ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ແຜ່ນດິນໄຫວຂນາດແຮງ ໄດ້ສ້າງຄວາມເສັຽຫາຍຢ່າງໜັກ ໃຫ້ແກ່ເຮຕິ


ເຮຕີ - ແຜ່ນດິນໄຫວ: ໄດ້ເກີດແຜ່ນດິນໄຫວ ຂນາດແຮງທີ່ສຸດ ໃນຮອບ 200 ປີ ທີ່ປະເທດ ເຮຕີ ຊຶ່ງໄດ້ເຮັດໃຫ້ ຫລາຍເຂດ ຂອງປະເທດ ທີ່ທຸກຍາກ ຕັ້ງຢູ່​ໃນ​ເຂດ ທະເລຄາຣິບບຽນ ດັ່ງ ກ່າວ ໄດ້ຮັບຄວາມເສັຽຫາຍ ຮ້າຍແຮງ ຕຶກອາ ຄານຖືກທຳລາຍ ແລະມີຜູ້ຄົນຖືກທັບຖົມຢູ່ຕາມ ຊາກຫັກພັງ. ແຜ່ນດິນໄຫວ ທີ່ມີຄວາມແຮງ ແທກໄດ້ 7.0 ໄດ້ເກີດຂຶ້ນ ໃນຕອນບ່າຍຂອງມື້ ວານນີ້ ຊຶ່ງໄດ້ພາໃຫ້ມີຂີ້ຝຸ່ນກຸ້ມຂຶ້ນເປັນແປວສູງ ໃນທ້ອງຟ້າ ຈາກຕຶກອາຄານ ທີ່ພັງລົງມາ. ແຜ່ນດິນໄຫວ ທີ່ວ່ານີ້ ມີຈຸດສູນກາງ ປະມານ 16 ຫລັກກິໂລແມັດ ຫ່າງຈາກນະຄອນຫຼວງ PORT-AU-PRINCE ແລະເກີດຢູ່ ໃຕ້ພື້ນ ດິນລົງໄປ ແຕ່ພຽງ 10 ກິໂລແມັດເທົ່ານັ້ນ. ຫຼັງຈາກ ເກີດແຜ່ນດິນໄຫວ ຂນາດແຮງແລ້ວ ຍັງມີແຜ່ນດິນໄຫວຫລາຍໆຄັ້ງ ຕິດຕາມມາ ນຶ່ງໃນນັ້ນ ແມ່ນແຮງເຖິງ 5.9 ລາຍງານຂ່າວ ຈາກນະຄອນຫລວງ ຂອງເຮຕີແຈ້ງວ່າ ສ່ວນໃຫຍ່ຂອງ​ໂຕ​ເມືອງໄດ້ຖືກທຳລາຍ ແລະພວກ ທີ່ ເຫັນເຫດການ ເວົ້າວ່າ ໄດ້ເຫັນຊາກສົບ ຈຳນວນນຶ່ງ ຢາຍຢູ່ຕາມ ຖນົນຫົນທາງ.

ກູເກີລ - ຈີນ: ບໍຣິສັດ ຊອກຫາຂໍ້ມູນ ຍັກໃຫຍ່ GOOGLE ຂອງສະຫະຣັດ ກ່າວວ່າ ຕົນຈະບໍ່ ຄວບຄຸມ ຜົນຂອງການ ຊອກຄົ້ນຫາຂໍ້​ມູນ ຂອງ ຕົນອີກຕໍ່ໄປແລ້ວ ແລະອາດຈະ ຢຸດເຊົາກິ​ຈການ ຢູ່ໃນປະເທດຈີນ ຫລັງຈາກມີການພົບວ່າ ໄດ້ມີ ການໂຈມຕີຂນາດໃຫຍ່ຕໍ່ບັນຊີອີແມລຂອງພວກ ນັກເຄື່ອນໄຫວ ສິດທິມະນຸດ ໃນຈີນ. ໃນການ ຖແລງຂ່າວ ທາງອິນເຕີແນັດ ມື້ວານນີ້ ນາຍ DAVID DRUMMOND ຫົວໜ້າເຈົ້າໜ້າທີ່ ດ້ານກົດໝາຍ ຂອງບໍຣິສັດ GOOGLE ກ່າວ ວ່າ ທາງບໍຣິສັດ ໄດ້ພົບເຫັນວ່າ ມີການໂຈມຕີ ທີ່ສລັບຊັບຊ້ອນ ແລະມີເປົ້າໝາຍ ແນໃສ່ໂຄງລ່າງພື້ນຖານ ຂອງບໍຣິສັດ ທີ່ມີຕົ້ນຕໍ ມາຈາກປະເທດຈີນ. ນາຍ DRUMMOND ກ່າວວ່າ ເປົ້າໝາຍຕົ້ນຕໍ ໃນການໂຈມຕີ ແມ່ນເພື່ອຢາກເຂົ້າໄປເບິ່ງ ບັນຊີລາຍຊື່ອີແມລ ຂອງ GOOGLE ຫລື Gmail ຂອງພວກນັກເຄື່ອນໄຫວ ສິດທິມະນຸດຊາວຈີນ. ລາວເວົ້າວ່າ ຍ້ອນການໂຈມຕີ ທີ່ວ່ານີ້ ແລະການຈຳກັດ ຮັດແຄບເພີ້ມຂຶ້ນ ຕໍ່​ເສຣີພາບ ໃນການປາກເວົ້າ ທາງອິນເຕີແນັດນັ້ນ ທາງບໍຣິສັດ ຈຶ່ງຈະບໍ່ຄວບຄຸມ ຜົນການຊອກຄົ້ນຫາຂໍ້ມູນ ທາງ​ກົນ​ໄກ​ຊອກ​ຄົ້ນຂອງ​ຕົນ ໃນປະ​ເທດຈີນ ຄື Google.cn ນັ້ນ ຕໍ່​ໄປ​ອີກ.

ຄລິນຕັນ - ເອເຊັຽ: ຣັຖມຸນຕຣີການຕ່າງ ປະເທດ ສະຫະຣັດ ທ່ານນາງ HILLARY CLINTON ໄດ້ກ່າວ​ໂດຍ​ສັງ​ເຂ​ບເຖິງ ໂຄງ ຮ່າງຍຸທສາດ ທາງດ້ານຄວາມປອດພັຍຂອງ ສະຫະຣັດ ສຳລັບພາກ​ພື້ນເອເຊັຽ ແລະປາຊີ ຟິກ ໂດຍ​ເວົ້າວ່າ ການພົວພັນ ແລະ ການ ປະກອບສ່ວນ ຂອງສະຫະຣັດ ແມ່ນມີຄວາມ ຫລໍ່ແຫລມສຳຄັນ ຕໍ່ຄວາມສຳເຣັດ ໃນການ ຮ່ວມມື ຢູ່ໃນຂົງເຂດ. ໃນລະຫວ່າງ ການກ່າວຄຳປາສັຍ ທີ່ນະຄອນ HONOLULU ຣັດຮາວາຍ ໃນມື້ວານນີ້ ທ່ານນາງ CLINTON ກ່າວວ່າ ອະນາຄົດ ຂອງສະຫະຣັດ ແລະເອເຊັຽ ແມ່ນເຊື່ອມຕໍ່ກັນ ໂດຍການຮ່ວມມື ທັງໃນດ້ານເສຖກິດ ແລະຄວາມໝັ້ນຄົງ. ທ່ານນາງເວົ້າວ່າ ບັນດາປະເທດຕ່າງໆ ຢູ່ໃນຂົງເຂດ ຄວນດຳເນີີນງານຮ່ວມກັນ ເພື່ອຕໍ່ຕ້ານ ພັຍຂົ່ມຂູ່ຕ່າງໆ ເຊັ່ນການແຜ່ຜາຍ ອາວຸດນິວເຄລັຽ ບັນຫາຂັດແຍ້ງ ໃນເຣື່ອງເຂດນ້ຳແດນດິນ ແລະການແຂ່ງຂັນ ທາງດ້ານທະຫານ. ທ່ານນາງກ່າວວ່າ ການຫລຸດຜ່ອນ ກຳແພງກີດຂວາງການຄ້າ ແລະການລົງທຶນ ຈະຊ່ອຍໃນການ ພັທນາເສຖກິດ ແລະຄວາມກ້າວໜ້າ ທາງດ້ານການເມືອງ ຊຶ່ງຈະຍັງຜົນໃຫ້ ມີການປົກປ້ອງ ສິດທິມະນຸດ ແລະສົ່ງເສີມ ການມີສັງຄົມ ທີ່ເປີດກວ້າງ.

ເກົາຫລີ - ຄວາມເຄັ່ງຕຶງ: ເກົາຫລີເໜືອ ທວງໃຫ້ເກົາຫລີໃຕ້ ຢຸດພວກນັກເຄື່ອນໄຫວ ບໍ່ໃຫ້ສົ່ງໃບປິວໂຄສະນາຊວນເຊື່ອ ຈາກເກົາ ຫລີໃຕ້ ຂ້າມຊາຍແດນເຂົ້າໄປໃນເກົາຫຼີເໜືອ. ການຮຽກຮ້ອງດັ່ງກ່າວ​ແມ່ນ​ອອກ​ມາ​ຈາກເຈົ້າ ໜ້າທີ່ທະຫານ ຂອງເກົາຫລີເໜືອໃນລະ ຫວ່າງ ການເຈຣະຈາ ກັບເຈົ້າໜ້າທີ່ທະຫານ ຂອງເກົາຫລີໃຕ້ ໃນວັນພຸດມື້ນີ້. ເນື້ອນັຍໃຈຄວາມ ຂອງຄຳຮຽກຮ້ອງ ເວົ້າວ່າ ພຽງຢາງ ຈະບໍ່ຜ່ອນຜັນ ເດັດຂາດ ຕໍ່​ການ​ກະທຳ​ໃດໆ​ກໍ​ຕາມ ທີ່​ເປັນ​ການບ່ອນທຳລາຍ ອຳນາດການປົກຄອງ ຄອມມູນິສຂອງ​ຕົນ ແມ່ນແຕ່​ການ​ກະທຳ​ ເລັກໆ​ນ້ອຍໆ​ທີ່​ສຸດ. ພ້ອມ​ດຽວ​ກັນ​ນີ້ ເກົາຫລີເໜືອ ຮຽກຮ້ອງໃຫ້ເກົາຫລີໃຕ້ ລົງໂທດ ພວກນັກເຄື່ອນໄຫວ ທີ່ໃຊ້ບານລູນ ລຳລຽງໃບປິວ ຂ້າມຊາຍແດນ​ໄປ​ນັ້ນ. ຣັຖບານເກົາຫຼີໃຕ້ ໄດ້ຮຽກຮ້ອງໃຫ້ ພວກນັກເຄື່ອນໄຫວ ຢຸດເຊົາກິຈກັມດັ່ງກ່າວ ແຕ່ກໍເວົ້າວ່າ ຕົນບໍ່ສາມາດ ທີ່ຈະຫ້າມປາມ​ເຂົາ​ເຈົ້າ​ໃນທາງກົດໝາຍໄດ້ ໂດຍອ້າງອິສຣະພາບ ໃນການປາກເວົ້າ. ໃບປິວທີ່ວ່ານີ້ ໄດ້ສ້າງຄວາມເຄັ່ງຕຶງ ເພີ້ມຂຶ້ນ ລະຫວ່າງ ເກົາຫລີທັງສອງ ຊຶ່ງຄວາມສັມພັນ ໄດ້ຊຸດໂຊມລົງ ຫລັງຈາກ ປະທານາທິບໍດີ ນິຍົມແນວທາງເດີມ ຂອງເກົາຫລີໃຕ້ ທ່ານ LEE MYUNG-BAK ເຂົ້າຮັບຕຳແໜ່ງ ໃນປີ 2008.

ໄທ - ຊາອຸດີອາຣາເບັຽ: ເຈົ້າໜ້າທີ່ໄທໄດ້ ຍື່ນຟ້ອງ ໃນຂໍ້ຫາຂ້າຄົນ ຕໍ່ຕຳຣວດ 5 ຄົນ ທີ່ຖືກກ່າວຫາວ່າ ພົວພັນໃນການ ຫາຍສາບ ສູນຂອງນັກທຸຣະກິດຊາວ SAUDI ARABIA ເມື່ອ 20 ປີ ຜ່ານມາແລ້ວນັ້ນ. ສຳນັກງານອະ ທິໄອຍະການຂອງໄທກ່າວວ່າ ຕົນໄດ້ຟ້ອງພົນ ຕຳຣວດໂທ ສົມຄິດ ບຸນຖນອມ ແລະຕຳຣວດ ອີກ 4 ຄົນ ໃນຂໍ້ຫາ ຂ້າຄົນໂດຍເຈຕນາ ແລະຈັບກຸມຄຸມຂັງ ແບບຜິດກົດໝາຍ ທີ່ພົວພັນກັບ ການເສັຽຊີວິດ ຂອງນາຍ MOHAMMAD AL-RUWAILI ໃນປີ 1990. ອາຊຍາກັມ ທີ່ວ່ານີ້ ແມ່ນພົວພັນກັບ ການລັກຂະໂມຍ ເພັດພອຍມູນຄ່າ ຫຼາຍລ້ານໂດລາ ຈາກພຣະຣາຊວັງ SAUDI ARABIA ໃນປີ 1989. ຄົນງານໄທຜູ້ນຶ່ງ ທີ່ເຮັດວຽກ ຢູ່ພຣະຣາຊວັງ ໄດ້ຖືກຄຸກ ທີ່ປະເທດໄທ ໃນຖານມີ​ສ່ວນພົວພັນ ກັບການລັກຂະໂມຍດັ່ງກ່າວ. ແຕ່ເພັດພອຍ ທີ່ຖືກລັກຂະໂມຍ​ໄປນັ້ນ ມີ​ພຽງບາງສ່ວນ ຖືກກູ້ຄືນ​ມາ​ໄດ້ ຊຶ່ງພາໃຫ້ມີການສົງສັຍວ່າ ຕຳຣວດໄທ ໄດ້ເປັນຜູ້ກັກເອົາ ເພັດພອຍສ່ວນ​ທີ່​ເຫລືອ​ນັ້ນໄວ້. ຂະນະທີ່ ເຈົ້າໜ້າທີ່ SAUDI ARABIA ກົດດັນໃຫ້ ເຈົ້າໜ້າທີ່ໄທ ຄົ້ນຫາເພັດພອຍ ສ່ວນທີ່ເຫລືອນັ້ນ ກໍມີພະນັກງານການທູດ SAUDI ARABIA ຫຼາຍໆຄົນທີ່ບາງກອກ ໄດ້ຖືກຂ້າຕາຍ ໃນປີ 1989 ແລະນາຍ RUWAILI ໄດ້ຫາຍສາບສູນ ໃນປີ 1990.

ເຢເມນ: ກຳລັງຮັກສາຄວາມສະງົບ ຂອງ ເຢເມນ ໄດ້ສັງຫານ ຫົວໜ້າຂອງກຸ່ມກໍ່ການ ຮ້າຍ AL-QAIDA ທີ່ແຂວງ SHABWA ໃນພາກຕາເວັນອອກ ຂອງເຢເມນ. ທ່ານ ALI AHMADI ເຈົ້າແຂວງໆ SHABWA ກ່າວໃນວັນພຸດມື້ນີ້ວ່າ ກຳລັງຮັກສາຄວາມ ສະງົບ ຂອງເຢເມນ ໄດ້ສັງຫານ ຜູ້ຕ້ອງ ສົງສັຍ ວ່າເປັນຜູ້ນຳ ກຸ່ມກໍ່ການຮ້າຍຄົນນີ້ ໃນລະຫວ່າງ ການບຸກເຂົ້າໄປກວດຄົ້ນ ເຮືອນຂອງ​ຜູ້ກ່ຽວ. ນອກນັ້ນແລ້ວ ເຈົ້າໜ້າທີ່ ຮັກສາຄວາມສະງົບ ຍັງເວົ້າວ່າ ທະຫານຣັຖບານ ເຢເມນ 2 ຄົນ ໄດ້ເສັຽຊີວິດ ໃນການດັກສະກັດໂຈມຕີ ຢູ່ທາງສາຍນຶ່ງ ໃນແຂວງ SHABWA ໃນວັນພຸດມື້ນີ້. ເຢເມນ ໄດ້ກາຍເປັນ ເຂດແນວໜ້າ ໃນການດຳເນີນ ຄວາມພະຍາຍາມ ທີ່​ນຳພາ​ໂດຍສະຫະຣັດ ເພື່ອປາບປາມ ພວກມຸສລິມ ຫົວຮຸນແຮງ ຫລັງຈາກ ກຸ່ມກໍ່ການຮ້າຍ AL-QAIDA ຈຸນຶ່ງ ທີ່ມີີຖານປະຕິບັດງານ ໃນເຢເມນກ່າວວ່າ ຕົນເປັນຜູ້ຢູ່ເບື້ອງຫລັງ ການວາງແຜນ ເພື່ອວາງຣະເບີດໂຈມຕີ ເຮືອບິນໂດຍສານ ທີ່ເດີນທາງມາຍັງ ສະຫະຣັດ ທີ່ບໍ່ປະສົບ ຄວາມສຳເຣັດ ໃນວັນບຸນ ຄຣິສຕ໌ມາສນັ້ນ.

ແທັກຊີ - ຊື່ສັດ: ຄົນຂັບຣົດແທັກຊີ່ຄົນ​ນຶ່ງ ທີ່ນະຄອນນິວ ຢອກ ກ່າວວ່າ ລາວໄດ້​ເອົາກະເປົ໋າເງິນ ທີ່ມີເງິນສົດຢູ່ຫຼາຍ ກວ່າ 21 ພັນໂດລາ ແລະເຄື່ອງເພັດພອຍຈຳນວນນຶ່ງໄປ​ສົ່ງ​ ຄືນ ໃຫ້ແກ່ເຈົ້າຂອງ ຍ້ອນວ່າແມ່ຂອງລາວ​ເຄີຍໄດ້ສັ່ງສອນ ຢູ່ສເມີວ່າ ໃຫ້ເປັນຄົນສັດຊື່. ນັກທ່ອງທ່ຽວ​ແມ່ຍິງ​ ຊາວອີຕາ ລີຄົນນຶ່ງ ໄດ້ລືມກະເປົ໋າເງິນຂອງລາວ ໄວ້ຢູ່ໃນຣົດແທັກຊີ ຂອງນາຍ MOHAMMAD ASAUDUJJAMAN ເວລາ ລາວລົງຣົດໄປ ທີ່ສະຖານີຣົດໄຟ ນະຄອນນິວຢອກ. ຫລັງ ຈາກຮູ້​ເມື່ອ​ໂຕວ່າ ກະເປົ໋າຂອງລາວ ໄດ້ເສັຽ​ໄປແລ້ວ ​ແມ່ຍິງ​ຄົນ​ນັ້ນ ກໍ​ໄດ້​ໄປ​ແຈ້ງຕຳຣວດ ​ແຕ່​ຕຳຣວດ ໄດ້ບອກ​ລາວວ່າ ມີໂອກາດນ້ອຍທີ່ສຸດ ທີ່ລາວຈະໄດ້ເງິນຄືນມາ. ແຕ່ນາຍ ASAUDUJJAMAN ທີ່ມາຈາກ ບັງກລາແດັສ ໄດ້ຂັບຣົດ ໄປຍັງບ້ານເລກທີ່ ທີ່ລາວໄດ້ພົບເຫັນ ຢູ່ໃນກະເປົ໋າເງິນນັ້ນ ແລະ​ເອົາ​ກະ​ເປົາເງິນ ແລະຂອງມີຄ່າຕ່າງໆ ທີ່ລາວໄດ້ພົບເຫັນ ຢູ່ໃນຣົດແທັກຊີ່ ຂອງລາວນັ້ນ ​ໄປ​ສົ່ງ​ຄືນ​ໃຫ້​ ຄົນ​ໂດຍສານ​ຂອງ​ລາວ ກັບ​ມື.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG