ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຊາວມົ້ງຈາກໄທກັບຄືນສູ່ພູມລຳເນົາເດີມແລະເຂດຈັດສັນໃໝ່


ທາງການລາວທຳການສົ່ງຊາວມົ້ງຈາກສູນ ຮອງຮັບຊົ່ວຄາວຢູ່ເມືອງປາກຊັນກັບຄືນໄປ ພູມລຳເນົາເດີມ ແລະ ເຂດສັນໃໝ່ທັງໝົດ ແລ້ວ. ສ່ວນສະມາຊິກລັດຖະສະ​ພາສະ ຫະຣັດ ຢືນຢັນວ່າ ທາງການລາວ ໃຫ້ການ ເບິ່ງແຍງຊາວມົ້ງເປັນຢ່າງດີ.

ທາງການກະຊວງການຕ່າງປະເທດຂອງລາວ ໄດ້ຖະແຫຼງການຢືນຢັນວ່າ ການສົ່ງຊາວມົ້ງ ກັບຄືນໄປພູມລຳເນົາເດີມແລະເຂດຈັດສັນ ໃຫມ່ໄດ້ດຳເນີນໄປດ້ວຍຄວາມຮຽບຮ້ອຍ ໂດຍຈຳນວນຊາວມົ້ງທັ້ງໝົດ 4.711 ຄົນ ທີ່ ຖືກສົ່ງກັບຄືນຈາກສູນຮອງຮັບຊົ່ວຄາວບ້ານຫ້ວຍນໍ້າຂາວ ໃນເຂດອຳເພີເຂົາຄໍ້, ຈັງ ຫວັດເພັດສະບູນ ທາງພາກເໜືອຕອນລ່າງຂອງປະເທດໄທໃນລະຫວ່າງວັນທີ 28-29 ທັນວາ ປີ 2009 ທີ່ຜ່ານມານັ້ນ. ສ່ວນໃຫຍ່ໄດ້ພາກັນເລືອກທີ່ຈະຢູ່ໃນ ເຂດແຂວງ ບໍລິ ຄໍາ​ໄຊ ແລະ ເຂດ ຈັດສັນໃໝ່ຢູ່ເມືອງກາສີ ແຂວງວຽງຈັນ. ສ່ວນນອກນັ້ນ ກໍ່ໄດ້ກັບຄືນ ໄປພູມີລໍາເນົາເດີມຢູ່ໃນ ແຂວງຊຽງຂວາງ, ບໍ່ແກ້ວ, ຫຼວງພະບາງ, ໄຊຍະບູລີ ແລະ ແຂວງອຸດົມໄຊ.

ສ່ວນຊາວມົ້ງ 158 ຄົນທີ່ຖຶກສົ່ງກັບຄືນຈາກ ສຳນັກງານກວດຄົນເຂົ້າເມືອງຈັງຫວັດໜອງ ຄາຍທີ່ໄດ້ຮັບສະຖານະພາບທີ່ໜ້າເປັນຫ່ວງ ຫຼື People of Concern ຈາກສໍານັກ ງານຂ້າຫລວງໃຫຍ່ຜູ້ລີ້ໄພແຫ່ງ ສະຫະປະ ຊາຊາດແລ້ວນັ້ນ ທ່ານ ເຄນທອງ ນວນທະ ສິງ ໂຄສົກ ກະຊວງການຕ່າງປະເທດຂອງ ລາວ ກໍ່ຢືນຢັນວ່າຊາວມົ້ງທັງ 158 ຄົນ ໄດ້ພາກັນ ປ່ຽນໃຈບໍ່ຂໍໄປຕັ້ງຖິ່ນຖານໃຫມ່ ຢູ່ປະເທດທີ່ສາມ. ຫາກແຕ່ໄດ້ພາກັນຂໍຢູ່ ໃນລາວ ເນື່ອງຈາກເຫັນວ່າໄດ້ຮັບການຊ່ວຍ ເຫຼືອ ແລະ ເບິ່ງແຍງຈາກທາງການລາວເປັນ​ຢ່າງດີ .

ຊຶ່ງກໍ່ສອດຄ້ອງກັນກັບຄວາມເຫັນຂອງທ່ານ Eni Faleomavaega ສະມາຊິກລັດຖະ ສະພາສະຫະຣັດ ທີ່ໄດ້ເດີນທາງໄປຢ້ຽມຢາມຊາວມົ້ງ ຢູ່ເຂດຈັດສັນໃໝ່ ບ້ານ ຜາຫຼັກ ເມືອງກາສີ ແຂວງ ວຽງຈັນ ພາຍຫຼັງທີ່ຊາວມົ້ງໄດ້ຖືກທາງການໄທສົ່ງກັບໄປລາວແລ້ວ ນັ້ນ. ໂດຍທ່ານ Faleomavaega ໄດ້ຢືນຢັນທ່ານບໍ່ເຫັນການເບິ່ງແຍງທີ່ບໍ່ດີ ແລະ ກໍ່ບໍ່ມີການນາບຂູ່​ຫລື ໃຊ້ຄວາມຮຸນແຮງກັບຊາວມົ້ງຈາກທາງການລາວແຕ່ຢ່າງໃດ.

ພ້ອມກັນນີ້ ທ່ານ Faleomavaega ຍັງ ໄດ້ເນັ້ນຢ້ຳອີກດ້ວຍວ່ານັບເປັນຂີດໝາຍ, ອັນດີ ທີ່ທາງການລາວໄດ້ປະຕິບັດຕໍ່ຊາວ ມົ້ງເປັນຢ່າງດີ ກັບທັ້ງຍັງເປັນຂີດໝາຍອັນ ດີສຳລັບການເສີມສ້າງ ການພົວພັນຮ່ວມມື ອັນດີໃນຫຼາຍໆດ້ານລະຫວ່າງ ສະຫາຣັດ ກັບລາວ ໃຫ້ມີໝາກຜົນຫຼາຍຂຶ້ນນັບມື້ ໂດຍບໍ່ວ່າຈະເປັນບັນຫາລະເບີດບໍ່ທັນແຕກ ຢູ່ໃນລາວ, ການເສີມຂະຫຍາຍທາງດ້ານ ການຄ້າ ແລະ ການຮ່ວມມືເພື່ອສະກັດກັ້ນບັນຫາໂລກຮ້ອນເປັນຕົ້ນ.

ສ່ວນທາງການລາວນັ້ນ ກໍ່ໄດ້ຢືນຢັນມາໂດຍຕະຫຼອດວ່າຈະໃຫ້ການຊ່ວຍເຫຼືອ ແລະ ດູ ແລຊາວມົ້ງເປັນຢ່າງດີ ໂດຍຊາວມົ້ງທຸກຄົນທີ່ຖືກທາງການໄທສົ່ງກັບຄືນໄປລາວນັ້ນ ຈະ ມີສິດທິຄືພົນລະເມືອງລາວຢ່າງຄົບຖ້ວນ ກັບທັ້ງຍັງມີສິດທິທີ່ຈະເດີນທາງໄປຕ່າງປະເທດ ເພື່ອຢ້ຽມຢາມຍາດຕິພີ່ນ້ອງໄດ້ອີກດ້ວຍ.

ດັງທີ່ທ່ານພໍ່ຈັດຕະວາບົວສ້ຽງ ຈຳປາພັນ ຮອງຫົວໜ້າກຳໃຫຍ່ເສນາທິການກອງທັບປະ ຊາຊົນລາວ ຊຶ່ງເປັນຜູ້ຮັບຜິດຊອບໃນການຮັບຮອງເອົາຊາວມົ້ງ ທີ່ຖືກທາງການໄທສົ່ງກັບ ຄືນໄປລາວນັ້ນ ໄດ້ຖະແຫຼງຢືນຢັນໃນຕອນໜຶ່ງວ່າ:

ຕໍ່ກັບພາກສ່ວນສະໝັກໃຈ​ໄປຢູ່ບ້ານພັດທະນາໃໝ່, 1)ປຸກເຮືອນໃຫ້ຄອບຄົວ ລະໜຶ່ງຫລັງ. ພື້ນທີ່ ກໍ່ໃຫ້ກ້ວາງຂວາງ ເພາະວ່າໃນອານາຄົດ ​ເຂົາເຈົ້າ ຈະຫາເງິນຫາທອງ ແລ້ວຈະຕັງເຮືອນໃຫຍ່ ກວ້າງ ກວ່ານັ້ນ. 2) ຈ່າຍເຂົ້າ ໃຫ້ກິນນຶ່ງປີ. 3) ເອົາໄຟຟ້າເຂົ້າໄປເຮືອນ ແລະນຳໃຊ້ກະແສໄຟຟ້າ ນຶ່ງປີ ບໍ່ໃຫ້ເສຍເງິນ. 4) ກໍ່ເອົາເງິນໃຫ້ຜູ້ລະ ສາມແສນກີບ ໃນ​ເບື້ອງຕົ້ນ. 5) ພວກເຮົາ ດຳເນີນ ກໍ່ສ້າງ​ພື້ນຖານ ໂຄງ​ຫລ່າ​ງ ເພື່ອຮອງຮັບ ເຮັດໃຫ້ພີ່ນ້ອງ ຈໍານວນນີ້ ມີບ່ອນຜະຫລິດຄົງ​ທີ່ເປັນຂອງຕົນເອງ ຍາວນານ. ຕັ້ງໂຮງຮຽນ, ເອົານາຍຄູໄປສິດສອນ, ຕັ້ງສຸກສາລາ ປະກອບ​ແພດ, ປະກອບຢາ. ພ້ອມກັນນັ້ນ ກໍ່ອານຸຍາດໃຫ້ໄປຢາມພີ່ນ້ອງ ຕ່າງບ້ານ ຕ່າງແຂວງ ແລະ ອານຸຍາດໃຫ້ພີ່ນ້ອງຕ່າງບ້ານຕ່າງແຂວງ ມາຢ້ຽຍຢາມຕົນ​ເອງໄດ້. ແລະ ກໍມີສິດອິດສະລະພາບ ຄືກັບພົນລະເມືອງຜູ້ອື່ນໆ ແລ້ວເຮັດສຳມະໂນຄົວ. ຖ້າມີຄວາມເປັນຕ້ອງການຢາກໄປຢາມ ພີ່ນ້ອງຢູ່ຕ່າງປະເທດ, ພວກຂ້າພະເຈົ້າກໍ່ຈະເຮັດ passport ໃຫ້.

ບັນດາຊາງມົ້ງ ໄດ້ພາກັນເດີນທາງອອກຈາກລາວ ໄປພັກອາ​ໃສຢູ່ບ້ານຫ້ວຍນໍ້າຂາວນັບ ແຕ່ປີ 2004 ດ້ວຍຫວັງວ່າ ຈະມີໂອກາດເດີນທາງໄປຕັ້ງຖິ່ນຖານໃຫມ່ຢູ່ສະຫາຣັດຄືກັບ ຊາວມົ້ງ 15.000 ກວ່າຄົນທີ່ເຄີຍພັກອາໃສຢູ່ວັດຖໍ້າກະບອກ. ຫາກແຕ່ພວກເຂົາເຈົ້າກໍ່ ບໍ່ມີໂອກາດດັ່ງກ່າວ ແລ້ວເພາະທາງການສະຫາຣັດບໍ່ມີແຜນການທີ່ຈະຮັບເອົາຊາວມົ້ງ ອີກຕໍ່ໄປ. ໂດຍນັບຈາກປີ 2006 ຈົນເຖິງວັນທີ່ 29 ທັນວາ 2009 ກໍ່ປາກົດວ່າ ມີຊາວ ມົ້ງທີ່ຖືກສົ່ງກັບຄືນໄປລາວທັ້ງ ໝົດ 7.761 ຄົນ.

XS
SM
MD
LG