ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ກຸ່ມທາລີບານ ໃນອັຟການິສຖານ ໄດ້ອ້າງເອົາ ຄວາມຮັບຜິດ ຊອບ ໃນການໂຈມຕີ ພະນັກງານສືບລັບ ຂອງສະຫະຣັດ


ອັຟການິສຖານ: ກຸ່ມທາລີບານ ໄດ້ອ້າງເອົາ ຄວາມຮັບຜິດຊອບ ໃນການໂຈມຕີດ້ວຍຣະເບີດ ສະລະຊີບໃນພາກຕາເວັນອອກ ອັຟການິສຖານ ທີ່ເປັນເຫດໃຫ້ຊາວອະເມຣິກັນ 8 ຄົນເສັຽຊີວິດ ໃນວັນພຸດວານນີ້. ພະນັກງານຂອງອົງການສືບ ລັບ CIA ຂອງສະຫະຣັດ ແມ່ນຮວມ ຢູ່ໃນຈຳ ນວນພວກທີ່ເສັຽຊີວິດ. ໂຄສົກຄົນນຶ່ງ ຂອງກຸ່ມທາລີບານ ກ່າວໃນວັນພະຫັດ ມື້ນີ້ວ່າ ການໂຈມຕີ ຖານທັບສະຫະຣັດແຫ່ງນຶ່ງ ທີ່ແຂວງ KHOST ໄດ້ດຳເນີນການ ໂດຍນາຍທະຫານ ອັຟການິສຖານຄົນນຶ່ງ ທີ່ເຮັດວຽກ ໃຫ້ພວກຫົວຮຸນແຮງ. ເຈົ້າໜ້າທີ່ ສະຫະຣັດ ກ່າວວ່າ ຜູ້ໂຈມຕີ ໄດ້ເຂົ້າໄປໃນຄ້າຍ CHAPMAN ຊຶ່ງເປັນຖານ ປະຕິບັດງານ ໃນເຂດແນວໜ້າ ກ່ອນຈະບີບ ຄະນວນຣະເບີດ ໃຫ້ແຕກຂຶ້ນ ໃກ້ໆບໍຣິເວນ ບ່ອນອອກກຳລັງກາຍ. ອະດີດແລະເຈົ້າໜ້າທີ່ ສະຫະຣັດ ໃນປັດຈຸບັນ ກ່າວວ່າ ພວກເຄາະຮ້າຍ ຈຳນວນນຶ່ງ ແມ່ນເປັນ ເຈົ້າໜ້າທີ່ CIA ແລະສ່ວນທີ່ເຫລືອ ອາດຈະເປັນພົລເຮືອນ ທີ່ເຮັດວຽກໃຫ້ແກ່ ໜ່ວຍສືບລັບ ຂອງສະຫະຣັດ. ມີຢ່າງນ້ອຍ 6 ຄົນ ໄດ້ຮັບບາດເຈັບ ແລະບາງຄົນ ໃນຈຳນວນນີ້ ມີອາການສາຫັດ.

ການໂຈມຕີ - ສາຍການບິນ: ປະທານາທິ ບໍດີສະຫະຣັດ ທ່ານ BARACK OBAMA ຈະໄດ້ຮັບລາຍ​ງານ ຜົນຂອງການສືບສວນໃນ ຂັ້ນຕົ້ນໃນວັນພະຫັດມື້ນີ້ ກ່ຽວກັບ ຄວາມຂາດ ຕົກບົກຜ່ອງ ໃນການຮັກສາ ຄວາມປອດພັຍ ກ່ອນໜ້າການ ພະຍາຍາມໂຈມຕີ ດ້ວຍຣະເບີດ ​ເທິງ​ເຮືອບິນໂດຍສານ ທີ່ເດີນທາງມາຍັງ ສະຫະຣັດ ໃນວັນຄຣິສຕ໌ມາສ. ເປັນທີ່ປາກົດວ່າ ຈຸດເພັ່ງເລັງ ໃນການສືບສວນ ໄດ້ແນໃສ່ ສູນກາງຕໍ່ຕ້ານ ພວກກໍ່ການຮ້າຍ ແຫ່ງຊາດ ຊຶ່ງເປັນຜະແນກ ຮັບຜິດຊອບທີ່ສຳຄັນ ໃນການຮວບຮວມ ແລະວິເຄາະຂ່າວ ທີ່ຫລາຍໆຜແນກການ ຂອງຣັຖບານ ສະຫະຣັດ ໄດ້​ເກັບ​ກຳມາ. ເຈົ້າໜ້າທີ່ເວົ້າວ່າ ສູນກາງດັ່ງກ່າວ ບໍ່​ໄດ້ເອົາ ລາຍງານຕ່າງໆ ມາຕິດຕໍ່ເຂົ້າໃສ່ກັນ ກ່ຽວກັບທ້າວ UMAR FAROUK ABDULMUTALLAB ໜຸ່ມນ້ອຍ ໄນຈີເຣັຽ ທີ່ເປັນຜູ້ຕ້ອງສົງສັຍ ໃນການພະຍາຍາມ ໂຈມຕີສາຍການບິນ ສະຫະຣັດນັ້ນ. ແຕ່ອົງການຂ່າວຕ່າງໆ ຂອງສະຫະຣັດ ແຈ້ງວ່າ ການສືບສວນ ຍັງໄດ້ພົບເຫັນວ່າ ຜແນກການອື່ນໆ ຂອງສະຫະຣັດເຊັ່ນ CIA ແລະກະຊວງ ການຕ່າງປະເທດ ກໍບໍ່ໄດ້ຕິດຕາມເບິ່ງ ຂໍ້ມູນທີ່ພວກເຂົາເຈົ້າໄດ້ຮັບ ກ່ຽວກັບທ້າວ ABDULMUTALLAB ນັ້ນຢ່າງຈິງຈັງ​ເຊ່ນ​ກັນ.

ອິນໂດເນເຊັຽ - ການກໍ່ການຮ້າຍ: ສະຖານ ທູດສະຫະຣັດ ໃນອິນໂດເນເຊັຽກ່າວວ່າ ຕົນໄດ້ ຮັບຄຳເຕືອນວ່າ​ ຈະມີການໂຈມຕີ ຂອງພວກກໍ່ ການຮ້າຍ ໃນຄ່ຳຄືນ ກ່ອນວັນຂຶ້ນປີໃໝ່ສາກົນ ຈາກເຈົ້າແຂວງ ເກາະບາຫລີ ຊຶ່ງເປັນບ່ອນຕາກອາກາດ ຂອງອິນໂດເນເຊັຽ. ໃນວັນກ່ອນ ວັນຂຶ້ນປີໃໝ່ສາກົນ ຄືວັນພະຫັດມື້ນີ້ ທາງສະຖານທູດ ສະຫະຣັດ ໄດ້ສົ່ງອີແມລ ໄປຍັງຊາວອະເມຣິກັນ ອ້າງຄຳເວົ້າ ຂອງເຈົ້າແຂວງ ເກາະບາຫລີ ທີ່ກ່າວວ່າ ມີຮ່ອງຮອຍ ສະແດງໃຫ້ເຫັນວ່າ ຈະມີການໂຈມຕີ ເກີດຂຶ້ນ ທີ່ເກາະບາຫລີ. ທາງ​ສະຖານທູດ ​ຮຽກຮ້ອງ​ໃຫ້​ພົລ ​ເມື​ອງສະຫະຣັດ ບໍ່​ໃຫ້​ສະ​ແດງ​ໂຕ​ ເປັນ​ຈຸດເດັ່ນ ​ແລະ​ໃຫ້​ມີ​ ສະຕິ​ລະວັງ​ໂຕ​ ໃນ​ທຸກ​ເວລາ. ​ໂຄສົກ​ສະຖານທູດ​ ກ່າວ​ວ່າ ​ທາງ​ອົງການ​ ທ່ອງ​ທ່ຽວ​ ຂອງ​ເກາະ​ບາ​ຫລີ ໄດ້ເອົາໜັງສື​ເຕືອນ ຂອງ​ເຈົ້າ​ແຂງ ໄປ​ແຈກ​ຢາຍ​ ຕາມ​ຮ້ານ​ອາຫານ​ ແລະ​ຮ້ານ​ກ​າ​ເຟ​ໃນ​ທົ່ວ​ເກາະ. ການເຕືອນທີ່ວ່ານີ້ ມີຂຶ້ນ 6 ເດືອນ ຫລັງຈາກໄດ້ມີ ການວາງຣະເບີດໂຈມຕີ ໂຮງແຮມຫລູຫລາ 2 ບ່ອນ ໃນນະຄອນຫລວງ ຈາກາຕ້າ ທີ່ເປັນເຫດໃຫ້ ມີຜູ້ເສັຽຊີວິດ 7 ຄົນ.

ອິນໂດເນເຊັຽ - ວາຮີດ: ໃນວັນພະຫັດມື້ ນີ້ຖນົນຫົນທາງ ໄດ້ແອອັດໄປດ້ວຍພວກໄວ້ ທຸກຊາວອິນໂດເນເຊັຽ ຈຳນວນຫຼາຍພັນຄົນ ທີ່ໄປ ກ່າວຄຳອຳລາ ຕໍ່ມື້ລາງ ປະທານາທິບໍດີ ABDURRAHMAN WAHID ຊຶ່ງເປັນປະທານາທິ ບໍດີ ຄົນທຳອິດ ທີ່ຖືກເລືອກ ຕາມ​ແນວທາງ​ ຂອງປະຊາທິປະໄຕ ລຸນຫລັງການ ຕົກຈາກອຳນາດ ຂອງທ່ານຊູຮາໂຕ ຜູ້ນຳທະຫານ ທີ່ມີອິດທິພົນ ຂອງອິນໂດເນເຊັຽ. ສົບຂອງທ່ານ WAHID ໄດ້ຖືກນຳໄປຝັງ ໃກ້ໆບ້ານເກີດຂອງທ່ານ ທີ່ ເກາະ JAVA ຕາເວັນອອກ. ທ່ານ WAHID ຊຶ່ງເປັນທີ່ຮູ້ຈັກກັນດີ ໃນນາມ GUR DUR ຊຶ່ງເປັນຊື່ຫລີ້ນ ຂອງທ່ານນັ້ນ ໄດ້ເຖິງແກ່ ມໍຣະນະກັມ ໃນວັນພຸດວານນີ້ ຮວມອາຍຸໄດ້ 69 ປີ ຍ້ອນບັນຫາ​ແຊກຊ້ອນ ຈາກໂຣກເບົາຫວານ ແລະໂຣກລົມສາຣະບາດ ຂອງທ່ານ. ປະທານາທິບໍດີ ຄົນປັດຈຸບັນ ຂອງອິນໂດເນເຊັຽ ທ່ານ SUSILO BAMBANG YUDHOYONO ເປັນຜູ້ນຳພາ ໃນການຈັດພິທີ ໄວ້ອາລັຍ ໃຫ້ແກ່ທ່ານ WAHID. ພວກຜູ້ນຳຂອງໂລກ ໄດ້ສົ່ງສານ ສະແດງຄວາມ ເສົ້າສລົດໃຈ ໄປຍັງຄອບຄົວ ມື້ລາງປະທານາທິບໍດີ WAHID ແລະປະຊາຊົນ ຊາວອິນໂດເນເຊັຽ.

ປາກິສຖານ: ກຳລັງຮັກສາຄວາມສະງົບປາກິສ ຖານ ໄດ້ບຸກເຂົ້າໄປ ໃນໂຮງໝໍແຫ່ງນຶ່ງ ທີ່ໃຊ້ ໂດຍພວກຫົວຮຸນແຮງ ໃນເຂດຊົນເຜົ່າ WAZI-RISTAN ໃຕ້ ໂດຍໄດ້ສັງຫານ ພວກນັກຣົບ ຕ່າງປະເທດ ຢ່າງນ້ອຍ 4 ຄົນ. ເຈົ້າໜ້າທີ່ເວົ້າວ່າ ກຳລັງປາກິສຖານ ຍັງໄດ້ຈັບ ຜູ້ຕ້ອງສົງສັຍ ວ່າເປັນພວກຫົວຮຸນແຮງ 20 ກວ່າຄົນ ທີ່ເມືອງ WANA ຫົວເມືອງສຳຄັນສຸດ ໃນເຂດ WAZIRISTAN ໃຕ້ ຊຶ່ງເປັນທີ່ໝັ້ນ ຂອງພວກທາລີບານ ໃນປາກິສຖານ. ໃນມື້ວານນີ້ ກຸ່ມທາລີບານໃຫຍ່ ໃນປາກິສຖານ ໄດ້ອ້າງເອົາ ຄວາມຮັບຜິດຊອບ ໃນການໂຈມຕີ ຂະບວນແຫ່ ຂອງສາສນາອິສລາມ ນິກາຍຊີໄອທ໌ ທີ່ນະຄອນ ກາຣາຈີ ໃນພາກໃຕ້ ປາກິສຖານ ທີ່ເປັນເຫດໃຫ້ ມີຜູ້ເສັຽຊີວິດ ຢ່າງນ້ອຍ 43 ຄົນ. ໂຄສົກຄົນນຶ່ງ ຂອງກຸ່ມດັ່ງກ່າວ ເຕືອນວ່າ ຈະມີການໂຈມຕີຕື່ມອີກ ໃນອະນາຄົດ ຂ້າງໜ້າ. ຂະນະດຽວກັນ ເຈົ້າໜ້າທີ່ ປາກິສຖານ ກ່າວວ່າ ຕົນຈັບໄດ້ ຜູ້ນຳອະວຸໂສ ຂອງກຸ່ມ ທາລີບານຄົນນຶ່ງ ທີ່ແຂວງປັນຈາບ. ຕຳຣວດເວົ້າວ່າ ນາຍ KHALIL ULLAH ເປັນຜູ້ຢູ່ເບື້ອງຫຼັງ ການວາງຣະເບີດຕລາດ ທີ່ແອອັດ ໄປດ້ວຍຜູ້ຄົນແຫ່ງນຶ່ງ ໃນວັນທີ 7 ເດືອນນີ້ ທີ່ເມືອງເອກ ຂອງແຂວງລາຮໍ ຊຶ່ງເປັນເຫດໃຫ້ ມີຜູ້ເສັຽຊີວິດ ຢ່າງນ້ອຍ 48 ຄົນນັ້ນ.

ອັງກິດ - ມຽນມາ: ນາຍົກຣັຖມຸນຕຣີ ອັງກິດ ທ່ານ GORDON BROWN ໄດ້ຂຽນຈົດໝາຍ ສນັບສນຸນ ເປັນການສ່ວນໂຕ ໄປຫາທ່ານນາງ ອອງຊານຊູຈີ ຜູ້ນຳປະຊາທິປະໄຕ ຂອງມຽນມາ ທີ່ຖືກຄຸມຂັງຢູ່ໃນເວລານີ້. ຈົດໝາຍ ທີ່ພິມເຜີຍ ແຜ່ໂດຍເວັບໄຊທ໌ ຂອງສຳນັກງານການຕ່າງປະ ເທດ ແລະເຄືອຈັກກະພົບ ໃນມື້ວານນີ້ ກ່າວວ່າ ອັງກິດ ຈະສືບຕໍ່​ເຮັດທຸກສິ່ງຢ່າງ ທີ່ເປັນໄປໄດ້ ເພື່ອຊຸກຍູ້ ໃຫ້ມີການປ່ຽນແປງ ແລະມີປະຊາທິ ປະໄຕ ຢູ່ໃນມຽນມາ ທີ່ປົກຄອງໂດຍ ຣັຖບານທະຫານ. ທ່ານ BROWN ກ່າວວ່າ ຖ້າການເລືອກຕັ້ງ ຄັ້ງຈະມາ ຢູ່ໃນມຽນມາ ໃນປີ 2010 ຫາກເປັນ ການເລືອກຕັ້ງ ທີ່ເສຣີແລະຍຸຕິທັມ ຢ່າງແທ້ຈິງ ປະຊາຄົມນາໆຊາດ ກໍພ້ອມແລ້ວ ທີ່ຈະອ້າແຂນ ຮັບເອົາມຽນມາ ກັບຄືນເຂົ້າມາຮ່ວມ ປະຊາຄົມ ຂອງບັນດາປະຊາຊາດ. ແຕ່ແນວໃດກໍຕາມ ນາຍົກຣັຖມຸນຕຣີອັງກິດ ເຕືອນວ່າ ຖ້າການເລືອກຕັ້ງດັ່ງກ່າວ ຫາກດຳເນີນໄປ ພາຍໃຕ້ຣັຖທັມມະນູນ ທີ່ຫລອກລວງ ໂດຍທີ່ບໍ່ມີ ຄະນະສັງເກດການ ຂອງນາໆຊາດ ແລະບໍ່ມີຜູ້ນຳ ພັກຝ່າຍຄ້ານ ເຂົ້າຮ່ວມ ໃນການເລືອກແລ້ວ ມຽນມາກໍຈະສືບຕໍ່ ຖືກໂດດດ່ຽວ ທາງການການທູດ ແລະດ້ານເສຖກິດ.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG