ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ສະຫະຣັດແລະອັງກິດ ຍັງອັດສະຖານທູດຂອງຕົນໃນເຢເມນ ຍ້ອນການຂົ່ມຂູ່ ດ້ານຄວາມປອດໄພ


ສະຖານະ​ການ​ໃນ​ເຢ​ເມນ : ສະຫະຣັດ​ແລະ​ອັງກິດ​ຍັງ​ພາກັນ​ອັດ​ສະຖານທູດ​ຂອງ​ພວກ​ຕົນ​ໃນ​ເຢ​ເມນ ຢູ່​ຕໍ່​ມາ ເປັນ​ມື້​ທີ​ສອງ​ໃນ​ວັນ​ຈັນ​ມື້​ນີ້ ຍ້ອນ​ການ​ຂົ່ມຂູ່​ທາງ​ດ້ານຄວາມ​ປອດ​ໄພ​ຈາກ​ສາຂາທ້ອງ​ຖິ່ນ​ສາຂາ​ນຶ່ງ​ຂອງ​ເຄືອ​ ຂ່າຍ​ກໍ່​ການ​ຮ້າຍ al-Qaida. ​ແຕ່​ຍັງ​ບໍ່​ທັນ​ເປັນ​ທ່ີ​ຈະ​ແຈ້ງ​ເທື່ອ​ວ່າ ສອງ​ປະ​ເທດ​ນີ້ຈະ​ເປີດສະຖານທູດ​ຄືນ ​ມື້​ໃດ​ນັ້ນ. ທ່ານ John Brennan ຜູ້​ຊ່ອຍ​ວຽກ​ຂັ້ນສູງ​ສຸດ​ຝ່າຍຕໍ່ຕ້ານ​ພວກ​ກໍ່​ການ​ຮ້າຍປະຈຳ​ປະທານາທິບໍດີ​ບາ ຣັກ​ໂອ​ບາ​ມາ ກ່າວ​ຕໍ່​ຕາໜ່າງ​ໂທຣະພາບCNN ​ໃນ​ວັນ​ອາທິດ​ວານ​ນີ້​ວ່າ ສະຖານທູດ​ສະຫະຣັດ ​ໄດ້​ອັດລົງກໍ ເພາະວ່າ ມີ​ຮ່ອງຮອຍ​ຫລາຍ​ຢ່າງ​ທ່ີ​ສະ​ແດງ​ໃຫ້​ເຫັນ​ວ່າ ກຸ່ມal-Qaidaກຳລັງ​ວາງ​ແຜນ​ໂຈມ​ຕີ​ໃນ​ນະຄອນ ຫລວງ Sana’a ຊຶ່ງ​ເປັນ​ໄປ​ໄດ້​ວ່າ ພວກ​ເຂົາອາດ​ຈະ​ທຳ​ການໂຈມ​ຕີ​ ຕໍ່ຕຶກອາຄານຂອງສະຖານທູດ.
ທາງສະຖານທູດສະຫະຣັດກ່າວ​ວ່າ ການ​ຂົ່ມຂູ່​ເຫລົ່າ​ນີ້​ມາ​ຈາກ​ກຸ່ມAl-Qaida ​ໃນ​ແຫລມ​ອາຣາ​ເບັຍ ຊຶ່ງ​ມີ​ສ່ວນ​ພົວພັນ​ກັບ​ກຸ່ມ​ທ່ີ​ວາງ​ແຜນທຳ​ການລະ​ເບີດ​ເຮືອບິນ​ໂດຍສານ​ລຳ​ນຶ່ງ ທີ່ມຸ່ງ​ໜ້າ​ໄປ​ຍັງສະຫະຣັດ​ ແຕ່ປະສົບ​ກັບ​ຄວາມ​ລົ້ມ​ແຫລວ ໃນ​ວັນຄຣີສມາສ​ຄື​ວັນ​ທີ 25 ທັນວາ​ຜ່ານ​ມາ​ນີ້.ຕຶກ​ອາຄານ​ຂອງ​ສະຖານທູດສະຫະຣັດ ທ່ີ​ເຢ​ເມນ​ໄດ້​ຕົກ​ເປັນ​ເປົ້າ​ໝາຍ​ຂອງ​ການໂຈມ​ຕີ​ຂອງ​ກຸ່ມal-Qaida ​ໃນ​ປີ2008 ​ເວລາ​ລົດ2 ຄັນ​ທ່ີ​ບັນ
ຈຸ​ວັດຖຸ​ລະ​ເບີດ​ ແຕກ​ຂຶ້ນ​ຢູ່​ນອກ​ທາງ​ເຂົ້າ​ສະ​ຖານ​ທູດ ​ແລະ​ພວກ​ມື​ປືນ​ໄດ້​ພະຍາຍາມ​ບຸກຜ່າ​ພວກ​ຄົນ​ຍາມ​ສະຖານທູດ​ເຂົ້າ​ໄປ ຊຶ່ງ​ໄດ້​ເຮັດ​ໃຫ້​ມີ​ຄົນເສັຍ​ຊີວິດ​ໄປ 16 ຄົນ​ໃນ​ການ​ຍິງ​ຕໍ່ສູ້​ກັນ​ລະຫວ່າງພວກ​ມື​ປືນ​ກັບ ​ພວກ​ທະຫານ​ເຢ​ເມັນ​ນັ້ນ. ທ່ານ Gordon Brown ນາຍົກຣັຖມຸນຕີ​ອັງກິດ​ກ່າວ​ຕໍ່​ອົງການ​ຂ່າວ
BBC ຂອງ​ອັງກິດ​ໃນ​ວັນ​ອາທິດ​ວານ​ນີ້​ວ່າ ພວກ​ຫົວ​ຮຸນ​ແຮງ​ມຸສລິ​ມທ່ີ​ຖືກ​ຂັບ​ໄລ່​ອອກ​ຈາກ​ປາ​ກີ​ສຖານ​ ກຳລັງໄປໂຜ່​ໂຕ​ຂຶ້ນ​ໃນ​ເຢ​ເມນ ​ແລະ​ໃນປະ​ເທດ​ອື່ນໆ​ອີກ​ທ່ີ​ກຳລັງຕໍ່ສູ້​ກັບ​ພວກ​ຫົວ​ຮຸນ​ແຮງ​ເຫລົ່າ​ນີ້​ ເຊັ່ນ​ໃນ​ປະ​ເທດ​ໂຊ​ມາ​ເລັຍ​ ​ເປັນ​ຕົ້ນ. ທ່ານ Brown ​ເອີ້ນ​ເຢ​ເມັນວ່າ​ເປັນ​ປະ​ເທດທ່ີ​ກຳລັງປະສົບ​ກັບ​ຄວາມ​ລົ້ມ​ແຫລວ ​ແລະ​ກ່າວ​ຕື່ມ​ວ່າ ພວກ​ປະ​ເທດ​ຝ່າຍ​ຕາ​ເວັນ​ຕົກ​ ຈະ​ຕ້ອງ​ລະມັດລະວັງ​ທ່ີ​ສຸດ​ກ່ຽວ​ກັບ​ວ່າ ຕົນ​ຄວນ​ຈະໃຫ້ການ​ສະໜັບສະໜຸນ​ແກ່ປະ​ເທດ​ໃດ​ ​ແລະຕິດຕາມ​ເບິ່ງ​ນຳ​ວ່າ​ເຂົາ​ເຈົ້າ​ເຮັດ​ຈັ່ງ​ໃດ ​ກັບ​ການ​ສະໜັບສະໜຸນ​ຂອງ​ຕົນ​ນັ້ນ.
ສະຫະຣັດຮັດ​ເຄ່ັງການ​ຮັກສາ​ຄວາມ​ປອດ​ໄພ​ທາງ​ອາກາດ​ຂຶ້ນ:ຣັຖບານ​ສະຫະຣັດ​ໄດ້​ສັ່ງ​ ໃຫ້​ທຳ​ການ​ກວດກາ​ຢ່າງ​ເຄ່ງ​ຄັດເພ່ີມ​ຂຶ້ນ​ອີກ​ ສຳລັບ​ພວກ​ຄົນ​ໂດຍສານ​ທ່ີ​ບິນ​ເຂົ້າ​ມາ​ຍັງ​ສະຫະຣັດຈາກ 14ປະ​ເທດ​ ທ່ີ​ຖື​ວ່າມີ​ການ​ສ່ຽງ​ສູງ​ກັບ​ພວກ​ການ​ຮ້າຍ​ນັ້ນ ຊື່​ງຄຳ​ສັ່ງ​ໃຫ້​ປະຕິບັດມາດ​ຕະການ​ກວດກາ​ໃໝ່​ນີ້ ​ມີ​ຂຶ້ນ​ຫລັງ​ຈາກ​ການ​ໂຈມ​ຕີ​ຂອງ​ພວກ​ກໍ່​ການ​ຮ້າຍ​ທ່ີ​ປະສົບກັບ​ຄວາມ​ລົ້ມ​ແຫລວ ໃນ​ວັນ​ຄຣີສມາດ ​ວັທີ25 ທັນວາ​ຜ່ານ​ມາ ຕໍ່ເຮືອບິນໄອ​ພົ່ນໂດຍສານ​ລຳ​ນຶ່ງ​ທ່ີ​ກຳລັງ​ມຸ່ງ​ໜ້າ​ມາ​ຍັງ​ສະຫະຣັດນັ້ນ.ກົມ​ຮັກສາ​ຄາມ​ປອດ​ໄພ​ ໃນ​ການ​ຂົນ​ສົ່ງ​ຂອງ​ສະຫະຣັດ ກ່າວ​ໃນ​ວັນ​ອາທິດວານ​ນີ້​ວ່າ ທຸກໆ​ຄົນ​ທ່ີ​ບິນ​ເຂົ້າ​ໄປ​ຍັງ​ສະຫະຣັດ ຈາກ​ປະ​ເທດ ຫລື​ຜ່ານ​ປະ​ເທດ​ໃດ​ກໍ​ຕາມ ​ທ່ີ​ເປັນ​ຜູ້​ອຸບປະ​ຖັມພວກ​ກໍ່​ການ​ຮ້າຍ ຫລື​ປະ​ເທດ​ອື່ນໆທ່ີ​ໜ້າ​ສົນ​ໃຈກ່ຽວ​ກັບ​ພວກ​ກໍ່​ການ​ຮ້າຍ​ນັ້ນ ຈະ​ຖືກ​ຮັບ​ການ​ກວດກາ​ຢ່າງ​ເຄັ່ງ​ຄັດ​ເພີ່ມ​ຂຶ້ນ. ບັນຊີ​ລາຍ​ຊື່​ປະ​ເທດ​ທ່ີ​ໃຫ້ການ​ອຸບປະ​ຖັມ​ແກ່​ພວກ​ ກໍ່​ການ​ຮ້າຍ​ຂອງ​ກະຊວງ​ການ​ຕ່າງປະ​ເທດ​ສະຫະຣັດ​ ແມ່ນ​ປະກອບ​ດ້ວຍ​ສີ່ປະ​ເທດ​ ຄື ຄີວບາ ອິຣ່ານ ຊູ​ດານ​ ແລະ​ຊີ​ເຣັຍ. ລາຍ​ງານ​ສື່​ມວນ​ຊົນ​ສະຫະຣັດ ກ່າວ​ວ່າ ພວກ​ຄົນ​ໂດຍສານ​ຈາກ​ອັຟກາ​ນີສຖານ ອານ​ຈີ​ເຣັຍ ອິຣັກ ​ ເລ​ບາ​ນອນ ລີ​ເບັຍ ​ໄນ​ຈີເຣັຍ ປາ​ກີ​ສຖານ ຊາວ​ດີ​ອາຣາ​ເບັຍ ​ໂຊ​ມາ​ເລັຍ ແລະ​ເຢ​ເມນ ກໍຈະ​ຖືກ​ກວດກາ​ຢ່າງ​ເຄັ່ງ​ຄັດ​ຫລາຍ​ຂຶ້ນ​ເຊັ່ນ​ກັນ.ການ​ເອົາ​ມາດ​ຕະການ​ກວດກາ​ເພີ່ມ​ຂຶ້ນ​ນີ້ ອາດ​ຈະ​ຮວມທັງ​ການ​ລູບເບິ່ງ ຕາມ​ຮ່າງ ກາຍ​ຕົນ​ໂຕຂອງ​ຜູ້​ໂດຍສານ ​ແລະ​ຄົ້ນເບິ່ງ​ກະ​ເປົາຫລື​ຫີບ ເພື່ອ​ກວດຫາ​ວັດຖຸ​ລະ​ເ​ບີ​ດ ແລະ​ໃຊ້ເຄື່ອງ​ Xray ສ່ອງ​ເບິ່ງຕົນ​ຕົວ.
ທີ່ອິນ​ເດັຍ: ບັນດາ​ເຈົ້າ​ໜ້າ​ທີ່ີກ່າວ​ວ່າ ​ ​ນາຍຕຳຫລວດ 5 ຄົນ​ໃນ​ເມືອງມອມ​ໄບ ​ໄດ້​ຖືກ​ສັ່ງ​ພັກ​ການ​ຊົ່ວ ຄາວ ​ໃນ​ຂໍ້​ຫາ​ຖານໄດ້ເຂົ້າ​ຮ່ວມ​ໃນ​ງານ​ກິ​ນລ້ຽງ​ສັງສັນ​ກັບອາ​ຊະ​ຍາກ​ອນກຸ່ມ​ນຶ່ງ ​ໃນ​ບັນດາ​ພວກ​ກຸ່ມ​ແກ໊ງອາດຊະຍາ​ກອນ​ ທ່ີ​ມີ​ຊື່​ສຽງ​ທ່ີ​ສຸດຂອງ​ເມືອງ​.ພວກ​ເຈົ້າ​ໜ້າ​ທີ່ີຕຳຫລວດ​ເຫລົ່າ​ນີ້​ນີ້​ກ່າວ​ວ່າ​ເຂົາ​ເຈົ້າບໍ່​ໄດ້​ເຮັດ​ຫຍັງ​ຜິ​ດ ​ເຖິງ​ແມ່ນ​ໂທຣະພາບ​ຊ່ອງ​ຕ່າງໆ​ຂອງ​ອິນ​ເດັຍ​ ໄດ້ຖ່າຍ​ທອດພາບ​ວີ​ດີ ໂອ​ ທ່ີ​ສະ​ແດງໃຫ້​ເຫັນພວກເຂົາ​ເຈົ້າກຳລັງ​ຮ່ວມ​ສັງ​ສັນ​ໃນ​ງານ​ລ້ຽງ​ສະຫລອງ ກ່ອນ​ວັນ​ຄຣີສມາສກັບ​ພວກ​ສະມາຊິກ​ຄົນ​ສຳຄັນ​ ຈາກແກ໊ງ ທີ່ຢູ່ພາຍ​ໃຕ້​ການ​ນຳພາ​ຂອງ​ນາຍ Chhota Rajan ທ່ີ​ຖືກ​ກ່າວ​ຫາ​ວ່າ​ເປັນ​ຫົວໜ້າ​ກຸ່ມ​ແກ໊ງ​ໃຕ້ດິນ​ ​ກໍ​ຕາມ.
ທ່ານ V.N. Salve ຮອງ​ຫົວໜ້າ​ຕຳຫລວດ​ນະຄອນ​ມອມ​ໄບ ​ແລະທ່ານ Prakash Wani ຜູ້​ຊ່ອຍ ​ວຽກ​ຫົວໜ້າ​ຕຳຫລວດ​ປະຈຳ​ເມືອງ​ກໍ​ຮວມຢູ່​ໃນ​ກຸ່ມພວກ​ທ່ີ​ຖືກ​ສັ່ງ​ພັກວຽກ​ຊົ່ວຄາວ​ນັ້ນ.
ທີ່ປະ​ເທດຈີນ : ພວກ​ພນັກ​ງານ​ປະມານ700 ຄົນ​ໃນ​ພາກ​ເໜືອ​ຂອງ​ຈີນ ​ໄດ້​ພາກັນ​ຂຸດ​ຄອງ​ແລະ​ສ້າງ​ເຂື່ອນ​ລອຍໃນ​ວັນ​ອາທິດ​ວານ​ນີ້ ​ເພື່ອ​ຫາ​ທາງ​ປ້ອງ​ກັນບໍ່ ໃຫ້ນ້ຳມັນທີ່​ຮົ່ວ​ໄຫລອອກ​ມາ​ຈາກ​ທໍ່ລຳລຽງ ​ໄຫລໄປໃສ່ແມ່​ນ້ຳເຫລືອງ ຊຶ່ງ​ເປັນ​ແຫ​ລ່ງນ້ຳ​ດື່ມ​ນ້ຳ​ໃຊ້​ຂອງ​ປະຊາຊົນ​ຫລາຍ​ລ້ານ​ຄົນ​ໃນ​ຂົງ​ເຂດ.
ອົງການ​ຂ່າວຊິນ​ຫົວ​ຂອງທາງ​ການຈີນ​ລາຍ​ງານວ່າ ​ໄດ້​ມີ​ການ​ພົບເຫັນ ວ່າ​ມີນ້ຳມັນ​ຮົ່ວ​ໄຫລອອກ​ມາຈາກ​ທໍ່​ລຳລຽງ​ນ້ຳມັນ​ຂອງ ບໍລິສັດນ້ຳມັນ​ແຫ່ງ​ຊາດ​ຈີນ China National Petroleum ​ໃນ​ແຂວງ Shaanxi ໃນ​ວັນ​ພຸດ​ສັບປະດາ​ຜ່ານ​ມາ. ລາຍ​ງານ​ຂ່າວ​ຊິນ​ຫົວ​ຍັງ​ໃຫ້​ຮູ້​ຕື່ມ​ວ່າ ທາງ​ບໍລິສັດ​ດັ່ງກ່າວ​ໄດ້​ອັດ​ທ່ໍ່ລຳ ລຽງ​ນ້ຳມັນໃນທັນທີ ​ແຕ່​ກໍບໍ່​ໄດ້​ອັດ​ໄວ​ພໍ ​ເຮັດ​ໃຫ້ນ້ຳມັນ​ກາ​ຊວນປະ ມານ 150 ພັນ​ລິດ​ ​ຮົ່ວ​ໄຫລ​ໄປ​ໃສ່​ແມ່​ນ້ຳ Wei ຊຶ່ງ​ເປັນ​ສາຂາຂອງ​ແມ່​ນ້ຳ​ເຫລືອງນັ້ນ. ບໍລິສັດນຳມັນ​ແຫ່ງ​ຊາດ​ຈີນກ່າວ​ວ່າ ນ້ຳມັນ​ທ່ີ​ຮົ່ວ​ໄຫລອອກ​ມາ​ນັ້ນ ​ສ່ວນ​ຫລາຍ​ແມ່ນ​ ກຳຈັດ​ອອກ​ໄປ​ໝົດ​ແລ້ວ ​ແລະ​ການ​ຮົ່ວ​ໄຫລ​ກໍຄວບ​ຄຸມ​ໄວ້​ໄດ້​ແລ້ວ. ​ແຕ່​ລາຍ​ງານຂ່າວ​ກ່ອນ​ໜ້າ​ນີ້ ​ເວົ້າ​ວ່າ ​ໄດ້​ມີ​ການ​ພົບ​ເຫັນ​ນ້ຳມັນ​ກາ​ຊວນ​ທ່ີ​ຮົ່ວ​ໄຫລ​ນັ້ນ ຢູ່​ຫ່າງ​ຈາກ​ບ່ອນ​ຮົ່ວ​ໄຫລ​ອອກ​ທຳ​ອິດ​ ​ໃກອອກ​ໄປປະມານ 33 ຫລັກກິ​ໂລ​ແມັດ​ໃນແມ່​ນ້ຳ​ Wei.
ຄວາມ​ເຄັ່ງ​ຕຶງ​ລະຫວ່າງ​ສອງ​ເກົາຫລີ: ​ໃນ​ວັນ​ຈັນ​ມື້​ນີ້ ປະທານາທິບໍດີ​ເກົາຫລີ​ໃຕ້ໄດ້​ກ່າວ​ຄຳຮຽກຮ້ອງ​ ໃຫ້​ມີ “​ຈຸດຫັນປ່ຽນ​” ​ໃນ​ສາຍ​ພົວພັນ​ກັບ​ເກົາຫລີ​ເໜືອ ​ແລະເລ່ງລັດ​ອີກເທື່ອ ໃໝ່​ໃຫ້​ເກົາຫລີ​ເໜືອ ​ປະ​ເທດ​ເພື່ອ​ບ້ານທາງ​ທິດ​ເໜືອ​ຂອງຕົນທີ່​ມີອາ ວຸດ​ນິວ​ເຄລັຍ​ນັ້ນ ປົດ​ອາວຸດ​ນີວ​ເຄລັຍ​ຂອງຕົນ​.
ຄຳ​ຮຽກຮ້ອງຂອງ​ປະທານາທິບໍດີ​ຫລີ​ມິ​ອອງ​ພັກ ມີ​ຂຶ້ນ​ໃນ​ເວລາ​ບໍ່​ເທົ່າໃດ​ມື້ ​ຫລັງ​ຈາກ​ເກົາຫລີ​ເໜືອໄດ້ກ່າວ​ຢູ່​ໃນຖ້ອຍ​ຖະ​ແຫລງ​ໃນໂອກາດ​ວັນ​ປີ​ໃໝ່​ວ່າ ​ຕົນ​ມີ​ຄວາມ​ໝັ້ນ​ໝາຍ​ທ່ີ​ຈະ​ປັບປຸງ​ສາຍ​ພົວພັນ​ ກັບ​ສະຫະ ຣັດ​ແລະ​ເກົາຫລີ​ໃຕ້ ໃຫ້​ດີ​ຂຶ້ນ ແລະ​ເຮັດ​ໃຫ້ແຫລມ​ເກົາຫລີ​ເປັນ​ຂົງ​ເຂດ​ປອດ​ອາວຸດ​ນີວ​ເ​ຄລັຍນັ້ນ.
​ໃນ​ຄຳປາ​ໄສ​ເນື່ອງໃນໂອກາດ​ປີ​ໃໝ່ທ່ີ​ຖ່າຍ​ທອດທາງ​ໂທຣະພາບ​ໄປ​ຍັງ​ທົ່ວປະ​ເທດ ປະທານາທິບໍດີ Lee Myung-bak ສະ​ເໜີ​ແນະ​ໃຫ້​ຈັດ ຕັ້ງ​ຄນະນຶ່ງ​ຂຶ້ນ​ ເພື່ອ​ທຳ​ການ​ໂອ້​ລົມ​ສົນທະນາ​ລະ​ຫວ່າງສອງ​ເກົາຫລີ.
ນອກ​ນີ້ ຜູ້ນຳ​ເກົາຫລີ​ໃຕ້​ຍັງ​ໄດ້ຮຽກຮ້ອງ​ຕື່ມ​ອີກ​ ໃຫ້​ເກົາຫລີ​ເໜືອ​ກັບ​ຄືນ​ມາສູ່​ການເຈຣະຈາ​ 6 ຝ່າຍວ່າ​ດ້ວຍ​ການ​ປົດ​ອາວຸດ​ນີວ​ເຄລັຍ ​ທ່ີ ເກົາຫລີ​ເໜືອໄດ້​ຖອນ​ໂຕ​ອອກ​ໄປ​ ເມື່ອ 9 ​ເດືອນ​ຜ່ານ​ມາ​ນັ້ນ​.
ຕຶກ​ທີ່​ສູງ​ທີ່​ສຸດ​ໃນ​ໂລກ: Dubai ກຳນົດ​ຈະ​ເປີດຕຶກ​ອາຄານ​ທ່ີ​ສູງ​ທີ່ສຸດ​ໃນ​ໂລກ​ໃນ​ວັນ​ຈັນ​ມື້​ນີ້ຊຶ່ງ​ເປັນ​ເວລາ​ບໍ່​ຮອດ​ນຶ່ງ​ເດືອນ​ ຫລັງ​ຈາກ​ໄດ້​ຮັບ​ເງິນ​ຊ່ອຍ​ເຫ​ລືກ​ຈຳນວນຫລາຍ​ພັນ​ລ້ານ​ດອນ​ລາ ​ຈາກ​ປະ​ເທດ​ເພື່ອ​ບ້ານ Abu Dhabi ​ເພື່ອ​ ຈ່າຍ​ໜີ​ສິນ​ນັ້ນ. ຜູ້​ປົກຄອງ Dubai ຈະ​ເປັນປະທານ​ພິທີ​ເປີດ​ຕຶກ​ ອາຄານ​ Burj Dubai ຊື່​ງ​ເປັນ​ຊື່​ໃນ​ພາສາ​ອາຫຣັບສຳລັບ Dubai
Tower ຫລື​ຫໍດູ​ບາຍ ທ່ີ​ໄດ້​ກໍ່​ສ້າງ​ມາ​ຕັ້ງ​ແຕ່​ປີ 2004 ​ເປັນ​ຕົ້ນ​ມາ.
ພວກ​ກໍ່ສ້າງ​ຕຶກ​ອາຄານ​ຫລັງ​ນີ້​ຈະ​ບໍ່​ເປີດ​ເຜີຍ​ໃຫ້​ຮູ້ເຖິງ​ຄວາມ​ສູງ​ຂອງ​ຕຶກ Burj ກ່ອນ​ການ​ເປີດ​ເປັນ​ທາງ​ການ ​ແຕ່​ລາຍ​ງານ​ເວົ້າ​ວ່າ ​ມີ​ຄວາມ ​ສູງຫລາຍ​ກວ່າ 800 ​ແມັດ ຊຶ່ງແມ່ນສູງ​ກວ່າຕຶກ​ອາຄານ​ ທ່ີ​ສູງ​ທີ່​ສຸດ​ກ່ອນ​ໜ້ານີ້ ຄື​ຕຶກ Taipei 101 ຊຶ່ງ​ສູງ​ 508 ແມັດ ​ເທິງ​ເກາະ​ໄຕ້​ຫວັນນັ້ນ.

ກ່ຽວຂ້ອງກັນ

XS
SM
MD
LG