ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະຣັດ ເປີດສະຖານທູດທີ່ເຢເມນຄືນໃໝ່ ແລະຊົມເຊີຍ ການປາບປາມ ພວກກໍ່ການຮ້າຍ ຂອງເຢເມນ


ເຢເມນ: ສະຖານທູດ ສະຫະຣັດ ໃນເຢເມນ ກ່າວວ່າ ທາງສະຖານທູດໄດ້ເປີດຄືນໃໝ່ແລ້ວ ຫລັງຈາກ ກຳລັງຂອງເຢເມນ ໄດ້ຮັບມືຢ່າງສຳ ເຣັດຜົນ ກັບພັຍຂົ່ມຂູ່ ທີ່ພາໃຫ້ມີການປິດ ສະ ຖານທູດ ເປັນເວລາ 2 ມື້. ສະຖານທູດ ຂອງ ສະຫະຣັດ ທີ່ນະຄອນຫຼວງ SANAA ໄດ້ເປີດ ຄືນໃໝ່ ໃນວັນອັງຄານມື້ນີ້. ສະຖານທູດສະຫະ ຣັດ ກ່າວວ່າ ເຢເມນໄດ້ແກ້ໄຂ ບັນຫາ​ທີ່ ເປັນຄວາມວິຕົກກັງວົນດ້ານນຶ່ງໂດ​ຍສະເພາະເຈາະຈົງ ໂດຍໄດ້ປະຕິບັດງານ ຕໍ່ຕ້ານການກໍ່ການຮ້າຍ ໃນມື້ວານນີ້ ຢູ່ທາງທິດເໜືອ ຂອງນະຄອນຫຼວງ SANAA. ເຢເມນກ່າວວ່າ ກຳລັງຂອງຕົນ ໄດ້ສັງຫານ ຜູ້ຕ້ອງສົງສັຍວ່າ ເປັນສະມາຊິກ ກຸ່ມກໍ່ການຮ້າຍ AL-QAIDA 2 ຄົນ ໃນມື້ວານນີ້ ໃນເຂດ ARHAB ທາງພາກເໜືອ ຂອງປະເທດ. ສະຫະຣັດ ແລະອັງກິດ ໄດ້ປິດສະຖານທູດ ຂອງຕົນ ທີ່ນະຄອນຫລວງ SANAA ຍ້ອນໄດ້ມີ ການເຕືອນ ກ່ຽວກັບການໂຈມຕີ ທີ່ອາດມີຂຶ້ນ ຈາກກຸ່ມກໍ່ການຮ້າຍ AL-QAIDA. ນອກນັ້ນແລ້ວ ຍັງມີສະຖານທູດ ຂອງຫລາຍໆປະເທດ ໃນເຢເມນ ໄດ້ຢຸດ ການປະຕິບັດງານ ເປັນການຊົ່ວຄາວ.

ສາຍການບິນ - ຄວາມປອດພັຍ: ເຈົ້າໜ້າທີ່ ສະຫະຣັດ ກ່າວວ່າ ປະທານາທິບໍດີ BARACK OBAMA ຈະປະກາດ ມາດຕາການ ປະຕິຮູບ ຊຸດ​ນຶ່ງ ໃນນະໂຍບາຍ ຕໍ່ຕ້ານ ການກໍ່ການຮ້າຍ ຂອງສະຫະຣັດ ໃນວັນອັງຄານມື້ນີ້ຫລັງຈາກໄດ້ ມີການ ພະຍາຍາມວາງຣະເບີດ ໂຈມຕີເຮືອບິນ ໂດຍສານ ຂອງສະຫະຣັດ ໃນມື້ວັນບຸນ ຄຣິສຕ໌ ມາສນັ້ນ. ທ່ານ OBAMA ຈະແຈ້ງໃຫ້ຊາບ ກ່ຽວກັບ ມາຕການໃໝ່ຕ່າງໆ ຮວມທັງ ການ ປ່ຽນແປງ ໃນບັນຊີລາຍຊື່ ພວກກໍ່ການຮ້າຍ ທີ່ສະຫະຣັດ ໄດ້ຕິດຕາມສິ້ງຊອມ ຫລັງຈາກ ທີ່​ໄດ້ພົບປະ ກັບສະມາຊິກ ຄົນສຳຄັນໆ ໃນຄະນະ ຮັບຜິດຊອບ ກ່ຽວກັບ ເຣື່ອງຄວາມປອດພັຍ ແຫ່ງຊາດຂອງທ່ານ. ເຈົ້າໜ້າທີ່ກ່າວວ່າ ປະທານາທິບໍດີ OBAMA ຈະໄດ້ຮັບຟັງລາຍງານ ຄວາມຄືບໜ້າ ຈາກທ່ານ ROBERT MUELLER ຜູ້ອຳນວຍການ ອົງການຕຳຣວດ ສັນຕິບານກາງ ຂອງສະຫະຣັດ ຫລື FBI ກ່ຽວກັບ ການສືບສວນ ໃນການພະຍາຍາມ ວາງຣະເບີດໂຈມຕີ ດັ່ງກ່າວ ແລະທ່ານ​ຍັງຈະ​ໄດ້ ສົນທະນາຫາຣື ກັບຣັຖມຸນຕຣີ ຍຸຕິທັມ ທ່ານ ERIC HOLDER ກ່ຽວກັບ ການດຳເນີນ ການທາງດ້ານກົດໝາຍ ຕໍ່ຜູ້ຊາຍ ຊາວໄນຈີເຣັຽ ຊຶ່ງເປັນຜູ້ຕ້ອງສົງສັຍ ໃນເຫດຮ້າຍດັ່ງກ່າວ.

ອັຟການິສຖານ: ສື່ມວນຊົນ ຂອງສະຫະຣັດ ລາຍງານວ່າ ຜູ້ໂຈມຕີ ສະລະຊີບ ຕໍ່ຄ້າຍຂອງ ອົງການສືບລັບ CIA ໃນພາກຕາເວັນອອກອັຟ ການິສຖານ ເມື່ອສັບປະດາແລ້ວນີ້ ເປັນຄົນຈໍ ແດັນ ຊຶ່ງເປັນ ສາຍລັບ ຂອງກຸ່ມ ກໍ່ການຮ້າຍ AL-QAIDA ເຮັດວຽກໃຫ້ສອງຝ່າຍ. ລາຍງານ ຂ່າວແຈ້ງວ່າ ເຈົ້າໜ້າທີ່ ສືບລັບຕາເວັນຕົກ ທັງ ໃນອະດີດ ແລະປະຈຸບັນ ຕ່າງກໍເວົ້າວ່າ ຜູ້ໂຈມຕີ ດ້ວຍຣະເບີດ ສະລະຊີບຄົນນີ້ ແມ່ນນາຍ HUMAM KHALIL ABU-MULAL AL-BALAWI ຜູ້ທີ່ຝັກໄຝ່ ໃນກຸ່ມກໍ່ການຮ້າຍ AL-QAIDA ອາຍຸ 36 ປີ ຈາກເມືອງ ZARQA ປະເທດຈໍແດັນ. ຕາໜ່າງໂທຣະພາບ NBC ຂອງສະຫະຣັດ ກ່າວວ່າ ເຈົ້າໜ້າທີ່ຈໍແດັນ ໄດ້ຈັບນາຍ AL-BALAWI ເມື່ອນຶ່ງປີກວ່າໆ ຜ່ານມາແລ້ວ ແລະ ຫລັງຈາກນັ້ນ ກໍໄດ້ເກນເອົາຜູ້ກ່ຽວ ເຮັດວຽກໃຫ້ ເພື່ອແຊກຊຶມ ເຂົ້າໄປໃນກຸ່ມ ກໍ່ການຮ້າຍ AL-QAI DA ໂດຍເຊື່ອວ່າ ຜູ້ກ່ຽວ ໄດ້ຖືກປ່ຽນແນວຄິດ ຢ່າງສຳເຣັດແລ້ວ. ອົງການສືບລັບ CIA ບໍ່ຍອມໃຫ້ ຄວາມເຫັນໃດໆ ກ່ຽວກັບ ລາຍງານຂ່າວ ດັ່ງກ່າວ.

ຟີລິບປິນ: ຜູ້ຕ້ອງສົງສັຍ ຄົນສຳຄັນ ໃນການ ສັງຫານໝູ່ ທາງການເມືອງທີ່ຮ້າຍແຮງສຸດໃນ ຟີລິບປິນ ໄດ້​ໃຫ້ການຕໍ່ສານວ່າ ຕົນບໍ່ມີຄວາມ ຜິດ ໃນວັນອັງຄານມື້ນີ້ ເວລາຜູ້ກ່ຽວ ໄປປາກົດ ໂຕ ຢູ່ທີ່ສານພິເສດ ຂອງຕຳຣວດ ຊຶ່ງໄດ້ຟ້ອງຜູ້ກ່ຽວ ໃນຂໍ້ຫາຄາຕກັມ ຫລາຍກະທົງ ທ່າມກາງ ການຮັກສາ ຄວາມປອດພັຍ ຢ່າງເຄັ່ງຄັດ. ນາຍ ANDAL AMPATUAN JR. ຖືກກ່າວຫາວ່າ ເປັນຜູ້ນຳພາ ໃນການໂຈມຕີ ທີ່ໂຫດຫ້ຽມ ແລະຮ້າຍແຮງ ຕໍ່ຄອບຄົວ ຂອງ​ຜູ້ທີ່ເປັນ ປໍຣະປັກ ທາງດ້ານການເມືອງ ຂອງ​ຕົນ ພ້ອມ​ທັງພະນັກງານ ຂອງພວກເຂົາເຈົ້າ ແລະພວກນັກຂ່າວ ບໍ່ຕ່ຳກວ່າ 30 ຄົນ ທີ່ຮ່ວມໄປນຳ ຂະບວນຣົດເຂົາເຈົ້າ ທີ່ແຂວງ MAGUINDANAO ໃນເດືອນພະຈິກແລ້ວ. ການໂຈມຕີ ທີ່ວ່ານີ້ ເຮັດໃຫ້ມີ ຜູ້ເສັຽຊີວິດ 57 ຄົນ. ຜູ້ຕ້ອງສົງສັຍ ແມ່ນເປັນສະມາຊິກ ຂອງຕະກຸນ AMPATUAN ທີ່ມີອິດທິພົນ ຊຶ່ງໄດ້ປົກຄອງແຂວງ MAGUINDANAO ແບບບໍ່ມີ ການທ້າທາຍ ມາເປັນເວລາ ຫລາຍໆປີ ແລະເປັນພັນທະມິດ ທີ່ໃກ້ຊິດ ກັບປະທານາທິບໍດີ GLORIA ARROYO.

ເອເຊັຽ - ອາກາດ: ຂົງເຂດເອເຊັຽ ກຳລັງ​ປະສົບ​ ກັບສະພາວະ ຫິມະຕົກໜັກ ແລະອາ ກາດໜາວຈັດ ທີ່​ໄດ້ສົ່ງ​ຜົນໃຫ້ມີການ ຍົກເລີກ ຖ້ຽວບິນ ແລະບັນຫາອື່ນໆອີກຢູ່ໃນຫລາຍໆປະ ເທດ. ຖ້ຽວບິນຫລາຍຮ້ອຍຖ້ຽວໄດ້ຖືກຍົກເລີກ ຫລືບໍ່ກໍມີການຊັກຊ້າ ທີ່ສນາມບິນນາໆຊາດກຸງ ປັກກິ່ງ ຂະນະທີ່ ນະຄອນຫລວງ ຂອງຈີນ ພວມພາກັນຂຸດ-ໄຖຫິມະ ທີ່ຕົກລົງມາ ຢ່າງນ້ອຍ 20 ຊັງຕີແມັດ ໃນໄລຍະ ສອງ-ສາມມື້ ຜ່ານມານີ້ ອອກຈາກຖນົນຫົນທາງ. ນອກນັ້ນແລ້ວ ການຕົກລົງມາ ຢ່າງແຮງ ຂອງຫິມະ ຍັງເປັນສາເຫດ ພາໃຫ້ມີການ ຍົກຖ້ຽວບິນ ຫລືບໍ່ກໍມີການຊັກຊ້າ ທີ່ກຸງໂຊລ ນະຄອນຫລວງ ຂອງເກົາຫລີໃຕ້ ບ່ອນທີ່ກອງປະຊຸມ ຄະນະຣັຖບານ ໃນມື້ວານນີ້ ຕ້ອງໄດ້ມີການ ເລື່ອນເວລາ ຍ້ອນບັນດາ ຣັຖມຸນຕຣີ ໄດ້ປະສົບບັນຫາ ໃນການຂັບຣົດ ຂະນະທີ່ ຫິມະຕົກ. ທີ່ອິນເດັຽ ເຈົ້າໜ້າທີ່ກ່າວວ່າ ມີຜູ້ເສັຽຊີວິດແລ້ວ ບໍ່ຕ່ຳກວ່າ 40 ຄົນ ອັນເປັນຜົນ ສືບເນື່ອງມາຈາກ ສະພາບອາກາດໜາວຈັດ ທີ່ພວມເຄື່ອນເຂົ້າປົກຄຸມ ພາກເໜືອຂອງປະ​ເທດ.

ໃຕ້ຫວັນ: ສະພາແຫ່ງຊາດໃຕ້ຫວັນ ໄດ້ລົງມະ ຕິໃນວັນອັງຄານມື້ນີ້ ຫ້າມບໍ່ໃຫ້ນຳເຂົ້າຊີ້ນບາງ ຊະນິດ ຈາກສະຫະຣັດ ຊຶ່ງເປັນການຕ່າວປີ້ນ ຂໍ້ຕົກລົງ ທີ່ຣັຖບານໃຕ້ຫວັນ ໄດ້ເຈຣະຈາກັບ ສະຫະຣັດ ມາ​ກ່ອນ. ພາຍໃຕ້ມະຕິ​ ດັ່ງກ່າວນີ້ ໄດ້ມີການຫ້າມຄືນໃໝ່ ກ່ຽວກັບ ການນຳເຂົ້າຊີ້ນບົດ ແລະເຄື່ອງໃນງົວ. ທັງ 2 ພັກການເມືອງ ໃຫຍ່ໆຂອງໃຕ້ຫວັນ ໄດ້ຕົກລົງ ທີ່ຈະປະຕິບັດ ​ຂໍ້ຫ້າມດັ່ງກ່າວ ຄືນໃໝ່ ຫລັງຈາກປະຊາຊົນ ໄດ້​ແສດ​ງ ຄວາມວິຕົກກັງວົນ ກ່ຽວກັບໂຣກງົວບ້າ. ບັນດາ ເຈົ້າໜ້າທີ່​ໃຕ້​ຫວັນ ໄດ້ສະແດງ ຄວາມຫວັງ ອອກມາວ່າ ສະຫະຣັດ ຄົງຈະເຂົ້າໃຈ ກ່ຽວກັບ ການຕັດສິນໃຈ ທີ່ວ່ານີ້. ປະທານາທິບໍດີ MA YING-JEOU ໄດ້ຍົກເລີກ ການຫ້າມ ທີ່ມີມາ ເປັນເວລາ 6 ປີ ຕໍ່ການນຳເຂົ້າ ຜລິດຕະພັນຊີ້ນ ບາງຊະນິດ ໃນເດືອນຕຸລາ ປີກາຍ ຊຶ່ງໄດ້ພາໃຫ້ເກີດ ກະແສຟອງ ຂອງການປະທ້ວງ ຢູ່ທີ່ເກາະໃຕ້ຫວັນ. ພັກປະຊາທິປະໄຕກ້າວໜ້າ ຊຶ່ງເປັນພັກຝ່າຍຄ້ານ ຂອງໃຕ້ຫວັນ ໄດ້ກ່າວຫາ ເຈົ້າໜ້າທີ່ ຣັຖບານວ່າ ຍອມກົ້ມຫົວ​ໃຫ້​ແກ່ການກົດດັນ ຈາກວໍຊິງຕັນ ທີ່ຖື​ເບົາ ການກ່າວຫາ ກ່ຽວກັບອັນຕລາຍ ຕໍ່ສຸຂພາບ ຈາກຜລິດຕະພັນຊີ້ນ ບາງຊະນິດ ຂອງສະຫະຣັດນັ້ນ.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG