ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫົວໜ້າສືບລັບ ສະຫະຣັດ ກ່າວວ່າ ບັນດາອົງການສືບລັບ ຮັບຮູ້ແລະເຂົ້າໃຈດີແລ້ວ ກ່ຽວກັບຄວາມພິດພາດ ຂອງຕົນ


ສາຍການບິນ - ຄວາມປອດພັຍ: ເຈົ້າໜ້າ ທີ່ອະວຸໂສຄົນນຶ່ງ ຂອງສະຫະຣັດ ກ່າວວ່າ ບັນ ດາອົງການສືບລັບ ໄດ້ຮັບຮູ້​ ແລະ​ເຂົ້າ​ໃຈດີແລ້ວ ກ່ຽວ​ກັບ​ຄວາມ​ຜິດພາດ ​ຂອງ​ພວກຕົນຫລັງຈາກ ປະທານາທິບໍດີ BARACK OBAMA ໄດ້ກ່າວໂຈມຕີ ພວກເຂົາເຈົ້າ ລຸນຫລັງໄດ້ມີ ການພະຍາຍາມ ແຕ່ບໍ່ສຳເຣັດຜົນ ທີ່ຈະວາງຣະເບີດ ໂຈມຕີເຮືອບິນໂດຍສານ ທີ່ເດີນທາງມາຍັງ ສະຫະຣັດ ໃນມື້ວັນບຸນ ຄຣິສຕ໌ມາສນັ້ນ. ລຸນຫລັງທີ່ໄດ້ພົບປະ ກັບປະທານາທິບໍດີ OBAMA ທ່ານ DENNIS BLAIR ຜູ້ອຳນວຍການ ອົງການສືບລັບແຫ່ງຊາດ ຂອງສະຫະຣັດ ໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະເຮັດວຽກດີຂຶ້ນ ຄົ້ນຄິດ ດີຂຶ້ນກວ່າເກົ່າ ແລະເອົາຊະນະ ກົລຍຸດໃໝ່ ຂອງພວກກໍ່ການຮ້າຍ ແລະເວົ້າວ່າ ບັນດາອົງການສືບລັບ ຈະດຳເນີນການທີ່ຈຳເປັນ ເພື່ອປ້ອງກັນ ບໍ່ໃຫ້ມີການໂຈມຕີ ຂອງພວກກໍ່ການຮ້າຍ ເກີດຂຶ້ນອີກ ໃນອະນາຄົດ. ໃນມື້ວານນີ້ ທ່ານ OBAMA ກ່າວວ່າ ຄວາມລົ້ມ​ແຫລວ ໃນ​ການບໍ່ສາມາດ ສະກັດກັ້ນ ການວາງແຜນ ທີ່ຈະວາງຣະເບີດ ໃສ່ເຮືອບິນໂດຍສານນັ້ນ ເປັນຄວາມຜິດ ພາດທີ່ອາດ​ພາໃຫ້ ເກີດຄວາມຫາຍານະໄດ້.

ເຢເມນ: ເຈົ້າໜ້າທີ່ເຢເມນ ກ່າວວ່າ ຕຳຣວດ ໄດ້ຈັບ ພວກຫົວຮຸນແຮງ AL-QAIDA 3 ຄົນ ທີ່ເປັນພັຍຂົ່ມຂູ່ ຕໍ່ຄວາມປອດພັຍ ທີ່ພາໃຫ້ສະຖານທູດ ຂອງປະເທດຕາເວັນຕົກ ໃນນະຄອນຫລວງ ຂອງເຢເມນ ປິດເປັນເວລາ 2 ມື້ນັ້ນ. ເຈົ້າໜ້າທີ່ເວົ້າວ່າ ພວກຫົວຮຸນແຮງ ທັງ 3 ໄດ້ຫລົບໜີ ການບຸກໂຈມຕີ ຂອງຣັຖບານເຢເມນ ໃນມື້ວັນຈັນຜ່ານມາ ແລະ​ໄປຮັບ​ການ​ປິ່ນປົວບາດແຜ ທີ່ພວກເຂົາໄດ້ຮັບ ຢູ່ທີ່ໂຮງໝໍແຫ່ງນຶ່ງ ໃນນະຄອນຫລວງ SANAA. ເຈົ້າໜ້າທີ່ເວົ້າວ່າ ຕຳຣວດໄດ້ຈັບ ພວກຫົວຮຸນແຮງທັງ 3 ຢູ່ທີ່ໂຮງໝໍ ແລະຈັບຄົນ​ອື່ນໆ​ອີກ 4 ຄົນ ທີ່​ທາງ​ການ​ສົງສັຍວ່າ ຊ່ວຍ​ໃຫ້ພວກເຂົາ ຫລົບລີ້ຢູ່​ໃນ​ໂຮງໝໍນັ້ນ. ຣັຖບານເຢເມນ ກ່າວວ່າ ກຳລັງຂອງຕົນ ໄດ້ສັງຫານພວກຫົວຮຸນແຮງ AL-QAIDA 2 ຄົນ ໃນການປະຕິບັດງານ ໃນມື້ວັນຈັນແລ້ວ ແຕ່ຜູ້ຕ້ອງສົງສັຍ ວ່າເປັນຜູ້ນຳ ຂອງກຸ່ມດັ່ງກ່າວ ໃນເຂດທ້ອງຖິ່ນ ສາມາດຫລົບໜີໄປໄດ້. ສະຫະຣັດ ອັງກິດ ແລະຝຣັ່ງ ໄດ້ເປີດ ສະຖານທູດຂອງຕົນ ທີ່ນະຄອນຫລວງ SANAA ຄືນໃໝ່ ໃນມື້ວານນີ້. ວໍຊິງຕັນກ່າວວ່າ ເຢເມນໄດ້ແກ້ໄຂ ບັນຫາຄວາມວິຕົກກັງວົນ ໄດ້ຢ່າງສຳເຣັດຜົນ ກ່ຽວກັບການໂຈມຕີ ທີ່ອາດມີຂຶ້ນ ຂອງກຸ່ມກໍ່ການຮ້າຍ AL-QAIDA ຕໍ່ສະຖານທູດຕ່າງປະເທດ.

ນັກໂທດເຢເມນ: ບັນດາກຸ່ມປົກປ້ອງສິດທິ ມະນຸດ ໃນສະຫະຣັດ ໄດ້ຕຳໜິຕິຕຽນ ການ ຕັດສິນໃຈ ຂອງປະທານາທິບໍດີ BARACK OBAMA ທີ່ຈະຢຸດເຊົາ ການສົ່ງພວກນັກໂທດ ຈາກບ່ອນຄຸມຂັງ ຂອງສະຫະຣັດ ທີ່ອ່າວ GUANTANAMO ໃນປະເທດຄິວບາ ໄປຍັງປະເທດເຢເມນ. ທ່ານ OBAMA ໄດ້ໂຈະການຈັດສົ່ງ ພວກນັກໂທດ ຊາວເຢເມນ ທີ່ຖືກຄຸມຂັງ ຢູ່ອາວ GUANTANAMO ກັບຄືນປະເທດ ຍ້ອນອັນທີ່ທ່ານເອີ້ນວ່າ ສະຖານະການ ທາງດ້ານຄວາມປອດພັຍ ທີ່ຍັງວຸ້ນວາຍ ໃນເຢເມນ. ສະມາຊິກ ຣັຖສະພາສະຫະຣັດ ບາງທ່ານ ໄດ້ສະແດງຄວາມ ວິຕົກກັງວົນວ່າ ພວກນັກໂທດ ທີ່ຖືກປ່ອຍ ກັບຄືນປະເທດນັ້ນ ອາດຈະເຂົ້າຮ່ວມ ກຸ່ມກໍ່ການຮ້າຍ AL-QAIDA ໃນເຢເມນ ທີ່ພວມວາງແຜນ ໂຈມຕີສະຫະຣັດ. ສະຫະພັນ ສິດທິພົລເມືອງ ອະເມຣິກັນ ກ່າວວ່າ ເຈົ້າໜ້າທີ່ ສະຫະຣັດ​ ໄດ້ອະນຸມັດ​ ໃຫ້ປ່ອຍ ພວກນັກໂທດເຢເມນ 35 ຄົນ ທີ່ຖືກຂັງ ຢູ່ອ່າວ GUANTANAMO ມາ​ກ່ອນ​ແລ້ວ ​ແລະ​ກ່າວ​ຕໍ່​ໄປວ່າ ມັນເປັນເຣື່ອງ ທີ່ບໍ່ສລາດ ແລະບໍ່ຍຸຕິທັມ ທີ່ກອງທັບ ສະຫະຣັດ ຈະສືບຕໍ່ຄຸມຂັງ ພວກເຂົາເຈົ້າ ຍ້ອນ​ເຫດຜົນ ພຽງ​ແຕ່ວ່າ ເຂົາເຈົ້າມາຈາກ ປະເທດໃດນຶ່ງ ໂດຍສະເພາະ.

ປາກິສຖານ: ຕຳຣວດປາກິສຖານ ກ່າວວ່າ ການໂຈມຕີ ສະລະຊີບເຮັດໃຫ້ທະຫານ 4 ຄົນ ເສັຽຊີວິດ ແລະມີຄົນ ໄດ້ຮັບບາດເຈັບອີກ 10 ກວ່າຄົນ ທີ່ແຄວ້ນແຄັສເມັຽ ໃນເຂດທີ່ຢູ່ພາຍໃຕ້ ການຄວບຄຸມ ຂອງປາກິສຖານ. ທ່ານ JAVED IQBAL ຜູ້ບັນຊາການຕຳຣວດ ປະຈຳເຂດດັ່ງ ກ່າວ ເວົ້າວ່າ ເຫດຣະເບີດ ເກີດຂຶ້ນໃກ້ໆ ຄ້າຍທະຫານ ທີ່ເມືອງ RAWALAKOT ໃນວັນພຸດມື້ນີ້. ຕຳຣວດກ່າວວ່າ ຜູ້ໂຈມຕີ ໄດ້ບີບຄະນວນຣະເບີດ ໃຫ້ແຕກຂຶ້ນ ​ເວລາ​ຜູ້ກ່ຽວ ຖືກຍາມສັ່ງໃຫ້ຢຸດ ຢູ່ປະຕູທາງເຂົ້າ ຄ້າຍທະຫານ. ຄວາມຮຸນແຮງ ໃນທຳນອງນີ້ ບໍ່ຄ່ອຍ​ໄດ້ເກີດຂຶ້ນ ທີ່ແຄວ້ນແຄັສເມັຽ ໃນສ່ວນທີ່ປາກິສຖານ ຄວບຄຸມຢູ່ ແຕ່ໃນໄລຍະ ນຶ່ງອາທິດກວ່າໆ ຜ່ານມານີ້ ໄດ້ມີການໂຈມຕີ ດ້ວຍຣະເບີດ ສະລະຊີບ ໃສ່ວັດແຫ່ງນຶ່ງ ຂອງສາສນາອິສລາມ ນິກາຍຊີໄອທ໌ ຢູ່ທີ່ເມືອງ MUZAFFARABAD ຊຶ່ງເປັນເມືອງເອກ ຂອງເຂດ ທີ່ເປັນເຫດ ໃຫ້ມີຜູ້ເສັຽຊີວິດ ຢ່າງນ້ອຍ 10 ຄົນ. ມີຫລາຍຮ້ອຍຄົນແລ້ວ ໄດ້ເສັຽຊີວິດ ໃນການໂຈມຕີ ຂອງພວກ ຫົວຮຸນແຮງ ໃນປາກິສຖານ ນັບແຕ່ກອງທັບ ໄດ້ເປີດສາກບຸກໂຈມຕີ ເພື່ອກຳຈັດ ກຳລັງທາລີບານ ໃນເຂດ WAZIRISTAN ໃຕ້ ເມື່ອກາງເດືອນ ຕຸລາຜ່ານມາ.

ການລ່າປາບາແລນ: ກຸ່ມຕໍ່ຕ້ານ ການລ່າ ປາບາແລນ ຫລືປາເວລນາໆຊາດ​ ກ່າວວ່າ ເຮືອລຳນຶ່ງທີ່ຕົນໃຊ້ ໃນການປະທ້ວງການ ລ່າປາບາແລນ ຂອງຍີ່ປຸ່ນ ຢູ່ໃນເຂດນ່ານນ້ຳ ນອກແຄມຝັ່ງ ຂອງຂົ້ວໂລກໃຕ້ນັ້ນ ໄດ້ຖືກກຳປັ່ນຍີ່ປຸ່ນ ແລ່ນຕຳ ແລະຫັກອອກເປັນ 2 ທ່ອນ. ໂຄສົກຄົນນຶ່ງ ຂອງອົງການອະນຸຣັກ ປາບາແລນ SEA SHEPHERD CONSERVATION SOCIETY ກ່າວວ່າ ເຮືອທີ່ໃຊ້ ເທັກໂນໂລຈີສູງ ຂອງຕົນ ທີ່ຊື່ວ່າ ADY GIL ນັ້ນ ກຳລັງຫລົ້ມ ຫລັງຈາກໄດ້ຕຳກັນ ກັບກຳປັ່ນ SHONAN MARU ຂອງຍີ່ປຸ່ນ. ກຸ່ມອະນຸຣັກ ປາບາແລນ ກ່າວວ່າ ລູກເຮືອ ຢູ່ເທິງເຮືອລຳດັ່ງກ່າວ ທັງ 6 ​ຄົນ ໄດ້​ຮັບ​ການ​ຊ່ວຍ​ຊີວິດ​ໄວ້ ​ແຕ່​ຄົນ​ນຶ່ງ​ ໄດ້​ຮັບ​ບາດ​ເຈັບ​ ກະດູກ​ຂ້າງ​ຫັກ. ອຸບັດຕິເຫດ ໃນມື້ນີ້ ແມ່ນຮ້າຍແຮງສຸດ ນັບຕັ້ງແຕ່ ອົງການອະນຸຣັກ ປາບາແລນ ທີ່​ວ່າ​ນີ້ ໄດ້ສົ່ງເຮືອ ໄປຍັງຂົ້ວໂລກໃຕ້ ເພື່ອລົບກວນ ການປະຕິບັດງານ ຂອງກຳປັ່ນຍີ່ປຸ່ນ ຢູ່ໃນເຂດດັ່ງກ່າວ ຊຶ່ງເປັນພາກສ່ວນນຶ່ງ ໃນການລ່າປາບາແລນ ປະຈຳປີ ຂອງ​ຍິ່ປຸ່ນ. ສະຖາບັນຄົ້ນຄວ້າ CETACEAN ຊຶ່ງເປັນອົງການ ຮັບຜິດຊອບ ໃນການລ່າປາບາແລນ ຂອງຍີ່ປຸ່ນ ກ່າວວ່າ ພວກລູກເຮືອ ຈາກເຮືອ ADY GIL ໄດ້​ແກວ່ງ​ອາວຸດ ໄປໃສ່ກຳປັ່ນແມ່ NISSHIN MARU ໃນມື້ວານນີ້.

ມຽນມາ: ອົງການປົກປ້ອງອິສຣະພາບທາງດ້ານຂ່າວ ສານ 2 ກຸ່ມ ໄດ້ປະນາມ ການຕັດສິນໂທດເປັນເວລາ ດົນນານ ຕໍ່ນັກຂ່າວຄົນນຶ່ງ ທີ່ປະຕິບັດໜ້າທີ່ ຢູ່ໃນມຽນມາ. ອົງການນັກຂ່າວ ບໍ່ມີພົມແດນ ແລະສະມາຄົມ ສື່ມວນຊົນ ຂອງມຽນມາ ກ່າວວ່າ ເມື່ອໄວໆມານີ້ ນາງ HLA HLA WIN ໄດ້ຖືກຕັດສິນໂທດ ຈຳຄຸກເປັນເວລາ 20 ປີ ໂດຍສານແຫ່ງນຶ່ງ ຂອງມຽນມາ ທີ່ເມືອງ PAKOKKU ໃນພາກເໜືອ ຂອງປະເທດ. ນາງໄດ້ຖືກຈັບ ໃນເດືອນກັນຍາ ປີກາຍ ຫລັງຈາກ ໄດ້ໄປຢ້ຽມວັດ ສາສນາພຸດແຫ່ງນຶ່ງ ທີ່ເມືອງ PAKOKKU. ນາງ HLA HLA WIN ອາຍຸ 25 ປີ ເປັນນັກຂ່າວ ວີດີີໂອອິສຣະ ທີ່ເຮັດວຽກ ໃຫ້ອົງການ ສຽງປະຊາທິປະໄຕ ຂອງມຽນມາ ຊຶ່ງເປັນອົງການຂ່າວ ​ທີ່ກະຈາຍອອກ​ມາ ຈາກນໍຣເວຍ. ອົງການປົກປ້ອງ ອິສຣະພາບ ທາງດ້ານການຂ່າວ ທັງສອງເວົ້າວ່າ ທາງການມຽນມາ ໄດ້ກ່າວຫານາງວ່າ ລະເມີດກົດໝາຍ ອີເລັກໂທຣນິກ ຂອງປະເທດ. ສ່ວນຜູ້ທີ່ຖືກຈັບ ພ້ອມໆກັນກັບນາງ HLA HLA WIN ນັ້ນ ໄດ້ຖືກ ຕັດສິນໂທດຈຳຄຸກ ເປັນເວລາ 26 ປີ.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG