ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍົກລັດຖະມົນຕີລາວຮຽກຮ້ອງໃຫ້ຄົນລາວຢູ່ຕ່າງປະເທດ ປະກອບສ່ວນພັດທະນາຊາດລາວຫລາຍຂຶ້ນ


ນາ​ຍົກລັດຖະມົນຕີ ລາວຮຽກຮ້ອງໃຫ້ຄົນ ລາວຢູ່ຕ່າງປະເທດ ປະກອບສ່ວນເຂົ້າໃນ ການພັດທະນາຊາດລາວ ໃຫ້ຫລາຍຂຶ້ນ ໂດຍໄດ້ເນັ້ນຢ້ຳວ່າ, ທາງການລາວບໍ່ໄດ້ຖື ເອົາເລື້ອງລາວໃນອາດີດມາເປັນງື່ອນໄຂ ອີກແລ້ວ.

ທ່ານ ບົວສອນ ບຸບຜາວັນ ນາຍົກລັດຖະ ມົນຕີລາວ ໄດ້ໃຫ້ການຕ້ອນຮັບຄະນະຜູ້ ແທນຄົນລາວ ຫລາຍ​ 10 ຄົນ ຈາກ​ສະ ຫະລັດ​ອາ​ເມ​ລິ​ກາ, ​ແບ​ວລຢ້ຽມ, ​ເຢຍຣະ ມັນ, ຝຣັ່ງ​ເສດ, ສວິດ​ສ​ເຊີແລນ, ​ແຄ​ນນາ​ດາ, ອອ໌ດສ​ເຕຣ​ເຣ​ຍ ​ແລະ ຍີ່ປຸ່ນ ທີ່​ໄດ້​ເດີນທາງໄປເຂົ້າຮ່ວມຊົມ​ການ​ແຂ່ງ​ຂັນ​ກິລາ SEA ​ເກ​ມ ຄັ້ງທີ່ 25 ຊຶ່ງ​ລັດຖະບານ​ລາວ​ເປັນ​ເຈົ້າພາບ​ຈັດ​ຂຶ້ນຢ່າງ​ເປັນ​ທາງ​ການ ​ໃນ​ລະຫວ່າງ​ ວັນທີ 9 ຫາ 18 ທັນວາ ທີ່​ຜ່ານ​ມານີ້ ຢູ່​ນະຄອນ ຫລວງ​ວຽງຈັນ. ​

ໃນ​ໂອ​ກາດທີ່​ໄດ້ໃຫ້​ການຕ້ອນຮັບ​ດັ່ງກ່າວ​ນີ້ ທ່ານ ບົວສອນ ​ໄດ້​ເນັ້ນຢ້ຳກັບ,​ຄະນະ​ຜູ້​ແທນ​ຄົນ​ລາວ​ຈາກ​ຕ່າງປະ​ເທດ​ວ່າ ລັດຖະບານ​ລາວ ມີ​ເປົ້າໝາຍທີ່​ຈະ​ພັດ​ທະນາ​ປະ​ເທດ​ຊາດ ​ເພື່ອ​ເຮັດ​ໃຫ້​ປະຊາຊົນ​ລາວ​ຫລຸດ​ພົ້ນຈາກ​ຄວາມທຸກ​ຍາກ​ໃຫ້​ໄດ້​ພາຍ​ໃນ​ປີ 2015 ​ແລະ ຈະ​ນຳພາ​ປະ​ເທດ​ຊາດ​ລາວ ​ໃຫ້​ຫລຸດ​ພົ້ນຈາກ​ສະພາບດ້ອຍພັດທະນາ​ໃຫ້​ໄດ້ ພາຍ​ໃນ​ປີ 2020. ຊຶ່ງ​ການ​ທີ່​ຈະ​ສາມາດ​ບັນລຸ​ເປົ້າໝາຍທີ່​ວາງ​ເອົາ​ໄວ້​ດັ່ງກ່າວ​ນີ້ໄດ້​ຢ່າງ​ແທ້​ຈິງ​ນັ້ນ ກໍ​ມີ​ຄວາມ​ຈຳ​ເປັນ​ຢ່າງ​ຍິ່ງ ທີ່​ຈະ​ຕ້ອງ​ໄດ້​ຮັບ​ການ​ປະກອບສ່ວນຈາກ​ຄົນ​ລາວທຸກ​ຄົນ ທັງ​ທີ່ອາ​ໃສ​ຢູ່​ໃນ​ຕ່າງປະ​ເທດ ​ແລະ ​ໃນ​ປະ​ເທດ​ລາວ. ທ່ານ ບົວ​ສອນ ​ໄດ້​ໃຫ້ການ​ຢືນຢັນ​ວ່າ ລັດຖບານ​ລາວ ບໍ່​ໄດ້​ຢຶດຖື ຫລື ​ໃຫ້​ຄວາມສຳຄັນ ກັບ​ບັນຫາ​ຂໍ້​ຂັດ​ແຍ້​ງ ຫລື ​ເລື້ອງລາວ​ໃນ​ອາ​ດີດວ່າ ​ເປັນ​ມາດຕະຖານ​ຂອງ​ການ​ພັດທະນາ ​ເພື່ອ​ອານາ​ຄົດ​ທີ່​ດີ​ຂຶ້ນຂອງ​ປະ​ເທດ​ຊາດ​ແຕ່​ຢ່າງ​ໃດ​ອີກແລ້ວ. ຫາກ​ແຕ່​ຕ້ອງ​ການ​ທີ່​ຈະ​ເຫັນ ​ຄົນ​ລາວທັງ​ທີ່ຢູ່​ໃນ​ ແລະຕ່າງປະ​ເທດໃຫ້​ຮ່ວມ​ຈິດ​ຮ່ວມ​ໃຈ​ກັນ ​ແລະ ສົມ​ທຸກ​ສະ​ຕິປັນຍາ ​ເຂົ້າ​ໃນ​ການ​ພັດ​ທະນາ​ຊາດ​ລາວ ​ໃຫ້​ຈະ​ເລີນກ້າວໜ້າຍິ່ງ​ໆ ຂຶ້ນ​ໄປເປັນ​ສຳຄັນ. ​

​ທາງ​ການ​ລາວ​ໄດ້​ເລີ້ມລົນ​ນະ​ລົງເພື່ອ​ຂົນ​ຂວາຍ​ໃຫ້​ຄົນ​ລາວ​ໃນ​ຕ່າງປະ​ເທດ ປະກອບ​ສ່ວນ​ເຂົ້າ​ໃນ​ການ​ພັດ​ທະນາ​ຊາດ​ລາວ​ຢ່າງ​ເປັນ​ຮູບ​ປະ​ທຳ ພາຍຫລັງ​ຈາກ​ກອງ​ປະຊຸມ​ສະ​ໄໝ ສາມັນ​ຄັ້ງທີ່ 7 ຂອງ​ສະພາ​ແຫ່ງ​ຊາດ​ລາວ​ຊຸດ​ທີ່ 6 ​ໄດ້​ຮັບຮອງ​ເອົາ​ກົດໝາຍວ່າ​ດ້ວຍ​ແນວ​ລາວ​ສ້າງ​ຊາດ​ຢ່າງ​ເປັນ​ທາງ​ການ ​ເມື່ອ​ກາງ​ປີ 2009 ນີ້ ​ແລະ ລັດຖະບານ​ລາວ ກໍ​ໄດ້​ຕັ້ງ ຄະນະ​ກຳມະການ​ສະເພາະ​ກິດ​ຂຶ້ນມາ ​ຄະນະໜຶ່ງ ​ເພື່ອຮັບຜິດຊອບ​ໃນ​ການ​ເສີມ​ສ້າງ​ຄວາມ​ເຂົ້າ​ໃຈ ​ແລະ ພັດ​ທະນາ​ ການ​ຮ່ວມ​ມື​ອັນ​ດີ ກັບຄົນ​ລາວ​ໃນ​ຕ່າງປະ​ເທດ ​ເປັນ​ກໍລະນີ​ພິ​ເສດ ​ໂດຍ​ໄດ້​ແຕ່ງຕັ້ງໃຫ້ ທ່ານ ຫຽມ ພົມມະຈັນ ລັດຖະມົນຕີ​ຊ່ວຍ​ວ່າການ​ຕ່າງປະ​ເທດ ​ເປັນ​ປະທານ​ຂອງ​ຄະນະ​ກຳມະການ ພົວພັນ​ກັບ​ຄົນ​ລາວ​ໃນ​ຕ່າງປະ​ເທດ ດັ່ງ​ກ່າວ​ນີ້.

ສ່ວນ​ກ່ຽວກັບ​ແນວທາງ​ການ​ປະຕິບັດ​ທີ່​ຈະ​ດຶງ​ດູດ​ເອົາ​ຄົນ​ລາວ​ໃນ​ຕ່າງປະ​ເທດ ເພື່ອ​ໃຫ້ ​ປະກອບສ່ວນ​ຫລາຍ​ຂຶ້ນນັບ​ມື້ຢ່າງ​ເປັນ​ຮູບ​ປະ​ທຳ​ໃນ​ພາກ​ປະຕິບັດ​ຕົວ​ຈິງ​ນັ້ນ, ກົດໝາຍ ວ່າ​ດ້ວຍ​ແນວ​ລາວ​ສ້າງ​ຊາດ​ດັ່ງກ່າວ​ນີ້ ​ໄດ້​ກຳນົດ​ເຖິງ​ໂຄງ​ສ້າງ​ການຈັດຕັ້ງ ​ແລະ ການ​ບໍລິຫານ​ງານ​ຂອງ​ແນວ​ລາວສ້າງ​ຊາດ​ຢ່າງ​ຈະ​ແຈ້ງ ທັງນີ້ ກໍ​ຍັງ​ໄດ້​ກຳນົດ​ໄປ​ເຖິງ​ພາ​ບະ​ບົດບາດ, ສິດ​ທິ ​ແລະ ໜ້າທີ່​ຂໍ້​ກຳນົດກ່ຽວກັບ​ລັກ​ການ ​ແລະ ລະບຽບການ ລວມ​ໄປ​ເຖິງ​ມາດ​ຕະການ​ຕ່າງໆ ​ເພື່ອ​ທີ່​ຈະ​ເຮັດ​ໃຫ້​ການບໍລິຫານ​ງານ​ຂອງ​ແນວ​ລາວ​ສ້າງ​ຊາດ ມີ​ປະ ສິດ​ທິພາ​ບຫລາຍ​ຂຶ້ນຢ່າງ​ແທ້​ຈິງ.

ໂດຍ​ແນວ​ລາວ​ສ້າງ​ຊາດ​ຈະ​ສົ່ງ​ເຈົ້າໜ້າທີ່ ​ໄປ​ປະຈຳການ​ຢູ່​ຕາມສະຖານ​ທູດ ​ແລະ ສະຖານ​ ກົງ​ສູນ​ຕ່າງໆຂອງ​ລາວ​ໃນ​ຕ່າງປະ​ເທດ ​ເພື່ອ​ອຳ​ນວຍ​ຄວາມ​ສະດວກ​ໃນ​ດ້ານ​ຂໍ້​ມູນ ​ແລະ ​ເອກະສານ​ຕ່າງໆ​ແກ່​ຄົນ​ລາວ​ຢູ່​ໃນ​ຕ່າງປະ​ເທດ ທີ່​ຕ້ອງການ​ຈະເດີ​ນທາງ​ກັບ​ຄືນ​ໄປ​ລາວ​ເປັນ​ການ​ສະ​ເພາະ​ອີກ​ດ້ວຍ.

XS
SM
MD
LG