ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ່ານນາງຄລິນຕັນ ກຳລັງຢູ່ທີ່ຣັດຮາວາຍ ເພື່ອພົບປະກັບ ຣັຖມຸນຕຣີຕ່າງປະເທດຍີ່ປຸ່ນ


ຄລິນຕັນ - ປາຊີຟິກ: ຣັຖມຸນຕຣີການຕ່າງປະ ເທດສະຫະຣັດ ທ່ານນາງ HILLARY CLINTON ໄດ້ພົບປະ ກັບຣັຖມຸນຕຣີ ການຕ່າງປະເທດ ຍີ່ປຸ່ນ ທ່ານ KATSUYA OKADA ທີ່ຣັດຮາວາຍ ໃນ ວັນອັງຄານມື້ນີ້ ໃນການເຈຣະຈາຫາຣື ທີ່ຄາດວ່າ ຈະເພັ່ງເລັງໃສ່ ການບໍ່ລົງຮອຍກັນກ່ຽວກັບຖານທັບ ຂອງສະຫະຣັດ ທີ່ເກາະໂອກີນາວາ. ທ່ານນາງ CLINTON ໄດ້ຢຸດແວ່ ທີ່ຣັດຮາວາຍ ເປັນບ່ອນ ທຳອິດ ໃນການຢ້ຽມຢາມ ຂົງເຂດປາຊີຟິກ ຊຶ່ງຈະຮວມທັງ ປະເທດອອສເຕຣເລັຽ ນິວຊີແລນ ແລະ ປາປວານິວກີເນັຽນຳ. ໃນມື້ວານນີ້ ທ່ານນາງ CLINTON ກ່າວວ່າ ທ່ານນາງຄາດວ່າ ການເຈຣະຈາ ຈະເພັ່ງເລັງໃສ່ ຄວາມສຳຄັນ ຂອງຄວາມສັມພັນ 50 ປີ ລະຫວ່າງ ສະຫະຣັດ ກັບຍີ່ປຸ່ນ ຊຶ່ງເປັນນຶ່ງ ໃນບັນດາ ປະເທດພັນທະມິດ ທີ່ສຳຄັນສຸດ ຂອງສະຫະຣັດ ຢູ່ໃນຂົງເຂດ. ແຕ່​ເຣື່ອງຊະຕາກັມ ຂອງຖາບທັບອາກາດ FUTENMA ທີ່ເກາະໂອກີນາວາ ໄດ້ຄອບງຳ ຄວາມສັມພັນ ລະຫວ່າງ ປະເທດທັງສອງ ເມື່ອໄວໆມານີ້. ນາຍົກຣັຖມຸນຕຼີ ຄົນໃໝ່ຂອງຍີ່ປຸ່ນ ທ່ານ YUKIO HATOYAMA ໄດ້ຕັ້ງຄຳຖາມ ກ່ຽວກັບຂໍ້ຕົກລົງ ປີ 2006 ທີ່ຈະຍ້າຍ ຖານທັບອາກາດດັ່ງກ່າວ ອອກ​ຈາກ ເຂດເທສບານ ທີ່ມີປະຊາຊົນ ອາສັຍຢູ່ ຢ່າງແອອັດ ໄປຍັງເຂດ ທີ່ມີປະຊາຊົນ ອາສັຍຢູ່ ຢ່າງບໍ່ແໜ້ນໜາ ຂອງເກາະໂອກີນາວາ.

ຈີນ - ໃຕ້ຫວັນ - ສະຫະຣັດ: ຈີນກ່າວວ່າ ຕົນໄດ້ປະສົບ ຄວາມສຳເຣັດ ໃນການທົດລອງ ເທັກໂນໂລຈີທາງທະຫານ ທີ່ແນໃສ່ເພື່ອສະກັດ ກັ້ນ ລູກສອນໄຟ ຢູ່ກາງອາກາດ. ຈີນປະກາດ ຂ່າວ​ນີ້​ ໃຫ້​ຊາບ ໃນວັນອັງຄານມື້ນີ້ ໂດຍເວົ້າ ວ່າ ການທົດລອງແມ່ນມີລັກສະນະປ້ອງກັນ​ໂຕ ແລະບໍ່​ໄດ້ມີຈຸດປະສົງ ແນໃສ່ປະເທດໃດ ປະ ເທດນຶ່ງ. ສື່ມວນຊົນ ຂອງຈີນກ່າວວ່າ ການ ທົດລອງ ໄດ້ບັນລຸຜົນ ຕາມທີ່ຄາດໝາຍໄວ້ ແຕ່ບໍ່ໄດ້ໃຫ້ການ ອະທິບາຍເພີ້ມຕື່ມ. ການປະກາດທີ່ວ່ານີ້ ໄດ້ມີຂຶ້ນ ຫລັງຈາກການຕັດສິນໃຈ ຂອງວໍຊິງຕັນ ໃນສັບປະດາແລ້ວ ທີ່ຈະອະນຸມັດ ການຂາຍຣະບົບ ຕໍ່ຕ້ານລູກສອນໄຟ PATRIOT ຊຶ່ງເປັນອາວຸດ ທີ່ກ້າວໜ້າທັນສມັຍ ຂອງສະຫະຣັດ ໃຫ້ແກ່ໃຕ້ຫວັນ ອັນເປັນພາກສ່ວນນຶ່ງ ຂອງຂໍ້ຕົກລົງ ຂາຍອາວຸດ ມູນຄ່າຫລາຍກວ່າ 6 ພັນ 500 ລ້ານໂດລາ ໃນມື້ວັນຈັນວານນີ້ ອົງການຂ່າວ XINHUA ຂອງທາງການຈີນ ເອີ້ນການຂາຍອາວຸດ ດັ່ງກ່າວນີ້ວ່າ ເປັນພັຍອັນຕະລາຍ ຕໍ່ຄວາມສັມພັນ ຈີນ-ສະຫະຣັດ ແລະກ່າວຢ້ຳ ເຖິງຖແລງການ ປະທ້ວງຂອງປັກກິ່ງ ໃນສັບປະດາແລ້ວ.

ອິນໂດເນເຊັຽ - ກອງທັບ: ກຸ່ມປົກປ້ອງສິດທິ ມະນຸດກຸ່ມນຶ່ງ ໄດ້ກ່າວຫາອິນໂດເນເຊັຽວ່າ ບໍ່ສາ ມາດຍຸຕິການພົວພັນ ໃນການເຮັດທຸຣະກິດຂອງ ພວກທະຫານ ຫລືເຮັດໃຫ້ກອງທັບ ທີ່ມີອິດທິພົນ ນັ້ນ ຂື້ນ​ກັບ​ຫລືຮັບຜິດຊອບ ຕໍ່ເຈົ້າໜ້າທີ່ ພົລເຮືອນ ໄດ້ຢ່າງເຕັມທີ່. ກຸ່ມປົກປ້ອງ ສິດທິມະນຸດ HUMAN RIGHTS WATCH ກ່າວໃນລາຍງານ ສະບັບນຶ່ງ ທີ່ນຳອອກເຜີຍແຜ່ ໃນວັນອັງຄານ ມື້ນີ້ວ່າ 5 ປີຫລັງຈາກ ຣັຖບານອິນໂດເນເຊັຽ ​ໄດ້​ໃຫ້​ຄຳ​ໝັ້ນໝາຍ ທີ່ຈະຍຸຕິ ການເຮັດທຸຣະກິດ ຫາລາຍໄດ້ ຂອງທາງກອງທັບ ຄຳໝັ້ນສັນຍາ ກ່ຽວກັບການ ປະຕິຮູບດັ່ງກ່າວ ກໍຍັງບໍ່ສາມາດ ເຮັດໄດ້ເທື່ອ. ລາຍງານເວົ້າວ່າ ທັງໆທີ່ກົດໝາຍ ສະບັບປີ 2004 ໄດ້ສັ່ງໃຫ້ ກອງທັບອິນໂດເນເຊັຽ ຢຸດເຊົາຫລື ຖອນອອກໄປ ຈາກພາກສ່ວນ ທຸຣະກິດກໍ​ຕາມ ຕົກມາຮອດທ້າຍປີ 2009 ນັ້ນ ບັນດາພວກນາຍພົນ ໃນກອງທັບ ອິນໂດເນເຊັຽ ກໍຍັງສືບຕໍ່ ຄວບຄຸມ 23 ມູນນິທິ ແລະ 1 ພັນກວ່າ ສະຫະກອນ ຮວມທັງເປັນເຈົ້າຂອງ ບໍຣິສັດຕ່າງໆ 55 ບໍຣິສັດ.

ອີຣ່ານ: ທີ່​ປະ​ເທດ​ອິຣ່ານ ໄດ້ເກີດເຫດຣະເບີດ ທີ່ເຮັດໃຫ້ນັກຟິສິກ ໃນດ້ານນິວເຄລັຽຂອງອີຣ່ານ ຄົນນຶ່ງ ເສັຽຊີວິດ ທີ່ນະຄອນຫລວງ ເຕຫະຣ່ານ. ເຈົ້າໜ້າທີ່ກ່າວວ່າ DR. MASSOUD ALI MOHAMMADI ນັກວິທຍາສາດ ໃນດ້ານນິວ ເຄລັຽ ແລະ ອາຈານສອນ ທີ່ມະຫາວິທຍາລັຍ ເຕຫະຣ່ານ ໄດ້ເສັຽຊີວິດ ໃນວັນອັງຄານມື້ນີ້ເວ ລາຣະເບີດລູກນຶ່ງທີ່ຫ້າງໃສ່ຣົດຈັກ ໄດ້ແຕກຂຶ້ນ ຢູ່ນອກເຮືອນຂອງທ່ານ. ໂທຣະພາບ ຂອງທາງ ການອີຣ່ານ ລາຍງານວ່າ ເຫດຣະເບີດ ທີ່ວ່ານີ້ ໄດ້ເກີດຂຶ້ນ ທີ່ຄຸ້ມ QEYTARIYEH ທາງກ້ຳເໜືອ ຂອງນະຄອນຫລວງ ເຕຫະຣ່ານ. ໄອຍະການຄົນນຶ່ງ ຂອງອີຣ່ານ ກ່າວວ່າ ຕຳຣວດຍັງ ບໍ່ທັນສາມາດຈັບ ຜູ້ຕ້ອງສົງສັຍ ໃນການໂຈມຕີດັ່ງກ່າວ ໄດ້ເທື່ອ ແຕ່ໂທຣະພາບຂອງຣັດ ໄດ້ຖິ້ມໂທດການໂຈມຕີ​ ໃນ​ຄັ້ງນີ້ ໃສ່ສາຍລັບ ຂອງສະຫະຣັດ ແລະອິສຣາແອລ. ຍັງບໍ່ທັນ ເປັນທີ່ຈະແຈ້ງເທື່ອວ່າ ທ່ານ MOHAMMADI ມີການພົວພັນ ກັບໂຄງການນິວເຄລັຽ ຂອງອີຣ່ານຫລືບໍ່? ພວກຕາເວັນຕົກ ສົງສັຍວ່າ ​ໂ​ຄງການ ນິວ​ເຄລັຽ ຂອງ​ອິຣ່ານ ມີີຈຸດປະສົງແນໃສ່ ເພື່ອຈະສ້າງ ອາວຸດນິວເຄລັຽ.

ອີຣັກ: ກຳລັງຮັກສາຄວາມສະງົບ ຂອງອີຣັກ ໄດ້ປິດບາງເຂດ ຂອງນະຄອນຫລວງແບັກແດັດ ໃນວັນອັງຄານມື້ນີ້ ເພື່ອປະຕິບັດງານ ໃນການ ຊອກຄົ້ນຫາຣະເບີດຣົດ ທີ່​ຝ່າຍ​ກະບົດ ​ອາ​ດ​ໄດ້​ຫ້າງ​ໄວ້​ນັ້ນ. ເຈົ້າໜ້າທີ່ອີຣັກໄດ້ນຳໃຊ້ມາຕການ ຮັກສາຄວາມປອດພັຍຢ່າງເຄັ່ງຄັດແລະໄດ້ຈຳກັດ ການສັນຈອນໄປມາ ຫລັງຈາກໄດ້ຮັບຄຳຂູ່ວ່າ ​ອາດຈະມີການໂຈມຕີ ດ້ວຍຣະເບີດຣົດ ຢູ່ໃນນະຄອນຫລວງອີຣັກ ໃນຕອນເຊົ້າ ຂອງວັນອັງຄານມື້ນີ້. ການປະຕິບັດງານ ຮັກສາ​ຄວາມ​ປອດ​ພັຍ ທີ່ວ່ານີ້ ມີຂຶ້ນຂະນະທີ່ອີຣັກ ພວມກະກຽມ ການເລືອກຕັ້ງ ສະພາແຫ່ງຊາດ ໃນທົ່ວປະເທດ ໃນເດືອນມີນາ ຈະມາເຖິງນີ້. ເຈົ້າໜ້າທີ່ເຕືອນວ່າ ພວກກະບົດ ທີ່ພະຍາຍາມ ຈະຣົບກວນ ການປ່ອນບັດ ອາດຈະເປີດສາກໂຈມຕີ ຂະນະທີ່ ການເລືອກຕັ້ງ ຫຍັບໃກ້ເຂົ້າມາ. ໃນໄລຍະ ສອງສາມເດືອນ ຜ່ານມານີ້ ໄດ້ມີການໂຈມຕີ ດ້ວຍຣະເບີດ ຂນາດແຮງ ຫລາຍໆຄັ້ງ ທີ່ນະຄອນຫລວງແບັກແດັດ ສ່ວນໃຫຍ່ແລ້ວ ແມ່ນໄດ້ແນໃສ່ ຕຶກອາຄານ ຂອງຣັຖບານ.

ອັຟການິສຖານ: ການຢັ່ງຫາງສຽງຄັ້ງໃໝ່ຂອງ ປະຊາຊົນ ໃນອັຟການິສຖານ ສະແດງໃຫ້ເຫັນ ວ່າ ເວລານີ້ປະຊາຊົນ ອັຟການິສຖານ ສ່ວນໃຫຍ່ ມີຄວາມເຫັນ ໄປໃນແງ່ດີ ກ່ຽວກັບອະນາຄົດ ຂອງພວກເຂົາເຈົ້າ ແລະການນຳພາ ຂອງປະທານາທິບໍດີ HAMID KARZAI. ການຢັ່ງຫາງສຽງ ຊຶ່ງໄດ້ຮັບ ຄວາມອຸບປະຖັມ ຈາກອົງການ ອອກອາກາດ ຂອງສະຫະຣັດ ອັງກິດ ແລະເຢັຽຣະມັນ ກ່າວວ່າ 70% ຂອງຊາວ ອັຟການິສຖານເຊື່ອວ່າ ປະເທດຂອງເຂົາເຈົ້າ ກຳລັງມຸ່ງໜ້າ ໄປໃນທິດທາງ ທີ່ຖືກຕ້ອງ. ໃນປີກາຍນີ້ ມີແຕ່ 40% ຂອງຊາວອັຟການິສານ ທີ່ຖືກຢັ່ງສຽງ​ເທົ່ານັ້ນ ທີ່ລາຍ​ງານ​ວ່າ ເຂົາເຈົ້າມີຄວາມເຫັນ ໄປໃນແງ່ດີ ກ່ຽວກັບອະນາຄົດ ຂອງປະເທດ. ປະມານ 72% ຂອງປະຊາຊົນ ຊາວອັຟການິສຖານ ​ໃຫ້ຄະ​ແນນ ປະທານາທິບໍດີ KARZAI ວ່າ ດີເລີດຫລືດີ. ການຢັ່ງຫາງສຽງ ຍັງໃຫ້ຂໍ້ສັງເກດວ່າ ມີການສນັບສນຸນ ຢ່າງເຂັ້ມແຂງ ຕໍ່ກຳລັງ ທະຫານອະເມຣິກັນ ແລະການຄັດຄ້ານ ໃນຂອບເຂດ ທີ່ກວ້າງຂວາງ ຕໍ່ພວກກະບົດ ທາລີບານ ຄື 69% ຂອງພວກທີ່ຕອບຄຳຖາມ ເອີ້ນກຸ່ມທາລີບານວ່າ ເປັນພັຍອັນຕະລາຍ ທີ່ໃຫຍ່ທີ່ສຸດ ຕໍ່ອັຟການິສຖານ.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG