ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໄທ ຢືນຢັດ ກ່ຽວກັບການ ຈັດສົ່ງຊາວມົ້ງ ກັບຄືນໄປລາວ


ສາຍການບິນ - ຜູ້ກໍ່ການຮ້າຍ: ຜູ້ຊາຍຊາວ ໄນຈີເຣັຽຄົນນຶ່ງ ທີ່ເວົ້າວ່າ ລາວເປັນສະມາຊິກ ຂອງກຸ່ມກໍ່ການຮ້າຍອາລ-ກາຍ-ດານັ້ນ ໄດ້ພະ ຍາຍາມ ທີ່ຈະຈູດຄະນວນຣະເບີດ ໃຫ້ແຕກຂຶ້ນ ໃນຖ້ຽວບິນ ຈາກນະຄອນ ARMSTERDAM ມາຍັງເມືອງ DETROIT ຂອງສະຫະຣັດ ໃນ ມື້ວານນີ້. ພວກຜູ້ໂດຍສານ ກ່າວວ່າ ເຂົາເຈົ້າ ໄດ້ຍິນສຽງດັງຂນາດແຮງ ແຕກຂຶ້ນ ແລະຫລັງ ຈາກນັ້ນ ກໍເຫັນຄວັນກຸ້ມ ເວລາທ້າວ UMAR FAROUK ABDUL MUTALLAB ອາຍຸ 23 ປີ ໄດ້ພະຍາຍາມ ແຕ່ບໍ່ປະສົບຄວາມສຳເຣັດທີ່ ຈະຈູດຄະນວນຣະເບີດ ໃຫ້ແຕກຂຶ້ນ ບໍ່ດົນກ່ອນທີ່ເຮືອບິນ ຈະເລີ້ມລົງຈອດ. ຜູ້ໂດຍສານ ແລະພະນັກງານປະຈຳເຮືອບິນ ໄດ້ພາກັນຫຸ້ມເຂົ້າຈັບໂຕຜູ້ກ່ຽວ ໃນທັນທີ. ລາຍງານຂ່າວ ແຈ້ງວ່າ ທ້າວ MUTALLAB ໄດ້ຕິດຝຸ່ນຊະນິດນຶ່ງໃສ່ຂາຂອງລາວແລະກໍມີຫລອດ ເຂັມ ສັກຢາ ທີ່ເຕັມດ້ວຍຂອງແຫລວ ເພື່ອປະສົມ ກັບຝຸ່ນດັ່ງກ່າວ ແລະຈະພາໃຫ້ເກີດຣະເບີດ.

ສຶນາມິ: ປະຊາຊົນໃນທົ່ວເຂດເອເຊັຽ ໄດ້ພາ ກັນຢືນສະງົບ ສະຕິອາຣົມຊົ່ວໄລຍະນຶ່ງໃນວັນ ເສົາມື້ນີ້ ເພື່ອລະລຶກເຖິງ ວັນຄົບຮອບປີທີ 5 ໃນການເກີດແຜ່ນດິນໄຫວຂນາດແຮງ ແລະ ຟອງຍັກສຶນາມິ ໃນປີ 2004 ທີ່ເປັນເຫດໃຫ້ ມີຜູ້ເສັຽຊີວິດ ຫລາຍເຖິງ 230 ພັນຄົນ ຢູ່ໃນ 10 ກວ່າປະເທດ. ຟອງຍັກສຶນາມິຮ້າຍແຮງ ໃນວັນທີ 26 ທັນວາປີ 2004 ໄດ້ທຳລາຍ ປະຊາຄົມ ທີ່ອາສັຍຢູ່ ຕາມບໍຣິເວນແຄມຝັ່ງ ທະເລທັງໝົດ ພ້ອມທັງສ້າງຄວາມເສັຽຫາຍ ຢ່າງໃຫຍ່ ໃຫ້ແກ່ບັນດາຄອບຄົວ ແລະໄຫລ ຂຶ້ນຖ້ວມຫາດຊາຍ ທີ່ເຕັມໄປດ້ວຍພວກນັກ ທ່ອງທ່ຽວ ແລ້ວກໍພັດເອົາຜູ້ຄົນ ແລະທຸກສິ່ງທຸກຢ່າງ ທີ່ຢູ່ໃນເສັ້ນທາງ ຂອງມັນໄປພ້ອມ. ພິທີໄວ້ອາລັຍ ເປັນເວລາສັ້ນໆ ໄດ້ຈັດຂຶ້ນຢູ່ຕາມວັດຕ່າງໆ ຂອງສາສນາອິສລາມ ຢູ່ຂ້າງ ຂຸມຝັງສົບຮ່ວມ ແລະຕາມບ່ອນຕາກອາກາດ ຕລອດທັງປະຊາຄົມຕ່າງໆ ທີ່ຕັ້ງຢູ່ແຄມມະ ຫາສະມຸດອິນເດັຽ. ຟອງຍັກສຶນາມິ ໄດ້ເກີດຂຶ້ນ ຈາກແຜນດິນໄຫວ ຢູ່ພື້ນທະເລ ທີ່ມີ ຄວາມແຮງ ແທກໄດ້ 9.0 ຣິກເຕີ້ ໃນບໍຣິເວນ ແຄມຝັ່ງຂອງເກາະສຸມາຕຣາ ໃນອິນໂດ-ເນເຊັຽ.

ອີຣ່ານ: ມີລາຍງານວ່າ ໄດ້ເກີດການປະທະກັນ ຢ່າງໜັກ ລະຫວ່າງກຳລັງ ຂອງຣັຖບານອີຣ່ານ ແລະພວກສນັບສນຸນຝ່າຍຄ້ານ. ເວັບໄຊທ໌ຂອງ ພວກປະຕິຮູບໃນອີຣ່ານ ລາຍງານວ່າ ການປະ ທະກັນ ໄດ້ເກີດຂຶ້ນ ໃນວັນເສົາມື້ນີ້ ຢູ່ໃນເຂດ ໃຈກາງ ນະຄອນຫລວງເຕຫະຣ່ານ. ເວັບໄຊທ໌ RAH-E-SHABZ ແຈ້ງວ່າ ຕຳຣວດ ປາບຈະ ລາຈົນ ແລະກຳລັງຂອງຣັຖບານໄດ້ປະເຊີນໜ້າ ກັບພວກປະທ້ວງ ຢູ່ຕາມຖນົນຫົນທາງແລະເລີ້ມ ທຳການທັບແວ່ນຣົດ ທີ່ໄດ້ບີບແກ ສນັບສນຸນ ພວກປະທ້ວງ. ສ່ວນເວັບໄຊທ໌ JARAS ລາຍ ງານວ່າ ຕຳຣວດປາບຈະລາຈົນ ໄດ້ຍິງຣະເບີດ ນ້ຳຕາເຂົ້າໃສ່ ເພື່ອຂັບໄລ່ພວກປະທ້ວງ ແຕ່ ຄວາມຮຸນແຮງໄດ້ແຜ່ລາມອອກໄປ. ເມື່ອໄວໆ ມານີ້ ພວກປະຕິຮູບໃນອີຣ່ານໄດ້ທຳການປະທ້ວງ ໂດຍຈັດໃຫ້ມີຂຶ້ນ ພ້ອມໆກັບພິທີຕ່າງໆ ຂອງທາງການ. ແຕ່ໃນມື້ວັນສຸກວານນີ້ນັກສອນສາສນາແຂງກະດ້າງອະວຸໂສ AHMAD KHATAMI ໄດ້ເຕືອນ ພວກນັກເຄື່ອນໄຫວຝ່າຍຄ້ານ ບໍ່ໃຫ້ໃຊ້ວັນພັກຂອງທາງການ ຈັດ ການປະທ້ວງ ຕໍ່ຕ້ານຣັຖບານ.

ອິສຣາແອລ - ປາແລສໄຕນ໌: ກຳລັງອິສ ຣາແອລ ໄດ້ບຸກເຂົ້າໄປໃນເມືອງ NABLUS ຊຶ່ງຕັ້ງຢູ່ໃນເຂດຝັ່ງຕາເວັນຕົກ ຂອງແມ່ນ້ຳຈໍ ແດັນແລະໄດ້ສັງຫານ ຊາວປາແລສໄຕນ໌ 3 ຄົນ ທີ່ສົງສັຍວ່າ ເປັນຜູ້ຂ້າ ພວກຕັ້ງຖິ່ນຖານ ໃໝ່ຊາວອິສຣາແອລຄົນນຶ່ງ. ໂຄສົກຍິງຄົນນຶ່ງ ຂອງກອງທັບອິສຣາແອລກ່າວວ່າ ທະຫານອິສ ຣາແອລ ໄດ້ອ້ອມເຮືອນຂອງບຸກຄົນທັງ 3 ໄວ້ ໃນຕອນເຊົ້າ ຂອງວັນເສົາມື້ນີ້ ແລະບຸກເຂົ້າໄປ ຂ້າງໃນ ຫລັງຈາກບຸກຄົນທັງ 3 ໄດ້ປະຕິເສດ ບໍ່ຍອມຈຳນົນ. ໂຄສົກກ່າວຕື່ມວ່າ ພວກຜູ້ ຊາຍຈຸນີ້ ຢ່າງນ້ອຍຄົນນຶ່ງມີອາວຸດຢູ່ໃນກຳມື. ເຈົ້າໜ້າທີ່ປາແລສໄຕນ໌ ກ່າວວ່າ ບຸກຄົນທັງ 3 ເປັນສະມາຊິກ ຂະບວນການຟ້າຕ້າ ຂອງປະທານາທິບໍດີ MAHMOUD ABBAS ແລະເຄີຍຖືກ ປົດອາວຸດມາແລ້ວ ໂດຍກຳລັງ ຮັກສາຄວາມສະງົບ ຂອງປາແລສໄຕນ໌. ເຈົ້າໜ້າທີ່ ການແພດປາແລສໄຕນ໌ ກ່າວວ່າ ພັນລະຍາຄົນນຶ່ງ ຂອງພວກທີ່ຖືກຍິງຕາຍ ກໍໄດ້ຖືກຍິງ ບາດເຈັບນຳດ້ວຍ.

ອັຟການິສຖານ: ເຈົ້າໜ້າທີ່ ອົງການນາໂຕ້ ໃນອັຟການິສຖານ ກ່າວວ່າ ຜູ້ບັນຊາການກຳ ລັງກະບົດທາລີບານຄົນນຶ່ງ ທີ່ຕິດອາວຸດ ເຕັມ ອັດຕຣາ ໄດ້ເຂົ້າໄປຫລົບລີ້ ຢູ່ໃນວັດສາສນາ ອິສລາມແຫ່ງນຶ່ງ ກ່ອນທີ່ຈະເລີ້ມ ທຳການຍິງ ຕໍ່ສູ້ ກັບເຈົ້າໜ້າທີ່ກຳລັງປະສົມທີ່ເຮັດໃຫ້ຜູ້ກ່ຽວ ເສັຽຊີວິດໃນທີ່ສຸດນັ້ນ. ອົງການນາໂຕ້ກ່າວວ່າ ກຳລັງຂອງນາໆຊາດ ແລະອັຟການິສຖານ ໄດ້ ໄລ່ຕິດຕາມ ຜູ້ບັນຊາການ ກຸ່ມຫົວຮຸນແຮງ ທາລີບານຄົນນີ້ ໄປຍັງວັດ ທີ່ຕັ້ງຢູ່ນອກເມືອງ PIRDAD ແຂວງ WARDAK ໃນວັນເສົາມື້ນີ້. ເວລາກຳລັງປະສົມ ຂອງອົງການນາໂຕ້ ແລະອັຟການິສຖານ ເຄື່ອນເຂົ້າໄປໃກ້ ຜູ້ບັນຊາການທາລີບານ ກໍໄດ້ຫລົບໜີ ໄປຍັງວັດ ອີກແຫ່ງນຶ່ງທີ່ຕັ້ງຢູ່ໃກ້ຄຽງ ໂດຍໄດ້ປະຕິເສດບໍ່ຍອມຈຳນົນແລະໃນທີ່ສຸດ ກໍໄດ້ຣະດົມຍິງ ໃສ່ກຳລັງປະສົມ. ເຈົ້າໜ້າທີ່ກ່າວວ່າ ຜູ້ບັນຊາການ ທາລີບານຄົນນີ້ມີຣະເບີດມື ແລະລູກ ປືນ ຫລາຍຮ້ອຍລູກ ຢູ່ໃນຄວາມຄອບຄອງ. ທາງການຕ້ອງການຈັບໂຕຜູ້ກ່ຽວຍ້ອນເຄີຍລັກ ລອບຊື້ອາວຸດ ຊິ້ນສ່ວນໃນການເຮັດຣະເບີດ ແລະຊ່ອຍວາງແຜນ ໃນການໂຈມຕີຫລາຍໆ ເທື່ອ.

ປະເທດໄທ - ມົ້ງ: ຣັຖບານໄທກ່າວວ່າ ຕົນ ຈະດຳເນີນການຕໍ່ໄປ ກ່ຽວກັບແຜນການຈັດສົ່ງ ຊາວມົ້ງ ທີ່ຢາກລີ້ພັຍ ຈຳນວນຫຼາຍພັນຄົນກັບ ຄືນໄປລາວ ທັງໆທີ່ໄດ້ມີການຮຽກຮ້ອງເພີ້ມຂຶ້ນ ໃຫ້ທາງການໄທ ຢຸດເຊົາ ແຜນການດັ່ງກ່າວ. ເຈົ້າໜ້າທີ່ໄທໄດ້ປະຕິເສດບໍ່ຍອມຮັບເອົາການ ຕຳໜິຕິຕຽນ ທີ່ມີຂຶ້ນ ຊ້ຳແລ້ວຊ້ຳອີກນັບຕັ້ງແຕ່ ທາງການໄທ ໄດ້ປະກາດກ່ຽວກັບການຈັດສົ່ງ ຊາວມົ້ງປະມານ 4 ພັນຄົນ ກັບຄືນໄປລາວ ພາຍໃນທ້າຍປີນີ້. ນາຍົກຣັຖມຸນຕຣີໄທ ທ່ານອະພິຊິດ ເວດຊາຊີວະ ກ່າວໃນມື້ວານນີ້ວ່າ ຈະມີການດຳເນີນການ ທຸກສິ່ງຢ່າງ ເພື່ອເຮັດໃຫ້ ການຈັດສົ່ງ ຊາວມົ້ງກັບຄືນ ທີ່ວ່ານີ້ ປະສົບກັບ ຄວາມສຳເຣັດ. ສະຫະຣັດ ອົງການສະຫະປະຊາຊາດ ແລະບັນດາກຸ່ມ ປົກປ້ອງສິດທິມະນຸດ ໄດ້ທຳການຮຽກຮ້ອງ ໃນມື້ວັນພະຫັດຜ່ານມາ ໃຫ້ທາງໄທ ຍົກເລີກແຜນການ ຈັດສົ່ງຊາວມົ້ງ ກັບຄືນປະເທດ ໂດຍເວົ້າວ່າ ຊາວມົ້ງເຫລົ່ານີ້ ຈະປະເຊີນ ກັບການຖືກລົງໂທດ ຢູ່ລາວ. ແຕ່ຣັຖບານລາວ ປະຕິເສດວ່າ ຈະບໍ່ມີການແກ້ແຄ້ນ ຕໍ່ຊາວມົ້ງເຫລົ່ານີ້.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG