ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດອັດສະຖານທູດທີ່ເຢເມນ ໃນວັນອາທິດນີ້ ຍ້ອນໄພຂົ່ມຂູ່ຈາກອາລ ເກອີດາ


ເຢ​ເມນ: ສະຖານທູດສະຫະລັດ​ທີ່​ປະ​ເທດ​ເຢ​ເມນ​ ອັດ​ລົງ​ໃນ​ວັນ​ອາທິດ​ມື້​ນີ້ ຍ້ອນ​ຄຳ​ຂູ່​ທີ່​ຍັງ​ມີ​ສືບ​ຕໍ່​ມາ ຈາກ​ກຸ່ມ​ອາລເກ​ອີ​ດາ​ໃນ​ຂົງເຂດ​ແຫລມ​ອາຫຣັບ ທີ່ຈະ"ທຳ​ການໂຈມ​ຕີ​ຜົນ​ປະ​ໂຫຍ​ດຂອງ​ອາ​ເມ​ລິ​ກາ" ຢູ່​ໃນ​ເຢ​ເມນນັ້ນ. ​ແຕ່ປະກາດ​ແຈ້ງ​ການສັ້ນໆ​ ທີ່ທາງ​ສະຖານທູດ​ນຳ​ອອກ​ເຜີຍ​ແຜ່​ ໃນ​ວັນ​ອາທິດ​ມື້​ນີ້ ທີ່​ນະຄອນ ຫລວງ Sana'a ບໍ່​ໄດ້ເວົ້າວ່າ ການອັດ​ສະຖານທູດ​ໃນ​ມື້​ນີ້ ​ແມ່ນ​ເປັນ​ການ​ຕອບ​ຮັບ​ຕໍ່​ຄຳ​ຂູ່​ໃດ​ນື່ງ​ໂດຍ​ສະ​ເພາະ.​ ຄຳ​ປະກາດເວົ້າຕື່ມວ່າ ​ໃນ​ວັນ​ພະຫັດ​ຜ່ານ​ມານັ້ນ ທາງ​ສະຖານທູດ​ໄດ້ສົ່ງ​ສານ​ໄປ​ ຍັງ​ບັນດາ​ພົນ ລະ ​ເມືອງ​ສະຫະລັດຢູ່​ໃນ​ເຢ​ເມນ ຮຽກຮ້ອງ​ໃຫ້​ເຂົາ​ເຈົ້າສືບ​ຕໍ່ມີສະຕິ​ລະວັງ​ໂຕ​ ​ໃນ​ທ່າມກາງ​ທີ່​ຍັງ​ສືບ​ຕໍ່​ມີໄພ​ຂົ່ມຂູ່ຂອງ​ການ​ກໍ່​ການ​ຮ້າຍ​ແລະ​ຄວາມ​ຮຸນ​ແຮງ ຕ້ານ​ປະຊາຊົນ​ອາ​ເມ​ຣິ​ກັນຢູ່​ໃນ​ທົ່ວ​ໂລກ​ຢູ່​ນີ້.

​ໃນ​ອີກ​ເຫດການ​ນຶ່ງ​ທີ່​ກ່ຽວ​ພັນ​ກັນນັ້ນ ອັງກິດ​ໄດ້​ຕົກ​ລົງ​ກັບ​ສະຫະລັດ ທີ່​ຈະ​ອອກ​ເງິນ​ສົມທົບ​ເປັນ​ທຶນດຳ​ເນິນ​ງານ ​ໃຫ້​ແກ່​ໜ່ວຍ​ຕຳຫລວດ​ຕໍ່ຕ້ານ​ການ​ກໍ່​ການ​ຮ້າຍ​ໃນ​ເຢ​ເມນ ຊື່​ງ​ເປັນ​ສ່ວນ​ນຶ່ງ​ຂອງ​ການ​ດຳ​ເນີນ ຄວາມ​ພະຍາຍາມ​ເພິ່ມຂື້ນ ​ເພື່ອ​ຕໍ່ສູ້​ກັບໄພ​ຂົ່ມຂູ່​ຂອງ​ການ​ກໍ່​ການ​ຮ້າຍຈາກ​ເຢ​ເມນ​ ລຸນ​ຫລັງ​ທີ່ກຸ່ມ​ອາລ​ເກ​ອີ​ດາ​ໄດ້​ພະຍາຍາມຈະທຳ​ການລະເບີດ​ເຮືອບິນ​ໂດຍສານ​ຂອງ​ສະຫະລັດ​ໃນ​ວັນ​ຄຣີີສມັສນັ້ນ. ຫ້ອງການ​ຂອງ​ນາຍົກ ລັດຖະມົນຕີ​ອັງກິດ ທ່ານ Gordon Brown ​ໄດ້ອອກ​ຄຳ​ຖະ​ແຫລ​ງສະບັບ​ນຶ່ງ​ໃນ​ວັນ​ເສົາ​ວານ​ນີ້ ກ່າວ​ວ່າ​ອັງກິດ​ແລະ​ສະຫະລັດ ຈະ​ຮ່ວມ​ມື​ກັນ​ໃນ​ການ​ສະໜັບສະໜູນ​ໜ່ວຍ​ທະຫານ​ຍາມ​ຝັ່ງ ຂອງ​ເຢ​ເມນ. ກ່ອນ​ໜ້ານັ້ນ ​ໃນ​ມື້​ວັນ​ສຸກ ທ່ານນາຍົກລັດຖະມົນຕີອັງກິດ​ປະກາດ​ວ່າ ທ່ານ​ຈະ​ຈັດ​ກອງ​ປະ ຊຸ​ມລະດັບ​ນາໆ​ຊາດ ກ່ຽວ​ກັບ​ເຢ​ເມນຂຶ້ນ​ ໃນ​ວັນ​ທີ 28 ​ເດືອນ​ມັງກອນ​ນີ້.

ອັຟກາ​ນິສຖານ: ຫົວໜ້າໜ່ວຍ​ງານຂອງອົງການສະຫະປະຊາຊາດໃນອັຟການິສຖານ ກ່າວວ່າການທີ່ລັດ ຖະສະພາອັຟການິສຖານບໍ່ຍອມຮັບຮອງເອົາ 70 ເປີເຊັນ ຂອງ ຜູ້ຖືກສະເນີຊື່ເຂົ້າມາເປັນຄະນະລັດຖະບານ ຊຸດໃໝ່ ຂອງປະທາ ນາທິບໍດີ ຮາມິດ ກາຊາຍ ນັ້ນ ຖືວ່າເປັນ "ການຖອຍຫລັງ ດ້ານ ການເມືອງ" ທີ່ຈະ ເຮັດ ໃຫ້ການຈັດຕັ້ງລັດຖະບານທີ່ປະຕິບັດ​ໜ້າ​ທີ່​ໄດ້ນັ້ນ ແກ່ຍາ​ວຕໍ່ໄປອີກເປັນເວລາດົນນານ. ທ່ານ Kai Eide ກ່າວເມື່ອວັນອາທິດມື້ນີ້ທີ່ນະຄອນຫລວງກາບູລວ່າ ການປະຕິ​ເສດ​ຂອງ​ສະພາ ບໍ່​ຮັບ ຮອງ​ເອົາຜູ້ຖືກສະເນີຊື່ 17 ຄົນ ຂອງຈຳນວນ ທັງໝົດ 24 ຄົນ ນັ້ນ "ເປັນເລຶ່ອງທີ່ໜ້າເປັນຫ່ວງຫລາຍ​ເປັນ​ພິ​ເສດ" ສຳລັບ ປະເທດ ທີ່ກຳລັງປະເຊີນກັບສິ່ງທ້າທາຍ ນານາ ປະການ ຄື​ກັນ​ກັບອັຟການີສຖານໃນ ເວລານີ້. ທ່ານກ່າວ​ຕໍ່​ໄປ​ວ່າ ທ່ານກາຊາຍ ມີ​ຄວາມ​ຈຳ​ເປັນ​ທີ່ ຈະຕ້ອງສຸມຄວາມສົນໃຈໃສ່ ໂຄງການປະຕິ ຮູບຕ່າງໆ ເພື່ອສ້າງສະຖຽນລະ ພາບໃຫ້ແກ່ປະເທດ. ​ແຕ່ແທນທີ່ ຈະ​ໄດ້ກະທຳເຊັ່ນນັ້ນ ທ່ານກາຊາຍກັບຈະ ຕ້ອງ​ໄດ້ໃຊ້ພະລັງດ້ານການເມືອງ ປະກອບລາຍຊື່ຄະນະລັດຖະ ບານ ຊຸດໃໝ່ ເພື່ອນຳ​ສະ​ເນີ​ຕໍ່ສະພາ​ເພື່ອ​ໃຫ້ອະນຸມັດຮັບຮອງ​ເອົາ. ຄະນະລັດຖະບານຊຸດໃໝ່ແມ່ນຈະຕ້ອງໄດ້​ຮັບ​ການ​ຮັບຮອງ​ເອົາ​ຈາກ​ສະພາ​ແຫ່ງ​ຊາດ​ເສຍກ່ອນ ຈື່ງຈະສາມາດເລີ່ມບໍລິຫານ ປະເທດໄດ້ ຢ່າງ​ເປັນ​ທາງ​ການ.

ໃນຈຳນວນຜູ້ທີ່ຖືກສະເນີຊື່ຫລາຍໆຄົນ ທີ່ຖືກສະພາປະຕິເສດເມື່ອວັນເສົາວານນີ້ ໃນການອອກສຽງທີ່ປິດ ລັບນັ້ນ ມີຮວມທັງທ່ານ Ismail Khan ລັດຖະມົນຕຣີກະຊວງພະລັງງານຂອງລັດຖະບານຊຸດກ່ອນ ຊຶ່ງ ເປັນອະດີດຂຸນເສິກທີ່ຖືກກ່າວຫາວ່າ​ໄດ້​ທຳ​ການລະ​ເມີດສິດທິມະນຸດ. ນອກຈາກນີ້ແລ້ວ ສະພາ​ແຫ່ງ​ຊາດ ອັຟການິສຖານຍັງ​ປະຕິເສດແມ່ຍິງຄົນດຽວ​ໃນ​ຄະນະ​ລັດຖະບານ​ທີ່​ຖືກ​ສະ​ເນີ​ຊື່​ຂຶ້ນ​ມານັ້ນ ຊື່​ງເປັນລັດຖະ ມົນຕີກິດຈະການສະຕີ ໃນລັດຖະບານຊຸດກ່ອນ.

ເດັນ​ມາກ: ​ເຈົ້າໜ້າ​ທີ່​ໄດ້​ຕັ້ງຂໍ້​ຫາ​ພະຍາຍາມ​ຄາດ​ຕະກຳ​ສອງ​ກະ​ດທົງ ໃສ່​ຜູ້​ຊາຍ​ຊາວ​ໂຊ​ມາລີ​ຄົນ​ນື່ງ ທີ່​ໄດ້​ທຳ​ການ​ໂຈມ​ຕີ​ນັກ​ຂຽນ​ພາບ​ກາ​ຣ໌ຕຸ​ນ ທ່ານ Kurt Westergaard ທີ່​ໄດ້ຂຽນ​ຮູບ​ກາຣ໌ຕຸ​ນລໍ້​ລຽນ​ພະ​ໂມຮຳ​ມັດ​ໃນ​ປີ 2005 ທີ່​ໄດ້ເຮັດ​ໃຫ້​ຊາວ​ມຸສລິ​ມມີ​ຄວາມ​ໂກດ​ແຄ້ນນັ້ນ. ຜູ້​ຕ້ອງ​ສົງ​ໃສ ​ໄວ 28 ປີ ທີ່​ຖືກທາງ​ການ​ກ່າວຫາ​ວ່າ​ມີ​ສ່ວນ​ພົວພັນ​ກັບ​ກຸ່ມ​ກໍ່​ການ​ຮ້າຍ al-Shabab ກັບ al-Qaida ​ໄດ້​ຖືກ​ນຳ​ໄປ​ປາກົດໂຕ​ຕໍ່ໜ້າ​ສານ​ໃນ​ສະພາບ​ນອນ​ຢູ່​ເທິງ​ລໍ້​ຍູ້ ​ໃນ​ວັນ​ເສົາ​ວານ​ນີ້ ​ແລະ​ຖື​ກກ່າວ​ຫາ​ວ່າ ພະຍາຍາມ​ຈະ​ສັງຫານ​ທ່ານ Westergaard ກັບ​ຕຳຫລວດ​ຄົນ​ນື່ງ. ຜູ້ກ່ຽວ​ໄດ້​ຕໍ່​ຂໍ້​ກ່າວ​ຫາ​ເຫລົ່ານັ້ນ. ຕຳ​ຫລວດ​ເດັນມາກ​ກ່າວ​ວ່າ ຜູ້ກ່ຽວ​ທີ່​ຖື​ມີດ​ກັບ​ຂວັນ ​ໄດ້ໃຊ້​ຂວັນ​ພັງ​ປະຕູ​ເຂົ້າ​ໄປ​ໃນ​ເຮືອນ​ຂອງ​ທ່ານ Westergaard ຢູ່​ໄກ້ໆ​ກັບ​ເມືອງ Aarhus ຫ່າງ​ຈາກ​ນະຄອນຫລວງ Copenhagen ​ໄປ​ທາງ​ທິດຕາ​ເວັນ​ຕົກ​ສ່ຽງ​ເໜືອ ປະມານ 200 ຫລັກ. ທ່ານ Westergaard ​ໄວ 74 ປີ ກັບ​ລູກ​ສາວ​ຂອງ​ທ່ານ ​ໄດ້​ຫລົບໜີ​ເຂົ້າ​ໄປ​ລີ້ຢູ່​ໃນຫ້ອງພິ​ເສດທີ່​ທ່ານ​ໄດ້​ສ້າງ​ຂຶ້ນຢູ່​ໃນ​ເຮືອນສຳລັບ​ລີ້​ໄພ ​ແລະ​ຢູ່​ໃນ​ຫ້ອງ​ນັ້ນ ທ່ານ​ໄດ້​ໂທລະສັບ​ຮ້ອງ​ຕຳຫລວດ​ມາ​ຊ່ວຍ.

ບຣາຊິ​ລ: ໜ່ວຍກູ້​ໄພໃນລັດ Rio de Janeiro ຂອງປະເທດບຣາຊິລ ກຳລັງສືບຕໍ່ຄົ້ນຫາຜູ້ລອດຊີວິດ ຈາກ​ໄພຂີ້ຕົມເຈຶ່ອນ ທີ່​ເຮັດ​ໃຫ້ມີຜູ້ເສຍຊີວິດ​ໄປແລ້ວຢ່າງ ໜ້ອຍ 64 ຄົນ ໃນຂົງເຂດເລາະຝັ່ງທະເລທາງ ຕາເວັນ ອອກສຽງໃຕ້ຂອງປະເທດ. ໜ່ວຍກູ້​ໄພໄດ້ອອກໄປກູ້​ໄພ​ຢ່າງ​ເຕັມ​ຂີດເມື່ອວັນເສົາວານນີ້ ຫລັງຈາກ ຂີ້ຕົມເຈື່ອນ ແລະນ້ຳຖ້ວມຍ້ອນຝົນຕົກໜັກ ​ໄດ້​ປະທະຫລາຍໆເມືອງຕາກ​ອາກາດແຄມຝັ່ງທະເລ ເມື່ອວັນພະຫັດ ແລະວັນ ສຸກຜ່ານມານີ້. ຂີ້ຕົມທີ່​ໄຫລ​ເຈື່ອນ​ລົງ​ມາ​ເປັນ​ກອງ​ໃຫຍ່ໆ ໄດ້ທຳລາຍໂຮງແຮມແຫ່ງນຶ່ງ ແລະທັບຖົມບ້ານເຮືອນ ຫລາຍຫລັງ ໃນເມືອງຊາຍຫາດ Angra dos Reis. ນອກຈາກນີ້ ຍັງມີລາຍງານ ວ່າ ມີເຫດດິນເຈຶ່ອນໃນ ທຳນອງດຽວກັນນີ້ ຢູ່ເກາະ Ilha Grande.ຂົງເຂດເລາະຕາມຝັ່ງທະເລຂອງປະເທດບຣາຊິລເປັນພູເຂົາຊັນ ທີ່ພັງ ລົງ​ມາ​ຢູ່​ໃນຫລາຍໆເຂດ ຫລັງ ຈາກຝົນຕົກໜັກຢ່າງໜ້ອຍສາມມື້ໃນຕົ້ນອາທິດນີ້. ທາງການບຣາຊິລ ກ່າວວ່າ ມີພວກນັກທ່ອງທ່ຽວ ຫລາຍຮ້ອຍຄົນ​ໄປ​ພັກຜ່ອນ ຢູ່ຕາມຣີສອດ ເພື່ອສລອງວັນປີໃໝ່. ຝົນໄດ້ເບົາ ບາງລົງເມື່ອວັນເສົາວານນີ້ ແຕ່ເຈົ້າໜ້າທີ່ຢ້ານກົວວ່າ ຝົນທີ່ພະຍາກອນອາກາດ​ບອກວ່າ ຈະຕົກລົງ​ມາອີກ​ໃນສອງສາມມື້ຂ້າງໜ້ານີ້ ອາດຈະ​ເຮັດ​ໃຫ້​ເກີດຂີ້ຕົມເຈຶ່ອນອີກໄດ້.

ມຽນມາ: ເຈົ້າໜ້າທີ່ມຽນມາກ່າວວ່າ ລັດຖະບານທະຫານມຽນມາ​ໄດ້ຕົກລົງທີ່ຈະຂື້ນເງິນເດືອນໃຫ້ພວກລັ​ດ ຖະກອນເງິນຕ່ຳທັງຫລາຍ ກ່ອນວັນເລືອກຕັ້ງທົ່ວປະເທດ ທີ່​ວາງ​ແຜນ​ວ່າ​ຈະ​ຈັດ​ຂື້ນໃນປີນີ້. ເຈົ້າໜ້າທີ່ລັດ ຖະບານທະຫານມຽນມາກ່າວວ່າ ອັດຕາການຂື້ນ ເງິນເດືອນໃໝ່ ຈະມີຜົນບັງຄັບໃຊ້ ໃນທ້າຍເດືອນມັງກອນນີ້. ພາຍໃຕ້ອັດຕາເງິນເດືອນໃໝ່ນີ້ ພວກລັດຖະກອນທີ່ມີເງິນຕ່ຳທີ່ສຸດ ຄືຈາກ 15 ຫາ 80 ໂດລາຕໍ່ ເດືອນນັ້ນ ຈະໄດ້ເງິນເດືອນ​ເພິ່ມຂື້ນ 20 ໂດລາຕໍ່ເດືອນ. ສ່ວນພວກທີ່ມີເງິນເດືອນ ເກີນນຶ່ງຮ້ອຍໂດລາ ຕໍ່ເດືອນຂຶ້ນ​ໄປ ​ແມ່ນ​ໄດ້​ຖືກ​ຍົກ​ເວ້ນ​ຈ​າກ​ແຜນການ​ຂຶ້ນ​ເງິນເດືອນໃໝ່ນີ້. ມຽນມາ ຊື່​ງເປັນປະເທດນຶ່ງທີ່ທຸກ ຈົນທີ່ສຸດຂອງໂລກ ​ແມ່ນໄດ້ຖືກກະທົບຢ່າງໜັກ ຈາກການ​ຖີບ​ຂຶ້ນ​ຂອງ ລາຄາວັດຖຸດິບ ແລະສິ່ງອຸປະໂພກ ບໍລິໂພກທີ່ສຳຄັນ ເຊັ່ນເຂົ້າ ແລະນ້ຳມັນຄົວກິນເປັນຕົ້ນ. ລາຄານ້ຳມັນ ເຊື້ອໄຟທີ່ຖີບຕົວສູງຂື້ນຢ່າງໃຫຍ່ ໃນ ເດືອນສິງຫາປີ 2007 ນັ້ນ ໄດ້ກໍ່ໃຫ້ເກີດມີການປະທ້ວງຢ່າງຮຸນແຮງ ໃນປະເທດ.

ຈີນ: ຫິມະຕົກໜັກໄດ້ປະທະນະຄອນຫລວງເບຈິງຫລື​ປັກ​ກິ່ງຂອງຈີນໃນວັນອາທິດມື້ນີ້ ສ້າງຄວາມເດືອດ ຮ້ອນແກ່ການຈະລາຈອນ ແລະສົ່ງ​ຜົນ​ໃຫ້ປະຊາຊົນຫລາຍພັນຄົນ ຕົກ​ຄ້າງ​ຢູ່ທີ່ສນາມບິນໃຫຍ່. ສະຖານີ ພະຍາກອນອາກາດປັກ​ກິ່ງກ່າວວ່າ ຄາດວ່າຈະເກີດພາຍຸຫິມະ ຕໍ່ໄປຈົນເຖິງວັນຈັນມື້​ອື່ນນີ້ ຕິດຕາມມາ ດ້ວຍອາກາດທີ່ໜາວຫລາຍທີ່ສຸດ ໃນຮອບຫລາຍສິບປີ. ນະຄອນຫລວງ​ປັກ​ກິ່ງ ຊຶ່ງບໍ່ຄ່ອຍ​ໄດ້​ເຫັນຫິມະ ຕົກຫລາຍ​ປານ​ໃດໃນລະດູໜາວຫລາຍປີຜ່ານມານີ້ ໄດ້ປະສົບ​ກັບ​ໄພພາຍຸຫິມະຢ່າງໜັກໃນ ລະດູໜາວປີນີ້ ໂຮມທັງພາຍຸຫິມະທຽມທີ່​ທາງ​ການ​ສ້າງ​ຂຶ້ນ ເພື່ອຊ່ວຍແກ້ໄຂ​ໄພແຫ້ງແລ້ງ ທີ່ມີ​ມາ​ເປັນ​ເວລາດົນນານນັ້ນ. ອີງຕາມການພະຍາກອນອາກາດນັ້ນ ກໍແມ່ນວ່າດິນຟ້າອາກາດທີ່ບໍ່ດີ ຍັງສົ່ງຜົນກະທົບຕໍ່ຫລາຍຂົງເຂດ​ໃຫຍ່ໆ​ໃນເຂດພາກເໜືອ ແລະພາກຕາເວັນອອກສຽງເໜືອຂອງຈີນນັ້ນນຳ ​ໂດຍ​ມີຫິມະແລະອຸນນະຫະພູມ ຕ່ຳຫລາຍ ຊື່​ງຄາດວ່າຈະມີຕໍ່ໄປຕະຫລອດອາທິດທຳອິດຂອງປີໃໝ່ນີ້.

ອອສເຕຣເລຍ:​ ເຈົ້າໜ້າ​ທີ່ກ່າວວ່າ ພວກກູ້​ໄພໄດ້ຍົກຍ້າຍປະຊາຊົນຫລາຍກວ່າ 400 ຄົນຈາກເມືອງ Coonamble ໃນເຂດຊົນນະບົດ ຂອງລັດ New South Wales ຫລັງຈາກຝົນຕົກ ​ໄດ້​ຫລັ່ງ​ລົງ​ມາ​ແລະ​ພາ​ໃຫ້​ເກີດນ້ຳຖ້ວມ ໃນຊ່ວງ​ເທfltການປີໃໝ່. ທ່ານ Phil Campbell ຈາກຫ້ອງການບໍລິການດ້ານ ສຸກເສີນຂອງລັດ New South Wales ກ່າວວ່າ ເມືອງຄູນຳເບິລແມ່ນຈະຖືກໂດດດ່ຽວ ຢູ່ຢ່າງໜ້ອຍນຶ່ງ ມື້. ທ່ານກ່າວຕໍ່ໄປວ່າ ຄາດວ່າລະດັບນ້ຳຂອງແມ່ນ້ຳ​ໃນຕົວເມືອງດັ່ງກ່າວ ຈະຂື້ນສູງເຖິງປະມານຫ້າເມັດ ເຄິ່ງ ໃນຕອນເຊົ້າຂອງວັນຈັນ ແລະອາດຈະຖ້ວມກຳແພງກັ້ນນ້ຳນັ້ນໄດ້. ໂຄສົກປະຈຳສຳນັກງານພະຍາ ກອນອາກາດກ່າວວ່າ ​ໄພນ້ຳຖ້ວມຄັ້ງນີ້​ແມ່ນ​ເປັນຄັ້ງໃຫຍ່ທີ່ສຸດໃນຂົງເຂດໃນຮອບສິບປີ.

ເຊີນຟັງສຽງ ຢູ່ຂວາມື ຂ້າງເທິງ


ກ່ຽວຂ້ອງກັນ

XS
SM
MD
LG