ທ່ານ ປຣາສດາ ຣາວ, ຫົວໜ້າຝ່າຍໂຣກເອສຂອງສະຫະປະຊາຊາດ ທີ່ກຳລັງ ຈະຍ້າຍ ໜ້າທີ່ຂອງທ່ານຈາກຂົງເຂດເອເຊຍ, ເວົ້າວ່າຂົງເຂດ ດັ່ງກ່າວກຳລັງຈະໄດ້ຮັບ “ໄຊຊະ ນະ” ພາຍໃນ 3 ປີຂ້າງໜ້າໃນ ການຕ້ານຢັນກັບການແຜ່ຂະຫຍາຍຂອງໂຣກເອັສ.
ທ່ານ ຣາວ, ເຊິ່ງເປັນຜູ້ນຳພາໂຄງການໂຣກເອັສ ຂອງສະຫະປະຊາຊາດໃນຂົງເຂດນີ້ ເປັນເວລາ 5 ປີແລ້ວ ເວົ້າວ່າການເພີ້ມການປິ່ນປົວ ແລະ ໂຄງການຢັບຢັ້ງໄດ້ປ່ຽນທິດ ທາງຂອງກະແສຟອງການຂະຫຍາຍໂຕຂອງໂຣກເອັສ.
ໃນປະເທດໄທແລະກຳປູເຈຍການຄຸ້ມຄອງ ການປິ່ນປົວ ໄດ້ກ້າວຂຶ້ນກວາມເຖິງ 90%. ຢູ່ໃນອິນເດຍ 50% ຂອງຄົນເຈັບໄດ້ຮັບ ການປິ່ນປົວ, ແຕ່ວ່າໃນປະເທດ ຈີນ, ອັດຕາ ຂອງ ຂອງຜູ້ທີ່ໄດ້ຮັບການປິ່ນປົວ ຍັງຢູ່ປະມານ 30% ແລະ ຢູ່ມຽນມ້າແມ່ນ 35%.
ໃນພາກພື້ນເອເຊຍໃຕ້ ແລະ ພາກເອ ເຊຍຕາເວັນ ອອກສຽງໃຕ້, ອັດຕາຂອງການ ຕິດ ເຊື້ອໂຣກ HIV ໃຫມ່ໄດ້ຫຼຸດ ລົງຫຼາຍກວ່າ 10% ນັບແຕ່ປີ 2001 ເປັນຕົ້ນມາ, ທັງນີ້ກໍແມ່ນ ຍ້ອນການເພີ້ມຂຶ້ນຂອງໂຄງການປ້ອງກັນ ແລະ ປິ່ນປົວໂຣກເອັສນັ້ນ. ແຕ່ວ່າ, ຍັງມີຄົນປະມານ 4 ລ້ານ 7 ແສນຄົນທີ່ຍັງມີໂຣກເອັສຢູ່ໃນຂົງເຂດເອເຊຍ ແລະ ກໍຍັງມີປະ ມານ 350.000 ຄົນ ທີ່ຕິດເຊື້ອໄວຣັສລາຍໃຫມ່ໃນແຕ່ລະປີ.
ທ່ານ ຣາວ ໄດ້ຮັບຮູ້ວ່າຄວາມເປັນຫ່ວງຍັງມີຢູ່, ໂດຍສະເພາະແມ່ນບັນຫາໃນ ການ ຂະຫຍາຍໂຄງການໂຣກເອັສ ໃນເຂດທີ່ຫ່າງໄກສອກຫລີກ ໃນປະເທດຈີນ, ອິນເດຍ, ແລະ ອິນໂດເນເຊຍ.
ໃນແຂວງປາປົວຂອງປະເທດ ອິນໂດເນເຊຍ ແລະ ປະເທດ ປາປົວນີວກີເນຍເຊິ່ງເປັນ ປະເທດໃກ້ຄຽງກັນນັ້ນ ໄດ້ປະເຊີນ ກັບການເພີ້ມສູງຂຶ້ນຢ່າງວ່ອງໄວຂອງຈຳນວນຄົນ ເປັນໂຣກເອັສໃນໄລຍະ 2-3 ປີທີ່ຜ່ານມານີ້.
ອົງການສະຫະປະຊາຊາດທຳນາຍວ່າໃນປີ 2012 ປະມານ 5% ຂອງປະຊາຊົນປະເທດ ປາປົວນີວກີເນຍຈະຕິດເຊື້ອ HIV ອັນເປັນເຊື້ອໄວຣັສທີ່ເປັນພາໃຫ້ເປັນໂຣກເອັສ-ເຊິ່ງມີ ຫຼາຍກວ່າ 208.000 ຄົນ.
ບັນຫາອື່ນໆທີ່ ໂຄງການໂຣກເອັສຂອງສະຫະປະຊາຊາດທີ່ເອເຊຍກຳລັງປະເຊີນໜ້າຢູ່ ນັ້ນກໍຄືການສູ້ຮົບ ຫລື ສົງຄາມ Afghanistan ແລະ Pakistan, ທີ່ກີດຂວາງການເຂົ້າ ໄປເຖິງເຂດທີ່ຢູ່ຫ່າງໄກສອກຫລີກ. ແຕ່ທ່ານ ຣາວ ເວົ້າວ່າ ອົງການສະຫະປະຊາຊາດ ສາມາດເຮັດວຽກຢູ່ບ່ອນອື່ນໃນ Pakistan ບ່ອນປອດໄພໄດ້ ຍ້ອນວ່າໄດ້ຮັບການຊ່ວຍ ເຫຼືອຈາກລັດຖະບານກາງ ແລະ ລັດຖະບານໃນແຂວງຕ່າງໆ ຂອງ Pakistan ນັ້ນ.