ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຜູ້ນຳຊາວມົ້ງ ທີ່ລີ້ພັຍຢູ່ສະຫະຣັດ ມີແຜນຈະເດີນທາງໄປລາວ ໃນຕົ້ນປີໜ້າ


ສະຫະຣັດ - ລາວ - ມົ້ງ: ຜູ້ນຳຂອງ ປະຊາຄົມ ຊາວມົ້ງ ໃນສະຫະຣັດປະກາດວ່າ ທ່ານຈະເດີນທາງ ກັບຄືນໄປລາວ ໃນຕົ້ນປີໜ້ານີ້. ອະດີດນາຍພົນ ວັງ ປາວ ໄດ້ປະກາດໃຫ້ຊາບ ກ່ຽວກັບແຜນການຂອງ ທ່ານໃນຕົ້ນອາທິດນີ້ ໃນລະຫວ່າງ ງານລ້ຽງຮັບຮອງ ອາຫານຄ່ຳ ຊຶ່ງຈັດຂຶ້ນ ເປັນກຽດແກ່ທ່ານ ທີ່ເມືອງ FRESNO ຣັດ CALIFORNIA. ທ່ານວັງປາວອາຍຸ 79 ປີ ຄັ້ງນຶ່ງເຄີຍເປັນຜູ້ນຳພາ ໃນການປະຕິບັດງານ ຂອງພວກກອງໂຈນ ທີ່ໄດ້ຮັບການສນັບສນຸນ ຈາກ ອົງການສືບລັບ CIA ຂອງສະຫະຣັດ ເພື່ອຕໍ່ສູ້ສະກັດກັ້ນ ການເຂົ້າກຳອຳນາດ ຂອງພວກຄອມມູນິສຢູ່ລາວ ໃນລະຫວ່າງ ສົງຄາມວຽດນາມ. ທ່ານກ່າວຕໍ່ ພວກທີ່ໄປຮ່ວມງານວ່າ ທ່ານຈະເດີນທາງ ກັບຄືນໄປລາວ ໃນຄວາມພະຍາຍາມ ເພື່ອປົດປ່ອຍຊາວມົ້ງ ທີ່ກຳລັງປະເຊີນ ກັບການປະຫັດປະຫານ ທາງດ້ານການເມືອງ. ມີຊາວມົ້ງຫລາຍໝື່ນຄົນ ໄດ້ພາກັນໂຕນໜີ ໄປຍັງປະເທດໄທ ເພື່ອຂໍ້ລີ້ພັຍການເມືອງ. ສ່ວນນຶ່ງ ຂອງພວກຊາວມົ້ງເຫລົ່ານີ້ ໄດ້ພາກັນອາສັຍຢູ່ ທີ່ສູນບ້ານຫ້ວຍນ້ຳຂາວ ໃນຈັງຫວັດເພັຊບູນ ທາງພາກເໜືອຂອງໄທ.

ໃຕ້ຫວັນ - ຈີນ: ມີຕຳຣວດຄົນນຶ່ງບາດ ເຈັບແລະອີກ 6 ຖືກຈັບ ໃນລະຫວ່າງການ ປະທ້ວງຕໍ່ຕ້ານ ການຢ້ຽມຢາມໃຕ້ຫວັນຂອງ ຫົວໜ້າຄະນະເຈຣະຈາ ຂອງຈີນແຜ່ນດິນ ໃຫຍ່. ເຫດຮ້າຍໃນມື້ວານນີ້ ເປັນຄວາມຮຸນ ແຮງເທື່ອທຳອິດ ທີ່ໄດ້ເກີດຂຶ້ນ ນັບແຕ່ທ່ານ CHEN YUNLIN ໄດ້ເດີນທາງ ໄປຮອດໃຕ້ຫວັນ ເມື່ອຫຼາຍໆມື້ກ່ອນນັ້ນ. ອົງການຂ່າວຝຣັ່ງແຈ້ງວ່າ ຕຳຣວດຜູ້ທີ່​ໄດ້ຣັບບາດ​ເຈັບ ກຳລັງພະຍາຍາມ ທີ່ຈະຫ້າມບໍ່ໃຫ້ ພວກປະທ້ວງ ຈູດໝາກກະໂພກ. ທ່ານ CHEN ກ່າວໃນມື້ວານນີ້ວ່າ ຂໍ້ຕົກລົງການຄ້າເສຣີ ລະຫວ່າງຈີນແລະໃຕ້ຫວັນ ຈະໃຫ້ຜົນປໂຍດ ແກ່ທັງສອງຝ່າຍ. ທີ່ກອງປະຊຸມທຸຣະກິດແຫ່ງ ນຶ່ງຢູ່ເມືອງ TAICHUNG ໃນພາກກາງ ຂອງໃຕ້ຫວັນນັ້ນ ທ່ານ CHEN ກ່າວວ່າ ເປັນທີ່ເຂົ້າໃຈ ທີ່ບາງຄົນ ມີຄວາມວິຕົກກັງວົນ ກ່ຽວກັບຂໍ້ຕົກລົງ ທີ່ໄດ້ມີການສເນີໄປນັ້ນ ແຕ່ທ່ານກ່າວຕື່ມວ່າ ບໍ່ມີເຫດຜົນໃດໆ ທີ່ຈະຕ້ອງຢ້ານກົວ ຂໍ້ຕົກລົງດັ່ງກ່າວນີ້. ຂໍ້ຕົກລົງ ຊຶ່ງຮູ້ຈັກກັນ ຢ່າງເປັນທາງການວ່າ ຂໍ້ຕົກລົງວ່າ​ດ້ວຍ​ ໂຄງ​ຮ່າງການຮ່ວມມື ທາງດ້ານເສຖກິດ ແມ່ນເປັນຈຸດສຳຄັນທີ່ສຸດ ໃນການດຳເນີນ ຄວາມພະຍາຍາມ ຂອງປະທານາທິບໍດີໃຕ້ຫວັນ ທ່ານ MA YING JEOU ທີ່ຈະເຊື່ອມຕໍ່ ເສຖກິດຂອງໃຕ້ຫວັນ ໃຫ້ມີຄວາມ ໃກ້ຊິດຫລາຍຂຶ້ນ ກັບຕລາດ ທີ່ມີຜົນກຳໄຣສູງ ຂອງຈີນ.

ຈີນ - ຊິນຈຽງ: ເຈົ້າໜ້າທີ່ ໃນເຂດຊິນຈຽງ ທາງພາກຕາເວັນຕົກຂອງຈີນກ່າວວ່າ ມີການ ຕັດສິນໂທດ ປະຫານຊີວິດພວກທີ່ໄດ້ປະກອບ ສ່ວນ ໃນການກໍ່ຈະລາຈົນລະ​ວ່າງຊົນເຜົ່າຢ່າງ ຮຸນແຮງ ໃນເດືອນກໍຣະກົດຜ່ານມານັ້ນຕື່ມ ອີກ 5 ຄົນ. ພວກນັກໂທດ ທີ່ຖືກພົບເຫັນວ່າ ມີຄວາມຜິດເຫລົ່ານີ້ ແມ່ນຈຸລ່າສຸດ ທີ່ໄດ້ຖືກຕັດ ສິນໂທດ ປະຫານຊີວິດ ໃນດຳເນີນຄະດີ ທີ່ອຸຣຸມຈີ ເມືອງເອກຂອງເຂດຊິນຈຽງ ໃນສັບປະດານີ້. ມີ 22 ຄົນແລ້ວ ໄດ້ຖືກຕັດສິນໂທດ ປະຫານຊີວິດ ໃນອາທິດນີ້ ຫລັງຈາກຖືກພົບ​ເຫັນວ່າ ມີຄວາມຜິດ ຍ້ອນໄດ້ປະກອບສ່ວນ ໃນການກໍ່ຈະລາຈົນຄັ້ງນັ້ນ. ມີ 9 ຄົນ ໄດ້ຖືກປະຫານຊີວິດໄປແລ້ວ ຂະນະທີ່ອີກ 5 ຄົນ ທີ່ຖືກຕັດສິນໂທດ ປະຫານຊີວິດ ​ໄດ້ຖືກໂຈະ ການປະຫານ ເປັນເວລາ 2 ປີ ຊຶ່ງຕາມປົກກະຕິແລ້ວ ຈະຖືກປ່ຽນເປັນໂທດ ຈຳຄຸກຕລອດຊີວິດ. ອີງຕາມຊື່ ຂອງພວກທີ່ຖືກຕັດສິນໂທດ ປະຫານຊີວິດນັ້ນ ທັງໝົດແມ່ນ ເປັນຊາວວີເກີ້. ນອກນັ້ນ ຍັງມີອີກ 8 ຄົນ ໄດ້ຮັບໂທດ ຈຳຄຸກຕລອດຊີວິດ ຂະນະທີ່ອີກ 4 ຄົນ ຖືກຕັດສິນໂທດ ຈຳຄຸກແຕ່ 10 ປີຂຶ້ນໄປ.

ປາກິສຖານ - ຄວາມຮຸນແຮງ: ການໂຈມຕີ ດ້ວຍຣະເບີດສະລະຊີບ ​ໄດ້ສັ່ນສະເທືອນ ເມືອງ PESHAWAR ໃນພາກຕາເວັນຕົກສຽງເໜືອ ຂອງປາກິສຖານ ສົ່ງ​ຜົນໃຫ້ ມີຜູ້ເສັຽຊີວິດຢ່າງ ນ້ອຍ 5 ຄົນ ແລະໄດ້ຮັບບາດເຈັບ ຫຼາຍກວ່າ 20 ຄົນ. ເຈົ້າໜ້າທີ່ ປາກິສຖານ ກ່າວວ່າ ຜູ້ ໂຈມຕີ ດ້ວຍຣະເບີດສະລະຊີບ ໄດ້ຍ່າງໄປຫາ ດ່ານກວດກາ​ ຮັກສາ​ຄວາມປອດໄພ​ແຫ່ງ​ນຶ່ງ ໃນວັນພະຫັດມື້ນີ້ ແລະບີບຄະນວນຣະເບີດ ໃຫ້ແຕກຂຶ້ນ ເວລາຕຳຣວດ ຢຸດຜູ້ກ່ຽວ. ເຈົ້າໜ້າທີ່ເວົ້າວ່າ ດ່ານກວດ ຊຶ່ງຢູ່ໃກ້ໆກັບ ສາຍການບິນແຫ່ງຊາດ ຂອງປາກິສຖານ ແມ່ນຕັ້ງຢູ່ຕາມເສັ້ນທາງ ທີ່ມີຣົດແລ່ນໄປມາ ຫລາຍທີ່ສຸດສາຍນຶ່ງ ໃນເມືອງ PESHAWAR. ເຂດດັ່ງກ່າວນີ້ ຍັງເປັນບ່ອນຕັ້ງ ຂອງບໍຣິສັດສື່ມວນຊົນ ຈຳນວນ​ນຶ່ງ ໂຮງຮຽນສາສນາຄຣິສຕ໌ ແລະທຸຣະກິດອື່ນໆ ອີກຫລາຍຢ່າງ.

ອີຣ່ານ - ປະທ້ວງ: ສານແຫ່ງນຶ່ງຂອງອີຣ່ານ ໄດ້ຕັດສິນໂທດ ອະດີດໂຄສົກຂອງຣັຖບານໃຫ້ ຈຳຄຸກ ເປັນເວລາ 6 ປີ ຍ້ອນໄດ້ພົວພັນໃນການ ປະທ້ວງ ລຸນຫລັງການເລືອກຕັ້ງ ເພື່ອຕໍ່ຕ້ານຣັຖບານ ນິຍົມແນວທາງເດີມ ຂອງອີຣ່ານ. ທ່ານ ABDOLLAH RAMEZANZADEH ເປັນໂຄສົກຂອງຣັຖບານ ພາຍໃຕ້ການນຳພາ ຂອງອະດີດ ປະທານາທິບໍດີ ຫົວປະຕິຮູບ ທ່ານ MOHAMMAD KHATAMI ທີ່ເຂົ້າຮັບຕຳແໜ່ງ ແຕ່ປີ 1997 ຫາປີ 2005. ອະດີດໂຄສົກ ຂອງຣັຖບານອີຣ່ານ ທ່ານນີ້ ແມ່ນນຶ່ງ ໃນຈຳນວນ ພວກປະຕິຮູບອະວຸໂສ ຄົນສຳຄັນໆ ທີ່ຖືກຈັບແລະດຳເນີນຄະດີ ໂດຍທາງການອີຣ່ານ ໃນຂໍ້ຫາຍຸແຍ່ ໃຫ້ເກີດຄວາມວຸ້ນວາຍ ຫລັງຈາກການເລືອກຕັ້ງ ປະທານາທິບໍດີ ທີ່ເປັນບັນຫາ ຖົກຖຽງໂຕ້ແຍ້ງ ໃນເດືອນມິຖຸນາ ຜ່ານມາ. ກຸ່ມຝ່າຍຄ້ານ ຂອງອີຣ່ານ ໄດ້ກ່າວຫາ ປະທານາທິບໍດີ MAHMOUD AHMADINEJAD ວ່າ ສໍ້ໂກງຄະແນນສຽງ ເພື່ອໃຫ້ໄດ້ຮັບໄຊຊະນະ ໃນການເລືອກຕັ້ງ ຊຶ່ງເປັນການກ່າວຫາ ທີ່ຣັຖບານອີຣ່ານ ໄດ້ປະຕິເສດ.

ມຽນມາ - ຣັດເຊັຽ: ມີລາຍງານວ່າ ຣັດເຊັຽໄດ້ ຕົກລົງ ທີ່ຈະຂາຍເຮືອບິນຣົບມິກ 29 ໃຫ້ແກ່ມຽນ ມາ 20 ລຳ. ສື່ມວນຊົນ ຂອງຣັດເຊັຽ ໄດ້ອ້າງຄຳ ເວົ້າ ຂອງເຈົ້າໜ້າທີ່ທະຫານ ທີ່ກຸງມົສກູ ທີ່ກ່າວວ່າ ຣັດເຊັຽ ໄດ້ຊະນະຈີນ ​ໃນການປະມູນ​ເອົາສັນຍາຊື້ຂາຍ ເຮືອບິນຣົບທີ່ວ່າ​ນີ້ ຊື່​ງມີມູນຄ່າປະມານ 570 ລ້ານໂດລາ. ລາຍງານ​ເວົ້າວ່າ ຈີນໄດ້ສເນີ ທີ່ຈະຂາຍ ເຮືອບິນຣົບອາຍພົ່ນຮຸ່ນ J-10 ແລະຮຸ່ນ FC-1 ຂອງຕົນ ໃຫ້ແກ່ມຽນມາ. ຣັຖບານທະຫານມຽນມາ ພວມຖືກລົງໂທດ ທາງດ້ານ​ການ​ຄ້າ ຈາກສະຫະຣັດ ແລະປະເທດ ຕາເວັນຕົກອື່ນໆ ຍ້ອນມີປະວັດ ການເຄົາຣົບນັບຖືສິດ ທິມະນຸດທີ່ບໍ່ດີ. ແຕ່ຣັດເຊັຽ ຈີນ ແລະອິນເດັຽ ໄດ້ຂາຍອາວຸດ ໃຫ້ແກ່ມຽນມາ ໃນໄລຍະ ບໍ່ເທົ່າໃດປີ ຜ່ານມານີ້. ລາຍຂ່າວ ຂອງສື່ມວນຊົນແຈ້ງວ່າ ກ່ອນໜ້ານີ້ ຣັດເຊັຽກໍເຄີຍຂາຍ ເຮືອບິນຣົບມິກ ໃຫ້ແກ່ມຽນມາມາແລ້ວ 12 ລຳ ໃນປີ 2001.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG