ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໕ ພຶດສະພາ ໒໐໒໔

ຕຳຫລວດອັງໂກລາຈັບຜູ້ຕ້ອງສົງໄສ 2 ຄົນ ພົວພັນການໂຈມຕີທີມບານເຕະໂຕໂກ


ຂ່າວ​ຄືບ​ໜ້າ ກ່ຽວ​ກັບ​ການ​ໂຈມ​ຕີ​ທີ​ມບານ​ເຕະ​ຂອງ Togo: ຕຳຫລວດ​ອັງ​ໂກລາ ​ໄດ້​ຈັບ​ກຸມ​ 2 ຄົນ​ທ່ີສົງ​ໄສວ່າ ມີ​ສ່ວນພົວພັນ​ກັບ​ການ​ດັກ​ສະກັດ​ໂຈມ​ຕີ​ທີ​ມບານ​ເຕະ​ແຫ່ງ​ຊາດ​ຂອງ​ໂຕ​ໂກ ຊຶ່ງ​ໄດ້​ເຮັດ​ໃຫ້ມີຜູ້ຄົນ​ເສັຍ​ຊີວິດ​ໄປ 3 ຄົນ​ແລະ​ໄດ້​ຮັບ​ບາດ​ເຈັບ​ອີກ 7 ຄົນ​ນັ້ນ. ພວກ​ຜູ້​ຕ້ອງ​ສົງ​ໄສ 2 ຄົນ​ນີ້​ ໄດ້​ຖືກ​ຈັບ​ກຸ​ມ ທ່ີ​ແຂວງ Cabinda ທ່ີ​ອຸດົມ​ຮັ່ງມີ​ດ້ວຍ​ບໍ່​ນ້ຳມັນ ​ໃນ​ເຂດ​ດຽວ​ກັນ​ກັບທ່ີ​ທີ​ມບານ​ເຕະຂອງ​ໂຕ​ໂກ ​ຖືກ​ໂຈມ​ຕີ​ໃນ​ວັນ​ສຸກ​ຜ່ານ​ມາ​ນີ້ ຊື່​ງພວກ​ມື​ປືນ​ໄດ້​ສັງຫານຄົນ​ຂັບ​ລົດ​ບັສ ຜູ້​ຊ່ອຍ​ຫົວໜ້າ​ຄູ​ເຝິກ ​ແລະ​ໂຄສົກ​ປະຈຳ​ທີ​ມຊາດຂອງ​ໂຕໂກ​. ກຸ່ມ​ກະບົດແບ່ງ​ແຍກ​ດິນ​ແດນກຸ່ມ​ນື່ງ ​ໄດ້​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ໃນ​ການ​ໂຈມ​ຕີ​ດັ່ງກ່າວ ​ແລະ​ເວົ້າ​ວ່າ ພວກ​ເຂົາ​ບໍ່​ໄດ້​ແນ​ເປົ້າ​ໝາຍ​ໃສ່​ ທີ​ມບານເຕະ​ໂຕ​ໂກ ​ແຕ່​ແນ​ໃສ່​ກຳລັງ​ຮັກສາ​ຄວາມ​ປອດ​ໄພ​ຂອງ​ອັງ​ໂກລາ.ທີ​ມບານ​ເຕະ​ແຫ່ງ​ຊາດ​ໂຕ​ໂກ ​ໄດ້​ຖອນໂຕ​ອອກ​ຈາກ​ແຂ່ງຂັນ​ຊີງແຊ້ມ ກິລາ​ບານ​ເຕະ​ຂອງ​ບັນດາ​ປະ​ເທດ​ອະ​ຟຣິກາ ​ແລະ​ເວລາ​ນີ້​ ​ໄດ້ເດີນ ທາງ​ ກັບ​ຄືນ​ໄປຮອດ​ປະ​ເທດ​ແລ້ວ.
ສະມາຊິກຣັຖສະພາ​ສະຫະຣັດຢ້ຽມຢາມ​ຊາວ​ມົ້ງທ່ີ​ກັບ​ຄືນປະ​ເທດ​ລາວ:ໜັງສືພິມ Vientiane Times ຂອງ​ທາງ​ການ​ລາວ ລາຍ​ງານຂ່າວວ່າ ຜູ້​ແທນ​ສະພາ​ຕ່ຳ​ສະຫະຣັດ 3 ທ່ານ​ໄດ້​ເດີນທາງ​ໄປ ​ຢ້ຽມຢາມ​ພວກອົບ​ພະຍົບມົ້ງ ທ່ີ​ຖືກທາງ​ການໄທ​ ສົ່ງ​ກັບ​ຄືນ​ປະ​ເທດ​ລາວ​ໃນ​ເດືອນ​ແລ້ວ​ນີ້.
​ທ່ານ Eni Faleomavaega ປະທານອະນຸ​ກັມມາທິການ​ວ່າ​ຂົງ​ເຂດ​ເອ​ເຊັຍ ຍ່ານ​ມະຫາສມຸດ​ປາຊີ​ຟິກ ​ແລະ​ສິ່ງ​ແວດ​ລ້ອມ​ຂອງ​ໂລກປະຈຳ​ ສະພາ​ຕ່ຳ ກ່າວໃນ​ການ​ໃຫ້​ສັມພາດ​ຕໍ່​ນັກ​ຂ່າວ​ທ່ີ​ນະຄອນຫລວງ​ວຽງ​ຈັນເມື່ອວັນ​ເສົາ​ຜ່ານ​ມາ​ນີ້ວ່າ “ບໍ່​ມີ​ຮ່ອງຮອຍ​ໃດໆ​ທ່ີ​ສະ​ແດງ​ໃຫ້​ເຫັນ​ວ່າ​ໄດ້​ມີ​ການຈຳ​ແນ​ກກີດກັນ ຫລື​ກັ່ນ​ແກ້ງ ຫລື​ປະຕິບັດ​ໃນ​ທາງ​ບໍ່​ດີ​ ຕໍ່​ພວກ​ອົບ​ພະຍົບ​ເຫລົ່າ​ນີ້​ ທ່ີ​ບ້ານ​ຜາ​ຫລັກນັ້ນ.”ຣັຖບານ​ໄທ​ໄດ້​ສົ່ງອົບ​ພະຍົບມົ້ງຈຳນວນ 4508 ຄົນ ທີ​ ໄດ້​ອາ​ໄສ​ຢູ່ໃນ ​ສູນ​ອົບ​ພະຍົບ​ແຫ່ງ​ຕ່າງໆ​ໃນໄທ​ ມາ​ຕັ້ງ​ແຕ່​ປີ2004 ກັບ​ຄືນ​ໄປ​ຍັງ​ ສປປ ລາວ ​ໃນ​ວັນ​ທີ28 ທັນວາ​ຜ່ານ​ມາ​ນີ້ ​ໃນ​ຄວາມ​ພະຍາຍາມ​ເພື່ອສະກັດ​ກັ້ນ​ບໍ່​ໃຫ້​ພວກ​ເຜົ່າ​ມົ້ງ ອົບ​ພະຍົບ​ເຂົ້າໄປ ​ຍັງ​ປະ​ເທດ​ຂອງ​ຕົນຕື່ມ​ອີກ. ທ່ານ Faleomavaega ​ພ້ອມ ​ກັບຜູ້​ແທນ Mike Honda ​ແລະ​ຜູ້​ແທນ​ເຊື້ອສາຍ​ວຽດນາມ ທ່ານ Anh Joseph Cao ​ໄດ້​ຮັບ​ອະນຸ ຍາດ​ຈາກຣັຖບານ​ລາວ​ ໃຫ້​ໄປ​ຢ້ຽມຢາມ​ບ້ານ​ຜາ​ຫລັກ ຊຶ່ງ​ຕັ້ງ​ຢູ່​ຫ່າງ​ຈາກ​ນະຄອນຫລວງ​ວຽງ​ຈັນໄປ​ທາງ​ທິດ​ເໜືອ​ 70 ຫລັກ​ກິ​ໂລ​ແມັດ ບ່ອນທ່ີຣັຖບານ​ລາ​ວໄດ້ຈັດ​ສົ່ງ ປະມານ​ເຄ່ິງນຶ່ງຂອງພວກ​ອົບ​ພະຍົບ​ຊາວ​ເຜົ່າ​ມົ້ງທ່ີ​ຖືກ​ສົ່ງ​ກັບ​ຄືນ​ປະ​ເທດ​ຈາກ​ໄທ ​ໃຫ້​ໄປ​ພັກ​ອາ​ໃສ​ຢູ່​ນັ້ນ .
ສະຫະຣັດ​ແລະ​ເກົາຫລີ​ເໜືອ: ​ເກົາຫລີ​ເໜືອ​ຮຽກຮ້ອງ​ໃນ​ວັນ​ຈັນ​ມື້​ນີ້​ ໃຫ້ມີ​ການ​ເຈຣະຈາ​ສັນຕິພາບ ​ກັບ​ສະຫະຣັດອະ​ເມຣິກາ ​ແລະ​ໃຫ້​ຍຸດຕິ​ການ​ລົງ​ໂທດ​ຕໍ່​ຕົນໃນ​ຖານະ​ເປັນ ​ເງື່ອນ​ໄຂສຳລັບການ​ກັບ​ຄືນ​ໄປ​ສູ່​ການ​ເຈຣະຈາ 6 ຝ່າຍ​ ທ່ີ​ໄດ້ຢຸດ​ສະງັກລົງ ວ່າ​ດ້ວຍ​ການ​ປົດ​ອາວຸດ​ນີວ​ເຄລັຍ​ຂອງ​ເກົາຫລີ​ເໜືອ​ນັ້ນ.
ກະຊວງ​ການ​ຕ່າງປະ​ເທດ​ເກົາຫລີ​ເໜືອ​ກ່າວ​ ຢູ່​ໃນ​ຖະ​ແຫລ​ງການ​ສະ ບັບ​ນຶ່ງ​ໃນ​ວັນ​ຈັນ​ມື້​ນີ້ ວ່າ ການ​ຮື້​ຟື້ນ​ການເຈຣະຈາ 6 ຝ່າຍຄືນ​ ແມ່ນ ​ຂຶ້ນ​ຢູ່​ກັບ​ສົນທິສັນຍາ​ສັນຕິພາບ​ກັບ​ສະຫະຣັດ. ສົງຄາມ​ເກົາຫລີ ​ແຕ່​ປີ 1950 ຫາ 1953 ນັ້ນ ​ໄດ້ຍຸດຕິ​ລົງ​ດ້ວຍ​ການ​ຢຸດ​ຍິງ ບໍ​ແມ່ນການ​ເຊັນ​ສົນທິສັນຍາ​ສັນຕິພາບ​ກັນ.
ຖະ​ແຫລ​ງການ​ສະບັບ​ນີ້​ມີ​ຂຶ້ນ ​ໃນ​ມື້​ດຽວ​ກັນ​ກັບ​ທີ່​ທູດ​ພິ​ເສດ​ຄົນ​ໃໝ່ຂອງ​ສະຫະຣັດວ່າ​ດ້ວຍ​ສິດທິ​ມະນຸດ​ໃນ​ເກົາຫລີ​ເໜືອ ເອີ້ນ​ປະວັດ​ການ​ເຄົາ ຣົບນັບຖື​ສິດທິ​ມະນຸດ​ຂອອງຣັຖບານພຽງ​ຢ້າງ ​ວ່າເປັນ​ທ່ີ​ໜ້າ​ຕື່ນຕົກ​ໃຈ ​ແລະ​ກ່າວ​ວ່າ ​ເກົາຫລີ​ເໜືອ​ຈະ​ຕ້ອງ​ປັບປຸງ​ປະວັດ​ການ​ເຄົາຣົບນັບຖື​ສິດ ທິ​ມະນຸດ​ຂອງ​ຕົນ​ໃຫ້​ດີ​ຂຶ້ນ ​ຖ້າ​ຢາກ​ມີ​ສາຍ​ພົວພັນ​ທ່ີ​ອົບ​ອຸ່ນ​ຂຶ້ນກັບຣັຖ ບານວໍ​ຊິງ​ຕັນ​.
ລັດຖະມົນຕີ​ຕ່າງປະ​ເທດ​ສະຫະລັດ​ຢ້ຽ​ມຢາມ​ເອ​ເຊັຍ​:ທ່ານ​ນາງ​ຮິນ​ລາຣີ ຄລິນ​ຕັນ ຣັຖມຸນຕີ​ ການ​ຕ່າງປະ​ເທດ​ສະຫະຣັດ​ອອກ​ ເດີນທາງໄປຢ້ຽມຢາມ​ຂົງ​ເຂດ​ເອ​ເຊັຍ​ປາຊີ​ຟິກ​ໃນ​ວັນ​ຈັນ​ມື້​ນີ້ ​ໂດຍຈະ​ເພ່ງ​ເລັງ​ໃສ່ເຣື່ອງ​ຄວາມ​ປອດ​ໄພ ການ​ພັດທະນາ ສິ່ງ​ແວດ​ລ້ອມ ​ແລະ​ຮັກສາ​ສາຍ​ພົວພັນ​ສອງ​ຝ່າຍ​ ທ່ີ​ແຂງ​ແຮງ​ໄວ້​ກັບ​ຫລາຍໆປະ​ເທດ​ໃນ​ຂົງ​ ເຂດ. ທ່ານ​ນາງຄລິນ​ຕັນຈະ​ເລີ້ມຕົ້ນ​ການ​ຢ້ຽມຢາມ​ຂອງ​ທ່ານ​ນາງ​ ທ່ີ ຣັດຮາ​ວາຍ ບ່ອນ​ທ່ີ​ທ່ານ​ນາງ​ຈະ​ພົບ​ປະ​ກັບທ່ານ Katsuya Okada ຣັຖມຸນຕີ​ການ​ຕ່າງປະ​ເທດ​ຍີ່ປຸ່ນ​ໃນວັນ​ອັງຄານ​ມື້​ອື່ນ. ສະຫະຣັດ​ແລະ​ຍີ່ປຸ່ນ​ກຳລັງມີ​ບັນຫາ​ຂັດ​ແຍ່ງ​ກັນ​ກ່ຽວ​ກັບ​ການ​ຍົກຍ້າຍ​ຖານ​ທັບ​ Futemma ຂອງ​ສະຫະຣັດທ່ີ​ເກາະໂອ​ກີ​ນາວາ ນັ້ນ. ພາຍ​ໃຕ້​ຂໍ້​ຕົກລົງ​ສະບັບ​ປີ2006 ຖານ​ທັບ​ນາວິກະ​ໂຍທິນ​ຂອງ​ສະ ຫະ ຣັດ​ແຫ່ງ​ນີ້ ຈະ​ຖືກ​ຍົກຍ້າຍ​ອອກໄປຈາກເຂດ​ເທດສະບານ​ທ່ີ​ມີ​ຜູ້​ຄົນ​ອາ​ໄສ​ຢູ່​ຢາງໜາ​ແໜ້ນ​ ໄປ​ຍັງ​ເຂດ​ແຄມ​ທະ​ເລ​ ພາຍ​ໃນ​ເຂດ​ກຳ​ແພງ​ນະ ຄອນ​ເມືອງ​ໂອ​ກີ​ນາວາ​ນັ້ນ ​ແຕ່​ມີ​ບາງພັກ​ການ​ເມືອງ​ໃນ​ຍີ່ປຸ່ນ ທີ່ກ່າວ​ວ່າ ຄວນ​ຈະ​ຍົກຍ້າຍຖານ​ທັບ​ແຫ່ງ​ນີ້​ ​ອອກ​ຈາກເກາະ​ໂອ​ກີ​ນາວາ​ໄປ​ຢ່າງ​ສິ້ນ​ເຊີງ. ນັກ​ການ​ທູດ​ຂັ້ນ​ສູງ​ສຸດ​ຂອງ​ສະຫະຣັດ ຈະ​ເດີນທາງ​ຕໍ່​ໄປ​ຍັງ​ປະ​ເທດ ​ເກາະ Papua New Guinea. ກະຊວງ​ການ​ຕ່າງປະ​ເທດ​ເວົ້າ​ວ່າ ຢູ່​ທີ່ນັ້ນ ທ່ານ​ນາງຄລິນ​ຕັນ​ຈະ​ພົບ​ປະ​ກັບ​ບັນດາ​ເຈົ້າ​ໜ້າ​ທ່ີຣັຖບານ​ຕລອດ​ທັງ​ພວກ​ຜູ້ນຳ​ສັງຄົມ​ພັນ​ລະ​ເມືອງ​ຕ່າງໆ​ເພື່ອ​ໂອ້​ລົມ​ສົນທະນາ​ກັນ​ເຣື່ອງການ​ປົກ​ປ້ອງ​ສິງແວດ​ລ້ອມ​ ແລະ​ການ​ເຮັດ​ໃຫ້​ພວກ​ແມ່ຍິງ​ມີ​ອຳນາດ​ຫລາຍ​ຂຶ້ນ.
ການ​ທ່ຽວ​ຢ້ຽມຢາມ​ຂົງ​ເຂດ​ດັ່ງກ່າວ ເປັນ​ເວລາ10 ມື້​ຂອງ​ທ່ານ​ນາງ ຄລິນ​ຕັນ ​ຈະ​ນຳ​ທ່ານນາງ​ໄປ​ຍັງ​ປະ​ເທດ ນີວຊີ​ແລນ ​ແລະ​ອອສ​ເຕຣ​ເລັຍ​ເຊັ່ນ​ກັນ.
ສາຍ​ການບິນ​ຍີ່ປຸ່ນ​ຕັດ​ແຮງ​ງານ: ລາຍ​ງານ​ສື່​ມວນ​ຊົນ​ໃນ​ວັນ​ຈັນ​ມື້​ນີ້​ເວົ້າ​ວ່າ ຄາດ​ວ່າ​ສາຍ​ການບິນ​ຍ່ີປຸ່ນ
ທ່ີ​ປະສົບ​ກັບ​ບັນຫາ​ ຈະ​ຕັດ​ໜ້າ​ວຽກ​ລົງ 15ພັນ600 ວຽກ​ ຫລື​ປະມານ 1ສ່ວນ3 ຂອງແຮງ​ງານ​ທັງ​ໝົດ​ຂອງ​ຕົນ ໃນລະຍະ​ເວລາ 3 ປີ ພາຍ ໃຕ້ແຜນການ​ຟື້ນ​ຟູ​ສະຖານະ​ພາບ. ການ​ປົດ​ຄົນ​ງານ​ອອກ​ ພ້ອມ ​ທັງ​ຕັດ​ຜົນປະ​ໂຫຍດ​ແລະ​ຄ່າ​ຈ້າງ​ເງິນ​ເດືອນລົງ ຈະ​ດຳ​ເນີນ​ໄປ​ພ້ອມ​ກັບ​ການ​ຂາຍສາຂາ​ຂອງ​ສາຍບິນ​ຍີ່ປຸ່ນ ​ຫລື JAL ອອກ ຮວມທັງ​ພວກ​ໂຮງ​ແຮມ​ຫລາຍ​ບ່ອນຂອງບໍລິສັດນຳ. ຄາດ​ວ່າ​ບໍລິສັດ JAL ຈະ​ປະກາດ​ລົ້ມ​ລະລາຍ​ໃນ​ວັນ​ທີ 19 ​ເດືອນ​ນີ້​ ອັນ​ເປັນ​ພາກສ່ວນ​ນຶ່ງ​ຂອງ​ແຜນການ​ປະຕິ​ຮູບ​ນັ້ນ.

XS
SM
MD
LG