ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ການແຂ່ງຂັນກິລາຊີເກມຄັ້ງທີ່ 25 ທີ່ວຽງຈັນໄດ້ສິ້ນສຸດລົງແລ້ວ


ການ​ເປັນ​ເຈົ້າພາບ​ຂອງ​ລາວ ​ໃນການແຂ່ງຂັນກິລາຊີເກມຄັ້ງທີ່ 25 ​ໄດ້​ສິ້ນສຸດ​ລົງ​ແລ້ວ ​ໂດຍ​ນັກ​ກິລາ​ໄທ ສາມາດ​ຍາດ​ເອົາ​ຫລຽນຄຳ​ໄດ້​ຫລາຍ​ກວ່າທຸກ​ປະ​ເທດ ສ່ວນ​ລາວ​ຢູ່​ໃນ​ອັນ​ດັບ 7 ​ໃນ​ຈຳນວນ 11 ປະ​ເທດ ​ແຕ່​ກໍ​ສາມາດ​ຍາດ​ຫລຽນຄຳ​ໄດ້​ຫລາຍ​ເກີນ​ຄາດ.

ທ່ານບົວສອນ ບຸບຜາວັນ ນາຍົກລັດຖະມົນຕີລາວ​ໄດ້ກ່າວ ຢ່າງເປັນທາງການ​ເພື່ອ ປິດການແຂ່ງຂັນ ກິລາຊີເກມຄັ້ງທີ່ 25 ຫຼື ວຽງຈັນເກມສ ຊຶ່ງໄດ້ຈັດຂື້ນຢູ່ສະໜາມກິລາແຫ່ງຊາດ ແຫ່ງໃຫມ່ຂອງລາວ ຢູ່ຫຼັກ 16 ຖະໜົນເລກ 13 ໃຕ້ໃນເຂດ ເມືອງໃຊທານີ, ນະຄອນຫຼວງວຽງຈັນ ໃນຄືນວັນທີ່ 18 ທັນ ວາ ທີ່ຜ່ານມາ.

ໂດຍໃນພິທີປິດການແຂ່ງຂັນດັ່ງກ່າວນີ້ ທາງການລາວກໍ່ໄດ້ຈັດໃຫ້ມີການສະແດງໃນດ້ານສິນ ລະປະວັດທະ ນາທຳ ທີ່ສະທ້ອນເຖິງຮີດຄອງປະເພນີຂອງລາວໄດ້ຢ່າງໜ້າປະທັບໃຈ ດ້ວຍການເລີ່ມຈາກການສະແດງຊຸດ ທຳອິດ ທີ່ໃຫ້ຊື່ວ່າມ້າງ​ເຄືອເຂົາກາດທີ່ເປັນການສະແດງກ່ຽວກັບ ຕຳນານປູ່​ເຍີຍ່າ​ເຍີ​ໃນ​ນິທານພື້ນ​ເມືອງ ຂອງລາວ.

ສ່ວນການສະແດງຊຸດທີ່ 2 ກໍ່ໃຫ້ຊື່ວ່າບຸນປີໃຫມ່ບ້ານເຮົາອັນເປັນການສະແດງໃຫ້ເຫັນເຖິງ ຮີດຄອງປະເພນີ ອັນດີງາມໃນບຸນສົງການປີໃຫມ່ ຂອງລາວທີ່ສືບທອດມາຢ່າງຍາວນານ. ຕິດຕາມດ້ວຍການສະແດງທີ່ໃຫ້ຊື່ ວ່າ ບຸນ​ເຊີ້ງບັ້ງໄຟ ແລະ ການ​ເຊີ້ງບຸນຊ່ວງເຮືອກໍ່ເປັນການສະແດງ ອັນດັບທີ່ 4 ແລ້ວ ກໍ່ປິດທ້າຍດ້ວຍການ ສະແດງທີ່ຊື່ວ່າ ຈັບມືກັນກ້າວເດີນເພື່ອເປັນການເນັ້ນ ໜັກເຖິງມິດຕະພາບ ທີ່ເໜືອກວ່າຄຳວ່າໄຊຊະນະ ແລະ ປະລາ​ໄຊໃນເກມກິລາ ຊຶ່ງໄດ້ມີການຟ້ອນລຳວົງໂດຍນັກກິລາ ແລະ ຜູ້ກ່ຽວຂ້ອງໃນຊີເກມຫຼາຍກວ່າ 8 ພັນຄົນ.

ນອກຈາກການສະແດງດັ່ງກ່າວແລ້ວ ສະຫະພັນໂອລິມປິດສາກົນ (IOC) ກໍ່ຍັງໄດ້ມອບຖ້ວຍລາງ ວັນໃຫ້​ແກ່ທ່ານ ສົມສະຫວາດ ​ເລັ່ງສະ​ຫວັດ ຮອງນາຍຍົກລັດຖະມົນຕີ, ຜູ້​ປະຈຳການຄະນະ ລັດ ຖະບານລາວ ໃນຖານະປະທານ ທີ່ສາມາດຈັດການແຂ່ງຂັນກິລາຊີເກມຄັ້ງທີ່ 25 ນີ້ໄດ້​ເປັນຢ່າງດີຢ້ຽມ ກັບທັງຍັງເປັນ ການ​ເສີມສ້າງ​ນ້ຳໃຈນັກກິລາເປັນຢ່າງດີອີກດ້ວຍ.

ມະຫາ​ກຳກິລາຊີເກມຄັ້ງທີ່ 25 ນີ້ ໄດ້ເລີ່ມຂຶ້ນຢ່າງ ເປັນທາງການໃນວັນທີ່ 9 ທັນວາ ແລະ ສິ້ນສຸດລົງ ຢ່າງເປັນທາງການໃນວັນທີ່ 18 ທັນວາ ທີ່ຜ່ານມານີ້. ມີການແຂ່ງຂັນກິລາ 25 ປະ​ເພດ ໂດຍຜົນສະຫລຸບ ຂອງການແຂ່ງຂັນນັ້ນ ກໍ່ປາກົດວ່າ ນັກກິລາໄທ ສາ ມາດຍາດໄດ້ຫຼຽນລາງວັນຫຼາຍທີ່ສຸດ ຊຶ່ງກໍ່ຄື 86 ຫຼຽນຄຳ 83 ຫຼຽນເງິນ 97 ຫຼຽນທອງແດງ. ຕິດຕາມ ດ້ວຍທີ​ມນັກກິລາຫວຽດນາມ ​ເຊິ່ງຍາດໄດ້ 83 ຫຼຽນ ຄຳ 75 ຫຼຽນເງິນ 57 ຫຼຽນທອງແດງ.

ສ່ວນປະເທດເຈົ້າພາບຊີເກມຄັ້ງຕໍ່ໄປໃນອີກ 2 ປີ ຕໍ່ໜ້ານີ້ ກໍ່ຄືອິນໂດນີເຊຍນັ້ນກໍ່​ໄດ້ຕາມມາ ເປັນ ອັນດັບ 3 ໂດຍຍາດໄດ້ 43 ຫຼຽນຄໍາ 53 ຫຼຽນເງິນ 74 ຫຼຽນທອງແດງ ຕິດຕາມມາດ້ວຍ ມາເລເຊຍ, ຟີລິບປີນ ແລະ ສິງກະໂປຕາມລໍາດັບ.

ສຳລັບທີມຊາດລາວທີ່ສົ່ງນັກກິລາເຂົ້າຮ່ວນການແຂ່ງຂັນໃນຊີເກມຄັ້ງນີ້ຫຼາຍທີ່ສຸດນັ້ນກໍ່ຕິດຕາມມາເປັນອັນດັບ 7 ຈາກທັງໝົດ 11 ປະເທດທີ່ເຂົ້າຮ່ວມການແຂ່ງຂັນໂດຍປະກົດ​ວ່າ ​ທີ​ມນັກກິລາທີ່ທີ​ມຊາດລາວ ກໍ່ສາ ມາດຍາດໄດ້ຫຼຽນລາງວັນເກີນຄາດໝາຍ ຊຶ່ງກໍ່ຄືໃນຊະນະທີ່ວາງເປົ້າໝາຍໄດ້ທີ່ 25 ຫຼຽນຄຳກໍ່ປະກົດ​ວ່າ ສາມາດຍາດມາໄດ້ເຖິງ 33 ຫຼຽນຄຳ 25 ຫຼຽນເງິນ 52 ຫຼຽນທອງແດງ ແລະ ຍາດໄດ້ຫຼຽນຄຳເກີນກວ່າ ຊີເກມເມື່ອ 2 ປີ ກ່ອນເຖິງ 28 ຫຼຽນຄຳອີກດ້ວຍ.

ສ່ວນປະເທດທີ່ຕາມຫຼັງທີມລາວນັ້ນກໍ່ປະກອບດ້ວຍມ້ຽນມາ, ກຳປູເຈຍ, ບຣູນາຍ, ແລະ ຕີມໍ້ຕາວັນອອກ ຕາມລຳດັບ.

XS
SM
MD
LG