ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໄທ ມີກຳນົດ ທີ່ຈະຈັດສົ່ງ ຊາວມົ້ງລາວ ກັບຄືນປະເທດ ທັງໆທີ່ ມີຄວາມວິຕົກ ກ່ຽວກັບການປະຫັດປະຫານ ທາງການເມືອງ


ໄທ - ລາວມົ້ງ: ເຈົ້າໜ້າທີ່ກອງທັບໄທກ່າວວ່າ ຕົນຈະສົ່ງຊາວມົ້ງປະມານ 4 ພັນຄົນ ທີ່ອາສັຍຢູ່ ສູນອົພຍົບແຫ່ງນຶ່ງ ໃນພາກເໜືອຂອງໄທກັບຄືນ ໄປລາວພາຍໃນທ້າຍປີນີ້ ທັງໆທີ່ໄດ້ມີຄວາມວິຕົກ ກັງວົນຢ້ານວ່າ ພວກຊາວມົ້ງເຫລົ່ານີ້ ອາດຈະປະ ເຊີນກັບການປະຫັດປະຫານ ທາງດ້ານການເມືອງ ອີງຕາມການລາຍງານຂອງຜູ້ສື່ຂ່າວ VAO ຈາກ ບາງກອກ. ໂຄສົກຄົນນຶ່ງ ຂອງກອງທັບໄທ ໃຫ້ ການຢືນຢັນຕໍ່ VAO ໃນວັນພຸດມື້ນີ້ວ່າໄທຈະເລີ້ມ ຈັດສົ່ງ ຊາວມົ້ງເຫລົ່ານີ້ ກັບຄືນປະເທດ ພາຍໃນ ເວລາ ປະມານ 1 ອາທິດ. ພວກຊາວມົ້ງເຫລົ່ານີ້ ໄດ້ພາກັນອາສັຍຢູ່ທີ່ສູນບ້ານຫ້ວຍນ້ຳ ຂາວ ຈັງຫວັດເພັຊບູນ ໃນພາກເໜືອຂອງໄທ. ຊາວມົ້ງຈຳນວນນຶ່ງ ທີ່ສູນບ້ານຫ້ວຍນ້ຳຂາວຢ້ານວ່າ ຈະຖືກລົງໂທດ ໂດຍເຈົ້າໜ້າທີ່ລາວ ຖ້າພວກເຂົາເຈົ້າ ຫາກຖືກສົ່ງກັບ ແລະເຊື່ອວ່າ ຫລາຍໆຄົນ ຕ້ອງການຢາກຂໍລີ້ພັຍການເມືອງ. ໄທກ່າວວ່າ ຕົນຈະສົ່ງຊາວມົ້ງເຫລົ່ານີ້ ກັບຄືນປະເທດ ອີງຕາມຄວາມສະມັກໃຈ ແຕ່ຈະບໍ່ອະນຸຍາດໃຫ້ ອົງການອົພຍົບ ຂອງສະຫະປະຊາຊາດ ຫລືກຸ່ມທີສາມ ເຂົ້າໄປຊັ່ງຊາຕີຣາຄາເບິ່ງ ຖານະຂອງພວກອົພຍົບ ຫລືຕິດຕາມເບິ່ງ ການສົ່ງກັບຄືນຂອງພວກເຂົາເຈົ້າ.

ຈີນ: ຈີນຂັດຂວາງບໍ່ໃຫ້ ພວກນັກການທູດຕ່າງ ປະເທດ ໄປເບິ່ງການດຳເນີນຄະດີ ນັກຄັດຄ້ານ ຣັຖບານທີ່ສຳຄັນຜູ້ນຶ່ງ ໃນວັນພຸດມື້ນີ້ທີ່ຖືກກ່າວ ຫາວ່າພະຍາຍາມຫາທາງລົ້ມລ້າງ ຣະບອບການ ປົກຄອງຂອງຈີນ. ແຕ່ເຈົ້າໜ້າທີ່ໄດ້ອະນຸຍາດໃຫ້ ນ້ອງເຂີຍຂອງນາຍ LIU XIAOBO ເຂົ້າໄປໃນ ສານປະຊາຊົນຊັ້ນກາງ ທີ່ນະຄອນຫລວງປັກກິ່ງ ກ່ອນການດຳເນີນຄະດີ ຈະເລີ້ມຂຶ້ນ. ນາຍ LIU HUI ນ້ອງເຂີຍຂອງນາຍ LIU XIAOBO ກ່າວວ່າ ການດຳເນີນຄະດີ ໄດ້ດຳເນີນໄປ ເປັນເວລາປະມານ 2 ຊົ່ວໂມງ. ລາວເວົ້າວ່າ ຄະນະໄອຍະການ ໄດ້ກ່າວຫານາຍ LIU XIAOBO ໃນຄວາມຜິດຮ້າຍແຮງ ແລະວ່າ ຈະມີການອອກ ຄຳພິພາກສາ ໃນມື້ວັນສຸກ ຈະມານີ້. ພັລຍາຂອງນາຍ LIU XIAOBO ແລະພວກນັກການທູດ ຕາເວັນຕົກ ໄດ້ໄປ ໂຮມກັນຢູ່ນອກສານ ຫລັງຈາກໄດ້ຖືກປະຕິເສດ ບໍ່ໃຫ້ເຂົ້າໄປເບິ່ງ ການດຳເນີນຄະດີ.

ໄທ - ເກົາຫລີເໜືອ - ອີຣ່ານ: ລາຍງານ ສະບັບໃໝ່ ຂອງພວກນັກຊ່ຽວຊານກ່ຽວກັບການ ຄ້າອາວຸດແຈ້ງໃຫ້ຊາບວ່າ ເຮືອບິນທີ່ໄດ້ບັນທຸກ ອາວຸດຈາກເກົາຫລີເໜືອ ແລະຖືກຢຶດ ໂດຍເຈົ້າ ໜ້າທີ່ໄທ ໃນຕົ້ນເດືອນນີ້ ແມ່ນມຸ່ງໜ້າໄປຍັງປະ ເທດອີຣ່ານ. ພວກນັກຊ່ຽວຊານກ່າວວ່າລາຍລະ ອຽດຂອງເອກກະສານໝາຍກຳນົດເສັ້ນທາງບິນ ໄດ້ເປີດເຜີຍໃຫ້ຊາບ ກ່ຽວກັບເຮືອບິນ ທີ່ຈົດທະ ບຽນຢູ່ປະເທດຈໍເຈັຽລຳນີ້ ແມ່ນຖືກຈ້າງໂດຍບໍຣິສັດນຶ່ງ ທີ່ມີສຳນັກງານຢູ່ຮົງກົງ ເພື່ອໃຫ້ຂົນໃນອັນທາງບໍຣິສັດເອີ້ນວ່າ ເປັນເຄື່ອງອາຫລັ່ຍ ຂອງອຸສາຫະກັມນ້ຳມັນ ໄປຍັງນະຄອນເຕຫະຣ່ານ. ຖ້ຽວບິນທີ່ວ່ານີ້ ມີໝາຍກຳນົດການ ຢຸດແວ່ຫລາຍໆບ່ອນ ເພື່ອຕື່ມນ້ຳມັນ ຕາມເສັ້ນທາງບິນ ຮວມທັງອາເຈີບາຍ ຈານແລະຢູເຄຣນ. ພວກນັກວິເຄາະ ກ່ຽວກັບການຄ້າອາວຸດ ໃນສະຫະຣັດແລະແບລຢ້ຽມ ໄດ້ມອບຮ່າງລາຍງານດັ່ງກ່າວ ໃຫ້ແກ່ອົງການຂ່າວຕ່າງໆ ຂອງສະຫະຣັດ ໃນສັບປະດານີ້. ເນື້ອນັຍຂອງລາຍງານ ຍັງບໍ່ທັນໄດ້ຮັບການພິສູດ ຈາກອົງການຂ່າວ ອິສຣະເທື່ອ. ຫົວໜ້າຄະນະ ເຈຣະຈານິວເຄລັຽຂອງອີຣ່ານ ບໍ່ໄດ້ໃຫ້ຄວາມສຳຄັນ ຕໍ່ລາຍລາຍງານດັ່ງກ່າວນີ້ ໂດຍເວົ້າວ່າ ບໍ່ມີມູນຄວາມຈິງ.

ມຽນມາ - ສະຫະຣັດ: ກຸ່ມປົກປ້ອງສິດທິມະນຸດ ກຸ່ມນຶ່ງ ໄດ້ຮ້ອງຮຽນໄປຍັງຜູ້ລາຍງານພິເສດ ຂອງ ອົງການສະຫະປະຊາຊາດ ກ່ຽວກັບການທໍຣະມານ ໃນການປະຕິບັດຕໍ່ ຊາວອະເມຣິກັນເຊື້ອສາຍມຽນ ມາທີ່ຖືກຈັບຢູ່ນະຄອນຢ່າງກຸ້ງ. ໃນຈົດໝາຍສະບັບ ນຶ່ງທີ່ສົ່ງໄປເຖິງຜູ້ລາຍງານພິເສດ ຂອງອົງການສະ ຫະປະຊາຊາດທ່ານ MANFRED NOWAK ໃນ ມື້ວານນີ້ ກຸ່ມປົກປ້ອງສິດທິມະນຸດ FREEDOM NOW ກ່າວວ່າ ນັກເຄື່ອນໄຫວ KYAW ZAW LWIN ຊຶ່ງຮູ້ກັນດີ ໃນອີກຊື່ນຶ່ງວ່າ NYI NYI AUNG ໄດ້ຖືກທໍຣະມານ ໂດຍເຈົ້າໜ້າທີ່ຄຸກຢູ່ທີ່ ຄຸກ INSEIN ຊຶ່ງມີຊື່ສຽງບໍ່ຄ່ອຍດີ ໃກ້ໆນະຄອນຢ່າງກຸ້ງນັ້ນ. ກຸ່ມປົກປ້ອງສິດທິມະນຸດກຸ່ມນີ້ ກ່າວວ່າ ນາຍ AUNG ໄດ້ຖືກຂັງ ຢູ່ໃນຫ້ອງຂັງນ້ອຍໆ ຂນາດ 20 ຄູນ 25 ຊັງຕີແມັດ ແລະກໍມີໝາເຝົ້າຍາມຢູ່ໃກ້ໆ. ອົງການ FREEDOM NOW ເວົ້າວ່າ ຕົນເຊື່ອວ່າ ການ ປະຕິບັດດັ່ງກ່າວ ໄດ້ເລີ້ມມາແຕ່ຕົ້ນເດືອນນີ້ ເພື່ອເປັນການລົງໂທດ ຕໍ່ການອົດອາຫານ ປະທ້ວງ ເປັນເວລາ 2 ອາທິດ ຂອງນາຍ AUNG ທີ່ໄດ້ສິ້ນສຸດລົງ ໃນວັນເສົາແລ້ວ.

ອີຣ່ານ - ປະທ້ວງ: ບັນດາກຸ່ມຝ່າຍຄ້ານ ໃນອີຣ່ານ ຕ່າງກໍລາຍງານໃຫ້ຊາບກ່ຽວກັບ ການປະທະກັນຄັ້ງໃໝ່ ລະຫວ່າງກຳລັງຮັກ ສາຄວາມສະງົບ ແລະພວກສນັບສນຸນ ມື້ ລາງອາຢາໂທລາໃຫຍ່ HOSSEIN ALI MONTAZERI ທີ່ຄັດຄ້ານຣັຖບານ ຢູ່ໃນ ເຂດພາກກາງ ຂອງປະເທດອີຣ່ານ. ເວັບ ໄຊທ໌ຂອງພວກຝ່າຍຄ້ານ ແຈ້ງໃຫ້ຊາບວ່າ ໃນມື້ວານນີ້ ກຳລັງຮັກສາຄວາມສະງົບ ໄດ້ປາບປາມພວກປະທ້ວງຝ່າຍຄ້ານ ທີ່ເມືອງ ISFAHAN ແລະເມືອງ NAJAFABAD ຊຶ່ງເປັນບ້ານເກີດ ຂອງອາຢາໂທໂທລາໃຫຍ່ MONTAZERI. ລາຍງານຂ່າວແຈ້ງວ່າ ຕຳຣວດທີ່ເມືອງ ISFAHAN ໄດ້ຍິງຣະເບີດ ນ້ຳຕາ ຂັບໄລ່ພວກປະທ້ວງ ໃນພິທີໄວ້ອາລັຍ ໃຫ້ແກ່ອາຢາໂທລາໃຫຍ່ MONTAZERI. ລາຍງານເວົ້າວ່າ ມີພວກນັກເຄື່ອນໄຫວ ຫລາຍໆຄົນ ຖືກຈັບ ແລະອີກຈຳນວນນຶ່ງ ໄດ້ຮັບບາດເຈັບ. ນອກນັ້ນ ບັນດາກຸ່ມຝ່າຍຄ້ານຂອງອີຣ່ານ ຍັງແຈ້ງໃຫ້ຊາບຕື່ມວ່າ ໄດ້ມີການຕໍ່ສູ້ກັນ ຢ່າງກະຈັດກະຈາຍເກີດຂຶ້ນ ທີ່ເມືອງ NAJAFABAD ໃນຕອນເດິກ ຂອງຄືນວັນອັງຄານວານນີ້ ລະຫວ່າງກຳລັງຮັກສາຄວາມສະງົບ ແລະພວກປະທ້ວງ ແລະການຕໍ່ສູ້ດັ່ງກ່າວ ຍັງດຳເນີນຢູ່ຕໍ່ມາ ຈົນຮອດວັນພຸດມື້ນີ້.

ໂຄລັມເບັຽ: ເຈົ້າໜ້າທີ່ໂຄລັມເບັຽກ່າວວ່າ ຕົນ ໄດ້ພົບເຫັນ ຊາກສົບຂອງເຈົ້າແຂວງທີ່ຖືກລັກ ພາໂຕໂດຍພວກທີ່ສົງສັຍວ່າ ເປັນພວກກະບົດ ຝ່າຍຊ້າຍ ທີ່ແຂວງ CAQUETA ໃນພາກໃຕ້ ຂອງໂຄລັມເບັຽ. ເຈົ້າໜ້າທີ່ເວົ້າວ່າສົບຂອງເຈົ້າ ແຂວງ LUIS FRANCISO CUELLA ທີ່ມີ ການຫ້າງຣະເບີດອ້ອມ ໄດ້ຖືກຄົ້ນພົບໃນມື້ວານ ນີ້ໃກ້ໆເມືອງ FLORENCIA ທີ່ວ່າການແຂວງ ຂອງແຂວງ CAQUETA ນຶ່ງມື້ຫລັງຈາກເຈົ້າ ແຂວງທ່ານນີ້ ໄດ້ຖືກລັກພາໂຕໄປ ຈາກເຮືອນ ຂອງທ່ານ. ພວກລັກພາໂຕ ໄດ້ໃຊ້ຣະເບີດ ເວລາບຸກໂຈມຕີເຮືອນ ຂອງເຈົ້າແຂວງ ເຮັດໃຫ້ ຕຳຣວດຄົນນຶ່ງ ເສັຽຊີວິດ. ປະທານາທິບໍດີ ALVARO URIBE ໄດ້ສັ່ງໃຫ້ພວກທະຫານ ຄົ້ນຫາເຈົ້າແຂວງ ທີ່ຫາຍສາບສູນ ແລະສເນີີໃຫ້ເງິນລາງວັນ 5 ແສນໂດລາ ແກ່ຜູ້ທີ່ມີຂໍ້ມູນ ນຳພາໄປສູ່ການປ່ອຍໂຕ ຂອງເຈົ້າແຂວງ CUELLA. ປະທານາທິບໍດີ URIBE ກ່າວຕໍ່ ພວກນັກຂ່າວວ່າ ໂຄລັມເບັຽບໍ່ສາມາດ ທີ່ຈະສືບຕໍ່ ຍອມປະຕິບັດຕາມອຳເພີໃຈ ຂອງພວກກໍ່ການຮ້າຍ ໄດ້ຕໍ່ໄປອີກ.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG