ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານໂອບາມາ ກ່າວວ່າ ການພະຍາຍາມໂຈມຕີ ກໍ່ການຮ້າຍ ໃນວັນຄຣິສຕ໌ມາສ ພົວພັນກັບກຸ່ມອາລກາຍດາ


ສະຫະຣັດ: ນັບເປັນເທື່ອທຳອິດ ທີ່ປະທານາ ທິບໍດີ ສະຫະຣັດ ທ່ານ BARACK OBAMA ໄດ້ນຳເອົາຜູ້ຕ້ອງສົງສັຍ ທີ່ພະຍາຍາມວາງຣະ ເບີດໂຈມຕີ ເຮືອບິນໂດຍສານ ເດີນທາງມາຍັງ ສະຫະຣັດ ໃນວັນຄຣິສຕ໌ມາສນັ້ນ ໄປພົວພັນ ໃສ່ກຸ່ມກໍ່ການຮ້າຍຂ້າມຊາດ AL-QAIDA ຢ່າງ ເປັນທາງການ. ໃນຄຳປາສັຍທາງວິທຍຸແລະອິນ ເຕີແນັດ ປະຈຳສັບປະດາ ຂອງທ່ານ ທີ່ນຳອອກ ເຜີຍແຜ່ ຜ່ານທາງເວັບໄຊທ໌ ຂອງທຳນຽບຂາວ ໃນຕອນເຊົ້າ ຂອງວັນເສົາມື້ນີ້ ທ່ານ OBAMA ເວົ້າວ່າ ເປັນທີ່ປາກົດວ່າ ກຸ່ມກໍ່ການຮ້າຍ AL-QAIDA ໃນເຢເມນ ໄດ້ໃຫ້ການຝຶກແອບ ແກ່ຜູ້ຕ້ອງສົງສັຍ ໃຫ້ດິນຣະເບີດແກ່ຜູ້ກ່ຽວ ແລະມີຄຳສັ່ງໃຫ້ຜູ້ກ່ຽວໂຈມຕີ ເຮືອບິນທີ່ເດີນ ທາງ ມາຍັງສະຫະຣັດ. ທ່ານ OBAMA ກ່າວວ່າ ກຸ່ມດັ່ງກ່າວນີ້ ໄດ້ໂຈມຕີເປົ້າໝາຍຂອງ ສະຫະຣັດມາກ່ອນ ຮວມທັງການສັງຫານ ຊາວອະເມຣິກັນຄົນນຶ່ງ ທີ່ສະຖານທູດສະຫະຣັດ ໃນເຢເມນ ໃນປີ 2008. ທ່ານເວົ້າວ່າ ຣັຖບານສະຫະຣັດ ໄດ້ເສີມຂຍາຍ ການເປັນພາຄີ ກັບຣັຖບານເຢເມນ ເພື່ອໂຈມຕີ ກຸ່ມກໍ່ການຮ້າຍ AL-QAIDA.

ເຢເມນ: ຣັຖບານເຢເມນປະກາດວ່າ ຕົນຈະບໍ່ ໃຫ້ການຜ່ອນຜັນໃດໆ ຕໍ່ພວກກໍ່ການຮ້າຍຕ່າງ ປະເທດ ຢູ່ໃນດິນແດນຂອງຕົນ ນຶ່ງມື້ຫລັງຈາກ ກຸ່ມກະບົດໂຊມາເລັຽ ກ່າວວ່າ ຕົນກຳລັງສົ່ງນັກ ຣົບໄປທີ່ນັ້ນ. ຣັຖມຸນຕຣີ ການຕ່າງປະເທດ ເຢ ເມນ ທ່ານ ABU BAKR AL-QIRBI ກ່າວຕໍ່ ອົງການຂ່າວ SABA ຂອງທາງການເຢເມນ ໃນ ວັນເສົາມື້ນີ້ວ່າ ເຢເມນພ້ອມແລ້ວ ທີ່ຈະຕ້ານຢັນ ຕໍ່ບຸກຄົນໃດກໍຕາມ ທີ່ເປັນພັຍຂົ່ມຂູ່ ຕໍ່ຄວາມໝັ້ນ ຄົງແລະສະເຖັຽຣະພາບ ຂອງເຢເມນ. ການໃຫ້ທັສນະ ຂອງທ່ານມີຂຶ້ນ ຫລັງຈາກ ກຸ່ມຫົວຮຸນແຮງ AL-SHABAB ຂອງໂຊມາເລັຽ ໃຫ້ຄຳໝັ້ນສັນຍາວ່າ ຈະສົ່ງນັກຣົບ ໄປຊ່ອຍກຸ່ມກໍ່ການຮ້າຍ AL-QAIDA ທີ່ພວມຕໍ່ສູ້ ກັບກຳລັງ ທະຫານຣັຖບານເຢເມນ ໃນເວລານີ້. ນອກນັ້ນ ເຈົ້າໜ້າທີ່ອະວຸໂສຄົນນຶ່ງ ຂອງກຸ່ມ AL-SHABAB ຍັງຮຽກຮ້ອງໃຫ້ ຊາວມຸສລິມ ໃນປະເທດອື່ນໆ ໄປຮ່ວມການຕໍ່ສູ້ ກັບຣັຖບານເຢເມນ. ການຖແລງຂ່າວ ຂອງເຈົ້າໜ້າທີ່ອະວຸໂສ AL-SHABAB ຊຶ່ງໄດ້ນຳສະແດງ ພວກນັກຣົບ ທີ່ໄດ້ຮັບ ການຝຶກແອບໃໝ່ ໄດ້ພາກັນຮ້ອງ ຄຳຂວັນວ່າ AL-LAHU AKBAR ຫລືພຣະເຈົ້າ ຜູ້ຍິ່ງໃຫຍ່.

ປາກິສຖານ: ມີການພົບເຫັນ ຊາກສົບຕື່ມອີກ ທີ່ຊາກຫັກພັງ ຂອງສນາມກິລາແຫ່ງນຶ່ງໃນພາກ ຕາເວັນຕົກສຽງເໜືອ ຂອງປາກິສຖານ ເຮັດໃຫ້ ຈຳນວນຜູ້ເສັຽຊີວິດ ຈາກການໂຈມຕີ ຂະນະທີ່ມີ ການແຂ່ງຂັນບານສົ່ງຫລື VOLLEYBALL ໃນ ມື້ວັນສຸກວານນີ້ ເພີ້ມຂຶ້ນເປັນ ບໍ່ຕ່ຳກວ່າ 95 ຄົນ ແລ້ວ. ເຈົ້າໜ້າທີ່ກ່າວວ່າ ມີພວກເດັກນ້ອຍແລະ ແມ່ຍິງ ຮວມຢູ່ໃນຈຳນວນພວກທີ່ເສັຽຊີວິດ ແລະ ພ້ອມດຽວກັນ ກໍເຕືອນວ່າ ຈຳນວນພວກເຄາະ ຮ້າຍ ມີທ່າງທາງວ່າ ຈະເພີ້ມຂຶ້ນຕື່ມ ຂະນະທີ່ ການດຳເນີນ ຄວາມພະຍາຍາມ ເພື່ອຊອກຄົ້ນ ຫາພວກທີ່ເສັຽຊີວິດ ກ້າວເຂົ້າສູ່ມື້ທີ 2. ຕຳຣວດກ່າວວ່າ ຜູ້ໂຈມຕີສະລະຊີບ ໄດ້ຂັບຣົດເຂົ້າໄປ ໃນເດີ່ນຕີບານ ທີ່ແອອັດໄປດ້ວຍຜູ້ຄົນ ຢູ່ເມືອງ LAKKI MARWAT ໃນແຂວງຊາຍແດນ ພາກຕາເວັນຕົກສຽງເໜືອ ໃນມື້ວານນີ້ ແລະກໍບີບຄະນວນຣະເບີດ ທີ່ຫ້າງໄວ້ໃນຣົດ ຂອງລາວນັ້ນ ໃຫ້ແຕກຂຶ້ນ ຂະນະທີ່ຫລາຍໆຄົນ ກຳລັງເບິ່ງການແຂ່ງຂັນ ບານສົ່ງຢູ່. ຣະເບີດໄດ້ທຳລາຍ ເດີ່ນຕີບານ ແລະເຮັດໃຫ້ເຮືອນຊາຍ ຫລາຍໆຫລັງ ທີ່ຕັ້ງຢູ່ ໃນບໍຣິເວນໃກ້ຄຽງນັ້ນ ພັງລົງ.

ເດັນມາກ: ຕຳຣວດເດັນມາກກ່າວວ່າ ຕົນໄດ້ ຍິງ ຜູ້ຊາຍຊາວໂຊມາເລັຽຄົນນຶ່ງ ບາດເຈັບ ທີ່ ພະຍາຍາມ ຈະເຂົ້າໄປໃນເຮືອນ ທ່ານ KURT WESTERGAARD ນັກຂຽນກາຣ໌ຕູນ ຊຶ່ງຮູບ ພາບລໍ້ລຽນພຣະສາສດາມູຮັມມັດ ໃນປີ 2005 ທີ່ເປັນບັນຫາ ຖົກຖຽງໂຕ້ແຍ້ງ ຂອງທ່ານນັ້ນ ໄດ້ກໍ່ໃຫ້ເກີດ ການຈະລາຈົນໃນທົ່ວໂລກຂອງ ຊາວມຸສລິມ. ທ່ານ JAKOB SCHARF ຫົວ ໜ້າຮັກສາຄວາມປອດພັຍ ແລະໜ່ວຍສືບລັບ ຂອງເດັນມາກ ກ່າວໃນຕອນເຊົ້າ ວັນເສົາມື້ນີ້ວ່າ ຜູ້ບຸກລຸກ ທີ່ມີອາຍຸ 28 ປີ ຊຶ່ງມີຂວານ ແລະມີດເປັນອາວຸດ ແມ່ນມີຄວາມສັມພັນໃກ້ຊິດ ກັບກຸ່ມກໍ່ການຮ້າຍ AL-SHABAAB ຂອງໂຊມາເລັຽ ຕລອດທັງ ພວກຜູ້ນຳ ຂອງກຸ່ມກໍ່ການຮ້າຍ AL-QAIDA ໃນອາຟຣິກາ ຕາເວັນອອກ. ຜູ້ຕ້ອງສົງສັຍທີ່ບໍ່ສາມາດເຂົ້າໄປໃນເຮືອນ ຂອງທ່ານ WESTERGAARD ໃກ້ໆເມືອງ AARHUS ຊຶ່ງຕັ້ງຢູ່ ໃນພາກຕາເວັນຕົກ ຂອງເດັກມາກ ໄດ້ນັ້ນ ໄດ້ຮັບບາດ ເຈັບ ແລະເວລານີ້ ຖືກຕຳຣວດ ຈັບໂຕໄວ້ແລ້ວ. ທ່ານ WESTERGAARD ບໍ່ໄດ້ຮັບ ບາດເຈັບ ແຕ່ປະການໃດ.

ອິສລາແອລ - ປາແລສໄຕນ໌: ເຮືອບິນຣົບ ຂອງອິສຣາແອລ ໄດ້ຍິງລູກສອນໄຟໃສ່ເດີ່ນທີ່ ບໍ່ມີຫຍັງ ຫລາຍໆບ່ອນ ໃນເຂດກາຊາ ຊຶ່ງພາ ໃຫ້ເກີດ ສຽງຣະເບີດ ຂນາດແຮງດັງຂຶ້ນ. ເຈົ້າ ໜ້າທີ່ທະຫານກ່າວວ່າການໂຈມຕີໃນຕອນເດິກ ຂອງຄືນວັນສຸກວານນີ້ ແມ່ນແນໃສ່ເພື່ອທຳລາຍ ອຸໂມງຈຳນວນນຶ່ງ ທີ່ຂຸດເຂົ້າໄປຫາອິສຣາແອລ. ເຈົ້າໜ້າທີ່ເວົ້າວ່າ ພວກຫົວຮຸນແຮງ ປາແລສ ໄຕນ໌ຕັ້ງໃຈທີ່ຈະໃຊ້ ອຸໂມງເຫຼົ່ານີ້ ເພື່ອທຳການ ບຸກໂຈມຕີ ກໍ່ການຮ້າຍ. ເຈົ້າໜ້າທີ່ການແພດ ປາແລສໄຕນ໌ ກ່າວວ່າ ມີ 4 ຄົນ ຮວມທັງ ເດັກນ້ອຍຄົນນຶ່ງ ໄດ້ຮັບບາດເຈັບ ແຕ່ບໍ່ສາຫັດ. ບໍ່ເທົ່າໃດຊົ່ວໂມງ ກ່ອນທີ່ອິສຣາແອລ ຈະທຳການໂຈມຕີນັ້ນ ພວກຫົວຮຸນແຮງ ປາແລສໄຕນ໌ ໃນເຂດກາຊາ ໄດ້ຍິງປືນຄົກ ເຂົ້າໄປໃສ່ ອິສຣາແອລ. ໃນມື້ວັນພະຫັດ ຜ່ານມານີ້ ກໍມີການຍິງ ຈະຣວດລູກນຶ່ງ ຈາກເຂດກາຊາ ເຂົ້າໄປໃສ່ເມືອງ NETIVOT ໃນພາກໃຕ້ ຂອງອິສຣແອລ. ຕຳຣວດ ອິສຣາແອລ ກ່າວວ່າ ບໍ່ມີຜູ້ໃດ ໄດ້ຮັບບາດເຈັບ ຈາກການໂຈມຕີດັ່ງກ່າວ.

ອັຟການິສຖານ: ສະມາຊິກ ສະພາແຫ່ງຊາດ ອັຟການິສຖານ ອາດຈະຕັດສິນ ໃຈໃນໄວໆນີ້ ກ່ຽວກັບຊະຕາກັມຂອງຄະນະ ຣັຖບານຊຸດໃໝ່ ທີ່ປະທານາທິບໍດີ HAMID KARZAI ໄດ້ສເນີ ໄປນັ້ນ. ສະມາຊິກສະພາແຫ່ງຊາດ ອັຟການິສ ຖານເລີ້ມພາກັນ ລົງຄະແນນສຽງ ຢ່າງເປັນທາງ ລັບ ໃນວັນເສົາມື້ນີ້ ກ່ຽວກັບຄະນະ ຣັຖມຸນຕຣີ 24 ທ່ານທີ່ປະທານາທິບໍດີ KARZAI ໄດ້ເລືອກ ມາຊ່ອຍວຽກ ເພື່ອແກ້ໄຂບັນຫາ ຂອງປະເທດ ຊາດນັ້ນ. ປະທານາທິບໍດີ ອັຟການິສຖານ ໄດ້ ເປີດເຜີຍລາຍຊື່ ຜູ້ທີ່ທ່ານເລືອກ ເປັນຣັຖມຸນຕຣີ ໃນເດືອນແລ້ວນີ້ ໂດຍໃຫ້ຄຳໝັ້ນສັນຍາ ວ່າ ຣັຖມຸນຕຣີເຫລົ່ານີ້ ຈະເປັນຜູ້ຮັບຜິດຊອບ ໃນການແກ້ໄຂ ບັນຫາການສໍ້ຣາດບັງຫລວງ ທີ່ມີຢູ່ຢ່າງແຜ່ກວ້າງ ໃນອັຟການິສຖານ. ພວກຕຳໜິຕິຕຽນ ເວົ້າວ່າ ບຸກຄົນສຳຄັນໆ ທີ່ທ່ານ KARZAI ໄດ້ແຕ່ງຕັ້ງ ແມ່ນເຄີຍຮັບ ໜ້າທີ່ມາແລ້ວ ໃນຄະນະຣັຖບານຊຸດກ່ອນ ຂອງທ່ານ ແລະຈົ່ມວ່າ ບໍ່ມີຣັຖມຸນຕຣີຄົນໃດເປັນສະມາຊິກຈາກພັກຝ່າຍຄ້ານ ທັງໆທີ່ທ່ານ KARZAI ໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະດຳເນີນງານ ຢ່າງໃກ້ຊິດ ກັບພັກການເມືອງ ຝ່າຍຄ້ານ.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG