ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວມີພາບພົດດີຂຶ້ນຫລັງຈາກຊີເກມ


ສປປ ລາວ ຊຶ່ງເປັນ​ປະ​ເທດ​ນ້ອຍໆ​ໃນຂົງ​ເຂດ​ເອ​ເຊັຍ​ຕາ​ເວັນ​ອອກສຽງ​ໃຕ້ ​ໄດ້​ເປັນ​ເຈົ້າພາບ​ຈັດການ​ແຂ່ງຂັນ​ກິລາ​ແຫ່ງ​ພາກ​ພື້ນ​ເອ​ເຊັຍ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ຫລື​ SEA Games ຂຶ້ນ​ເປັນ​ຄັ້ງທຳ​ອິດ​ໃນ​ເດືອນ​ແລ້ວ​ນີ້ ​ເຮັດ​ໃຫ້​ລາວ​ມີຊື່​ສຽງ​ເປັນ​ທີ່​ຮູ້ຈັກ​ຫລາຍ​ຂຶ້ນໃນ​ທົ່ວ​ໂລກ ​ແລະໄດ້​ຮັບການ​ສົ່ງ​ເສີມ​ທາງ​ດ້ານ​ເສດຖະກິດ. ຜູ້​ສື່​ຂ່າວ​ວີ​ໂອ​ເອ ປະ​ຈຳ​ບາງກອກ ທີ່​ໄດ້​ເດີນທາງ​ໄປ​ຢ້ຽມຢາມນະຄອນຫລວງ​ວຽງຈັນ ລາຍ ງານ​ມາວ່າ ການ​ເຕີບ​ໂຕ​ຂອງ​ປະ​ເທດລາວ ທ່ີ​ບໍ່​ມີ​ທາງ​ອອກ​ສູ່​ທະ​ເລນັ້ນ​ແມ່ນກາງ​ຕໍ່​ນຳ​ການ​ສົ່ງ​ອອກ​ຊັບພະຍາກອນ​ທັມມະ​ຊາດ ​ແຕ່ປັດຈຸບັນ​ນີ້​ລາວ​ກຳລັງ​ສົນ​ໃຈເຮັດ​ໃຫ້ການທ່ອງທ່ຽວ​ມີ​ບົດບາດ​ສຳຄັນຫລາຍ​ຂຶ້ນໃນ ການຂຍາຍ​ເສດ​ຖະກິດຂອງ​ຕົນ​.

//ສຽງເປີດການແຂ່ງຂັນກີລາຊີເກມ//
ການ​ແຂ່ງຂັນ​ກີລາ​ຊີ​ເກ​ມຄັ້ງ​ທີ 25 ​ໄດ້​ໄຂ​ຂຶ້ນ​ ທ່ີ​ສປປລາວ​ ດ້ວຍ​ການ​ຟ້ອນ​ລຳ​ທຳ​ເພງ​ສະ​ແດງ​ວັທະນະ​ທຳຢ່າງຟົດ​ຟື້ນ​ມ່ວນ​ຊື່ນ ​ໃນ​ຂະນະ​ທ່ີ​ນັກກີລາ​ຈາກ 11 ປະເທດ ຍ່າງ​ຜ່ານ​ສະໜາມ​ກີລາ​ແຫ່ງ​ຊາດ​ອັນໃໝ່. ລາວ​ໄດ້​ຮັບ​ຄຳ​ຍ້ອງຍໍ​ສັນລະ​ເສີນ ​ແລະການ​ຮັບ​ຮູ້ຢ່າງ​ກ້ວາງ​ຂວາງ​ຈາກ ການ​ເປັນ​ເຈົ້າພາບ​ຈັດງານ​ແຂ່ງຂັນ​ດັ່ງກ່າວ ເຖິງ​ແມ່ນ​ວ່າລາວຕ້ອງ​ໄດ້ ​ອາ​ໄສ​ການ​ຊ່ອຍ​ເຫລືອ​ຈາກ​ຈີນ ໃນ​ການກໍ່ສ້າງ​ສະໜາມ​ກີລາ​ແຫ່ງ​ຊາດແຫ່ງ​ໃໝ່​ນີ້ ​ອາ​ໄສ​ວຽດນາມໃນ​ການ​ປຸກ​ສ້າງບ້ານ​ພັກ​ສຳລັບນັກກີລາ
​ແລະ​ອາ​ໄສການ​ຊ່ອຍ​ເຫລືອ​ດ້ານການ​ເງິນ​ຈາກ​ເກົາຫລີ​ໃຕ້ ຍີ່​ປຸ່ນ​ແລະ​ປະ​ເທດ​ອື່ນໆ​ອີກ.

/// ສຽງທ່ີຮ້າຍຂາຍເຄື່ອງທ່ີລະລຶກ///
ທ້າວ​ໂຖ​ ພ້ອມ​ຜົນ ​ເຈົ້າ​ຂອງ​ຮ້ານ​ຂາຍ​ເຄື່ອງ​ທ່ີ​ລະ​ລຶກ ແລະ​ຂອງ​ກິນ ຫລີ້ນ ​ຢູ່​ທາງໜ້າ​ສະໜາມ​ກີລາ​ແຫ່ງ​ຊາດ​ໃໝ່ ກ່າວ​ວ່າ ປະ​ເທດລາວ​ຄວນ​ຈະ​ມີ​ຄວາມ​ພາກພູມ​ໃຈ​ ທີ່​ໄດ້​ເປັນ​ເຈົ້າພາບ​ຈັດການ​ແຂ່ງຂັນ​ຄັ້ງ​ນີ້:
ສຽງທ້າວໂຖເປັນພາສາລາວ:…..
ລາວ​ເປັນ​ປະ​ເທດຄອມ​ມີ​ວນິດ​ທ່ີ​ທຸກ​ຈົນ ປົກຄອງ​ດ້ວຍ​ພັກ​ການ​ເມືອງພັກດຽວ​ ​ແລະ​ການຢູ່​ຢ່າງໂດດດ່ຽວ​ຈາກ​ປະຊາ​ຄົມນາໆ​ຊາດ ​ໄດ້ເຮັດ​ໃຫ້​ລາວ​ລອດ​ພົ້ນ​ຈາກ​ວິ​ກິດ​ການ​ການ​ເງິນ​ໂລກ. ​ເສດຖະກິດ​ຂອງ​ລາວ​ມີ​ການ ເຕີບໃຫຍ່​ຂະຫຍາຍໂຕ​ ​ໃນ​ອັດຕາປະມານ 7 ​ເປີ​ເຊັນ​ຕໍ່​ປີ ​ຊື່​ງສ່ວນ​ໃຫຍ່ແມ່ນ​ໄດ້​ມາ​ຈາກ​ການ​ສົ່ງ​ອອກ ຊັບພະຍາ ກອນບໍ່ແຮ່​ແລະ​ກະ​ແສ​ໄຟຟ້າ. ​ເຖິງຢ່າງ​ໃດ​ກໍ​ດີ ລາວຍັງ​ຄົງເປັນ​ປະ​ເທດ​ທ່ີ​ປະຊາຊົນ​ສ່ວນ​ໃຫຍ່ ອາ​ໄສ​ການ​ກະ​ເສດ​ເປັນ​ພື້ນຖານ​ໃນການ​ດຳຣົງຊີວິດ​ ​ເຊ່ນ​ແມ່ຍິງ​ຄົນ​ນີ້ ນາງ​ຂັນ ທີ່​ປູກ​ຜັກ​ປູກ​ໝີ່​ຂາຍລ້ຽງ​ຊີບ
///ສຽງນາງຂັນຖອກນ້ຳຫົດສວນຜັກຂອງລາວ///
ນາງ​ຂັນ​ພວມ​ຖອກ​ນ້ຳ​ລົງ​ໃສ່​ຄຸ​ ​ເພື່ອ​ເອົາ​ໄປ​ຫົດ​ສວນ​ຜັກ​ຂອງ​ລາວ​. ນາງໄດ້​ເຮັດ​ສວນ​ປູກ​ຜັກ​ຂາຍ ມາ​ເປັນ​ເວລາ 20 ປີ​ແລ້ວ. ນາງ​ກ່າວ​ວ່າ ນາງ​ຫາ​ເງິນ​ໄດ້​ພຽງ​ແຕ່​ພໍ​ລ້ຽງກຸ້ມຄອບຄົວ 8 ຄົນຂອງ​ນາງ​ໄປ​ໃນ​ແຕ່​ລະ​ມື້:
ສຽງນາງຂັນເປັນພາສາລາວ
ປະ​ເທດລາວ​ດຳລົງ​ຄົງ​ໂຕ​ຢູ່​ໄດ້ ດ້ວຍ​ອາ​ໄສ​ກາງ​ຕໍ່​ນຳການ​ຊ່ອຍ​ເຫລືອ​ແລະ​ເງິນ​ກູ້​ຢືມ​ຈາກ​ຕ່າງປະ​ເທດ ​ມາ​ເປັນ​ເວລາ​ດົນ​ນານ​ແລ້ວ​. ບັນດາ​ນັກ​ເສດຖະສາດ​ກ່າວ​ວ່າ ການ​ເຕີບ​ໂຕ​ຢ່າງ​ໄວຂອງ​ເສດຖະກິດ​ ​ໄດ້ຊ່ອຍ​ລົດ​ຜ່ອນໜີ້​ສິນ​ຕ່າງປະ​ເທດ​ຂອງ​ລາວ​ລົງ ​ແຕ່​ການ​ກາງ​ຕໍ່​ທາງ​ດ້ານ​ເສດຖະກິດ​ນຳ​ຊັບພະຍາກອນ​ທັມມະ​ຊາດ​ນັ້ນ​ ບໍ່​ໄດ້​ສ້າງ​ທຸລະ​ກິດ​ ຂະໜາດ​ນ້ອຍ ​ຫລືສ້າງໜ້າ​ວຽກຂຶ້ນ​ຢ່າງ​ພຽງພໍ​ ຢູ່ໃນ​ປະ​ເທດ. ທ່ານ Gil-Hong Kim ຜູ້ອຳນວຍ ການ​ທະນາຄານ​ພັດທະນາ​ເອ​ເຊັຍ​ປະຈຳ​ລາວ​ກ່າວ​ວ່າ ປະ​ເທດ​ລາວ​ບໍ່​ຄວນ​ຈະ​ກາງ​ຕໍ່​ນຳ​ແຕ່​ການ​ສົ່ງ​ອອກ ສິນຄ້າ​ປະ​ເພດ​ວັດຖຸ​ດິບ ​ເພື່ອ​ການ​ເຕີບ​ໂຕຂອງເສດຖະກິດ​ຂອງ​ຕົນນັ້ນຊຶ່ງ​ທ່ານ ຄິມ ກ່າວ​ດັ່ງ​ນີ້:
"ເພື່ອແບ່ງປັນຜົນປະໂຫຍດຈາກພາກສ່ວນຊັບພະຍາກອນທັມມະຊາດກັບພວກຄົນທັງໝົດ ແລະກັບພລາຍຄົນທ່ີເພ່ີມຂຶ້ນ ລວມທັງກັບພວກຄົນລາວຫລາຍເພ່ີມຂຶ້ນນັ້ນ ມັນເປັນເຣື່ອງສຳຄັນ ທ່ີສຸດທ່ີຈະຕ້ອງມີໂຄງສ້າງເສດຖະກິດທ່ີສົມດຸນແລະກ້ຳເກິ່ງກັນ ສຳລັບການເຕີບໂຕທ່ີແທ້ຈິງ ຂອງເສດຖະກິດນັ້ນ."

​ເວລາ​ນີ້ ຣັຖບານ​ລາວກຳລັງ​ສົ່ງ​ເສີມ​ການທ່ອງທ່ຽວ​ເພື່ອ​ປັບ​ປຸງ​ພື້ນຖານ​ຂອງເສດຖະກິດ​ຂອງ​ຕົນ ​ໃຫ້​ມີ​ຫລາຍ​ພາກສ່ວນ​ ແລະ​ສົ່ງ​ເສີມ​ທຸລະ​ກິດ​ໃນເຂດ​ທ້ອງ​ຖິ່ນ. ທ່ານ​ຄິມກ່າວ​ວ່າ ການ​ເປັນ​ເຈົ້າພາບຈັດ ການ​ແຂ່ງຂັນ​ກີລາ​ຊີ​ເກ​ມ ​ແມ່ນ​ໄດ້ຊ່ວຍ​ກະ​ຕຸ້ນ​ເສດຖະກິດຂອງ​ລາວແຕ່ ​ພຽງໃນ​ໄລຍະ​ສັ້ນເທົ່ານັ້ນ. ທ່ານ​ຄິມກ່າວ​ຕໍ່​ໄປວ່າ ແຕ່ວ່າບາງທີ​ສິ່ງ​ສຳ ຄັນ​ໄປ​ກວ່າ​ນັ້ນ ກໍການ​ແຂ່ງຂັນ​ກີລານີ້​ ຈະ​ຊ່ອຍ​ປັບປຸງ​ພາບ​ພົດ​ຂອງ​ລາວ​ ​ໃຫ້​ດີ​ຂຶ້ນ ​ໃນ​ສາຍຕາ​ຂອງ​ໂລກ​ພາຍ​ນອກ​.

XS
SM
MD
LG