ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກນັກເຄື່ອນໄຫວຝ່າຍຄ້ານ  4 ຄົນ ເສັຍຊີວິດ ໃນການປະທະກັບກຳລັງ ຮັກສາຄວາມປອດໄພ ໃນອິຣ່ານ


ທີ່ອິຣ່ານ: Web Sites ຂອງ​ພວກ​ຝ່າຍ​ຄ້ານ​ໃນ​ອິຣ່ານກ່າວ​ວ່າ ພວກ​ນັກ​ເຄື່ອນ​ໄຫວ​ຝ່າຍ​ຄ້ານ 4 ຄົນ​ເສັຍ​ຊີວິດ​ໃນ​ມື້​ທີ​ສອງ​ໃນ​ການ​ປະ​ທະ​ກັນ​ກັບ​ກຳລັງ​ຮັກສາ​ຄວາມ​ປອດ​ໄພ​ໃນ​ນະຄອນ ຫລວງ​ກຸງ​ເຕຮະຣ່ານ. ບັນດາ​ກຸ່ມຝ່າຍ​ຄ້ານ​ກ່າວ​ວ່າ ພວກ​ປະ​ທ້ວງ 4 ຄົນ​ນີ້​ເສັຍ​ຊີວິດ​ໃນ​ວັນ​ອາທິດ​ມື້​ນີ້​ໃນ​ຂະນະ​ພວກ​ຫົວ​ປະຕິ​ຮູບ ​ຫລາຍ​ພັນ​ຄົນ​ໂຮມ​ຊຸມນຸມ​ກັນ​ຢູ່​ທ່ີ​ຈະຕຸຣັດ Engelab ​ໃນ​ໃຈ​ການ​ກຸງ Tehran ​ເພື່ອ​ທ້າ​ທາຍ​ຕໍ່​ຄຳ​ເຕືອນ​ຂອງ​ຕຳຫລວດ. ພວກ​ທ່ີ​ເຫັນ​ເຫດການ​ກ່າວ​ວ່າ ພວກ​ປະ​ທ້ວງ​ພາ ກັນໂຮ​ຮ້ອງຄຳ​ຂັວນທ່ີ​ກ່າວ​ວ່າ “ຂໍ່ຈົ່ງ​ໃຫ້​ຜູ້​ຜະ​ເດັການ​ພິນາດ” ຊຶ່ງ​ເປັນ​ການ​ອ້າງ​ອີງ​ໃສ່​ຄນະ​ນຳພາ​ຫົວນິຍົມ​ແນວທາງ​ເດີມ​ຂອງ​ອິຣ່ານ. ພວກ​ທ່ີ​ເຫັນ​ເຫດການ​ເຫ​ລົ່ານີ້​ກ່າວ​ຕື່ມ​ວ່າ ຕຳຫລວດ​ໄດ້​ ຍິງແກ​ສນ້ຳຕາ​ແລະ​ໃຊ້​ໄມ້ຄ້ອນເພື່ອ​ຂັບ​ໄລ່​ພວກ​ປະ​ທ້ວງ​ໃຫ້​ແຕກ ​ໜີ​ໄປ.
ພວກ​ນິຍົມ​ການ​ປະຕິ​ຮູບ​ໃນ​ອິຣ່ານ​ໄດ້​ພາກັນໂຮມ​ຊຸມນຸມ​ທຳ​ການ​ປະ​ທ້ວງ​ຢ່າງ​ສມ່ຳສະ​ເໝີ​ມາ​ຕໍ່ຕ້ານ​ການ​ເລືອກ​ຕັ້ງ​ເອົາ​ປະທານາທິບໍດີ
ມາມຸດອາມາດີເນຈາດ ຫົວນິຍົມແນວທາງເດີມຂຶ້ນມາດຳຣົງຕຳແໜ່ງອີກສະໄໝນຶ່ງທ່ີເປັນບັນຫາໂຕ້ ແຍ່ງກັນ ໃນເດືອນມິຖຸນາຜ່ານ​ມາ. ພວກຝ່າຍ​ຄ້ານ​ຂອງ​ອິຣ່ານກ່າວ​ວ່າ ​ໄດ້​ມີ​ການ​ສໍ້​ໂກງ​ບັດ​ເລືອກ​ຕັ້ງ ​ແຕ່ຣັຖບານ ໄດ້​ປະຕິ​ເສດ​ຕໍ່​ຂໍ້​ກ່າວ​ຫາ​ດັ່ງກ່າວ. ທ່ານ ​ເອສ​ໄມ ອາມາ​ດີ ​ໂມ​ກາ​ດັມ ຫົວໜ້າ​ຕຳຫລວດ​ອິຣ່ານ ​ໄດ້​ເຕືອນ
ຝ່າຍ​ຄ້ານ​ມາ​ກ່ອນ​ບໍ່​ໃຫ້​ທຳ​ການ​ໂຮມ​ຊຸມນຸມ​ກັນ​ປະ​ທ້ວງ​ໃນ​ວັນ​ອາທິດ​ມື້ນີ້ທ່ີ​ສອດ​ຄ້ອງກັນ​ກັບ ​ວັນ​ລະ​ລຶກ​ແຫ່ງ​ຊາດວັນອາ​ຊູຣະ ຊຶ່ງເປັນ​ວັນ​ບຸນສາດ​ສະໜາ​ຂອງ​ຊາວ​ມຸສລິ​ມນິກາຍ​ຊີ​ໄອ ນັ້ນ. ໃນ​ວັນ​ເສົາ​ວານ​ນີ້ ຕຳຫລວດ​ອິຣ່ານ​ໄດ້​ໃຊ້​ແກ​ສນ້ຳຕາ ​ແລະ​ໄມ້ຄ້ອນ​ຕໍ່ຕ້ານ​ກັບ​ພວກ​ເດີນ​ຂະ​ບວນປະ​ທ້ວງ​ທ່ີ​ພາກັນ​ໂຮມ​ຊຸມນຸມ ​ກັນ​ໃນ​ໂບດ​ແຫ່ງນຶ່ງ​ໃນ​ພາກ​ເໜືອຂອງ​ກຸງ​ເຕຣ່ານບ່ອນ​ທ່ີ​ອະດີດ​ປະທານາທິບໍດີໂມ​ຮາ​ມັດ ຄັດ​ຕາ​ມີ​ ຫົວ​ປະຕິ​ຮູບກຳລັງ​ກ່າວ​ຄຳ​ປາ​ໄສ​ຢູ່​ນັ້ນ.
ທີ່​ອິຣັກ: ບັນດາ​ເຈົ້າ​ໜ້າ​ທ່ີ​ອິຣັກກ່າວ​ວ່າ ລະ​ເບີດ​ທ່ີ​ແຕກ​ຂຶ້ນ​ລູກ​ນຶ່ງ​ໄດ້​ສັງຫານຜູ້​ຄົນ​ໄປ​ຢ່າງ​ນ້ອຍ 4 ຄົນ​ໃນ​ວັນ​ອາທິດ​ມື້​ນີ້ ​ໃນ​ຂະນະ​ທ່ີ​ພວກ​ສະແຫວ​ງບຸນ​ຫລາຍ​ແສນ​ຄົນ​ພາກັນ​ສະຫລອງ​ວັນ Ashura ຊຶ່ງ​ເປັນ ​ວັນ​ບຸນ​ຂອງ​ຊາວ​ມຸສລິ​ມນິກາຍ Shi’ite. ການ​ໂຈມ​ຕີ​ຢູ່​ໃກ້​ເມືອງ Kirkuk​ໃນ​ມື້​ນີ້​ນັບ​ວ່າ ​ເປັນການ​ ກໍ່​ຄວາມ​ຮຸນ​ແຮງ​ຂຶ້ນ​ຄັ້ງ​ຫລ້າ​ສຸດ​ທ່ີ​ແນ​ເປົ້າ​ໝາຍ​ໃສ່​ພວກ​ນິກາຍ Shi’ite ​ໃນ​ຫວ່າງ​ບໍ່​ເທົ່າ​ໃດ​ມື້​ຜ່ານ​ມາ​ນີ້​. ​ໃນ​ຂະນະ​ດຽວ​ ກັນ ພວກ​ຜູ້​ຄົນ​ໃນ​ຈຳນວນ​ຫລວງຫລາຍ​ພາກັນ​ໄປ​ເຕົ້າ​ໂຮມ​ກັນ​ໃນ​ເມືອງ​ສາດສະໜາ Karbala​ເພື່ອ​ລະ​ລຶກ​ເຖິງ​ການ​ສັງຫານຫລານ​ຊາຍ​ຂອງ Muhammad ​ຜູ້​ເຜີຍ​ແພ່​ສາດສະໜາ​ອີສລາມ​ໃນ​ສັດຕວັດ​ທ່ີ 7 ນັ້ນ. ອິຣັກ​ໄດ້​ສົ່ງ​ກຳລັງ​ຮັກສາ​ຄວາມ​ປອດ​ໄພ​ຈຳນວນ​ຫລາຍ​ ກວ່າ 25 ພັນຄົນ​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ຄວາມ​ຮຸນ ​ແຮງ​ເກີດ​ຂຶ້ນ​ໃນ​ຂົງ​ເຂດ​ນັ້ນ. ບັນດາ​ເຈົ້າ​ໜ້າ​ທ່ີ​ເມືອງ Karbala ກ່າວ​ວ່າ ​ໄດ້​ມີ​ການ​ຕັ້ງ​ວົງ​ຮັກສາ​ຄວາມ​ ປອດ​ໄພ​ຂຶ້ນ​ໃນ​ທົ່ວ​ໂຕ​ເມືອງ. ​ໄດ້​ມີ​ການ​ໃຊ້​ໝາ​ດົມ​ກ່ິນ​ລະ​ເບີດ ​ເຈົ້າ​ໜ້າ​ທ່ີ​ຮັກສາ​ຄວາມ​ປອດ​ໄພ ຮວມທັງ​ພວກ​ແມ່ຍິງ​ຫລາຍ​ຮ້ອຍ​ຄົນ​ເພື່ອ​ທຳ​ການ​ກວດກາໃນ​ດ້ານ​ກວດກາ​ແຫ່ງ​ຕ່າງໆ​ເພື່ອ​ຄົ້ນ​ຫາ​ລະ​ເບີດຫລື​ອາວຸດ​ຕ່າງໆ​ຕໍ່​ພວກ ​ສະ​ແຫວ​ງບຸນ​ນັ້ນ. ພວກ​ວາງ​ລະ​ເບີດ​ສະລະ​ຊີບ​ແມ່ຍິງເຄີຍ​ທຳ​ການ​ໂຈມ​ຕີ​ມາ​ກ່ອນນັ້ນ.
ຢ່າງ​ນ້ອຍ​ມີ​ຜູ້​ຄົນ​ຊາວ​ກວ່າ​ຄົນ​ເສັຍ​ຊີວິດ​ໄປ​ແລ້ວ​ແລະ​ຫລາວ​ກວ່າ
100 ຄົນ​ໄດ້​ຮັບ​ບາດ​ເຈັບ​ໃນ​ສັບປະດາ​ຜ່ານ​ມາ ​ໃນ​ການ​ກໍ່​ຄວາມ​ຮຸນ​ແຮງ​ຂຶ້ນ​ທ່ີ​ແນ​ເປົ້າ​ໝາຍ​ໃສ່​ພວກ​ທ່ີ​ມີ​ຄວາມ​ເຫລື້​ອມ​ໃສ​ທາງ​ສາດສະໜາກ່ອນ​ວັນ Ashura ນັ້ນ. ​ໃນ​ວັນ​ເສົາ​ວານ​ນີ້ ຕຳຫລວດ​ກ່າວ​ວ່າ ລະ​ ເບີດ​ລູກ​ນຶ່ງ​ທ່ີ​ແຕກ​ຂຶ້ນ​ໃນ​ແຄມ​ທາງ​ໃນ​ຄຸ້ມ​ໃໝ່​ກຸງ​ແບກ​ແດ໊ດ ​ໃນ​ນະຄອນ​ຫລວງ​ໄດ້​ສັງຫານ​ຜູ້​ຄົນ​ໄປ​ຢ່າງ​ນ້ອຍ 2 ຄົນ ​ແລະ​ບາດ​ເຈັບ​ຕື່ມອີກ 8 ຄົນ​ທ່ີ​ກຳລັງ​ຮ່ວມ​ໃນ​ການ​ແຫ່​ບຸນ​ຂອງ​ຊາວ​ມຸສລິ​ມນິກາຍ Shi’ite ນັ້ນ.

ທີ່ປາກີສຖານ: ບັນດາເຈົ້າໜ້າທ່ີປາກີສຖານກ່າວວ່າ ລະເບີດລູກນຶ່ງໄດ້ແຕກຂຶ້ນຢູ່ໃນເຮືອນຂອງເຈົ້າ

ໜ້າທ່ີຣັຖບານທ້ອງຖ່ິນຄົນນຶ່ງໃນຂົງເຂດຊົນເຜົ່າໃນພາກຕາເວັນຕົກສຽງເໜືອ ເຮັດໃຫ້ເຈົ້າຂອງເຮືອນເສັຍຊີວິດ ພ້ອມທັງສະມາຊິກຄອບຄົວອີກ5 ຄົນ. ບັນດາເຈົ້າໜ້າທ່ີກ່າວວ່າ ການໂຈມຕີດັ່ງກ່າວໄດ້ເກີດຂຶ້ນໃນວັນອາທິດມື້ນີ້ ຢູ່ ໃນເມືອງ Sadda ໃນຂົງເຂດ Kurram ຕິດກັບອັຟການີສຖານນັ້ນ. ບັນດາເຈົ້າໜ້າທ່ີເຫລົ່ານີ້ກ່າວຕື່ມວ່າ ລະເບີດລູກນີ້ໄດ້ສັງຫານທ່ານ Safaraz Khan ເຈົ້າໜ້າທ່ີທ້ອງຖິ່ນ ພ້ອມທັງພັນລະຍາ ແລະລູກ ເຕົ້າຂອງທ່ານອີກ 4 ຄົນ. ເວລານີ້ ບໍ່ທັນມີຜູ້ໃດອ້າງເອົາຄວາມຮັບຜິດຊອບ ເທື່ອໃນການໂຈມຕີຄັ້ງນີ້. ພວກນັກຕໍ່ສູ້ຫົວຮຸນແຮງກຸ່ມຕາລີບັນແລະພວກພັນທະມິດຂອງພວກເຂົາໄດ້ແນ ເປົ້າໝາຍການໂຈມຕີຂອງພວກເຂົາໃສ່ພວກເຈົ້າໜ້າທ່ີປາກີສຖານ ເພື່ອຕອບໂຕ້ຕໍ່ການບຸກໂຈມຕີຂອງຣັຖ ບານຕໍ່ທ່ີໝັ້ນແຫ່ງຕ່າງໆຂອງພວກຫົວຮຸນແຮງນັ້ນ. ໃນການເຄື່ອນໄຫວອີກດ້ານນຶ່ງບັນດາເຈົ້າໜ້າທ່ີປາ ກີສຖານກ່າວວ່າ ໃນວັນອາທິດມື້ນີ້ ການໂຈມຕີຂອງເຮືອບິນທ່ີບໍ່ມີຄົນຂັບຂອງສະຫະຣັດລຳນຶ່ງໃສ່ເຮືອນ ຫລັງນຶ່ງທ່ີສົງໄສວ່າ ແມ່ນຂອງພວກຫົວຮຸນແຮງ ໄດ້ສັງຫານຜູ້ຄົນໄປ13 ຄົນຮວມທັງ ຢ່າງນ້ອຍຜູ້ ບັນຊາການໃນທ້ອງຖິ່ນຄົນນຶ່ງຂອງພວກຫົວຮຸນແຮງນຳ ແຕ່ຍັງບໍ່ເປັນທ່ີແຈ້ງຂາວເທື່ອວ່າ ພວກທີ່ ເສັຍຊີວິດໄປນັ້ນທັງໝົດ ເປັນພວກຫົວຮຸນແຮງຫລືບໍ?. ການໂຈມຕີໃນວັນເສົາວານນີ້ ເກີດຂຶ້ນໃນ ຂົງເຂດຊົນເຜົ່າ Waziristan ເໜືອນັ້ນ.
ຂ່າວ​ຄືບ​ໜ້າ​ກ່ຽວ​ກັບ​ຄົນ​ໄນ​ເຈ​ເຣັຍທ່ີ​ພະຍາຍາມ ທຳລາຍ​ເຮືອບິນ​ໂດ​ຍສານ​ຂອງ​ສະຫະຣັດ:
ບັນດາ​ເຈົ້າ​ໜ້ທ່ີ​ປະຕິບັດ​ກົດໝາຍ​ຂອງ​ສະຫະຣັດ​ໄດ້​ຕັ້ງ​ຂໍ້​ກ່າວ​ຫາ​ຕໍ່
ຜູ້​ຊາຍ​ໄນ​ເຈ​ເຣັຍຄົນ​ນຶ່ງ​ວັຍ 23 ປີ ​ໃນ​ຂໍ້​ຫາ​ຖານ​ທຳ​ຄວາມ​ພະຍາຍາມທຳ​ລາຍ​ເຮືອບິນ​ລຳ​ນຶ່ງ​ຂອງ​ສາຍ​ການບິນ​ສະຫະຣັດ
​ໃນ​ວັນ​ສຸກ​ຜ່ານ​ມາ​ໃນ​ຂະນະ​ທ່ີ​ເຮືອບິນ​ໂດຍສານ​ລຳ​ນີ້​ພະຍາ ຍາມ​ລົດ​ຈອດ​ທ່ີ​ສະໜາມ​ບິນເມືອງ Detroit ຣັດ Michigan ນັ້ນ. ບັນດາ​ເຈົ້າ​ໜ້າ​ທ່ີ​ອ່ານ​ຂໍ້​ກ່າວຫາ​ດັ່ງກ່າວ​ໃນ​ວັນ​ເສົາ​ວານ​ນີ້​ ທ່ີ​ໂຮງໝໍ​ແຫ່ງ​ນຶ່ງ​ໃນຣັດ Michigan ບ່ອນ​ທ່ີ​ນາຍ Umar Farouk Abdulmutallah ກຳລັງ​ປິ່ນປົວ​ບາດ​ແຜ​ໄຟ​ໄໝ້ຢູ່​ນັ້ນ. ບັນດາ​ເຈົ້າ​ໜ້າ​ທ່ີ​ກ່າວ​ວ່າ ນາຍ Abdulmutallah ພະຍາຍາມ​ທຳລາຍ ​ເຮືອບິນ​ລຳ​ນີ້​ດ້ວຍ​ວັດຖຸ​ລະ​ເບີດ​ແຮງ​ສູງ​ຊນິດ​ນຶ່ງ​ມັດ​ຕິດ​ໂຕ​ຜູ້ກ່ຽວ.
ການ​ວິ​ເຄາະ​ຂັ້ນ​ຕົ້ນ​ຂອງ​ຕຳຫລວດ FBI ຂອງ​ສະຫະຣັດກ່າວ​ວ່າ ລະ​ເບີດທ່ີ​ວ່າ​ແມ່ນ​ບັນຈຸ​ວັດຖຸ​ລະ​ເບີດ​ທ່ີ​ເອີ້ນ​ວ່າ PETN. ​ແທນ​ທ່ີ​ລະ​ເບີດດັ່ງກ່າວ​ຈະ​ແຕກ​ຂຶ້ນ​ມັນ​ກັບ​ເກີດ​ໄຟ​ໄໝ້​ໂສ້ງ​ນາຍ Abdulmutallah​ແລະ​ຝາ​ຂອງ​ເຮືອ​ບິນ. ນາຍ Abdulmutallah ​ໄດ້​ຖືກ​ຄວບ​ຄຸມ​ໂຕທັນທີ​ຈາກ​ພວກ​ຄົນ​ໂດຍສານ​ອື່ນໆ​ແລະ​ພວກ​ລູກ​ເຮືອ​ໃນ​ເຮືອບິນ​ນັ້ນ.
ບັນດາ​ເຈົ້າ​ໜ້າ​ທ່ີ​ສະຫະຣັດກ່າວ​ວ່າ ນາຍ Abdulmutallah ກ່າວ​ບອກ
​ເຂົາ​ເຈົ້າ​ວ່າ ລາວ​ໄດ້​ຮັບ​ການ​ຝຶກ​ແອບ​ສຳລັບ​ການ​ໂຈມ​ຕີ​ນີ້​ຈາກ​ພວກAl-Qaida​ໃນ​ເຢ​ເມນ.
ຖ້ຽວ​ບິນ​ຂອງ​ສາຍ​ການບິນ​ລຳ​ດັ່ງກ່າວ​ທຳ​ອິດ​ແມ່ນ​ບິນ​ຂຶ້ນ​ຈາກ Amsterdam ​ແລະ​ເຮືອບິນ​ລຳ​ນີ້​ລົງ​ຈອດ​ທ່ີ​ສະໜາມ​ບິນ​ເມືອງ Detroit ຣັດ Michigan ຢ່າງ​ປອດ​ໄພ​ດີ ​ແຕ່​ພວກ​ຄົນ​ໂດຍສານບາງ​ຄົນ​ໃນ​ຈຳນວນ ​ຄົນ​ໂດຍສານ​ທັງ​ໝົດ 278 ຄົນ​ໄດ້​ຮັບ​ບາດ​ເຈັບ​ເລັກ​ນ້ອຍ.
ການ​ເລືອກ​ຕັ້ງ​ທີ່Croatia:ບັນດາ​ຜູ້​ປ່ອນ​ບັດ​ເລືອກ​ຕັ້ງ​ໃນ Croatia ກຳລັງ​ອອກ​ໄປ​ປ່ອນ​ບັດ​ເລືອກ​ເອົາ​ປະທານາທິບໍດີ​ຄົນ​ໃໝ່​ຂອງ​ເຂົາ​ເຈົ້າ​ທ່ີ​ພະຍາຍາມ​ນຳພາປະ​ເທ​ດ​ເຂົ້າ​ເປັນ​ສະມາຊິກ​ຂອງ​ສະຫະພັນ​ຢູ​ໂຣບ.
ມີ​ຜູ້​ສມັກ​ຮັບ​ເລືອກ​ຕັ້ງ 12 ຄົນ​ເຂົ້າ​ແຂ່ງຂັນ​ກັນ​ເພື່ອ​ຊີງ​ເອົາ​ຕຳ​ແໜ່​ງດັ່ງກ່າວ. ການ​ສຳ​ຫລວດ​ຫາງ​ສຽງ​ປະຊາຊົນ ​ຄັ້ງ​ຫລ້າ​ສຸດສະ​ແດງ​ໃຫ້​ເຫັນ​ວ່າ ທ່ານ Ivo Josipovic ສັງກັດ​ພັກ​ສົງ​ຄົມ​ປະຊາ​ທິປັດ ອາຈານ ​ສອນ​ດົນຕີ ມີ​ທ່າ​ທາງ​ວ່າ ຈະ​ເປັນ​ຜູ້​ທ່ີ​ໄດ້​ຮັບ​ຄະແນນ​ສຽງ​ຫລາຍ​ກວ່າ​ໝູ່​ໃນ​ການ​ເລືອກ​ຕັ້ງ​ໃນ​ວັນ​ອາທິດ​ມື້​ນີ້.

XS
SM
MD
LG