ້າ ຖືກຍິງ ຕາຍ. ຕຳຣວດເວົ້າວ່າ ຫຼັງຈາກໄດ້ຍິງ ສາມີ ພັລຍາ ຄູ່ນີ້ຕາຍແລ້ວ ພວກໂຈມຕີ ກໍ່ໄດ້ຈູດ ໄຟເຜົາເຂົາເຈົ້າ. ມີປະມານ 4 ພັນຄົນ ໄດ້ເສັຽຊີວິດ ທີ່ຈັງຫວັດປັດຕະນີ ນະຣາທິວາດ ແລະຢະລາ ນັບແຕ່ປີ 2004 ເປັນຕົ້ນມາ ເວລາພວກຊາວມາເລ ທີ່ນັບຖືສາສນາ ອິສລາມ ເລີ້ມທຳການຕໍ່ສູ້ ເພື່ອສ້າງຕັ້ງ ເຂດປົກຄອງຕົນເອງ ​ເປັນ​ເອກຣາດ ຈາກຣັຖບານໄທ ທີ່ບາງກອກ ທີ່ຄອບງຳໂດຍ ຊາວພຸດນັ້ນ. ບັນດາຈັງຫວັດພາກໃຕ້ ທີ່ອຸດົມຮັ່ງມີ ໄປດ້ວຍຊັພຍາກອນ ທັມມະຊາດທັງ 3 ເຄີຍເປັນພາກສ່ວນນຶ່ງ ຂອງ​ແຄວ້ນ​ນຶ່ງ​ຂອງ​ມາ​ເລ​ເຊັຽ ທີ່​ປົກຄອງ​ໂດຍ​ກະສັດ​ ທີ່​ເອີ້ນ​ວ່າສຸລຕ່ານ ຈົນຮອດຊຸມປີ 1900 ເວລາກຳລັງຂອງໄທ ຍຶດເອົາດິນແດນດັ່ງກ່າວ ເຂົ້າເປັນສ່ວນນຶ່ງຂອງຕົນ.

ກູເກີລ - ຈີນ: ຈີນໄດ້ເຕືອນບັນດາບໍຣິສັດ ຕ່າງປະເທດ ໃຫ້ປະຕິບັດຕາມ ນະໂຍບາຍ ການຄວບຄຸມ ອິນເຕີແນັດ ຂອງຣັຖບານຂະ ນະທີ່ເຈົ້າໜ້າທີ່ຈີນ ເລີ້ມຕອບໂຕ້ຕໍ່ການຂົ່ມຂູ່ ທີ່ວ່າຈະຖອນໂຕອອກ​ໄປຈາກຈີນຂອງບໍຣິສັດ ຊອກຄົ້ນຫາຂໍ້ມູນຍັກໃຫຍ່ GOOGLE ທີ່ມີ ສຳນັກງານ ຢູ່ສະຫະຣັດນັ້ນ. ໃນຖແລງຂ່າວ ສະບັບນຶ່ງ ທີ່ນຳອອກເຜີຍແຜ່ ໃນວັນພະຫັດ ມື້ນີ້ ເຈົ້າໜ້າທີ່ ​ໃນ​ຄະນະຣັຖບານຈີນ ທ່ານ WANG CHEN ກ່າວວ່າມັນເປັນຄວາມຮັບ ຜິດຊອບ ຂອງບັນດາ ບໍຣິສັດອິນເຕີແນັດ ທັງມວນ ທີ່ປະຕິບັດງານ ຢູ່ໃນປະເທດຈີນ ທີ່ຕ້ອງເປັນຜູ້ຊີ້ນຳ ຫາງສຽງຂອງປະຊາຊົນ. ທ່ານ WANG ກ່າວວ່າ ປັກກິ່ງບໍ່ອະພັຍ​ໃຫ້ ແກ່ພວກທີ່ທຳການໂຈມ ຕີຕໍ່ເວັບໄຊທ໌ ​ເພື່ອທຳລາຍ​ ຫລື​ລັກ​ເອົາ​ຂໍ້​ມູນ​ນັ້ນ ​ເພາະວ່າຕົນ ກໍຕົກເປັນເປົ້າ ຂອງການໂຈມຕີ ໃນທຳນອງນີ້ ຢ່າງຕໍ່ເນື່ອງ. ບໍຣິສັດຊອກຄົ້ນຫາຂໍ້ມູນ GOOGLE ໄດ້ປະກາດ ໃນມື້ວັນອັງຄານ ຜ່ານມານີ້ວ່າ ຕົນຈະບໍ່ຄວບຄຸມ ຜົນຂອງການຊອກຄົ້ນຫາຂໍ້ມູນ ອີກຕໍ່ໄປແລ້ວ ແລະບາງທີ ອາດຈະຢຸດເຊົາ ການປະຕິບັດງານ ໃນປະເທດຈີນ ລຸນຫລັງທີ່ໄດ້ພົບເຫັນວ່າ ມີການໂຈມຕີ ຕໍ່ບັນຊີອີແມລ ຂອງພວກນັກເຄື່ອນໄຫວ ໃນດ້ານສິດທິມະນຸດ ໃນຈີນ.

ປາກິສຖານ: ເຈົ້າໜ້າທີ່ ຮັກສາຄວາມສະງົບ ຂອງປາກິສຖານ ກ່າວວ່າ ການໂຈມຕີ ດ້ວຍ ລູກສອນໄຟ ຈາກເຮືອບິນ ທີ່ບໍ່ມີຄົນຂັບຂອງ ສະຫະຣັດ ເຮັດໃຫ້ ພວກຫົວຮຸນແຮງ ຢ່າງ ນ້ອຍ 12 ຄົນ ເສັຽຊີວິດ ໃນເຂດ ຊົນເຜົ່າ WAZIRISTAN ເໜືອ. ເຈົ້າໜ້າທີ່ກ່າວວ່າ ການໂຈມຕີດ້ວຍລູກສອນໄຟຄັ້ງນີ້ ​ແມ່ນແນ ເປົ້າໝາຍໃສ່ຜູ້ນຳກຸ່ມທາລີບານ ປາກິສຖານ ນາຍ HAKIMULLAH MEHSUD ແຕ່ຍັງ ບໍ່ທັນ ເປັນທີ່ຈະແຈ້ງເທື່ອວ່າ ຜູ້ກ່ຽວຖືກຂ້າ ຕາຍໃນການໂຈມຕີນັ້ນ ຫລືບໍ່? ລູກສອນໄຟ ໄດ້ຕົກຖືກ ຄ້າຍຝຶກແອບແຫ່ງນຶ່ງ ໃນເຂດ PASALKOT ຊຶ່ງຕັ້ງຢູ່ໃນ WAZIRISTAN ເໜືອ ໃນວັນພະຫັດມື້ນີ້. ​ເປັນ​ທີ່ຮູ້ກັນດີ ວ່າ ເຂດດັ່ງກ່າວ ຊຶ່ງຕັ້ງຢູ່ໃກ້ໆຊາຍແດນ ອັຟການິສ ຖານ ແມ່ນເປັນບ່ອນຫລົບລີ້ ຂອງພວກ ກໍ່ການຮ້າຍ AL-QAIDA ແລະກຸ່ມທາລີບານ. ສະຫະຣັດ ໄດ້ໃຊ້ເຮືອບິນ ບໍ່ມີຄົນຂັບ ທຳການໂຈມຕີ ດ້ວຍລູກສອນໄຟເພີ້ມຂຶ້ນ ຢູ່ໃນປາກິສຖານ ເລີ້ມແຕ່ຕົ້ນປີນີ້ມາ. ການໂຈມຕີ ໃນວັນພະຫັດມື້ນີ້ ແມ່ນເປັນການໂຈມຕີ ໂດຍເຮືອບິນ ບໍ່ມີຄົນຂັບ ຂອງສະຫະຣັດ ເທື່ອທີ 7 ພາຍໃນປີນີ້ ​ແລະມີຂຶ້ນ ຢູ່​ໃນເຂດຊົນເຜົ່າ WAZIRISTAN ເໜືອ ທັງໝົດ.

ອິນເດັຽ - ບຸນຮິນດູ: ໄດ້ມີການຢຽບກັນຕາຍ ເກີດຂຶ້ນ ໃນບ່ອນ​ທຳພິທີ ທາງສາສນາ ທີ່ໃຫຍ່ ທີ່ສຸດໃນໂລກຢູ່ປະເທດອິນເດັຽ ຊຶ່ງເຮັດໃຫ້ພວກ ສແວງບຸນ ຊາວຮິນດູ ເສັຽຊີວິດ 7 ຄົນ. ພວກ ສແວງບຸນຊາວຮິນດູ ໄດ້ພາກັນຫລັ່ງໄຫຼ ໄປຍັງ ເມືອງ HARIDWAR ໃນວັນພະຫັດມື້ນີ້ເພື່ອເຂົ້າ ຮ່ວມພິທີສລອງ​ເທສການບຸນ KUMBH MELA. ເປັນທີ່ຄາດກັນວ່າ ຈະມີຫລາຍກວ່າ 10 ລ້ານຄົນ ລົງໄປອາບນ້ຳ ໃນແມ່ນ້ຳຄົງຄາ ໃນລະຫວ່າງບຸນດັ່ງກ່າວ ຊຶ່ງຈະມີຂຶ້ນ ໃນທຸກໆ 3 ປີ ແລະຈະພັດປ່ຽນກັນ ລະຫວ່າງ 4 ຫົວເມືອງ ຂອງອິນເດັຽ. ການຢຽບກັນຕາຍ ມີຂຶ້ນທີ່ເກາະ GANGASAGAR ບ່ອນທີ່ແມ່ນ້ຳຄົງຄາ ໄຫລຕົກໃສ່ ອ່າວເບັງກາລ. ພວກສແວງບຸນຊາວຮິນດູ ທີ່ມາຈາກທຸກໆອາຊີບວຽກງານ ເຊື່ອວ່າ ການໄດ້ລົງໄປອາບ ໃນແມ່ນ້ຳຄົງຄານັ້ນ ຈະລ້າງສ່ວຍ ບາບຕ່າງໆ ທີ່ໄດ້ກະທຳມາ ແລະຊ່ອຍໃຫ້ຫລຸດພົ້ນ ຈາກກົງ​ກວຽນ​ຂອງການວຽນວາຍ ຕາຍເກີດນັ້ນ.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG