ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວຢືນຢັນວ່າຈະໃຫ້ການຊ່ວຍເຫຼືອ ແລະ ເບິ່ງແຍງຊາວມົ້ງ ກັບຄືນຈາກຫ້ວຍນ້ຳຂາວເປັນຢ່າງດີ


ຮອງນາຍົກລັດຖະມົນຕີລາວຢືນຢັນວ່າທາງ ການລາວຈະໃຫ້ການຊ່ວຍເຫຼືອ ແລະ ເບິ່ງ ແຍງຊາວມົ້ງທຸກຄົນເປັນຢ່າງດີ ລວມທັງຮັບ ປະກັນຄວາມປອດໄພໃຫ້ຢ່າງຄັກແນ່ອີກດ້ວຍ.

ໜ່ວຍສະເພາະກິດປະສົມລະຫວ່າງພົນລະ ເຮືອນຕຳຫຼວດ ແລະ ທະຫານໄທໄດ້ດຳເນີນ ການໂຍກຍ້າຍບັນດາຊາວມົ້ງລາວ ທີ່ພັກອາ ໃສຢູ່ສູນຮອງຮັບຊົ່ວຄາວ ບ້ານຫ້ວຍນໍ້າຂາວ ໃນເຂດອຳເພີເຂົາຄໍ້ ຈັງຫວັດ ເພັດສະບູນ ທາງພາກເໜືອຕອນຫລ່າງຂອງປະເທດໄທ ໃນຕອນເຊົ້າຂອງ ວັນທີ່ 28 ທັນວາ 2009 ແລະ ສາມາດດຳເນີນການສົ່ງຊາວມົ້ງ ກັບ ຄືນໄປໃຫ້ແກ່ທາງການລາວໄດ້ທັງໝົດ ໃນຕອນເຊົ້າຂອງວັນທີ່ 29 ທັນວາ ປີດຽວກັນ.

ທັງນີ້ໂດຍຈາກຂໍ້ມູນສະຖິຕິຫລ້າສຸດຂອງທາງການໄທກໍ່ໄດ້ລາຍງານໃຫ້ຮູ້ວ່າມີຊາວມົ້ງທັງໝົດ 4.518 ຄົນ ທີ່ໄດ້ສົ່ງມອບໃຫ້ກັບທາງການລາວໂດຍການເດີນທາງຂ້າມຂົວມິດຕະພາບ ລາວ-ໄທ ແຫ່ງທຳອິດ ທີ່ເຊື່ອມຕໍ່ລະຫວ່າງ ໜອງຄາຍກັບນະຄອນຫລວງວຽງຈັນ. ສ່ວນ ທາງການລາວນັ້ນ ກໍ່ໄດ້ຮັບເອົາຊາວມົ້ງເຫຼົ່ານີ້ ໄປພັກອາໃສຊົ່ວຄາວຢູ່ໃນສູນຮອງຮັບທີ່ ເມືອງປາກຊັນ ແຂວງບໍລິຄຳໄຊ ເພື່ອທຳການຂັດແຍກ ແລະ ໃຫ້ການອົບຮົມຊາວມົ້ງທຸກ ຄົນ ກ່ອນທີ່ຈະສົ່ງພວກເຂົາເຈົ້າກັບຄືນສູ່ພູມລຳເນົາເດີມ ຫຼື ເຂດຈັດສັນໃໝ່ຕໍ່ໄປ.

ແຕ່ຢ່າງໃດກໍ່ຕາມ ການດຳເນີນການດັ່ງກ່າວນີ້ ຂອງທາງການລາວ ແລະ ໄທກໍ່ໄດ້ຖືກທັກ ທ້ວງຈາກອົງການສິດທິມະນຸດ Human Rights Watch, ສຳນັກງານຜູ້ລີ້ໄພແຫ່ງ ອົງການສະຫະປະຊາຊາດ (UNHCR), ສະມາຊິກ ແລະ ກຸ່ມສະຫະພາບຢູໂຣບຢ່າງ ກວ້າງຂວາງເນື່ອງຈາກວ່າ ມີຄວາມເປັນຫ່ວງ ຕໍ່ສະຫວັດດີການຂອງບັນດາຊາວມົ້ງ ເມື່ອ ຖືກສົ່ງກັບຄືນໄປລາວ ແລ້ວນັ້ນ.

ຊຶ່ງຕໍ່ກໍລະນີດັ່ງກ່າວນີ້ ທ່ານ ອະພິສິດ ເວດຊາ ຊີວະ ນາຍົກລັດຖະ ມົນຕີໄທ ກໍ່ໄດ້ຖະແຫຼງ ຢືນຢັນວ່າທາງການລາວ ໄດ້ໃຫ້ການຮັບປະກັນ ຢ່າງຄັກແນ່ແລ້ວ ວ່າຈະໃຫ້ການຊ່ວຍເຫຼືອ ແລະ ເບິ່ງແຍງຊາວມົ້ງທຸກຄົນເປັນຢ່າງດີ ແລະ ທາງການໄທ ກໍ່ເຊື່ອໝັ້ນວ່າ ທາງ ການລາວກໍ່ໄດ້ປະຕິບັດດັ່ງກ່າວແທ້ ຈຶ່ງເຮັດໃຫ້ທາງການ ໄທ ດຳເນີນການດັ່ງກ່າວນີ້ ແລະ ກໍ່ເປັນໄປຕາມການຕົກລົງລະຫວ່າງທາງການລາວກັບໄທ ຢ່າງຄັກແນ່ແລ້ວອີກດ້ວຍ.

ສ່ວນຝ່າຍທາງການລາວນັ້ນ ກໍ່ໄດ້ໃຫ້ການຢືນຢັນຢ່າງຄັກແນ່ເຊັ່ນດຽວກັນວ່າ ໄດ້ປະຕິບັດ ຕໍ່ຊາວມົ້ງຢ່າງດີກັບທັງຍັງໄດ້ວິພາກວິຈານການສະແດງຄວາມເປັນຫ່ວງເປັນໃຍ ຂອງບັນດາ ຕ່າງປະເທດທີ່ມີຕໍ່ກໍລະນີດັ່ງກ່າວນີ້ອີກດ້ວຍ.

ຊາວມົ້ງລາວໄດ້ພາກັນເດີນທາງເຂົ້າໄປພັກອາໃສຢູ່ໃນເຂດໝູ່ບ້ານຫ້ວຍນໍ້າຂາວນັບແຕ່ປີ 2004 ເປັນຕົ້ນມາໂດຍໃຫ້ເຫດຜົນວ່າ ສາເຫດທີ່ເຮັດໃຫ້ພວກຕົນຕ້ອງອົບພະຍົບອອກ ຈາກລາວ ກໍ່ຍ້ອນວ່າຖືກທາງການລາວທຳການປິດລ້ອມ ແລະ ປາບປາມຢ່າງຕໍ່ເນື່ອງ ເພາະວ່າ ພວກຕົນເປັນອະດິດ CIA ແລະ ລູກຫຼານຂອງ CIA ຂອງສະຫະລັດ ອາເມ ຣິກາ ໃນໄລຍະສົງຄາມອິນໂດຈີນ.

ຫາກແຕ່ທາງການລາວກໍ່ໄດ້ປະຕິເສດຕໍ່ການກ່າວຫາດັ່ງກ່າວມາໂດຍຕະຫຼອດເຊັ່ນກັນ ແລະ ຕອບໂຕ້ວ່າເປັນການສ້າງເລື້ອງຂຶ້ນມາໂດຍກຸ່ມຄົນບໍ່ດີ ໃນຕ່າງປະເທດ ທີ່ຕ້ອງການຈະບ່ອນ ທຳລາຍພາບພົດຂອງລັດຖະບານລາວໃນເວທີສາກົນ.

ຍິ່ງໄປກວ່ານັ້ນ ທາງການລາວແລະໄທກໍ່ຍັງວ່າຊາວມົ້ງເຫຼົ່ານີ້ ບໍ່ແມ່ນບັນຫາການອົບພະ ຍົບຈຶ່ງບໍ່ຍອມອານຸຍາດໃຫ້ພາກສ່ວນທີ່ 3 ເຂົ້າມາກ່ຽວຂ້ອງແຕ່ຢ່າງໃດ. ນັບແຕ່ປີ 2006 ຈົນເຖິງຄັ້ງຫຼ້າສຸດອັນເປັນຄັ້ງສຸດທ້າຍຂອງການຈັດສົ່ງຊາວມົ້ງ ກັບຄືນໄປລາວ ນັ້ນກໍ່ມີ ຊາວມົ້ງທັງໝົດ 7.691 ຄົນ ທີ່ຖືກໄທສົ່ງມອບໃຫ້ກັບທາງການລາວ.

XS
SM
MD
LG