ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ນາຍົກຣັຖມຸນຕີ ໂຕໂກ ຮຽກຮ້ອງ ທີມບານເຕະແຫ່ງຊາດ ກັບຄືນ ປະເທດໂດຍທັນທີ


ຂ່າວ​ການ​ແຂ່ງຂັນ​ກີລາ​ບານ​ເຕະ​ທ່ີ​ອັງ​ໂກລາ: ນາຍົກ ລມຕ ຂອງ​ປະ​ເທດ​ໂຕ​ໂກ​ກ່າວ​ວ່າ ທີ​ມບານ​ເຕະ​ແຫ່ງ​ຊາດ​ຂອງ​ໂຕ​ໂກ ຕ້ອງ​ກັບ​ຄືນ​ປະ​ເທດ​ໂດຍ​ທັນທີ ​ແລະ​ບໍ່​ປະກອບ​ສ່ວນ​ໃນການ​ແຂ່ງຂັນ​ຊີງ​ຂັນແຊ້ມກີລາ​ບານ​ເຕະຂອງອະ​ຟຣິກາ​ ຊື່​ງມີ​ກຳໜົດ​ເລີມ​ຂື້ນ​ໃນ​ມື້​ນີ້ ທີ​ອັງ​ໂກ​ລາ​ນັ້ນ.
ທ່ານ Gilbert Houngbo ​ໄດ້​ທຳ​ການ​ປະກາດ​ດັ່ງ​ກ່າວ​ໃນ​ມື້​ນີ້ ທີ່​ນະ​ຄອນ​ຫລວງ​ໂລ​ເມ ສອງ​ມື້ຫລັງ​ຈາກ​ມີ​ການ​ດັກ​ສະກັດ​ໂຈມ​ຕີ​ລົດ​ບັສ ຂອງທີ​ມຊາດ​ໂຕ​ໂກ ​ໃນ​ວັນ​ສຸກ​ຜ່ານ​ມາ​ທ່ີ​ພາ​ໃຫ້​ມີ​ຜູ້​ຄົນ​ເສັຍ​ຊີວິດ​ໃນເຂດ Cabinda ຂອງ​ອັງ​ໂກ​ລາ​. ນາຍົກ ລມຕ ​ໂຕ​ໂກ​ກ່າວວ່າ ຖ້າ​ຫາກ​ທີີ​ມ​ໂຕ​ໂກ​ເຂົ້າ​ແຂ່ງຂັນ​ພາຍ​ໃຕ້​ທຸງ​ຊາດ​ຂອງ​ໂຕ​ໂກ ມັນ​ກໍ​ຈະ​ເປັນ ການ​ຕາງໜ້າ​ທີ່​ບໍ່​ຖືກຕ້ອງ. ທີ​ມ Togo ​ໄດ້ກ່າວ​ໃນ​ຕອນ​ແລງ​ວານ​ນີ້​ວ່າ ຕົນ​ວາງ​ແຜນ​ຈະເຂົ້າແຂ່ງ ຂັນ​ຕໍ່​ໄປ ​ເຖິງ​ແມ່ນ​ວ່າຣັຖບານ​ໂຕ​ໂກໄດ້​ຮຽກ​ທີ​ມກັບ​ຄືນ​ປະ​ເທດ​ກໍ​ຕາມ. ລົດ​ບັສຂອງ​ທີ​ມ​ໂຕ​ໂກ ​ໄດ້​ຖືກ​ດັກ​ສະກັດ​ໂຈມ​ຕີ​ໃນ​ຂະນະ​ທ່ີ​ກຳລັງ​ແລ່ນ ຂ້າມ​ເຂດ​ຊາຍ​ແດນ​ຈາກສາທາຣະນະຣັດປະຊາທິປະ​ໄຕ Congo ​ເຂົ້າ​ໄປ​ໃນ​ເຂດ Cabinda ຂອງ Angola ນັ້ນ. ຄົນ​ຂັບ​ລົດ ກັບຜູ້​ຊ່ອຍ​ຫົວໜ້າ​ຄູ​ຝຶກ​ຂອງທີ​ມ​ແລະ​ໂຄສົກ​ຂອງທີ​ມ​ໂຕ​ໂກ​ເສັຍ​ຊີວິດ ​ແລະຄົນ​ອື່ນໆ​ອີກ​ຢ່າງ​ນ້ອຍ 7 ຄົນ​ໄດ້​ຮັບ​ບາດ​ເຈັບ.
ອັຟການີສຖານ: ​ສະຫະຣັດມີ​ກຳໜົດ​ຈະ​ມອບ​ໂອນຄວາມ​ຮັບຜິດຊອບ ​ໃນ​ການ​ບໍລິຫານ​ສູນ​ກັກ​ຂັງ ຢູ່​ທີ່​ຖານ​ທັບ​ອາກາດ Bagram ​ໃຫ້​ແກ່ເຈົ້າໜ້າ​ທີ່​ອັ​ຟອານິສ ຖານ​ໃນ​ອີກ​ບໍ່​ນານ​ນີ້ ລຸນ​ຫລັງ​ທີ່​ໄດ້​ມີ​ສຽງຕຳ​ໜິຕິຕຽນ​ອອກ​ມາ​ວ່າມີ​ການ ລະ​ເມີດ​ສິດທິ​ມະນຸດ ຢູ່​ໃນ​ຄຸກແຫ່ງນັ້ນ. ກະຊວງປ້ອງກັນປະເທດອັຟການີສຖານ ປະກາດວ່າ ​ໄດ້​ມີ​ການລົງນາມ​ ໃນສັນຍາມອບໂອນຄວາມຮັບຜິດຊອບດັ່ງກ່າວນັ້ນ ​ໃນວັນເສົາວານນີ້. ສັນຍາບົ່ງວ່າ ລັດຖະບານອັຟການີສຖານ ຈະຮັບຜິດຊອບດ້ານການສືບສວນ ການກັກຂັງ ແລະການດຳ ເນີນຄະດີ ພວກນັກ​ໂທດທັງຫລາຍ. ທາງການກະຊວງປ້ອງກັນປະ ເທດກ່າວຕື່ມວ່າ ກຳລັງທະຫານຈະເລີ່ມ ເຝິກແອບເອົາຄວາມຮັບ ຜິດຊອບໃນບໍ່ເທົ່າມື້ຂ້າງໜ້ານີ້. ຄຸກ​ທີ່​ວ່າ​ນີ້ຊື່ງຕັ້ງຢູ່ໄກ້ນະຄອນຫລວງ ກາບູລ ເຄີຍເປັນບ່ອນສຳຫລັບ ກັກຂັງທີ່ຖືກຈັບໄດ້ໃນລະວ່າງການ ບຸກໂຈມຕີທີ່ນຳໂດຍສະຫະລັດແລະອົງການເນໂຕ້ ຕໍ່ຕ້ານກຸ່ມຕາລິບານທີ່ເລີ່ມຕົ້ນເມື່ອປີ 2001 ນັ້ນ.
ກຳລັງທະຫານສະຫະລັດຖືກກ່າວຫາວ່າ ໄດ້ທຸບຕີນັກໂທດສອງຄົນຈົນ​ເຖິງ​ແກ່​ຄວາມ​ຕາຍ ທີ່ຖານທັບອາກາດບາກຣາມໃນປີ 2002. ກຸ່ມ ສິດທິມະນຸດໄດ້ຕຳໜິຕິຕຽນ ສະຫະລັດທີ່ທຳການກັກຂັງພວກນັກໂທດ ເປັນເວລາດົນນານ ໂດຍທີ່ບໍ່ມີການ​ກ່າ​ວຫາຄວາມຜິດຂອງ​ເຂົາ​ເຈົ້າ.
ປັດຈຸບັນນີ້ມີນັກ​ໂທດຢູ່ຄຸກ​ທີ່ຖານທັບອາກາດບາກຣາມ ຈຳນວນ ປະມານ 700 ຄົນ
ທີ່ອິຣ່ານ: Ayatollah Ali Khamenei ຜູ້ນຳ​ສູງ​ສຸດ​ຂອງ​ອິຣ່ານ ​ໄດ້​ຮຽກຮ້ອງກຳລັງ​ຮັກສາ​ຄວາມ​ປອດ ​ໄພ​ຂອງ​ທ່ານ​ໃຫ້​ເອົາ​ບາດກ້າວ​ທ່ີ​ແຂງ​ແຮງໃນ​ການ​ຕໍ່ຕ້ານ​ກັບ​ພວກ​ປະ​ທ້ວງ​ຄັດຄ້ານຣັຖບານ​ນັ້ນ. ທ່ານ Khamenei ກ່າວ​ວ່າ ພວກ​ເຈົ້າ​ໜ້າ​ທ່ີ​ຕ້ອງ​ປະຕິບັດ​ໜ້າ​ທີ່ຂອງ​ຕົນ​ໃນການ​ຕໍ່​ຕ້ານ​ພວກ​ທ່ີ​ທ່ານ​ເອີ້ນ​ວ່າ ສໍ້ຣາດບັງ​ຫລວງ​ແລະ​ກໍ່​ຄວາມ​ວຸ້ນວາຍ​ນັ້ນ ​ແຕ່​ທ່ານ​ກ່າວ​ວ່າ ພວກ​ເຈົ້າ​ໜ້າ​ທ່ີ​ຕ້ອງ​ປະຕິບັດ​ຕາມ​ກົດ​ລະ ບຽບ​ໃນ​ການ​ປະ​ເຊີນ​ໜ້າ​ກັບ​ພວກ​ປະ​ທ້ວງນັ້ນ ​ແລະ​ວ່າ​ພວກ​ເຈົ້າ​ໜ້າ​ທ່ີຮັກສາ​ຄວາມ​ປອດ​ໄພ​ຈະ​ຕ້ອງ​ຫລີກ​ລ້ຽງ​ການ​ເອົາ​ມາດ​ຕະການໂດຍ​ພະລະການ​. ຖ້ອຍ​ຖະ​ແຫລ​ງຂອງ​ທ່ານ Khamenei ມີ​ຂຶ້ນ​ຫລັງ​ຈາກ​ເກີດ​ຄວາມ
ຮຸນ​ແຮງ​ຄັ້ງ​ຮ້າຍ​ແຮງ​ທ່ີ​ສຸດ​ໃນ​ອິຣ່ານ ນັບ​ແຕ່​ເດືອນ​ມິຖຸນາ​ປີ​ແລ້ວ​ນີ້​ເປັນຕົ້ນ​ມາ ​ເວລາ​ປະທານາທິບໍດີ Mahmoud Ahmadinejad ຊະນະ​ການເລືອກ​ຕັ້ງ​ທ່ີ​ເປັນ​ບັນ​ຫາ​ໂຕ້​ແຍ່ງ​ກັນ ຊຶ່ງ​ພວກ​ສະໜັບສະໜຸນ​ຝ່າຍຄ້ານ​ກ່າວ​ວ່າ ມີ​ການ​ສໍ້​ໂກງ​ບັດ​ເລືອກ​ຕັ້ງ​ນັ້ນ.
​ໃນ​ທ້າຍ​ເດືອນ​ຜ່ານ​ມາ​ນີ້ ປະຊາຊົນ​ຢ່າງ​ນ້ອຍ 8 ຄົນ​ເສັຍ​ຊີວິດ​ໃນ​ການ ປະ​ທະ​ກັນ​ລະຫວ່າງ​ກຳລັງ​ຮັກສາ​ຄວາມ​ປອດ​ໄພ​ແລະ​ພວກ​ນັກ​ເຄື່ອນ​ໄຫວ​ຝ່າຍ​ຄ້ານ​ນັ້ນ. ຄຳ​ປາ​ໄສ​ໃນ​ວັນ​ເສົາ​ວານ​ນີ້ ທ່ານ Khamenei ​ໄດ້​ຕຳ​ໜິ ຕິຕຽນ​ຝ່າຍຕາ​ເວັນ​ຕົກ​ເຊັ່ນ​ກັນ ທີ່​ໃຫ້ການ​ສະໜັບສະໜຸນພວກ​ຝ່າຍ​ຄ້ານ ​ໂດຍ​ກ່າວ​ວ່າ ພວກ​ອຳນາດ​ກົດ​ຂ່ີ​ຂົ່ມ​ເຫັງ​ໄດ້​ທຳ​ຄວາມ​ພະຍາຍາມ​ມາ​ເປັນ​ເວລາ​ດົນ​ນານແລ້ວ ເພື່ອ​ຈຳໂຄ່ນ​ລົ້ມ​ອຳນາດ​ປົກຄອງ​ອີສລາມ​ນັ້ນ.
ທີ່ເອຈິບ: ຊາວຄຣິສຕຽນໃນເຂດພາກໃຕ້ຂອງອີຍິບ ກ່າວຫາຊາວມູສລິມວ່າເປັນ ພວກວາງເພີງ ໃນຂະນະ
ທີ່ຄວາມ​ເຄ່ັງ​ຕຶງ​ລະ​ວ່າງກຸ່ມສາສນາທະວີ​ຮ້າຍ​ແຮງ​ຂຶ້ນ ລຸນ​ຫລັງການຍິງສັງຫານຊາວຄຣິສຕຽນຫົກຄົນ ແລະຕຳລວດ ມູສລິມນຶ່ງຄົນ ເມື່ອວັນພຸດຜ່ານມາ ຢູ່ນອກໂບດສາ​ສະ​ນາຄຣິສ ນິກາຍ Coptic.
ຊາວຄຣີສຕຽນທີ່ອາໃສຢູ່ໃນບ້ານ Bahjora ກ່າວເມື່ອວັນເສົາວານນີ້ ວ່າ ພວກມູສລິມ​ໄດ້ຈູດເຮືອນ ແລະຮ້ານຄ້າ​ຮ້ານຂາຍຂອງພວກເຂົາ ເຈົ້າໃນຕອນກາງຄືນ. ໝູ່ບ້ານດັ່ງກ່າວຢູ່ໄກ້ເມືອງ Nag Hamadi ບ່ອນທີ່ພວກມືປືນເປີດສາກລະດົມຍິງພວກໄປ​ໂບດ ທີ່ກຳລັງອອກມາ ຈາກ​ໂບດ ຫລັງ​ຈາກ​ເສັດພິທີ​ໃນ​ມື້​ກ່ອນ​ວັນຄຣີສມັສຂອງ​ນິການ Optic ​ເມື່ອ​ວັນ​ພຸດ​ອາທິດ​ແລ້ວ​ນີ້.
ເມື່ອວັນສຸກຜ່ານມານີ້ ຕຳລວດອີຢິບ ໄດ້ກັກຂັງຜູ້ຊາຍສາມຄົນທີ່ສົງໃສ ວ່າເປັນຜູ້ຂັບລົດກາຍ​ໄປ​ແລ້ວຍິງ​ໃສ່​ຄົນ​ພວກ​ນັ້ນ. ກະຊວງພາຍໃນ ກ່າວວ່າ ຊາຍທັງສາມຄົນມີປະວັດອາຊຍາກຳມາກ່ອນແລ້ວ.
ເຈົ້າໜ້າທີ່ກ່າວວ່າ ການໂຈມຕີຄັ້ງນີ້ແມ່ນເພື່ອແກ້ແຄ້ນການຂົ່ມຂືນຊຳເລົາຍິງສາວມູສລິມຄົນນຶ່ງ ໃນເດືອນພະຈິກປີຜ່ານມາໂດຍ ຊາຍຄົນ​ນຶ່ງ ທີ່​ນັບຖື​ນິກາຍ Coptic ໄກ້ໆໝູ່ບ້ານດັ່ງກ່າວ ຕາມ​ທີ່​ມີ​ການ​ກ່າວ​ຫານັ້ນ.ເມື່ອວັນພະຫັດຜ່ານມາ ຊາຍຄຣິສຕຽນຫລາຍພັນຄົນອອກມາ​ເດີນ​ຂະ​ບວກ ຕາມຖະນົນ​ໃນ ​ເມືອງ Nag Hamadi ​ເພື່ອປະທ້ວງຕໍ່ເຫດການ ຍິງສັງຫານ ນັ້ນ.
ທີ່ມາ​ເລ​ເຊັຍ: ພວກ​ວາງ​ເພີງ​ໃນ​ມາ​ເລ​ເຊັຍ​ໄດ້​ແກ​ວ່ງລະ​ເບີດ​ໄຟໃສ່​ໂບດ​ຄຣີສຕຽນອີກ 2 ​ແຫ່ງ​ໃນ​ຂະນະ ​ທ່ີ​ຄວາມ​ເຄັ່ງ​ຕຶງ​ກຳລັງ​ເພີ່ມ​ຂຶ້ນ​ກ່ຽວ​ກັບ​ການ​ໃຊ້ຄຳ Allah ຂອງ​ພວກ​ທ່ີ​ບໍ່​ເປັນ​ມຸສລິ​ມນັ້ນ. ບັນດາ​ເຈົ້າ​ໜ້າ​ ທ່ີ​ກ່າວໃນ​ ວັນ​ອາທິດ​ມື້​ນີ້​ວ່າ ການ​ໂຈມ​ຕີ​ສອງ​ບັ້ນດັ່ງກ່າວ​ທີ່ເມືອງ Taiping ​ໃນ​ແຄວ້ນ Perak ​ທາງ​ພາກ​ເໜືອ​ຂອງ​ປະ​ເທດ ​ໄດ້​ເຮັດ​ໃຫ້​ຈຳນວນ​ການໂຈມ​ຕີ​ດ້ວຍ​ລະ​ເບີດ​ເພີ່ມ​ຂຶ້ນ​ເປັນ 6 ຄັ້ງ​ ນັບ​ແຕ່​ວັນ​ສຸກ​ແລ້ວ​ນີ້​ເປັນ​ ຕົ້ນ​ມາ. ​ແຕ່​ບໍ່​ມີ​ລາຍ​ງານ​ແຈ້ງ​ໃຫ້​ຊາບ​ກ່ຽວ​ກັບ​ຜູ້​ບາດ​ເຈັບ. ​ເຖິງ​ແມ່ນ​ມີ​ການ​ໂຈມ​ຕີ​ດັ່ງກ່າວ​ນີ້​ກໍ​ຕາມ ​ແຕ່​ພວກ​ນັບ ຖື​ສາສະໜາ​ຄຣີສ ຕຽນ ​ກໍ​ຍັງ​ພາກັນໄປ​ຮ່ວມ​ພິທີ​ທາງ​ສາດສະໜາ​ຢູ່​ໃນ​ວັນ​ອາທິດມື້​ນີ້ ຊຶ່ງ​ເປັນ​ການສະ​ແດງ​ໃຫ້​ເຫັນ​ເຖິງ​ການ​ປຸ້ມລຸມ​ກັນ​ຕໍ່ຕ້ານ​ພວກ​ໂຈມ​ຕີ ທ່ີ​ບໍ່​ຮູ້ວ່າ​ແມ່ນ​ພວກ​ໃດ​ນັ້ນ. ໂບດ Lutheran ​ໃນນະຄອນຫລວງ ກົວ​ລາ​ລຳ​ເປີ​ໄດ້​ຖືກ​ແກ່ວ​ງລະ​ເບີດ​ໄຟ​ໃສ່​ໃນ​ວັນ​ເສົາ​ວານ​ນີ້. ​ແລະ​ໃນ​ມື້ວັນ​ສຸກ​ນັ້ນ ພວກ​ວາງເພິ​ງກໍໄດ້​ທຳ​ການ​ໂຈມ​ຕີ​ໂບດ​ອີກ 3​ແຫ່ງ​ໃນ​ຂົງເຂດ​ດຽວ​ກັນ​ ຊຶ່ງ​ໂບດ​ແຫ່ງ​ນຶ່ງ​ ໄດ້​ຖືກ​ໄຟ​ໄໝ້​ຢ່າງ​ຮ້າຍ​ແຮງ. ຄວາມ​ເຄັ່ງ​ຕຶງ​ທາງ​ ສາດສະໜາ​ໃນ​ມາ​ເລ​ເຊັຍ ​ທ່ີ​ພົນລະ​ເມືອງ​ສ່ວນ​ໃຫຍ່​ ເປັນ​ຊາວ​ມຸສລິ​ມ ​ໄດ້​ເພີ່ມ​ຂຶ້ນ​ເລື້ອຍ​ມາ ​ນັບ​ແຕ່​ສານ​ສູງ​ສຸດ​ຂອງ​ມາ​ເລ​ເຊັຍໄດ້ຕັດສິນ​ຕ່າວ​ປິ້ນ ໃນ​ເດືອນ​ທັນວາ ຂໍ້​ຫ້າມ​ຂອງຣັຖບານທີ່​ຫ້າມ​ ​ພວກ​ທ່ີ​ບໍ່ແມ່ນມຸສລິ​ມ ໃຊ້​ຄຳວ່າ Allah ​ຫລື ພະ​ເຈົ້າ ນັ້ນ.

XS
SM
MD
LG