ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ພົລເມືອງອັງກິດຄົນນຶ່ງ ຖືກປະຫານຊີວິດ ຢູ່ຈີນ


ຈີນ - ອັງກິດ: ອັງກິດກ່າວວ່າ ຈີນໄດ້ປະ ຫານຊີວິດ ພົລເມືອງຂອງ ອັງກິດຄົນນຶ່ງ ທີ່ ຖືກພົບເຫັນວ່າມີຄວາມຜິດ ໃນການລັກລອບ ຄ້າຢາເສບຕິດ ຫຼັງຈາກໄດ້ປະຕິເສດ ຕໍ່ການ ຮ້ອງຂໍ ຂອງຣັຖບານອັງກິດ ແລະຍາດພີ່ນ້ອງ ຂອງຜູ້ກ່ຽວ ທີ່ກ່າວວ່າ ຜູ້ຊາຍຄົນນີ້ ເປັນໂຣກຈິດ ແລະໄດ້ຖືກຫລອກລວງ ໃຫ້ກະທຳ ຄວາມຜິດດັ່ງກ່າວ. ໃນຖແລງຂ່າວ ສະບັບນຶ່ງ ທີ່ນຳອອກເຜີຍແຜ່ ໂດຍກະຊວງ ການຕ່າງປະເທດ ອັງກິດ ໃນວັນອັງຄານມື້ນີ້ ນາຍົກຣັຖມຸນຕຣີ GORDON BROWN ກ່າວວ່າ ທ່ານຮູ້ສຶກຕື່ນຕົກໃຈ ແລະເສົ້າສລົດໃຈ ກ່ຽວກັບການ ປະຫານຊີວິດ ນາຍ AKMAL SHAIKH ອາຍຸ 53 ປີ. ຄອບຄົວຂອງນາຍ SHAIKH ໄດ້ອອກຖແລງການ ສັ້ນໆສະບັບນຶ່ງ ສະແດງຄວາມເສັຽໃຈ ຕໍ່ການທີ່ຣັຖບານຈີນ ໄດ້ປະຕິເສດ ບໍ່ຍອມ ໃຫ້ອະພັຍໂທດ ແລະເຂົາເຈົ້າເວົ້າວ່າ ລາວໄດ້ເປັນໂຣກ BIPOLAR DISORDER ຊຶ່ງເປັນໂຣກຈິດ ຊະນິດນຶ່ງ ທີ່ຮວມທັງ ປະພຶດຕົນ ແບບຄົນຜີບ້າ ນຳດ້ວຍ. ຈີນໄດ້ຕອບໂຕ້ ຕໍ່ການຕຳໜິຕິຕຽນ ຂອງອັງກິດ ຜ່ານອົງການຂ່າວ ຊິນຫວາ ຂອງທາງການຈີນ ທີ່ໄດ້ອ້າງຄຳເວົ້າ ຂອງນາງ JLANG YU ໂຄສົກຂອງກະຊວງ ການຕ່າງປະເທດຈີນ ທີ່ໄດ້ຮຽກຮ້ອງ ໃຫ້ອັງກິດ ຫລີກເວັ້ນຈາກ ການສ້າງຄວາມເສັຽຫາຍ ໃຫ້ແກ່ຄວາມສັມພັນ 2 ຝ່າຍ.

ເກົາຫລີເໜືອ: ເກົາຫຼີເໜືອກ່າວວ່າ ຕົນໄດ້ຈັບ ຊາວອະເມຣິກັນຄົນນຶ່ງທີ່ໄດ້ຂ້າມຊາຍແດນຢ່າງ ຜິດກົດໝາຍ ຈາກຈີນ ເຂົ້າໄປໃນເກົາຫລີເໜືອ ເມື່ອສັບປະດາແລ້ວ. ເຈົ້າໜ້າທີ່ໄດ້ປະກາດ ຢູ່ ໃນລາຍງານ ຂອງອົງການຂ່າວສູນກາງ ຂອງເກົາຫລີເໜືອ ສະບັບທີ່ອອກ ໃນວັນອັງຄານມື້ນີ້. ພວກເຈົ້າໜ້າທີ່ ບໍ່ໄດ້ໃຫ້ລາຍລະອຽດໃດໆ ນອກເໜືອ ໄປຈາກເວົ້າວ່າ ຜູ້ຊາຍຄົນດັ່ງກ່າວ ໄດ້ຂ້າມເຂົ້າໄປ ໃນເກົາຫລີເໜືອ ໃນວັນທີ 24 ທັນວາ ແລະເວລານີ້ ກຳລັງມີການ ສືບສວນກັນຢູ່. ການປະກາດທີ່ວ່ານີ້ ປາກົດວ່າ ໄດ້ໝາຍເຖິງ ນັກເຜີຍແຜ່ ສາສນາຄຣິສຕ໌ ແລະນັກເຄື່ອນໄຫວ ເພື່ອສິດທິມະນຸດ ອະເມຣິກັນ ທ່ານ ROBERT PARK. ທ່ານ JO SUNG RAE ຊຶ່ງເປັນເພື່ອນຂອງທ່ານ PARK ກ່າວວ່າ ທ່ານ PARK ໄດ້ຂ້າມເຂົ້າໄປ ໃນເກົາຫລີເໜືອ ໃນວັນຄຣິສຕ໌ມາສ ໂດຍໄດ້ຖື ພຣະຄຳພີໄບເບີລ​ໄປ ແລະໜັງສື​ຮຽກຮ້ອງ ຕໍ່ຜູ້ນຳຂອງເກົາຫລີເໜືອ ທ່ານກິມ-ຈົງ-ອິລ ກ່ຽວກັບເຣື່ອງ ສິດທິມະນຸດ. ກະຊວງການຕ່າງປະເທດ ສະຫະຣັດ ກ່າວໃນວັນຈັນວານນີ້ວ່າ ຕົນຍັງບໍ່ທັນ ໄດ້ຮັບການຢືນຢັນ ຈາກແຫລ່ງຂ່າວ ທີ່ເປັນອິສຣະເທື່ອວ່າ ທ່ານ PARK ໄດ້ຖືກຈັບ ຢູ່ທີ່ເກົາຫລີເໜືອ ແຕ່ກໍມີຄວາມວິຕົກກັງວົນ ກ່ຽວກັບຊະຕາກັມ ຂອງຜູ້ກ່ຽວ.

ສາຍການບິນ: ປະທານາທິບໍດີ ສະຫະຣັດ ທ່ານ BARACK OBAMA ກ່າວວ່າ ສະຫະ ຣັດຈະໃຊ້ທຸກສິ່ງທຸກຢ່າງ ທີ່ຕົນມີຢູ່ ເພື່ອຊອກ ຄົ້ນຫາ ແລະນຳເອົາໂຕ ພວກທີ່ຮັບຜິດຊອບ ກ່ຽວກັບການໂຈມຕີ ດ້ວຍຣະເບີດ ແຕ່ບໍ່ປະສົບ ຜົນສຳເຣັດ ຕໍ່ສາຍການບິນ ຂອງສະຫະຣັດ ມາລົງໂທດ. ທ່ານ OBAMA ກ່າວຈາກ ຣັດຮາວາຍ ໃນມື້ວານນີ້ ຊຶ່ງເປັນການ ໃຫ້ຄວາມເຫັນ ຢ່າງເປັນທາງການ ເທື່ອທຳອິດ ນັບແຕ່ຜູ້ຊາຍ ຊາວໄນຈີເຣັຽຄົນ​ນຶ່ງ ຖືກກ່າວຫາວ່າ ພະຍາຍາມ ທີ່ຈະບີບຄະນວນຣະເບີດ ໃຫ້ແຕກຂຶ້ນ ໃນມື້ວັນສຸກແລ້ວ ເທິງເຮືອບິນໂດຍສານ ຂອງສາຍການບິນ NORTHWEST ໃນຖ້ຽວບິນ ຈາກນະຄອນ ARMSTERDAM ປະ​ເທດ​ເນເທີແລນ ມາ​ຍັງ​ນະຄອນ DETROIT ຂອງສະຫະຣັດ.

ຈີນ: ຄະນະກວດກາ ບັນຊີແຫ່ງຊາດຂອງຈີນ ກ່າວວ່າ ເຈົ້າໜ້າທີ່ຈີນ ໄດ້ລັກຂະໂມຍ ຫລືໃຊ້ ເງິນຂອງຣັຖບານ ໄປໃນທາງທີ່ບໍ່ຖືກຕ້ອງ 34 ພັນ 400 ລ້ານໂດລາໃນປີນີ້ ແລະມີເຈົ້າໜ້າທີ່ ອະວຸໂສ 67 ຄົນກຳລັງຖືກສືບສວນ. ສື່ມວນຊົນ ຂອງທາງການຈີນ ລາຍງານວ່າ ສະຖິຕິ ຈາກອົງການກວດກາ ບັນຊີແຫ່ງຊາດຂອງຈີນ ສະແດງໃຫ້ເຫັນວ່າ ຄະນະສືບສວນ ໄດ້ຮັບເງິນ ກັບຄືນມາ 2 ພັນ 400 ລ້ານໂດລາ ຫລັງຈາກໄດ້ທຳການ ກວດກາເບິ່ງ 55 ກະຊວງ ແລະຜແນກການ ທຽບເທົ່າ ຕລອດທັງ ສະຖາບັນ ແລະບໍຣິສັດຕ່າງໆ ຂອງຫລວງ ຫລາຍຮ້ອຍບ່ອນ. ຣັຖບານຈີນ ໄດ້ເປີດເຜີຍໃຫ້ຊາບ ກ່ຽວກັບການກວດກາ ປະຈຳປີ ​ໃນຄວາມຫວັງ ທີ່​ຈະຜ່ອນເບົາ ຄວາມໂກດແຄ້ນ ຂອງປະຊາຊົນລົງ ກ່ຽວກັບ ການສໍ້ຣາດບັງຫລວງ ແລະການໃຊ້ອຳນາດ ໄປໃນທາງຜິດ ຂອງເຈົ້າໜ້າທີ່ ທີ່ມີຢູ່ ຢ່າງແຜ່ກວ້າງນັ້ນ. ໃນການຖແລງ ຕໍ່ກອງປະຊຸມແຫ່ງຊາດ ຂອງ​ບັນດາ​ເຈົ້າໜ້າ​ທີ່ ກວດກາບັນຊີ ຂອງຣັຖບານ ໃນມື້ວານນີ້ ນາຍົກຣັຖມຸນຕຣີຈີນ ທ່ານ WEN JIABAO ໄດ້ຮຽກຮ້ອງໃຫ້ ຄະນະກວດກາ ຈັບຕາເບິ່ງຢ່າງໃກ້ຊິດ ກ່ຽວກັບ ໂຄງການລົງທຶນຕ່າງໆ ຂອງຣັຖບານ ທີ່ຊ່ອຍປ້ອງກັນ ບໍ່ໃຫ້ມີການກອບໂກຍ ເອົາເງິນຫລວງ ແລະການໃຊ້ຈ່າຍ ແບບຟູມເຟືອຍ.

ອີຣ່ານ: ເຈົ້າໜ້າທີ່ອີຣ່ານ ໄດ້ປະນາມການ ຕຳໜິຕິຕຽນຂອງ​ນາໆ​ຊາດຕໍ່ຣັຖບານອີຣ່ານ ທີ່ໄດ້ປາບປາມ ຢ່າງຮຸນແຮງ ການເດີນຂະ ບວນປະທ້ວງ ຢູ່ໃນທົ່ວປະເທດ ໃນມື້ວັນ ອາທິດຜ່ານມາ. ທ່ານ ALI LARIJANI ປະທານສະພາແຫ່ງຊາດ ຂອງອີຣ່ານ ໄດ້ອ່ານຖແລງການ ຂອງສະມາຊິກ ສະພາອີຣ່ານ ທີ່ກ່າວວ່າ ປະທານາທິບໍດີ ສະຫະຣັດ ທ່ານ BARACK OBAMA ໄດ້ສ້າງຄວາມເຊື່ອມເສັຽ ໃຫ້ແກ່ໂຕທ່ານເອງ ໃນການທີ່ໄດ້ຊົມເຊີຍ ພວກຝ່າຍຄ້ານ ຂອງອີຣ່ານ. ທ່ານ OBAMA ກ່າວໃນມື້ວານນີ້ວ່າ ທ່ານໄດ້ປະນາມ ໃນອັນທີ່ທ່ານເອີ້ນວ່າ ການປາບປາມ ແບບຮຸນແຮງ ແລະບໍ່ຍຸຕິທັມ ຊາວອີຣ່ານ ທີ່ບໍ່ມີຄວາມຜິດ. ນອກນັ້ນ ທ່ານຍັງໄດ້ສະແດງ ຄວາມປະທັບໃຈ ຢ່າງເລິກເຊິ່ງ ໃນຄວາມກ້າຫານ ແລະຄວາມເຊື່ອໝັ້ນ ຂອງປະຊາຊົນອີຣ່ານ ທີ່ໄດ້ພະຍາຍາມ ໃຊ້ສິດທິສາກົນ ຂອງພວກເຂົາເຈົ້າ. ສ່ວນຣັຖມຸນຕຣີ ກະຊວງການຕ່າງປະເທດອັງກິດ ທ່ານ DAVID MILLIBAND ໄດ້ກ່າວຊົມເຊີຍ ຕໍ່ອັນທີ່ທ່ານເອີ້ນວ່າ ຄວາມກ້າຫານ ຢ່າງເດັດດ່ຽວ ຂອງພວກປະທ້ວງ ຊາວອີຣ່ານ.

ປາກິສຖານ: ເຈົ້າໜ້າທີ່ ປາກິສຖານກ່າວ ວ່າ ພວກທີ່ນັບຖື ສາສນາອິສລາມ ນິກາຍ ຊຸນນີ່ ຫົວຮຸນແຮງຈັດ ໄດ້ຮວມກຳລັງ ກັບ ກຸ່ມຫົວຮຸນແຮງ ນິຍົມທາລີບານ ເພື່ອພະ ຍາຍາມ ຫາທາງສ້າງຄວາມວຸ້ນວາຍຂຶ້ນ ໃນປາກິສຖານ. ເຈົ້າໜ້າທີ່ ປາກິສຖານ ໄດ້ຖິ້ມໂທດໃສ່ ພວກຊຸນນີ່ ຫົວຮຸນແຮງຈັດວ່າ​ ເປັນຜູ້​ທຳການໂຈມຕີ ດ້ວຍຣະເບີດສະລະຊີບ ຕໍ່ຂະບວນແຫ່ພິທີ​ທາງສາສນາ ຂອງ​ຊາວມຸສລິ​ມ ນິກາຍຊີໄອທ໌ ທີ່ນະຄອນກາຣາຈີ ໃນວັນຈັນວານນີ້ ທີ່ເຮັດໃຫ້ ມີຜູ້ເສັຽຊີວິດ ຢ່າງນ້ອຍ 40 ຄົນ. ຍັງບໍ່ທັນມີກຸ່ມໃດ ອ້າງເອົາຄວາມຮັບຜິດຊອບ ໃນການໂຈມຕີ ດັ່ງກ່າວນີ້ເທື່ອ. ປະທານາທິບໍດີ ຂອງປາກິສຖານ ກ່າວໃນຖແລງການ ສະບັບນຶ່ງວ່າ ເປັນທີ່ປາກົດວ່າ ພວກຫົວຮຸນແຮງ ໄດ້ພະຍາຍາມ ດ້ວຍຄວາມຕັ້ງໃຈ ທີ່ຈະຫັນປ່ຽນໃຫ້ ການເຮັດສົງຄາມ ຕໍ່ຕ້ານພວກມຸສລິມ ຫົວຮຸນແຮງ ຂອງຣັຖບານ ກາຍເປັນການປະທະກັນ ລະຫວ່າງກຸ່ມສາສນາ. ທ່ານ ASIF ALI ZARDARI ເວົ້າວ່າ ເປົ້າໝາຍຂອງ ພວກຫົວຮຸນແຮງ ກໍຄືເຮັດໃຫ້ ປະຊາຊົນ ຊາວປາກິສຖານ ຕໍ່ສູ້ກັນເອງ.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG