ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານໝໍ ຢູ່ລັດເທັກຊັສສະເໜີວ່າເດັກນັກຮຽນຄວນຖືກກວດຫາ ໂຣກຫົວໃຈ


ບັນດາທ່ານໝໍ ຢູ່ລັດເທັກຊັສ ທຳ​ການກວດກາ ສຸກຂະພາບນັກຮຽນຊັ້ນ ປໍ6 ເພື່ອຊອກຫາພະ ຍາດຫົວໃຈ ແລະ ບັນຫາບົກຜ່ອງທາງ​ຫົວ​ໃຈ ​ແລະ ຜົນການກວດໄດ້ເຮັດໃຫ້ເຂົາເຈົ້າໝັ້ນໃຈ ວ່າ ເດັກນ້ອຍທົ່ວທັງລັດມີ​ຄວາມ​ຕ້ອງການ ການກວດຫົວໃຈນີ້.

ຢູ່ສະຫະຣັດ ມີການຖົກຖຽງກັນກ່ຽວກັບວ່າ ຄວນຈະມີການວາງກົດລະບຽບກຳໜົດວ່າ ນັກ ກິລາໜຸ່ມນ້ອຍຕ້ອງໄດ້ຮັບການກວດຫົວໃຈ ກ່ອນທີ່ຈະຫລິ້ນກິລາຫລືບໍ່. ແຕ່ວ່າດຽວນີ້ ທ່ານ ໝໍ ບາງຄົນຢູ່ເທັກຊັສກັບພາກັນຫັນມາເຊື່ອວ່າເດັກນ້ອຍທຸກຄົນ ບໍ່ວ່າຈະເປັນ ນັກກິລາຫລືບໍ່ຕ້ອງໄດ້ຮັບການກວດຫົວໃຈ. ຕົງ​ຢ່າງ​ຕ່ງໆ ​ໄດ້​ຊີ້​ໃຫ້​ເຫັນ​ກໍ​ຄື:

ທ້າວ ແບຣນດອນ ວິນລຽມ ມີອາຍຸພຽງແຕ່ 13 ປີເທົ່ານັ້ນ ເວລາລາວ​ເກີດ​ໂລກຫົວໃຈ ວາຍທີ່ອັນຕະລາຍເຖິງຊີວິດ ​ແລະ ອີກ ຜູ້​ນຶ່ງ​ຄື ທ້າວ ອັອສຕິນ ເຊີເກັຟ ຍິ່ງໜ້ອຍ ກວ່ານັ້ນອີກ, ລາວມີ​ອາຍຸພຽງ 11 ປີ ເທົ່ານັ້ນເມື່ອຫົວໃຈຂອງລາວຢຸດເຕັ້ນ.

ມີເດັກນ້ອຍອາຍຸອ່ອນຮອດ 8 ປີໄດ້ ປະສົບກັບອາການຫົວໃຈເຕັ້ນຢ່າງກະ ທັນຫັນ. ຢູ່​ໃນ​ປະ​ເທດອີຕາລີ ນັກກິລາ ໜຸ່ມທຸກ​ຄົນ​ຕ້ອງໄດ້ຮັບການກວດສຸກ ຂະພາບຢ່າງຄົບຊຸດລວມທັງການວັດ ແທກ ຈັງຫວະການເຕັ້ນຂອງຫົວໃຈ ອີກນຳ. ໂຄງການ​ແບບນີ້ ໄດ້ເຮັດ ໃຫ້ກໍລະນີເກີດ ອາການຫົວໃຈວາຍ ໃນໝູ່ນັກກິລາລົດລົງ.

ໂຄງການກວດສຸກຂະພາບແບບນັ້ນ ບໍ່ໄດ້ມີຢ່າງກວ້າງຂວາງ ໃນສະຫະ ຣັດ. ດຽວນີ້ ທີມງານຂອງທ່ານໝໍ ຢູ່ເທັກຊັສກໍາລັງ ປ່ຽນແປງສະພາບການນັ້ນ. ພວກເຂົາເຈົ້າໄດ້ກວດສຸກຂະພາບ ຂອງເດັກນ້ອຍຫ້ອງປໍ 6 ຈຳນວນ 1.500 ຄົນ ຢູ່ທີ່​ເມືອງ ຮູສເຕິນ. ທ້າວ Sam Franco-Jimenez ໄດ້ມີການວັດແທກໄຟຟ້າຫົວໃຈ ຢູ່ໃນສູນຫລິ້ນ ກິລາ ຫລື Gym ຂອງໂຮງຮຽນລາວ.

Dr. John Higgins ແລະ ທີມງານຂອງນັກຊຽວຊານດ້ານຫົວ ໃຈກວດກາ ນັກຮຽນໝົດທຸກຄົນ ບໍ່ແມ່ນກວດແຕ່ພວກທີ່ສົນໃຈ ຫລິ້ນກິລາເທົ່ານັ້ນ. Dr. Higgins ຢາກໃຫ້ຂະຫຍາຍໂຄງ ການນີ້ອອກເພື່ອກວດໃຫ້ເດັກນັກຮຽນຊັ້ນປໍ 6 ທຸກຄົນຢູ່ທົ່ວ ລັດເທັກສັດເລີຍ.

ໃນຈຳນວນເດັກນ້ອຍ 94 ຄົນ ທີ່ໄດ້ຖືກ ກວດສຸຂພາບໃນລະດູໃບໄມ້ປົ່ງ ໄດ້ ພົບວ່າເດັກນ້ອຍ 7 ຄົນ ມີ ພະຍາດຫົວໃຈທີ່ບໍ່ຖືກ​ກວດ​ພົບ ແລະ 2 ຄົນຕ້ອງ ໄດ້ຮັບການຜ່າຕັດ.

ເດັກນ້ອຍທັງຫລາຍທີ່ມີບັນຫານີ້ ສ່ວນ​ໃຫຍ່ ຈະ​ບໍ່ມີ​ອາການ​ບົ່ງ​ບອກ ​ໃຫ້ຮູ້ຈົນ​ເຖິງ​ເວລາ ຜູ້ກ່ຽວ​ເກີດ​ອາການ ຫົວ ຫົວໃຈຢຸດ​ເຕັ້ນ ຫລື ​ເປັນ​ໂຣກ ຫົວ​ໃຈ​ວາຍ.

ອີກ​ຜູ້​ນຶ່ງກໍ​ຄື ທ່ານ​ນາງ Rene Suchowiecky ເວົ້າວ່າ ການກວດພະຍາດ ຫົວໃຈ​ແບບນີ້ ອາດສາມາດຊ່ວຍຊີວິດຂອງລູກສາວຂອງລາວໄວ້. ລາວເວົ້າ ວ່າ:

“ລູກສາວຂອງລາວ, ນາງ Nicole Suchowiecky ເມື່ອ 11 ປີກ່ອນໜ້ານີ້ ຄືໃນປີ 1998 ລົ້ມລົງເດີ່ນແຫລ່ນຫລິ້ນຂອງໂຮງຮຽນລາວ ແລະ ຕາຍຍ້ອນ ຫົວໃຈຢຸດເຕັ້ນຢ່າງກະທັນຫັນ ອາການຫົວໃຈຫລົ້ມແຫລວຢ່າງກະທັນຫັນ ແມ່ນເກີດຂຶ້ນກັບເດັກນັກຮຽນປະມານ 100.000 ໃນແຕ່ລະປີ. ເຖິງແມ່ນວ່າ ມັນຈະເປັນພະຍາດທີ່ຍັງເຮັດໃຫ້ມີ ຈຳນວນການຕາງຕ່ຳກວ່າພະຍາດການນີ້ ອອກ,ເພື່ອກວດໃຫ້ເດັກນັກຮຽນທຸກຄົນຢູ່ໃນທົ່ວລັດເທັກສັດເລີຍ.

XS
SM
MD
LG