ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ໄທຢືນຢັນວ່າຈະສົ່ງຊາວມົ້ງຢູ່ບ້ານຫ້ວຍນ້ຳຂາວກັບຄືນໄປລາວ, ທັງໝົດໃນທ້າຍປີນີ້


ນາ​ຍົກລັດຖະມົນຕີໄທ ຢືນຢັນວ່າ ການສົ່ງຊາວ ມົ້ງຢູ່ສູນຮອງຮັບຊົ່ວຄາວບ້ານຫ້ວຍນ້ຳຂາວກັບ, ຄືນໄປລາວທັງໝົດນັ້ນຈະດຳເນີນການຕໍ່ໄປ ພາຍໃຕ້ກົດໝາຍ ແລະ ຄຳນຶງເຖິງຫລັກສິດທິ ມະນຸດສະທຳເປັນສຳຄັນ.

ທ່ານອະພິສິດເວດຊາຊີວະ, ນາຍົກລັດຖະມົນຕີ ໄທໄດ້ຖະແຫຼງຢືນຢັນວ່າການປະຊຸມສະພາ ຄວາມໝັ້ນຄົງແຫ່ງຊາດໄທໃນວັນທີ່ 23 ທັນ ວາ ນີ້ ຊຶ່ງມີຕົວທ່ານເອງເປັນປະທານໃນການ ປະຊຸມນັ້ນໄດ້ມີມະຕິຮັບຮອງແຜນການທີ່ຈະດຳ ເນີນການສົ່ງຊາວມົ້ງລາວທີ່ພັກອາໃສຢູ່ທີ່ສູນ ຮອງຮັບຊົ່ວຄາວ ບ້ານຫ້ວຍນໍ້າຂາວ ໃນເຂດອຳ​ເພີເຂົາຄໍ້ ຈັງຫວັດເພັດຊະບູນນັ້ນ ກັບຄືນໄປ ປະເທດລາວທັ້ງໝົດ ໃຫ້ໄດ້ໂດຍໄວທີ່ສຸດ.

ການດຳເນີນງານດັ່ງກ່າວນີ້ຈະເປັນໄປຕາມກົດໝາຍຂອງໄທວ່າດ້ວຍການເຂົ້າເມືອງໂດຍຜິດ ກົດໝາຍແລະກໍຈະຄຳນຶງ​ເຖິງຫຼັກການສິດທິມະນຸດສະທຳເປັນສຳຄັນອີກດ້ວຍ. ຫາກແຕ່ວ່າ ນາຍລັດຖະມົນຕີໄທກໍບໍ່ສາ ມາດຈະກຳນົດໄລຍະເວລາໄດ້ຢ່າງຈະແຈ້ງວ່າ ຈະສາມາດສົ່ງ ຊາວມົ້ງເຫຼົ່ານີ້ກັບຄືນໄປລາວໄດ້ທັງໝົດເມື່ອ​ໃດແທ້.

ທັງນີ້ ໂດຍມາດຕະການທີ່ທາງການໄທ ໄດ້ດຳເນີນຕໍ່ບັນຊາວມົ້ງທີ່ໄດ້ສະມັກໃຈເດີນທາງ ກັບຄືນໄປລາວໃນໄລຍະທີ່ຜ່ານມານັ້ນ ກໍ່ຄືການຊ່ວຍເຫລືອເປັນເງິນ 5.000 ບາດ ຕໍ່ຄົນ ໃນຂະນະທີ່ທາງການລາວກໍ່ໃຫ້ການຊ່ວຍເຫລືອເພີ້່ມຕື່ມອີກ ຄົນລະ 3 ແສນກີບ. ຊາວ ມົ້ງຜູ້ໃດທີ່ມີເຮືອນ ແລະ ທີ່ເິນທຳກິນໃນລາວ ຫລື ຍັງມີຍາດຕິພີ່ນ້ອງຢູ່ໃນລາວນັ້ນ ກໍ່ຈະ ຖືກສົ່ງກັບຄືນໄປຫາພູມລຳເນົາເດີມ. ສ່ວນທີ່ບໍ່ເຫລືອຫຍັງເລີຍໃນລາວນັ້ນ ກໍຈະຖືກສົ່ງໄປ ຢູ່ໃນເຂດຈັດສັນໃໝ່ ຢູ່ເມືອງກາສີ ໃນເຂດແຂວງວຽງຈັນ ໂດທາງການລາວຈະໃຫ້ການ ຊ່ວຍເຫລືອດ້ານປັດໃຈສີ ຈົນກວ່າວ່າຊາວມົ້ງເຫລົ່ານີ້ ຈະສາມາດເບິ່ງພາຕົນເອງໄດ້.

ແຕ່ຢ່າງໃດກໍ່ຕາມ ເນື່ອງຈາກວ່າຊາວມົ້ງສ່ວນໃຫຍ່ໃນຈຳນວນ 4.000 ກວ່າຄົນ ທີ່ຍັງ ພັກອາໃສຢູ່ໃນສູນ ຮອງຮັບຊົ່ວຄາວນັ້ນກໍ່ຍັງຄົງບໍ່ພາກັນສະມັກໃຈເດີນທາງກັບຄືນໄປ ລາວ ແລະ ກໍ່ຍັງຄົງຮວມຕົວກັນເປັນກຸ່ມເປັນກ້ອນ ເພື່ອຄັດຄ້ານແຜນການຂອງທາງການ ໄທ ດ້ວຍການບໍ່ຍອມໃຫ້ການຮ່ວມມືກັບທາງການໄທໃນທຸກໆ ດ້ານອີກດ້ວຍ.

ເມື່ອປະກອບກັບການທີ່ທາງການໄທເອງກໍ່ ເຄີຍປະກາດຢ່າງຈະແຈ້ງແລ້ວວ່າ ຈະບໍ່ບີບບັງ ຄັບໃຫ້ຊາວມົ້ງກັບຄືນໄປລາວຈຶ່ງເຮັດໃຫ້ບໍ່ສາ ມາດທີ່ຈະສົ່ງຊາວມົ້ງກັບຄືນໄປລາວ ໄດ້ທັງ ໝົດຕາມເປົ້າໝາຍທີ່ວາງເອົາໄວ້ພາຍໃນ ທ້າຍປີນີ້. ໂດຍທີ່ຜ່ານມາກໍ່ໄດ້ສົ່ງຊາວມົ້ງ ກັບຄືນໄປລາວແລ້ວ 3.000 ກວ່າຄົນ.

ກ່ອນໜ້ານີ້ ແກນນຳຊາວມົ້ງຢູ່ສູນຮອງຮັບ ຊົ່ວຄາວ ໄດ້ໃຫ້ການຢືນຢັນກັບ VOA ວ່າ ນໄທໄດ້ດຳເນີນມາດຕະການໃນທຸກວິທີທາງ ເພື່ອກົດດັນໃຫ້ພວກຕົນກັບຄືນໄປລາວ. ຫາກແຕ່ກໍ່ມີຊາວມົ້ງພຽງສ່ວນນ້ອຍເທົ່ານັ້ນ ໄດ້ພາກັນສະມັກໃຈເດີນທາງກັນຄືນໄປລາວ ເນື່ອງຈາກວ່າພວກເຂົາເຈົ້າຍັງຄົງບໍ່ໝັນໃຈໃນຄວມປອດໃຈຂອງພວກຕົນ ເມື່ອໄດ້ເດີນທາງ ກັບຄືນໄປລາວແລ້ວນັ້ນ ຈຶ່ງໄດ້ຮຽກຮ້ອງຂໍໃຫ້ອົງການສາກົນໄປເບິ່ງແຍງພວກຕົນ ເມື່ອຖືກ ສົ່ງກັບຄືນໄປລາວແລ້ວ. ຫາກແຕ່ວ່າ ທາງການລາວ ແລະ ໄທ ກໍ່ໄດ້ຢືນຢັນມາໂດຍຕະ ຫລອດວ່າ ຈະບໍ່ຍອມໃຫ້ພວກສ່ວນທີ່ 3 ເຂົ້າມາກ່ຽວຂ້ອງຢ່າງເດັດຂາດ ເພາະຖືວ່າ ຊາວ ມົ້ງເຫລົ່ານີ້ ບໍ່ມີບັນຫາກ່ຽບກັບອົບພະຍົບ.

ໂດຍໃນຂະນະນີ້ ກໍ່ມີລາວງານວ່າ ທາງການໄທ ໄດ້ນຳເອົາລົດບັດ ແລະ ລົດບັນທຸກຂອງ ທະຫານຈຳນວນຫລາຍສິບຄັນ ໄປຈອດຢູ່ໂດຍຮອບສູນແລ້ວ ຈຶ່ງເຮັດໃຫ້ຊາວມົ້ງຫວັ່ນເກງ ວ່າ ພວກຕົນຈະຖືກບີບບັງຄັບໃຫ້ກັບຄືນໄປລາວໃນໝໍ່ໆນີ້.

XS
SM
MD
LG