ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະທານາທິບໍດີອີຣ່ານ ປະຕິເສດ ກ່ຽວກັບ ການສ້າງກົນໄກ ທີ່ເຮັດໃຫ້ ຣະເບີດນິວເຄລັຽແຕກ


ອີຣ່ານ - ນິວເຄລັຽ: ປະທານາທິບໍດີອີຣ່ານ ທ່ານ MAHMOUD AHMADINEJAD ບໍ່ ໄດ້ໃຫ້ຄວາມສຳຄັນ ຕໍ່ລາຍງານຂ່າວ ຂອງ ໜັງສືພິມອັງກິດ ທີ່ກ່າວວ່າ ອີຣ່ານກຳລັງພະ ຍາຍາມ ​ເຮັດກົນໄກ ທີ່ເຮັດໃຫ້ ຣະເບີດ ນິວເຄລັຽແຕກ. ໃນລາຍການສຳພາດ ປະທານາທິບໍ​ດີ​ອິຣ່ານ ທາງໂທຣະພາບ ທີ່ອອກອາກາດ ຢູ່ສະຫະຣັດ ໂດຍຕາໜ່າງ ໂທຣະພາບ ABC ໃນມື້ວານນີ້ ນັກຂ່າວ DIANE SAWYER ໄດ້​ສະ​ເນີ ເອກກະສານ ສະບັບນຶ່ງ​ ໃຫ້ທ່ານ AHMADINEJAD ທີ່ໜັງສືພິມ TIMES ຂອງ ກຸງລອນດອນ ໄດ້ຮັບມາ ທີ່ລາຍງານກ່າວວ່າ ເປັນລາຍລະອຽດ ກ່ຽວກັບວຽກ​ງານ ​ສ້າງກົນໄກ ສຳລັບ ຣະເບີດນິວເຄລັຽ ຂອງອີຣ່ານ. ປະທານາທິບໍດີ ອີຣ່ານ ບໍ່​ໃຫ້​ຄວາມ​ສົນ​ໃຈ ​ແກ່ເອກກະສານດັ່ງກ່າວ ແລະເວົ້າວ່າ ມັນເປັນການ ເສກສັນປັ້ນແຕ່ງ ຂອງຣັຖບານສະຫະຣັດ. ແຕ່ທີ່ປຶກສາຄົນນຶ່ງ ຂອງປະທານາທິບໍດີ OBAMA ກ່າວວ່າ ການກ່າວຫາ ຂອງທ່ານ AHMADINEJAD ເປັນເຣື່ອງເຫລວໄຫລ. ນອກນັ້ນແລ້ວ ໃນມື້ວານນີ້ ເຈົ້າໜ້າທີ່ອະວຸໂສ ທາງດ້ານທະຫານ ທ່ານນຶ່ງ ຂອງສະຫະຣັດ ກ່າວວ່າ ທຳນຽບ 5 ແຈ ຕ້ອງໄດ້ກຽມພ້ອມ ກ່ຽວກັບຊ່ອງທາງ ໃນການປະຕິບັດງານ ທາງທະຫານ ຕໍ່ຕ້ານໂຄງການນິວເຄລັຽ ຂອງອີຣ່ານ ໃນກໍຣະນີ ທີ່ປະທານາທິບໍດີ ມີຄຳສັ່ງໃຫ້ ພວກເຂົາເຈົ້າລົງມື.

ປາກິສຖານ: ເຈົ້າໜ້າທີ່ ປາກິສຖານ ກ່າວວ່າ ຜູ້ໂຈມຕີ ດ້ວຍຣະເບີດສະລະຊີບຄົນນຶ່ງໄດ້ບີບ ຄະນວນຣະເບີດ ໃຫ້ແຕກຂຶ້ນ ຢູ່ນອກ ສະໂມ ສອນນັກຂ່າວ ທີ່ເມືອງ PESHAWAR ໃນ ພາກຕາເວັນຕົກ ສຽງເໜືອ ຂອງປາກິສຖານ ເຮັດໃຫ້ມີ ຜູ້ເສັຽຊີວິດ 3 ຄົນ. ເຈົ້າໜ້າທີ່ກ່າວ ວ່າ ຕຳຣວດຄົນນຶ່ງ ໄດ້ຢຸດຄົນ​ຮ້າຍ ຢູ່ປະຕູທາງເຂົ້າ ສະໂມສອນນັກຂ່າວ ໃນວັນອັງຄານມື້ນີ້ ແລະ ພະຍາຍາມ ທີ່ຈະຄົ້ນຕົວຜູ້ກ່ຽວ ຊຶ່ງ​ໃນເວລານັ້ນ ຄົນ​ຮ້າຍ​ກໍໄດ້ບີບ ຄະນວນຣະເບີດ ໃຫ້ແຕກຂຶ້ນ. ເຫດຣະເບີດ ​ໃນ​ຄັ້ງນີ້ ເຮັດໃຫ້ ຕຳຣວດຄົນນັ້ນ ພ້ອມກັບ ນັກບັນຊີ ຂອງສະໂມສອນ ນັກຂ່າວ ແລະແມ່ຍິງຄົນນຶ່ງ ເສັຽຊີວິດ. ນອກນັ້ນ ຍັງໄດ້ເຮັດໃຫ້ ປ່ອງຢ້ຽມຂອງອາຄານແຕກ ​ແລະເຮັດໃຫ້ 17 ຄົນ ໄດ້ຮັບບາດເຈັບ ຮວມທັງ ຜູ້ໂດຍສານ ຢູ່ເທິງ ຣົດເມຄັນນຶ່ງ ທີ່ແລ່ນຜ່ານໄປ. ນີ້​ແມ່ນ ເປັນການໂຈມຕີ ເທື່ອທຳອິດ ຕໍ່ສື່ມວນຊົນ ທີ່ເມືອງ PESHAWAR ຊຶ່ງໄດ້ປະສົບ ການຖືກໂຈມຕີເລື້ອຍໆ ໃນໄລຍະ ບໍ່ເທົ່າໃດເດືອນ ຜ່ານມານີ້. ພວກຫົວຮຸນແຮງ ໄດ້ເພີ້ມທະວີ ການໂຈມຕີ ຢູ່ໃນທົ່ວປະເທດ ປາກິສຖານ ເພື່ອເປັນການແກ້ແຄ້ນ ຕໍ່ການທີ່ ກອງທັບປາກິສຖານ ໄດ້ບຸກໂຈມຕີ ກວດລ້າງ ເຂົ້າໄປໃນ ເຂດທີ່ໝັ້ນ ຂອງພວກກະບົດ ທາບີບານ ໃນພາກຕາເວັນຕົກ ສຽງເໜືອ ຂອງປາກິສຖານ.

ເກົາຫລີ: ສື່ມວນຊົນຂອງເກົາຫລີໃຕ້ລາຍງານ ວ່າ ຊາວເກົາຫລີເໜືອ 7 ຄົນໄດ້ພາກັນຂີ່ເຮືອ ນ້ອຍລຳນຶ່ງ ຂ້າມເຂດແດນ ໃນທະເລເຫລືອງ ທີ່ຍັງເປັນບັນຫາ ຖົກຖຽງໂຕ້ແຍ້ງກັນນັ້ນ. ອົງ ການຂ່າວຢອນຮັບ ຂອງເກົາຫລີໃຕ້ ລາຍງານ ວ່າ ເຈົ້າໜ້າທີ່ຍາມຝັ່ງ ໄດ້ພົບເຫັນ ຊາວເກົາຫລີເໜືອຈຸນີ້ ໃນຕອນບ່າຍມື້ວານ ຫລັງຈາກເຂົາເຈົ້າ ໄດ້ຂ້າມຊາຍແດນ ທາງທະເລ ທາງກ້ຳຕາເວັນຕົກ ຂອງເກົາຫຫລີໃຕ້. ເຈົ້າໜ້າທີ່ ເກົາຫລີໃຕ້ ກຳລັງສອບປາກຄຳ ຊາວເກົາຫລີເໜືອຈຸນີ້ ກ່ຽວກັບວ່າ ພວກເຂົາເຈົ້າ ໄດ້ພາກັນໂຕນໜີ ຫລືພຽງ​ແຕ່ໄດ້ ຂີ່ເຮືອ ຫລົງເຂົ້າມາ ໃນເຂດເກົາຫລີໃຕ້ ໂດຍບັງເອີນ ເທົ່ານັ້ນ. ເຫດການທີ່ວ່ານີ້ ໄດ້ເກີດຂຶ້ນ ຂະນະທີ່ ເກົາຫລີເໜືອ ໃນມື້ວານນີ້ ໄດ້ກຳນົດໃຫ້ ເຂດແດນທາງທະເລ ໃນບໍຣິເວນດັ່ງກ່າວ ເປັນ​ເຂດ​ຍິງ​ໄດ້ ແລະເຕືອນ ກຳລັງທະຫານ ຂອງເກົາຫຼີໃຕ້ ບໍ່ໃຫ້ເຂົ້າໄປ ໃນບໍຣິເວນດັ່ງກ່າວ. ໃນຮອບ ທົສວັດຜ່ານມານີ້ ກອງທັບເຮືອ ຂອງເກົາຫຼີເໜືອ ແລະເກົາຫຼີໃຕ້ ໄດ້ປະທະກັນ ມາສອງ​ເທື່ອ​ແລ້ວ ໃນເຂດນ່ານນ້ຳ ທີ່ຍັງມີການ ຂັດແຍ້ງກັນຢູ່ນັ້ນ. ກະຊວງທ້ອນໂຮມຊາດ ຂອງເກົາຫລີໃຕ້ ກ່າວວ່າ ມີຊາວເກົາຫລີເໜືອ ຫລາຍກວ່າ 16 ພັນຄົນ ໄດ້ໂຕນໜີ ມາຍັງເກົາຫລີໃຕ້ ນັບແຕ່ ສົງຄາມເກົາຫລີ ໄດ້ສິ້ນສຸດລົງ ໃນປີ 1953. ສ່ວນໃຫຍ່ ແມ່ນໄດ້ໂຕນໜີ ໃນໄລຍະ 10 ຜ່ານມານີ້.

ກຳປູເຈັຽ - ຈີນ: ປັກກິ່ງ ໄດ້ປະຕິເສດ ໃນວັນອັງ ຄານມື້ນີ້ວ່າ ຕົນບໍ່ໄດ້ ເອົາການໃຫ້ຄວາມຊ່ອຍເຫລືອ ແກ່ກຳປູເຈັຽ ເປັນເງື່ອນໄຂ ບີບ​ບັງຄັບ​ ໃຫ້​ກຳ​ປູເຈັຽ ຕັດສິນໃຈສົ່ງ ຊາວວີເກີ້ມຸສລິມຈຸນຶ່ງ ທີ່ຊອກຫາຊ່ອງ ທາງຂໍລີ້ພັຍ ຢູ່ກຳປູເຈັຽນັ້ນ ກັບຄືນ​ໄປ​ຈີນ. ໂຄສົກ ກະຊວງ ການຕ່າງປະເທດຈີນຄົນນຶ່ງ ເອີ້ນການເນຣະເທດ ຊາວວີເກີ້ວ່າ ເປັນເຣື່ອງພາຍໃນ ຂອງກຳປູເຈັຽ ແລະກ່າວວ່າ ຊາວວີເກີ້ບາງຄົນ ແມ່ນເປັນຜູ້ຕ້ອງສົງສັຍວ່າ ​ໄດ້​ມີກິຈກັມ ທີ່ເປັນອາຊຍາກັມ. ຈີນໄດ້ລົງນາມ ໃນຂໍ້ຕົກລົງ ໃຫ້ການຊ່ອຍເຫຼືອ 14 ສະບັບ ແກ່ກຳປູເຈັຽໃນ ວັນຈັນວານນີ້ ທີ່ມີມູນຄ່າທັງໝົດ ເກືອບ 1 ພັນລ້ານໂດລາ 2 ມື້ຫລັງຈາກ ກຳປູເຈັຽ ໄດ້ປະຕິບັດຕາມ ການຮ້ອງຂໍຂອງປັກກິ່ງ ທີ່ຢາກໃຫ້ສົ່ງ ຊາວວີເກີ້ 20 ຄົນ ກັບຄືນໄປຍັງປະເທດຈີນ. ຮອງປະທານປະເທດຈີນ ທ່ານ XI JINPING ເປັນຜູ້ກຳກັບ​ເບິ່ງນຳ ການເຊັນຂໍ້ຕົກລົງ ຊ່ວຍ​ເຫລືອ​ດັ່ງກ່າວ ໃນລະຫວ່າງ ການຢ້ຽມຢາມ ກຳປູ​ເຈັຽ ເປັນເວລາ 3 ມື້​. ທ່ານນາງ REBIYA KADEER ນັກເຄື່ອນໄຫວ ຊາວວີເກີ້ ທີ່ລີ້ພັຍຢູ່ ໃນສະຫະຣັດ ຂຽນລົງໃນໜັງສືພິມ WALL STREET JOURNAL ວ່າ ການຕັດສິນໃຈ ຂອງກຳປູເຈັຽ ແມ່ນໄດ້ຮັບອິດທິພົນ ຈາກການກົດດັນຢ່າງໃຫຍ່ ຈາກຈີນ ໂດຍມີເງິນຊ່ອຍເຫລືອ ຫລາຍຮ້ອຍລ້ານໂດລາ ເປັນເດີມພັນ.

ໃຕ້ຫວັນ - ຈີນ: ພວກນັກການທູດອະວຸ ໂສຂອງໃຕ້ຫວັນ ແລະຈີນແຜ່ນດິນໃຫຍ່ໄດ້ ພົບປະກັນ ເພື່ອເຈຣະຈາຫາຣື ກ່ຽວກັບ ເຣື່ອງການຄ້າໃນວັນອັງຄານມື້ນີ້ ທ່າມກາງ ການປະທ້ວງ ຂອງປະຊາຊົນ ທີ່ມີຄວາມວິ ຕົກກັງວົນ ຢ້ານວ່າ ການເຈຣະຈາດັ່ງກ່າວ ອາດຈະນຳ​ໄປ​ສູ່ ການທ້ອນໂຮມໃຕ້ຫວັນ ເຂົ້າກັບຈີນແຜ່ນດິນໃຫຍ່ໃນທີ່ສຸດນັ້ນ. ໄດ້ ມີການສົ່ງ ກຳລັງຕຳຣວດໄປຍາມຮັກສາການ ຢ່າງ​ແໜ້ນໜາ ຢູ່ຂ້າງນອກ ຂອງໂຮງແຮມ TAICHUNG ບ່ອນທີ່ ທູດພິເສດຂອງຈີນ ທ່ານ CHEN YUNLIN ໄດ້ພົບປະ ເປັນຄັ້ງ ທີ 4 ກັບທ່ານ CHIANG PIN KUNG ນັກ ເຈຣະຈາ ຂອງໃຕ້ຫວັນ ກ່ຽວກັບຂໍ້ຕົກລົງ ການຄ້າເສຣີ. ນອກນັ້ນແລ້ວ ຍັງເປັນທີ່ຄາດກັນວ່າ ທັງສອງຝ່າຍ ຍັງຈະໄດ້ລົງນາມ ໃນຂໍ້ຕົກລົງ ທາງດ້ານການຄ້າ ອີກ 3 ສະບັບ. ສື່ມວນຊົນຂອງຈີນ ລາຍງານວ່າ ສ່ວນຂໍ້ຕົກລົງ ສະບັບທີ 4 ກ່ຽວກັບເຣື່ອງ ການເກັບພາສີນັ້ນ ໄດ້ຖືກຍົກ​ເລີກ ຈາກຫົວຂໍ້ ຂອງການປະຊຸມ. ພວກນັກເຄື່ອນໄຫວ ຈາກພັກປະຊາທິປະໄຕກ້າວໜ້າ ຊຶ່ງເປັນພັກຝ່າຍຄ້ານ ຂອງໃຕ້ຫວັນ ໄດ້ປະກາດວ່າ ຈະສືບຕໍ່ ການປະທ້ວງ ຢູ່ນອກໂຮງແຮມ ບ່ອນທີ່ທ່ານ CHEN ພັກເຊົາຢູ່ນັ້ນ ຕລອດ​ເວລາ​ 5 ມື້ ທີ່ທ່ານ​ຢ້ຽມຢາມ ໃຕ້ຫວັນ.

ໂຄລັມເບັຽ: ເຈົ້າໜ້າທີ່ໂຄລັມເບັຽກ່າວວ່າ ເຈົ້າ ແຂວງຄົນນຶ່ງ ໄດ້ຖືກລັກພາໂຕໄປ ຈາກເຮືອນ ຂອງ ທ່ານ ໂດຍສະມາຊິກ ຂອງກຸ່ມກຳລັງປະກອບອາວຸດ ປະຕິວັດໂຄລັມເບັຽ ທີ່ເອີ້ນຫຍໍ້ ເປັນພາສາອັງກິດວ່າ FARC ນັ້ນ. ທ່ານ LUIS FRANCISCO CUELLAR ເຈົ້າແຂວງໆ CAQUETA ໃນພາກໃຕ້ ຂອງໂຄລັມເບັຽ ໄດ້ຖືກລັກພາໂຕ​ໄປ ໃນມື້ວານນີ້ ທີ່ເມືອງ FLORENCE ຊຶ່ງເປັນເມືອງເອກ ຫລືທີ່ວ່າການແຂວງ ໃນລະຫວ່າງ ການບຸກໂຈມຕີ ເຮືອນຂອງທ່ານ ໂດຍພວກທີ່ ສົງສັຍວ່າ ເປັນກຸ່ມກະບົດ ກຳລັງປະກອບອາວຸດ ປະຕິວັດ ໂຄລັມເບັຽ. ຕຳຣວດຄົນນຶ່ງ ທີ່ຍາມຢູ່ເຮືອນເຈົ້າແຂວງ ໄດ້ເສັຽຊີວິດ ໃນເຫດຣະເບີດ ລະຫວ່າງ ການບຸກໂຈມຕີ. ກຸ່ມ FARC ໄດ້ກໍ່ກະບົດ ຕໍ່ຕ້ານຣັຖບານ ມາໄດ້ 4 ທົສວັດແລ້ວ ​ແຕ່​ຖັນ​ແຖວ​ຂອງ​ພວກ​ເຂົາ​ ໄດ້​ຖືກ​ທັບ​ມ້າງ ທຳລາຍຢ່າງໜັກ ໃນໄລຍະ ສອງ-ສາມປີ ຜ່ານມານີ້ ຍ້ອນການບຸກໂຈມຕີ ທີ່ຍັງດຳເນີນຢູ່ຕໍ່ມາ ຂອງກອງທັບ ໂຄລັມເບັຽ. ເຈົ້າໜ້າທີ່ເຊື່ອວ່າ ພວກກະບົດຈຸນີ້ ຍັງຈັບ ເຈົ້າໜ້າທີ່ຕຳຣວດ ແລະທະຫານ 20 ກວ່າຄົນ ໄວ້ເປັນໂຕປະກັນ.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG