ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະຣັດ ສະແດງຄວາມວິຕົກກັງວົນ ກ່ຽວກັບການຈັດສົ່ງ ຊາວມົ້ງ ກັບຄືນໄປລາວ


ສະຫະຣັດ - ລາວມົ້ງ: ກະຊວງການຕ່າງປະເທດ ສະຫະຣັດ ໄດ້ອອກຖແລງການ ສະບັບນຶ່ງ ສະແດງ ຄວາມວິຕົກກັງວົນ ກ່ຽວກັບແຜນການຈັດສົ່ງຊາວລາວ ເຜົ່າມົ້ງ ແບບບໍ່ສະມັກໃຈ ຈາກປະເທດໄທ ກັບຄືນໄປ ລາວນັ້ນ. ຂໍ້ຖແລງ ຂອງທ່ານ MARK TONER ຮັກສາການ ໂຄສົກກະຊວງ ການຕ່າງປະເທດສະຫະ ຣັດ ທີ່ນຳອອກເຜີຍແຜ່ ໃນວັນພະຫັດວານນີ້ ກ່າວວ່າ ສະຫະຣັດ ມີຄວາມວິຕົກກັງວົນ ເປັນທີ່ສຸດ ກ່ຽວກັບ ລາຍງານຂ່າວ ໃນການທີ່ເຈົ້າໜ້າທີ່ໄທ ພວມກະກຽມ ທີ່ຈະຈັດສົ່ງ ແລະບໍ່ໄດ້ເປັນໄປ ດ້ວຍຄວາມສະມັກໃຈ ອົພຍົບຊາວລາວເຜົ່າມົ້ງ 4 ພັນ 200 ຄົນ ຈາກສູນບ້ານຫ້ວຍນ້ຳຂາວໃນຈັງຫວັດເພັຊບູນ ປະເທດໄທ ໄປຍັງປະເທດລາວ ແລະພວກເຮົາມີຂໍ້ສັງເກດວ່າ ຣັຖບານແຫ່ງຣາຊອານາຈັກ ໄທ ໄດ້ພິຈາຣະນາເຫັນວ່າ ຊາວມົ້ງຈຳນວນນຶ່ງ ທີ່ບ້ານຫ້ວຍນ້ຳຂາວ ແມ່ນຈຳເປັນຕ້ອງ ໄດ້ຮັບການປົກປ້ອງຄຸ້ມຄອງ. ນອກນັ້ນແລ້ວ ສະຫະຣັດ ຍັງມີຄວາມວິຕົກກັງວົນ ກ່ຽວກັບສະຖານະການ ຂອງຊາວມົ້ງອີກ 158 ຄົນ ທີ່ຢູ່ບ່ອນຄຸມຂັງ ຂອງເຈົ້າໜ້າທີ່ກວດຄົນເຂົ້າເມືອງ ທີ່ຈັງຫວັດໜອງຄາຍ ປະເທດໄທ ຊຶ່ງທັງໝົດ ໄດ້ຖືກພິຈາຣະຈາ ໂດຍອົງການຂ້າຫລວງໃຫຍ່ ອົພຍົບຂອງສະຫະປະຊາຊາດວ່າ ເປັນອົພຍົບ ທີ່ຕ້ອງຈຳເປັນຕ້ອງ ໄດ້ຮັບການ ປົກປ້ອງຄຸ້ມຄອງ.

ໄທ - ອົພຍົບມົ້ງ: ນາຍົກຣັຖມຸນຕຣີໄທທ່ານ ອະພິຊິດ ເວດຊາຊີວະ ໄດ້ກ່າວປ້ອງກັນ ແຜນ ການທີ່ຈະຈັດສົ່ງ ຊາວມົ້ງອົພຍົບກັບຄືນໄປລາວ ຫລັງຈາກນາໆຊາດ ໄດ້ສະແດງ ຄວາມວິຕົກກັງ ວົນເພີ້ມຂຶ້ນ ກ່ຽວກັບເຣື່ອງນີ້. ທ່ານອະພິຊິດ ກ່າວໃນວັນພະຫັດ ວານນີ້ວ່າ ໄທຈະບໍ່ລ່ວງລະ ເມີດ ສິດທິມະນຸດ ຂອງພວກອົພຍົບ ທີ່ອາສັຍ ຢູ່ທີ່ສູນແຫ່ງນຶ່ງ ໃນຈັງຫວັດເພັຊບູນ ທາງພາກ ເໜືອຂອງໄທ. ໃນມື້ວັນພຸດ ຜ່ານມານີ້ ໂຄສົກຂອງກອງທັບໄທ ກ່າວວ່າ ຊາວມົ້ງ 4 ພັນຄົນ ຈະຖືກສົ່ງກັບຄືນໄປລາວ ພາຍໃນ ອາທິດໜ້ານີ້. ແຕ່ແນວໃດກໍຕາມ ພວກຊາວມົ້ງເຫລົ່ານີ້ ໄດ້ຊອກສແວງຫາຊ່ອງທາງ ເພື່ອຂໍລີ້ພັຍ ອີງຕາມການກ່າວອ້າງທີ່ວ່າ ພວກເຂົາເຈົ້າ ໄດ້ຖືກປະຫັດປະຫານ ໂດຍຣັຖບານລາວ. ຂະນະດຽວກັນ ໃນມື້ວານນີ້ ອົງການສະຫະປະຊາຊາດ ກໍໄດ້ຮຽກຮ້ອງໃຫ້ໄທ ຢຸດເຊົາແຜນການ ທີ່ຈະຈັດສົ່ງຊາວມົ້ງ ກັບຄືນໄປລາວ.

ຈີນ: ຈີນໄດ້ຕັດສິນໂທດນາຍ LIU XIAOBO ນັກຄັດຄ້ານຣັຖບານຄົນສຳຄັນ ໃຫ້ຈຳຄຸກເປັນ ເວລາ 11 ປີ ໃນຂໍ້ຫາຊອກຫາຊ່ອງທາງໂຄ່ນ ລົ້ມຣັຖບານ ຫລັງຈາກຜູ້ກ່ຽວ ໄດ້ຮຽກຮ້ອງໃຫ້ ດຳເນີນການ ປະຕິຮູບ ທາງດ້ານການເມືອງ ຢ່າງກວ້າງຂວາງ ແລະຍຸຕິການຄອບງຳຂອງ ພັກຄອມມູນິສ. ນາຍ LIU ແມ່ນນຶ່ງ ໃນຜູ້ຂຽນ ບົດຄວາມ ຮ້ອງຮຽນໂດຍກົງ ໃຫ້ມີການເປີດເສ ຣີທາງດ້ານການເມືອງ ຢູ່ໃນປະເທດຈີນ ໃນອັນ ທີ່ເອີ້ນກັນວ່າ ກົດບັດ 08. ລາວໄດ້ຖືກຈັບ ໃນ ເດືອນທັນວາປີກາຍ ບໍ່ດົນກ່ອນທີ່ ບົດຄວາມດັ່ງ ກ່າວ ຈະຖືກພິມເຜີຍແຜ່. ຫລາຍໆພັນຄົນ ໄດ້ພາກັນລົງນາມ ໃນກົດບັດທີ່ວ່ານີ້ ໃນຮອບປີຜ່ານມາ ທັງໆທີ່ໄດ້ ມີການຫ້າມ ບໍ່ໃຫ້ອອກຂ່າວ ແລະການກວດກາ ທາງອິນເຕີແນັດ ເຮັດໃຫ້ຊາວ ຈີນສ່ວນໃຫຍ່ ຍັງບໍ່ຮູ້ຈັກຫຍັງ ກ່ຽວກັບເຣື່ອງນີ້. ໃນວັນສຸກມື້ນີ້ ສານແຫ່ງນຶ່ງ ທີ່ນະຄອນຫລວງປັກກິ່ງ ໄດ້ອອກ ຄຳພິພາກສາ ລຸນຫລັງທີ່ໄດ້ ມີການດຳເນີນຄະດີ ເປັນເວລາ 2 ຊົ່ວໂມງ ໃນຕົ້ນອາທິດນີ້ ຊຶ່ງໃນການ ດຳເນີນຄະດີດັ່ງກ່າວ ໄອຍະການ ໄດ້ກ່າວຫານາຍ LIU ໃນຄວາມຜິດຮ້າຍແຮງ.

ອັຟການິສຖານ: ພວກກະບົດທາລີບານໄດ້ ນຳເຜີຍແຜ່ ວີດີໂອທີ່ເຊື່ອກັນວ່າກ່ຽວກັບທະ ຫານອະເມຣິກັນ ຄົນນຶ່ງ ທີ່ຖືກຈັບໂຕໄປໃນ ອັຟການິສຖານເມື່ອ 6 ເດືອນຜ່ານມາແລ້ວ ນັ້ນ. ພົລທະຫານ BOWE BERGDAHL ໄດ້ຫາຍສາບສູນ ໃນທ້າຍເດືອນມິຖຸນາຜ່ານ ມາຫລັງຈາກໄດ້ອອກຈາກຄ້າຍ ບ່ອນທີ່ຜູ້ກ່ຽວ ປະຈຳການຢູ່ ທີ່ແຂວງ PAKTIKA ໄປພ້ອມ ກັບຊາວອັຟການິສຖານ 3 ຄົນ. ໃນວີດີໂອ ທີ່ນຳອອກເຜີຍແຜ່ ໃນມື້ນີ້ ຜູ້ຊາຍຄົນນຶ່ງ ທີ່ໃສ່ໝວກເຫລັກ ແວ່ນຕາດຳ ແລະເຄື່ອງແບບ ທະຫານ ໄດ້ຣະບຸໂຕລາວວ່າ ແມ່ນນາຍ BERGDAHL ອາຍຸ 23 ປີ. ລາວກ່າວວ່າ ອັຟການິສຖານ ຈະກາຍເປັນວຽດນາມ ບ່ອນຕໍ່ໄປ ຂອງສະຫະຣັດ ນອກຈາກວ່າ ຊາວອະເມຣິກັນ ຈະພາກັນລຸກຂຶ້ນ ແລະຍຸຕິການກະທ ຳທີ່ໄຮ້ສາຣະ ທັງໝົດເຫລົ່ານີ້.

ຄຣິສຕ໌ມາສ: ສຳນັກວາຕິກັນ ກ່າວວ່າ ການ ອ່ວຍພອນ ຕາມປະເພນີ ທີ່ເຄີຍປະຕິບັດກັນມາ ຂອງພຣະສັນຕະປະປາ BENEDICT ຈະມີຂຶ້ນ ຕາມໝາຍກຳນົດການ ໃນວັນສຸກມື້ນີ້ ທັງໆທີ່ໄດ້ ເກີດເຫດຮ້າຍ ໃນລະຫວ່າງ ການປະກອບພິທີ ທາງສາສນາ ໃນຄ່ຳຄືນ ກ່ອນວັນບຸນຄຣິສຕ໌ມາສ ເວລາແມ່ຍິງຄົນນຶ່ງ ໄດ້ບຸກຂ້າມເຄື່ອງກີດຂວາງ ແລະດຶງພຣະສັນຕະປະປາ ໃຫ້ລົ້ມລົງ ທີ່ພຣະ ວິຫານເຊັນປີເຕີ້. ພຣະສັນຕະປະປາ ບໍ່ໄດ້ຮັບ ບາດເຈັບ ແຕ່ປະການໃດ ແຕ່ພຣະກາຣ໌ດີນານ ROGER ETCHEGARAY ຈາກຝຣັ່ງ ໄດ້ຖືກ ຕຳໃຫ້ລົ້ມລົງ ແລະເຮັດໃຫ້ຂາ ຂອງເພິ່ນກຫັກ ແລະຖືກຫາມອອກໄປ ຈາກບໍຣິເວນ ທີ່ປະກອບພິທີທາງສາສນາ. ໂຄສົກຂອງສຳນັກ ວາຕິກັນ ກ່າວໃນວັນສຸກມື້ນີ້ວ່າ ແມ່ຍິງອາຍຸ 25 ປີ ທີ່ຖືສັນຊາດອີຕາລີ ແລະສວິດເຊີແລນ ບໍ່ມີອາວຸດ ແຕ່ໂຄສົກເວົ້າວ່າ ນາງເປັນໂຣກຈິດ ແລະໄດ້ຖືກນຳໂຕສົ່ງ ໂຮງພະຍາບານແລ້ວ. ໂຄສົກກ່າວຕື່ມວ່າ ແມ່ຍິງຄົນນີ້ ເຄີຍໄດ້ພະຍາຍາມມາແລ້ວ ທີ່ຈະບຸກເຂົ້າໄປຫາ ພຣະສັນຕະປະປາ ໃນລະຫວ່າງ ການປະກອບພິທີທາງສາສນາ ໃນຕອນທ່ຽງຄືນ ຂອງປີກາຍ.

ປາກິສຖານ - ສະຫະຣັດ: ເຈົ້າໜ້າທີ່ສືບສວນ ຂອງປາກິສຖານ ໄດ້ໃຊ້ເວລາເພີ້ມຕື່ມ ໃນການ ສອບປາກຄຳ ພວກຊາວໜຸ່ມອະເມຣິກັນ 5 ຄົນ ທີ່ສົງສັຍວ່າ ພະຍາຍາມທີ່ຈະເຂົ້າຮ່ວມກຸ່ມພວກ ຫົວຮຸນແຮງນັ້ນ. ໃນວັນສຸກມື້ນີ້ ສານແຫ່ງນຶ່ງ ຂອງປາກິສຖານ ທີ່ແຂວງປັນຈາບ ໄດ້ອະນຸມັດ ເວລາຕື່ມອີກ 10 ມື້ ໃຫ້ແກ່ຕຳຣວດເພື່ອສອບ ປາກຄຳ ພວກໜຸ່ມນ້ອຍຈຸນີ້. ພວກໜຸ່ມນ້ອຍອະ ເມຣິກັນທັງ 5 ຊຶ່ງທັງໝົດ ແມ່ນມາຈາກ ເຂດ ນະຄອນຫຼວງວໍຊິງຕັນ ໄດ້ຖືກຈັບ ໃນຕົ້ນ ເດືອນນີ້ ທີ່ເຮືອນຂອງ ຫົວໜ້າກຸ່ມຫົວຮຸນແຮງ JAISH-E-MUHAMMAD ທີ່ຖືກທາງການປາກິສຖານຫ້າມ ຢູ່ທີ່ເມືອງ SARGODHA. ຕຳຣວດເວົ້າວ່າ ພວກໜຸ່ມນ້ອຍທັງ 5 ໄດ້ໃຊ້ອິນເຕີແນັດ ເພື່ອຕິດຕໍ່ ກັບກຸ່ມຫົວຮຸນແຮງ ໃນປາກິສຖານ ກ່ອນທີ່ພວກເຂົາເຈົ້າ ຈະເດີນທາງໄປຈາກ ສະຫະຣັດ ໃນທ້າຍເດືອນ ພະຈິກຜ່ານມາ. ກຸ່ມປົກປ້ອງ ສິດທິພົລເມືອງ ຂອງຊາວມຸສລິມກຸ່ມນຶ່ງ ກ່າວວ່າ ພວກຊາວໜຸ່ມເຫລົ່ານີ້ ໄດ້ເຮັດວິດີໂອເທັບ ອຳລາ ໂດຍມີເນື້ອນັຍໃຈຄວາມວ່າ ຊາວມຸສລິມ ຕ້ອງໄດ້ຮັບການ ປົກປ້ອງຄຸ້ມຄອງ.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG