ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ຕ້ອງສົງສັຍ ໃນການພະຍາຍາມ ວາງຣະເບີດ ໂຈມຕີເຮືອບິນ ແຕ່ບໍ່ສຳເຣັດນັ້ນ ຈະໄປປາກົດໂຕຢູ່ສານ


ສາຍການບິນ - ຄວາມປອດພັຍ: ຜູ້ຕ້ອງສົງສັຍ ພຽງຄົນດຽວ ໃນການພະຍາຍາມວາງຣະເບີດໂຈມຕີ ແຕ່ບໍ່ສຳເຣັດຜົນ ຕໍ່ເຮືອບິນໂດຍສານ ທີ່ກຳລັງເດີນ ທາງ ມາຍັງສະຫະຣັດ ໃນວັນບຸນຄຣິສຕ໌ມາສນັ້ນ ມີ ກຳນົດຈະໄປປາກົດໂຕຢູ່ສານ ໃນວັນສຸກມື້ນີ້. ຄະນະ ໄອຍະການ ກ່າວວ່າ ນາຍ UMAR FAROUK ABDULMUTALLAB ຈະໄປຮັບຟັງ ການກ່າວຫາ ຕໍ່ຜູ້ກ່ຽວ ເປັນເວລາສັ້ນໆທີ່ສານແຫ່ງນຶ່ງ ໃນນະຄອນ DETROIT. ຜູ້ຊາຍຊາວໄນຈີເຣັຽ ອາຍຸ 23 ປີຄົນນີ້ ໄດ້ຖືກກ່າວຫາວ່າມີຄວາມຜິດ ທາງອາຍາ 6 ກະທົງ ຮວມທັງພະຍາມ ໃຊ້ອາວຸດ ທີ່ມີອະນຸພາບຮ້າຍແຮງ ໃນການທຳລາຍ ແລະ ພະຍາຍາມ ທຳການຄາຕກັມ. ໄອຍະການເວົ້າວ່າ ນາຍ ABDULMUTALLAB ໄດ້ພະຍາຍາມ ທີ່ຈະບີບຄະນວນຣະເບີດ ທີ່ເຊື່ອງໄວ້ຢູ່ໃນສົ້ງຊ້ອນ ຫລືສະລິບຂອງຜູ້ກ່ຽວ ໃນລະຫວ່າງຖ້ຽວບິນຈາກນະຄອນ AMS- TERDAM ມາຍັງນະຄອນ DETROIT ຂອງສະຫະຣັດ. ເຈົ້າໜ້າທີ່ກ່າວວ່າ ຈະມີການ ເພີ້ມການຮັກສາຄວາມປອດພັຍ ຢູ່ທີ່ສານ ບ່ອນທີ່ນາຍ ABDULMUTALLAB ໄປປາກົດ ໂຕ.

ປາກິສຖານ: ເຈົ້າໜ້າທີ່ ປາກິສຖານ ກ່າວວ່າ ເປັນທີ່ປາກົດວ່າ ພວກຫົວຮຸນແຮງ ໄດ້ບັງເອີນ ເຮັດໃຫ້ ຣະເບີດແຕກຂຶ້ນ ໂດຍບໍ່ໄດ້ຕັ້ງໃຈ ຊຶ່ງ ໄດ້ທຳລາຍເຮືອນບ່ອນທີ່ພວກເຂົາຫລົບລີ້ຢູ່ ໃນ ເຂດຍ່ານການຄ້າແຫ່ງນຶ່ງ ຂອງນະຄອນກາຣາ ຈີ ແລະເຮັດໃຫ້ ມີຜູ້ເສັຽຊີວິດຢ່າງນ້ອຍ 7 ຄົນ. ໜ່ວຍປະຕິບັດງານ ດ້ານຣະເບີດ ຂອງປາກິສ ຖານ ໄດ້ຊ່ອຍ ໃນການຊອກຄົ້ນ ຢູ່ຕາມຊາກຫັກ ພັງ. ຕຳຣວດເວົ້າວ່າ ພວກເຄາະຮ້າຍ ບາງຄົນ ແມ່ນພວກຫົວຮຸນແຮງ ແລະມີຜູ້ຕ້ອງສົງສັຍ ຢ່າງນ້ອຍ 2 ຄົນ ເຄີຍຖືກຈັບມາກ່ອນ. ນອກນັ້ນ ເຈົ້າໜ້າທີ່ ຍັງໄດ້ຄົ້ນພົບ ປືນ ຣະເບີດມື ເສື້ອໃສ່ຣະເບີດ ທີ່ໃຊ້ໃນການໂຈມຕີສະລະຊີບ ແລະດິນຣະເບີດຈຳນວນນຶ່ງ ໃນບ່ອນທີ່ເກີດ ເຫດ. ຣັຖມຸນຕຣີ ກະຊວງພາຍໃນປາກິສຖານ ທ່ານ REHMAN MALIK ກ່າວວ່າ ພວກ ຜູ້ຊາຍ ທີ່ຢູ່ໃນເຮືອນຫລັງນີ້ ແມ່ນມາຈາກ ເຂດຮ່ອມພູ SWAT. ກອງທັບປາກິສຖານ ໄດ້ ເປີດສາກ ບຸກໂຈມຕີຄັ້ງໃຫຍ່ຕໍ່ເຂດດັ່ງກ່າວ ໃນເດືອນເມສາປີກາຍ ເພື່ອຂັບໄລ່ ພວກທາລີ ບານອອກໄປ ຊຶ່ງເປັນເຫດໃຫ້ ປະຊາຊົນ ຈຳນວນຫລາຍລ້ານຄົນ ຕ້ອງໄດ້ ອົພຍົບຫລົບໜີ ຈາກເຮືອນຊານ ບ້ານຊ່ອງເຂົາເຈົ້າ.

ສຣີລັງກາ: ຣັຖມຸນຕຣີຮັບຜິດຊອບກ່ຽວກັບເຣື່ອງ ສິດທິມະນຸດ ຂອງສຣີລັງກາ ໄດ້ປະຕິເສດ ຕໍ່ການ ຮຽກຮ້ອງໃຫ້ມີການສ້າງຕັ້ງ ຄະນະສືບສວນອິສຣະ ເພື່ອສຶກສາເບິ່ງຄວາມເປັນໄປໄດ້ທີ່ວ່າ ອາດມີການ ກໍ່ອາຊຍາກັມສົງຄາມ ໂດຍເວົ້າວ່າ ວີດີໂອທີ່ກ່າວ ຫາ ວ່າມີການກໍ່ໂທດກັມນັ້ນ ເປັນວີດີໂອທີ່ຫລອກ ລວງ ບໍ່ມີມູນຄວາມຈິງ. ຮູບພາບໃນວີດີໂອນີ້ ສະ ແດງໃຫ້ເຫັນວ່າ ຊາວທະມິລ ຊຶ່ງເປັນຊົນກຸ່ມນ້ອຍ ຂອງສຣີລັງກາ ທີ່ໄດ້ຖືກມັດ ປິດຕາແລະແກ້ເປືອຍ ໄດ້ຖືກຍິງ ໃນໄລຍະເຜົາຂົນ ໂດຍຜູ້ຊາຍຈຸນຶ່ງ ທີ່ຢູ່ ໃນເຄື່ອງແບບ ຊຸດລາຍທະຫານ. ໃນວັນສຸກມື້ນີ້ ທ່ານ MAHINDA SAMARASHINGHE ໄດ້ ກ່າວຫາ ເຈົ້າໜ້າທີ່ ອົງການສະຫະປະຊາຊາດ ທີ່ທວງໃຫ້ມີການສືບສວນກ່ຽວກັບ ອາຊຍາ ກັມ ສົງຄາມນັ້ນວ່າ ຍັງສືບຕໍ່ ເຮັດສົງຄາມ ຕ້ານສຣີລັງກາ ແລະຢືນຢັດວ່າ ວີດີໂອເທັບດັ່ງ ກ່າວ ເປັນຂອງປອມ. ເຈົ້າໜ້າທີ່ສືບສວນ ໃນດ້ານສິດທິມະນຸດ ຂອງອົງການ ສະຫະປະຊາ ຊາດ ທ່ານ PHILIP ALSTON ກ່າວໃນມື້ວານນີ້ວ່າ ວີດີໂອດັ່ງກ່າວ ໄດ້ມີການທົບທວນ ເບິ່ງ ໂດຍນັກຊ່ຽວຊານ ທີ່ເປັນອິສຣະ 3 ທ່ານ ຊຶ່ພາກັນ ລົງຄວາມເຫັນວ່າ ເປັນຂອງແທ້.

ມາເລເຊັຽ: ເຈົ້າໜ້າທີ່ໃນມາເລເຊັຽໄດ້ສັ່ງໃຫ້ ເພີ້ມການລາຕເວນ ຂອງຕຳຣວດໃນບໍຣິເວນ ອ້ອມແອ້ມ ໂບດຂອງສາສນາຄຣິສຕ໌ ຫຼັງຈາກ ໄດ້ມີ ການໂຈມຕີໂບດ 3 ແຫ່ງ ໃນຕອນເຊົ້າ ຂອງວັນສຸກມື້ນີ້ ຂະນະທີ່ ຄວາມເຄັ່ງຕຶງມີສູງ ຂຶ້ນ ກ່ຽວກັບການຕັດສິນຂອງສານທີ່ອະນຸຍາດ ໃຫ້ ໜັງສືພິມ ຂອງສາສນາຄຣິສຕ໌ ນິກາຍກາ ໂທລິກໃຊ້ຄຳວ່າ ALLAH ແທນພຣະເຈົ້າໄດ້. ຊັ້ນລຸ່ມສຸດຂອງໂບດໃຫຍ່ແຫ່ງນຶ່ງໃນເຂດຊານ ເມືອງ ຂອງນະຄອນຫລວງກວາລາລັມເປີ ໄດ້ ຖືກທຳລາຍ ຍ້ອນຣະເບີດໄຟ. ເຈົ້າໜ້າທີ່ເວົ້າ ວ່າ ນອກນັ້ນ ຍັງມີການແກວ່ງຣະເບີດໄຟ ໃສ່ ໂບດອີກ 2 ແຫ່ງ ນຶ່ງໃນນັ້ນ ແມ່ນເປັນໂບດ ຂອງກາໂຕລິກ. ໂບດກາໂຕລິກ ດັ່ງກ່າວ ໄດ້ ຮັບຄວາມເສັຽຫາຍເລັກນ້ອຍແລະບໍ່ມີລາຍງານ ວ່າ ມີຜູ້ໃດບາດເຈັບລົ້ມຕາຍ ໃນການໂຈມຕີ ທີ່ວ່ານີ້. ເຫດຮ້າຍດັ່ງກ່າວ ເກີດຂຶ້ນ ບໍ່ເທົ່າໃດຊົ່ວໂມງ ກ່ອນແຜນການ ໂຮມຊຸມນຸມປະທ້ວງ ຂອງຊາວມຸສລິມ ເພື່ອຕໍ່ຕ້ານ ການຕັດສິນ ຂອງສານສູງ ໃນມາເລເຊັຽ ເມື່ອສັບປະດາແລ້ວ.

ມຽນມາ: ອະດີດເຈົ້າໜ້າທີ່ມຽນມາ 2 ຄົນ ໄດ້ ຖືກຕັດສິນໂທດ ປະຫານຊີວິດຍ້ອນຖືກກ່າວຫາ ວ່າ ສົ່ງຂໍ້ມູນລັບ ຂອງທາງການ ໃຫ້ແກ່ສື່ມວນ ຊົນ ທີ່ລີ້ພັຍຢູ່ຕ່າງປະເທດ. ແຫລ່ງຂ່າວແຈ້ງວ່າ ອະດີດເຈົ້າຄອງກຳແພງນະຄອນ WIN NAING KYAW ແລະ ທ່ານ THURA KYAW ອະດີດ ເຈົ້າໜ້າທີ່ກະຊວງການ ຕ່າງປະເທດມຽນມາ ໄດ້ ຖືກຕັດສິນ ໂທດໃນວັນສຸກມື້ນີ້ ທີ່ສານ ແຫ່ງນຶ່ງ ໃນນະຄອນຢ່າງກຸ້ງ ພາຍໃຕ້ກົດໝາຍພາວະສຸກເສີນ. ບຸກຄົນທັງ 2 ໄດ້ຖືກຄຸກ ຫລັງຈາກ ສື່ມວນຊົນ ມຽນທີ່ລີ້ພັຍໃນຕ່າງປະເທດ ໄດ້ພິມເຜີຍແຜ່ ຮູບພາບໃນປີກາຍນີ້ ກ່ຽວກັບການ ເດີນທາງ ໄປຢ້ຽມຢາມ ເກົາຫລີເໜືອ ຂອງນາຍພົນ SHWE MANN ບຸກຄົນໝາຍເລກ 3 ໃນຄະນະ ນາຍທະຫານ ທີ່ປົກຄອງ ມຽນມາເວລານີ້. ວາຣະສານ IRRAWADDY ກ່າວ ວ່າ ການເດີນທາງ ໄປຢ້ຽມຢາມເກົາຫຼີເໜືອ ຂອງນາຍພົນ SHWE MANN ແມ່ນພົວພັນ ກັບການຈັດຊື້ອາວຸດທະຫານ ແລະໄປຢ້ຽມ ສະຖານທີ່ທາງທະຫານຫລາຍໆບ່ອນ. ນອກນັ້ນ ແລ້ວ ສານຍັງໄດ້ຕັດສິນໂທດ ບຸກຄົນທີ 3 ໃຫ້ຈຳຄຸກ ເປັນເວລາດົນນານ ຍ້ອນໄດ້ລະເມີດ ກົດໝາຍວ່າດ້ວຍ ອີເລັກໂທຣນິກ ຂອງມຽນມາ ຊຶ່ງໄດ້ຫ້າມ ບໍ່ໃຫ້ນຳໃຊ້ ອິນເຕີແນັດ ເພື່ອ ແຈກຢາຍເອກກະສານ ທີ່ອາດ ເປັນພັຍອັນຕະລາຍ ຕໍ່ອຳນາດ ການປົກຄອງ ທະຫານມຽນ ມາ.

ອີຣັກ: ເຈົ້າໜ້າທີ່ອີຣັກກ່າວໃນວັນພະຫັດວານ ນີ້ວ່າ ສະມາຊິກ ສະພາແຫ່ງຊາດ ທີ່ນັບຖືສາສ ນາອິສລາມ ນິກາຍຊຸນນີ່ ທີ່ສຳຄັນຄົນນຶ່ງ ແລະ ພັກການເມືອງ ຂອງຜູ້ກ່ຽວ ໄດ້ຖືກຫ້າມ ບໍ່ໃຫ້ ປະກອບສ່ວນ ເຂົ້າຮ່ວມໃນ ການເລືອກຕັ້ງສະ ມາຊິກ ສະພາແຫ່ງຊາດ ຄັ້ງຈະມາ ຂອງອີຣັກ ຍ້ອນເຄີຍມີຄວາມສັມພັນ ກັບອຳນາດການປົກ ຄອງໃນສມັຍກ່ອນ. ທ່ານ ALI FAYSAL AL-LAMI ຜູ້ອຳນວຍການ ຄະນະກັມມະການ ຮັບຜິດຊອບ ແລະຄວາມຍຸຕິທັມ ກ່າວວ່າ ຜູ້ນຳຂອງພັກ ທ່ານ SALAH AL-MUTLAK ໄດ້ຖືກຕັດສິດ ຍ້ອນໄດ້ກ່າວຖແລງ ໃຫ້ການສນັບສນຸນ ຕໍ່ສະມາຊິກພັກ BAATH ຊຶ່ງເປັນ ອະດີດ ພັກຣັຖບານອີຣັກ ຂອງ SADDAM HUSSEIN. ທ່ານ AL-MUTLAK ບໍ່ໄດ້ໃຫ້ ຄວາມສຳຄັນໃດໆ ຕໍ່ການກ່າວຫາ ແລະເວົ້າວ່າ ທ່ານຈະຂໍອຸທອນ ຕໍ່ການຕັດສິນ ດັ່ງກ່າວ. ແນວໃດກໍຕາມ ພວກນັກວິເຄາະ ເວົ້າວ່າ ການເຄື່ອນໄຫວ ທີ່ວ່ານີ້ ແມ່ນເປັນການສ້າງ ຄວາມເສັຽຫາຍຮ້າຍແຮງ ໃຫ້ແກ່ເຈົ້າໜ້າທີ່ ສະຫະຣັດ ທີ່ຫວັງວ່າ ການເລືອກຕັ້ງ ຄັ້ງຈະມາ ຈະເປີດໂອກາດ ໃຫ້ພັກການເມືອງຝ່າຍຄ້ານ ໄດ້ເຂົ້າຮ່ວມ ຂັ້ນຕອນ ທາງດ້ານການເມືອງ ແລະສ້າງສະເຖັຽຣະພາບ ໃຫ້ແກ່ຣັຖບານອີຣັກ.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG