ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຄວາມຫຍຸ້ງຍາກຂອງຊີວິດຄົນລາວທີ່ບໍ່ມີສັນຊາດຢູ່ໃນໄທ


ຄົນລາວບໍ່ມີສັນຊາດຢູ່ໃນໄທ ຕ້ອງປະເຊີນກັບ ບັນຫາຄວາມຫຍຸ້ງຍາກຕ່າງໆ ໃນການດຳເນີນ ຊີວິດປະຈຳວັນ ຫາກແຕ່ສຳລັບ ລຸ້ນທຳອິດ ທີ່ໜີໄພສົງຄາມຈາກລາວເຂົ້າມາໃນໄທ ກໍ່ບໍ່ ຫວັງວ່າຈະໄດ້ເປັນຄົນໄທ ແຕ່ກໍ່ຈະບໍ່ຂໍກັບຄືນ ໄປລາວເຊັ່ນກັນ.

"ຢາ​ກ​ໃຫ້​ລັດຖະບານ​ໄທ​ຊິ​ເຮັດຫຍັງ​ໃຫ້​ກໍ​ໄດ້ ພໍ​ແຕ່​ວ່າ​ຄອບ​ຄຸ​ມຕົວ​ວ່າ ຍາ​ມເຂົ້າກຸງ​ເທບ ຫລື​ ໄປ​ໃຊ້​ແຮງງານ ກໍ​ໃຫ້​ໄປ​ໄດ້ ​ເທົ່າ​ນັ້ນ. ຜົມ​ບໍ່ຢາກ​ໄດ້​ວ່າ ຢາກ​ເປັນ​ຄົນ​ໄທ 100% ຢາກ​ລົງ​ສະມັກ ຮັບ​ເລືອກ​ຕັ້ງຫັ້ນ ມັນ​ອາດ​ສິ​ເປັ​ນ​ໄປ​ໄດ້​ຍາກ. ຂໍ​ແຕ່​ວ່າ ​ໃຫ້​ໄປ​ໄດ້​ໃນ​ປະ​ເທດໄທນີ້ກໍ​ພໍ. ສຳລັບ​ລູກ​ຫລານ​ເກີດ​ໃນ​ບົນ​ຜືນ​ແຜ່ນດິນ​ໄທ ກໍ​ຢາ​ກໃຫ້ມັນ​ເປັນ​ຄົນ​ໄທ ​ເພາະວ່າ ຕາມ​ກົດໝາຍ​ໃນ​ມາດຕາ 23 ນີ້ວ່າ '​ເດັກ​ທີ່​ເກີດ​ບົນ​ຜືນ​ແຜ່ນດິນ​ໄທ ຢູ່​ໃນ​ມາດຕາ 23 ສາມາດ​ແຈ້ງ​ເກີດ​ເປັນ​ຄົນ​ໄທ​ໄດ້ ​ເຖິງ​ພໍ່​ແມ່​ຈະ​ຖື​ສັນຊາດ​ໃດ​ກໍ​ຕາມ'".

ນີ້ກໍ່ແມ່ນການຮຽກຮ້ອງໂດຍ ທ່ານ ກຸ ແສງ ໄພວັນ ຜູ້ເປັນປະທານຂອງກຸ່ມຄົນລາວ ບໍ່ມີ ສັນຊາດຢູ່ໃນເຂດອຳເພີ ໂຂງຈຽມ, ຈັງຫວັດອຸບົນຣາດຊະທານີ ໃນເຂດພາກອີ່ສານຂອງໄທ ຊຶ່ງໄດ້ສະທ້ອນໃຫ້ເຫັນເຖິງຄວາມຮຽກຮ້ອງຕ້ອງການຂອງຄົນລາວ ບໍ່ມີສັນຊາດຢູ່ໃນປະເທດ ໄທໄດ້ຢ່າງຈະແຈ້ງ ກັບທັງຍັງໄດ້ສະທ້ອນໃຫ້ເຫັນເຖິງບັນຫາຫຍຸ້ງຍາກໃນຊີວິດປະຈຳວັນ ແລະ ຄວາມຫວັງຂອງຄົນລາວບໍ່ມີສັນຊາດໃນໄທໄດ້ອີກດ້ວຍໃນຂະນະດຽວກັນ.

ທັງນີ້ກໍ່ເນື່ອງຈາກວ່າ ຄົນລາວບໍ່ມີສັນຊາດຢູ່ ໃນໄທນັ້ນ ຈະຖືກຈຳກັດໃນການເດີນທາງ ກໍ່ ຄື ຈະບໍ່ສາມາດເດີນທາງອອກນອກພື້ນທີ່ ທີ່ ທາງການໄທອະນຸຍາດໃຫ້ຢູ່ ແລະ ອາໃສໄດ້ ເລີຍ ຊຶ່ງກໍ່ໝາຍຄວາມວ່າ ສຳລັບຄົນລາວບໍ່ ມີສັນຊາດທີ່ຢູ່ໃນເຂດຈັງຫວັດອຸບົນ ກໍ່ຈະສາ ມາດເດີນທາງໄປມາໄດ້ສະເພາະພາຍໃນ ເຂດຈັງຫວັດອຸບົນເທົ່ານັ້ນ. ແຕ່ຖ້າຫາກມີ ຄວາມຈໍາເປັນທີ່ຈະຕ້ອງເດີນທາງໄປຈັງຫວັດ ອື່ນໆ ກໍ່ຈະຕ້ອງຂໍອານຸຍາດຈາກເຈົ້າໜ້າທີ່ຝ່າຍປົກຄອງຂອງໄທເປັນກໍລະນີໄປ.

ຍິ່ງໄປກວ່ານັ້ນ ຄົນລາວບໍ່ມີສັນຊາດຢູ່ໃນໄທ ກໍ່ຍັງບໍ່ມີສິດທີ່ຈະໄດ້ຮັບການປະກັນ ແລະ ບໍລິ ການດ້ານສຸພາບອານາໄມຈາກລັດຖະບານຂອງໄທອີກດ້ວຍ ຊຶ່ງກໍ່ເຮັດໃຫ້ພວກເຂົາເຈົ້າຕ້ອງ ແບກຫາບພາລະດ້ານຄ່າໃຊ້ຈ່າຍໃນການເຂົ້າຮັກສາສຸກຂະພາບດ້ວຍຕົວເອງ ທັງໝົດເຖິງ 100% ເຕັມນັ້ນເອງ.

ເພາະສະນັ້ນ ເຖິງແມ່ນວ່າຈະບໍ່ມີໂອກາດໄດ້ຮັບສັນຊາດໄທກໍ່ຕາມ ທ່ານກຸ ກໍ່ໄດ້ຮຽກຮ້ອງຂໍ ພຽງສິດທິໃນການເດີນທາງໄປຊອກວຽກເຮັດງານທຳຢູ່ໃນທົ່ວປະເທດໄທໄດ້ຢ່າງອິດສະລະເທົ່າ ນັ້ນ. ສ່ວນໃນດ້ານການຮັກສາສຸຂະພາບອານາໄມນັ້ນ ກໍ່ຂໍໃຫ້ມີການຫຼຸດຜ່ອນຄ່າໃຊ້ຈ່າຍ ລົງ ໃຫ້ເຄິ່ງນຶ່ງກໍ່ພໍໃຈແລ້ວ.

ແຕ່ຢ່າງໃດກໍ່ຕາມ ສຳລັບລຸ້ນລູກລຸ້ນຫຼານທີ່ເກີດຢູ່ໃນໄທນັ້ນ ທ່ານກຸ ກໍ່ມີຄວາມຫວັງວ່າ ລູກ ຫຼານຂອງພວກຕົນ ຈະໄດ້ຮັບສັນຊາດໄທຕາມກົດໝາຍສັນຊາດຂອງໄທທີ່ດັດແກ້ໃນປີ 2008 ຊຶ່ງລະບຸວ່າ ລູກຫຼານຂອງຄົນຕ່າງດ້າວທີ່ເກີດໃນໄທ ມີສິດທີ່ຈະໄດ້ຮັບສັນຊາດ ໄທດ້ວຍຫຼັກ ການເກີດໃນໄທ ສ່ວນລຸ້ນພໍ່ແມ່ນັ້ນ ເຖິງແມ່ນວ່າຈະບໍ່ມີໂອກາດທີ່ຈະໄດ້ສັນຊາດໄທກໍ່ບໍ່ເປັນ ຫຍັງ ຈຶ່ງຂໍພຽງແຕ່ໃຫ້ມີອິດສະລະໃນການເດີນທາງສັນຈອນໄປມາໃນທີ່ຕ່າງໆໃນໄທ, ມີອິດ ສະລະໃນການປະກອບອາຊີບ ແລະ ກໍ່ໄດ້ຮັບການຫຼຸດຜ່ອນພາລະຄ່າໃຊ້ຈ່າຍ ໃນການຮັກ ສາສຸກຂະພາບຮ່າງກາຍ ເທົ່ານັ້ນກໍ່ພຽງພໍ່ແລ້ວ. ເພາະວ່າຄົງຈະເປັນໄປບໍ່ໄດ້ແລ້ວ ທີ່ຄົນໃນ ລຸ້ນຂອງ ທ່ານກຸ ທີ່ມີອາຍຸຢ່າງເຂົ້າ ສູ່ໄວ 60 ປີແລ້ວນັ້ນ ຈະສາມາດກັບຄືນໄປບ້ານເກີດ ເມືອງນອນໃນລາວໄດ້ນັ້ນເອງ.

ໃນປັດຈະບັນນີ້ ມີລູກຫຼານຂອງຄົນລາວບໍ່ມີ ສັນຊາດຢູ່ໃນເຂດຈັງຫວັດອຸບົນຣາດ ຊະທານີ ຈຳນວນຫຼາຍກວ່າ 8,000 ຄົນ ໂດຍຄົນ ໃນ ລຸ້ນຂອງ ທ່ານກຸ ນັ້ນ ໄດ້ພາກັນເດີນທາງເຂົ້າ ມາໃນໄທ ນັບຕັ້ງແຕ່ລາວໄດ້ ມີການປ່ຽນແປງ ການປົກຄອງໃນລາວເມື່ອ ປີ 1975 ເປັນຕົ້ນ ມາແລ້ວ ແລະ ກໍ່ໄດ້ພາກັນດຳລົງຊີວິດຢູ່ໃນ ເຂດຈັງຫວັດອຸບົນເລື້ອຍມາ ຈົນເຖິງທຸກມື້ນີ້ ດ້ວຍການປະກອບອາຊີບປະມົງໃນແມ່ນໍ້າຂອງ ແລະ ຮັບຈ້າງຕາມໄຮ່ນາຂອງຄົນໄທ.

ທັງນີ້ກໍ່ເນື່ອງຈາກວ່າ ຄົນລາວບໍ່ມີສັນຊາດໄທນັ້ນ ບໍ່ມີສິດໃນການຄອບຄອງທີ່ດິນ. ສ່ວນໃນ ດ້ານການສຶກສາຂອງລູກຫຼານຂອງພວກເຂົາເຈົ້ານັ້ນ ເຖິງແມ່ນວ່າຈະໄດ້ເຂົ້າຮຽນຄືກັບລູກ ຫຼານຂອງຄົນໄທກໍ່ຕາມ ຫາກແຕ່ວ່າກໍ່ເປັນການຍາກທີ່ຈະມີໂອກາດໄດ້ຮຽນໃນລະດັບສູງໆ ເພາະວ່າ ມີຂໍ້ຈຳກັດທັງໃນດ້ານການເດີນທາງ ແລະ ການຊອກຫາວຽກເຮັດງານທຳນັ້ນເອງ.

XS
SM
MD
LG