ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະຊາຊົນຫລາຍໝື່ນຄົນໄປຮ່ວມພິທີສົ່ງສະການຜູ້ນຳຝ່າຍຄ້ານຣັຖບານອິຣ່ານ


ອິຣ່ານ: Web sites ຂອງ​ຝ່າຍ​ຄ້າຍ​ໃນ​ອິຣ່ານກ່າວ​ວ່າ ພວກ​ໄວ້ອາ​ໄລ​ຈຳນວນ ຫລາຍ​ໝື່ນ​ຄົນ​ພາກັນ​ໄປ​ຮ່ວມ​ສົ່ງ​ສະການນັກບວດ Grand Ayato-llah Hossein Ali Motazeri ​ອະດີດ​ຜູ້ນຳ​ສາດ​ສະໜາ​ທ່ີ​ຄັດຄ້ານຣັຖ ບານ​ອິຣ່ານນັ້ນ. ລາຍ​ງານ​ຂ່າວ​ເວົ້າ​ວ່າ ພວກ​ໄວ້​ອາ​ໄລ​ພາກັນ​ເຕົ້າ​ ໂຮມ​ກັນ​ໃນ​ວັນ​ຈັນ​ມື້​ນີ້ ທ່ີ​ເມືອງ Qom ​ເມືອງ​ສາສະໜາ​ໃນ​ພາກ​ເໜືອ ບ່ອນ​ທ່ີ​ທ່ານ Ali Montazeri ​ໄດ້​ເຖິງ​ແກ່​ມໍຣະນະ​ກັມ​ໄປ​ໃນວັນອາທິດ​ວານ​ນີ້ ​ຮວມອາຍຸໄດ້ 87 ປີ ​ແລະ​ວ່າ ມີຝູງ​ຊົນຈຳນວນ​ຫລາຍ​ ໄປ​ເຕົ້າ​ໂຮມ​ກັນຢູ່​ຂ້າງ​ນອກ​ຂອງ​ ບ້ານ​ພັກ​ຂອງ​ຜູ້ກ່ຽວ​ ຢູ່​ໃນ​ເມືອງ Qom ເພື່ອ​ໄປສະ​ແດງ​ຄວາມ​ເຄົາຣົບນັບຖື​ຂອງ​ເຂົາ​ເຈົ້າ​ ແລະພາກັນ​ຮ້ອງ​ໂຮ ຊື່​ຂອງ​ທ່ານ​.
ບັນດາ​ຜູ້ນຳ​ຫົວ​ປະຕິ​ຮູບ​ຂອງ​ອິຣ່ານ ຄື​ທ່ານ Mir Hossein Mousavi ​ແລະ​ທ່ານ Mehdi Karroubi ​ໄດ້​ພາກັນ​ປະກາດໃຫ້​ວັນ​ຈັນ​ມື້​ນີ້​ ເປັນ​ວັນໄວ້ອາ​ໄລ​ນຳ​ນັກບວດ​ທ່ານ​ນີ້ ​ແລະ​ຮຽກຮ້ອງ​ໃຫ້​ພວກ​ສະໜັບສະໜຸນ​ທ່ານ​ ໄປ​ຮ່ວມໃນພິທີ​ສົ່ງສະການ​. ສ່ວນຣັຖບານ​ອິຣ່ານໄດ້​ຫ້າມພວກ​ສື່​ມວນ​ຊົນ​ຕ່າງປະ​ເທດ ​ໄປ​ຕິດຕາມ ເອົາ​ຂ່າວ​ເຫດການນີ້.
ພວກ​ຫົວ​ປະຕິ​ຮູ​ບອິຣ່ານ​ ໄດ້​ສວາຍໃຊ້ຫລາຍໆ​ໂອກາດ​ໃນ​ວັນ​ລະ​ລຶກ​ເຖິງ​ແຫ່ງ​ຊາດ​ ຫວ່າງ​ໄວໆ​ຜ່ານ​ມາ​ນີ້​ ເປັນ​ຈຸດຊຸມນຸມ​ຊົນ​ເພື່ອ​ທຳ​ການ ປະ​ທ້ວງ​ຕໍ່ຕ້ານຣັຖບານ. Ayatollah Montazeri ​ໄດ້ກ່າວ​ຫາພວກ
​ຄະນະ​ນຳພາ​ຂອງ​ອິຣ່ານ​ໃນ​ປັດຈຸບັນ​ຊ້ຳ​ແລ້ວ​ຊ້ຳ​ອີກ ວ່າ​ປັກ​ຄອງ​ປະ​ເທດ​ແບບ​ຜະ​ເດັດ​ການ​ໂດຍ​ໃຊ້​ສາສະໜາ​ອີສລາມ​ເປັນ​ສາກ​ບັງ​ໜ້າ ​ແລະ​ທ່ານ​ໄດ້​ຖືກກັກ​ບໍລິ​ເວນໃຫ້​ຢູ່ ໃນ​ບ້ານ​ເຮື​ອນມາ​ເປັນ​ເວລາ​ດົນ​ນານ.
ກ່ຽວ​ກັບ​ເຢ​ເມນ: ພວກະບົດ​ເຢ​ເມນ​ນິການ​ຊີ​ໄອ ກ່າວ​ຫາ​ກຳລັງ​ຂອງ Saudi Arabia​ເຂັ່ນຂ້າ​ປະຊາ ຊົນ 54 ຄົນ​ດ້ວຍ​ການ​ໂຈມ​ຕີ​ທາງ​ອາກາດ​ໃສ່​ເມືອງ​ນຶ່ງໃນ​ພາກ​ເໜືອ​ຂອງ​ເຢ​ເມນ. ພວກ​ກະບົດ​ນິກາຍ
Shi;ite Zaidi ກ່າວ​ວ່າ ຝູງ​ເຮືອບິນຣົບຂອງ Saudi Arabi ​ໄດ້​ທຳ​ການ​ໂຈມ​ຕີ​ທາງ​ອາກາດ ​ດັ່ງກ່າວ​ໃນ​ວັນ​ອາທິດວານ​ນີ້ ​ໂດຍ​ໄດ້​ທຳລາຍ​ເຮືອນ 5 ຫລັງ​ໃນ​ເມືອງ Razch ​ໃນ​ແຂວງSaada ​ແລະ​ເວົ້າ​ຕໍ່​ໄປ​ວ່າ ພວກ ​ທ່ີ​ເສັຍ​ຊີວິດ​ໄປ​ນັ້ນ​ແມ່ນ​ຮວມທັງ​ພວກແມ່ຍິງ​ແລະ​ເດັກນ້ອຍ. ບໍ່​ມີ​ຖ້ອຍ​ຖະ​ແຫລ​ງ​ໃດໆ​ອອກ​ມາ​ໃນ​ ເວລາ​ນີ້​ຈາກ Saudi Arabiaກ່ຽວ​ກັບ​ຂໍ້​ກ່າວ​ຫາ​ເຫລົ່າ​ນີ້ ​ແລະ​ກໍ​ບໍ່​ມີ​ແຫ​ລ່ງຂ່າວ​ທ່ີ​ເປ​ນອິດສະຣະຢືນຢັນ​ການ​ໂຈມ​ຕີ​ທາງ​ ອາກາດ​ທ່ີ​ວ່າ​ນີ້. ກຳລັງ​ຂອງ Saudi Arabiaໄດ້​ເລີ້ມ​ທຳ​ການ​ໂຈມ​ຕີ​ພວກ​ກະ ບົດ​ເຫລົ່າ​ນີ້ ທີ່​ເອີ້ນ​ກັນ ​ອີກ​ຊື່​ນຶ່ງ​ວ່າ Houthis ​ໃນ​ເດືອນ​ແລ້ວ​ນີ້ ຫລັງ​ຈາກ​ພວກ​ກະບົດ​ໄດ້​ສັງຫານ​ພວກ​ທະຫານ​ຍາມ Saudi Arabia 2 ຄົນ​ໃນ​ການ​ຍິງ​ຕໍ່ສູ້ກັນ​ຂ້າມ​ຊາຍ​ແດນ​ນັ້ນ.
​ໄຕ້​ຫວັນ​ແລະ​ຈີນ: ​ເຈົ້າໜ້າ​ທີ່ເຈຣະຈາ​ຂັ້ນ​ສູງ​ຂອງຈີນ​ກ່ຽວ​ກັບ​ໄຕ້​ຫວັນ​ເດີນທາງ​ໄປ​ຮອດ​ເກາະ​ໄຕ້​ຫວັນ​ໃນ​ວັນ​ຈັນ​ມື້​ນີ້​ ເພື່ອ​ທຳ​ການ​ໂອ້​ລົມ​ສົນທະນາ​ກັນ​ເຣື່ອງ ສາຍ​ພົວພັນ​ດ້ານການ​ຄ້າ​ກັບຄູ່​ຕຳ​ແໜ່​ງຂອງ​ທ່ານ.
ທ່ານ Chen Yunlin ​ເດີນທາງ​ໄປ​ຮອດ​ສະໜາມ​ບິນ​ເມືອງ​ໄຕ​ຈຸ​ງ ​ໃນພາກ​ກາງຂອງ​ເກາະ​ໄຕ້​ຫວັນ ​ ພາຍ​ໃຕ້​ການ​ຮັກສາ​ຄວາມ​ປອດ​ໄພ​ຢ່າງ​ເຄັ່ງ​ຄັດ. ​ໃນ​ລະຫວ່າງ​ການ​ຢ້ຽມຢາມ​ເປັນ​ເວລາ 5 ມື້ ທ່ານ​ມີ​ໝາຍ​ກຳນົດ​ທ່ີ​ຈະ​ໂອ້​ລົມ​ກັນ​ກັບ​ທ່ານ​ຈຽງ​ປິນກຸງ ຫົວໜ້າ​ເຈຣະຈາ​ຝ່າຍ​ໄຕ້ ຫວັນ ກ່ຽວ​ກັບ​ເຣື່ອງການ​ເຮັດຂໍ້​ຕົກລົງ​ການ​ຄ້າ​ເສຣີກັນ​ຢ່າງ​ກວ້າງ ຂວາງ​. ນອກ​ນັ້ນ ທ່ານ Chen ຍັງ​ຈະ​ລົງ​ນາມ​ໃນ​ສັນຍາ​ການ​ຄ້າໃໝ່​ສີ່ສະບັບ ​ກັບ​ເຈົ້າ​ໜ້າ​ທ່ີ​ໄຕ້​ຫວັນ. ການ​ຢ້ຽມຢາມ​ຂອງ​ທ່ານ Vhen Yunlin ມີ​ຂຶ້ນ​ໃນ​ເວລາ​ນຶ່ງ​ມື້​ຫລັງ​ຈາກ​ປະຊາຊົນ​ຫລາຍ​ພັນ​ຄົນ​ພາກັນເດີນ​ຂະ​ບວນ ຜ່ານ​ເມືອງ​ໄຕ​ຈຸ​ງ ​ເພື່ອປະ​ທ້ວງ​ການ​ພົບ​ປະ​ເຈຣະຈາ​ກັນ​ນີ້ ຊຶ່ງພວກ ເຂົາເຈົ້າ​ຢ້ານ​ວ່າ ​ຈະ​ພາ​ໃຫ້​ມີ​ການ​ທ້ອນ​ໂຮມເຂົ້າກັນ​ກັບ​ແຜ່ນດິນ​ໃຫຍ່ ໃນບັ້ນສຸດ​ທ້າຍນັ້ນ. ພວກ​ເດີນ​ຂະ​ບວນ​ພາກັນ​ຮ້ອງ ​ໂຮ​ຄຳ​ຂວັນ​ຕ່າງໆ​ທ່ີ​ນິຍົມ​ເອກ​ກະຣາດ​ ແລະ​ໂບກ​ປ້າຍ​ຄຳ​ຂວັນ​ຕໍ່ຕ້ານ​ຈີນ​ ເພື່ອ​ປະ​ທ້ວງ​ຕໍ່​ການ​ຢ້ຽມຢາມ​ຂອງ​ ທ່ານ Chen Yunlin ຄັ້ງ​ນີ້. ​ຕຳຫລວກ​ກະ​ປະມານ​ວ່າພວກເດີນ​ຂະ​ບວນ ມີ​ຈຳນວນໃນ​ລະຫວ່າງ 20 ຫາ 30ພັນ​ຄົນ.
ສະຫະຣັດປະນາມ​ກຳປູ​ເຈັຍ: ສະຫະຣັດປະນາມ​ການ​ຕັດສິນ​ໃຈ​ຂອງ​ກຳປູ​ເຈັຍ​ໃນ​ການ​ເນຣະ​ເທດ ​ຊາວ​ມຸສລິ​ມ​ເຜົ່າ ວີ​ເກີ້(Uighur) 20 ຄົນ​ທ່ີໄດ້ພາກັນ​ຫລົບໜີ​ຈາກ​ພາກ​ຕາ​ເວັນຕົກ​ສຽງ​ເໜືອ​ຂອງ​ຈີນ ​ເຂົ້າ​ໄປ​ຢູ່​ໃນ​ກຳປູ​ເຈັຍ ​ຫລັງ​ຈາກ​ເກີດ​ຄວາມ​ວຸ້ນວາຍ​ຂຶ້ນ​ລະຫວ່າງ​ຊົນ​ຊາດ​ຊົນ​ເຜ່ົາ​ໃນ​ຕົ້ນ​ປີ​ນີ້. ຖະ​ແຫລ​ງການ​ສະບັບ​ນຶ່ງ​ ​ຈາກ​ກະຊວງ​ການ​ຕ່າງປະ​ເທດ​ສະຫະຣັດ ກ່າວ​ວ່າ ຣັຖບານ​ຂອງ​ທ່ານ​ໂອ​ບາ​ມາ​ມີ​ຄວາມ​ກັງວົນໃຈ​ຢ່າງ​ເລິກ​ເຊິ່ງ ນຳການ​ຕັດ​ສິນ​ໃຈ​ຂອງຣັຖບານ​ກຳປູ​ເຈັຍ​ ທ່ີໄດ້ເນຣະເທດ​ພວກ​ອົບ​ພະ ຍົບ​ເຫລົ່າ​ນີ້​ແບບ​ບັງຄັບ​ນັ້ນ. ​ຖະ​ແຫລ​ງການຍັງ​ກ່າວ​ຕໍ່​ໄປ​ວ່າ ​ເຫດການ​ທ່ີ​ວ່າ​ນີ້​ຈະ​ສົ່ງ​ຜົນ​ກະທົບ​ໃຫ້​ແກ່ສາຍ​ພົວພັນ​ຂອງ​ກຳປູ​ເຈັຍ​ກັບ​ສະຫະຣັດ​ ແລະສະຖານະ​ພາບຂອງ​ກຳປູ​ເຈັຍ​ໃນ​ເວທີ​ສາກົນ. ນອກ​ນີ້ ຖະ​ແຫລ​ງການ​ຍັງກ່າວ​ຕື່ມ​ວ່າ ສະຫະ ຣັດມີ​ຄວາມ​ເປັນ​ຫ່ວງ ຢ່າງ​ເລິກ​ເຊິ່ງ​ເຊັ່ນ​ກັນ​ ກ່ຽວ​ກັບ​ສວັດ​ດີກາ​ນຂອງ​ພວກ​ຊາວວີ​ເກີ້ ທ່ີ​ພະຍາຍາມ​ຊອກ​ຫາ​ທາງ​ປ້ອງ​ກັນ​ໂຕ​ ພາຍ​ໃຕ້​ກົດໝາຍ​ສາກົນ​ນັ້ນ. ພວກ​ມຸສລິ​ມ​ເຜົ່າວີ​ເກີ້ ກຸ່ມ​ນີ້ໄດ້​ຫລົບໜີ​ຈາກ​ຈີນ​ໄປ ຫລັງ​ຈາກເກີດ​ ຄວາມ​ວຸ້ຍວາຍ​ຂຶ້ນ​ໃນ​ຂົງ​ເຂດ​ຊິນ​ຈຽງ​ໃນ​ຕົ້ນ​ປີ​ນີ້. ເປັນດັ່ງທ່ີ​ຄາດ​ກັນ​ໄວ້​ ​ພວກວີ​ເກີ້ຖືກ​ເນຣະ​ເທດ​ ກ່ອນ​ຮອງ​ປະທານ​ປະເທດ​ຈີນ ທ່ານ Xi Jinping ​ເດີນທາງ​ໄປ​ຮອດ​ໃນ​ວັນ​ອາທິດ​ວານ​ນີ້ ເພື່ອ​ທຳ​ການ​ຢ້ຽມຢາມ​ກຳປູ​ເຈັຍ​ຢ່າງ​ເປັນ​ທາງ​ການ​.
ທີ່ອັຟກາ​ນີສຖານ: ບັນດາ​ເຈົ້າ​ໜ້າ​ທ່ີ​ອັຟກາ​ນີສຖານ​ກ່າວ​ວ່າ ພວກ​ຫົວ​ຮຸນ​ແຮງ​ກຸ່ມ​ຕາ​ລີ​ບັນ ໄດ້​ເຂົ້າ​ຍຶດ​ເອົາ​ອາຄານ​ຫລັງ​ນຶ່ງ​ ໃນເມືອງຫລວງ​ຂອງ​ແຂວງ​ທາງພາກ ຕາ​ເວັນ​ອອກ​ແຫ່ງ​ນຶ່ງ ຊຶ່ງ​ໄດ້​ກະ​ຕຸ້ນ​ໃຫ້​ມີ​ການ​ຕໍ່ສູ້​ກັນ​ກັບ​ຕຳຫລວດ​ ຍັງ ຜົນ​ໃຫ້​ພວກ​ທຳ​ການໂຈມ​ຕີ​ ເສັຍ​ຊີວິດ​ໄປ 3 ຄົນ.
ບັນດາ​ເຈົ້າ​ໜ້າ​ທ່ີ​ກ່າວ​ວ່າ ພວກ​ຫົວ​ຮຸນ​ແຮງ​ທີ່​ຖືອາວຸດ​ໜັກ ​ແລະນຸ່ງເສື້ອກັ໊ກ​ບັນຈຸ​ລະ​ເບີດ​ສະລະ​ຊີບ ໄດ້​ພາກັນ​ບຸກ​ເຂົ້າ​ໄປໃນ​ອາຄານ​ຫລັງ​ນຶ່ງ​ໃນ​ວັນ​ຈັນ​ມື້​ນີ້​ ຢູ່​ໃກ້ໆ​ກັບ​ສະຖານີ​ຕຳຫລວດ​ແຫ່ງ​ນຶ່ງໃນ​ເມືອງ Gardez ​ເມືອງຫລວງ​ຂອງ​ແຂວງ Paktia ​ແລະວ່າພວກ​ຫົວ​ຮຸນ​ແຮງ ຢ່າງ​ນ້ອຍຄົນ​ນຶ່ງ ​ເສັຍ​ຊີວິດ ​ເວລາ​ເສື້ອ​ບັນຈຸ​ລະ​ເບີດ​ສະລະ​ຊີບ​ ລະ​ເບີດ​ຂຶ້ນ​ໃນ​ລະ​ວ່າງການ​ຍິງ​ຕໍ່ສູ້​ກັນ​. ບັນດາ​ເຈົ້າ​ໜ້າ​ທ່ີ​ກ່າວ​ວ່າ ພວກ​ຫົວ​ຮຸນ​ແຮງ ​ຄົນ​ນຶ່ງ​ຫລື 2 ຄົນ​ຍັງ​ສືບ​ຕໍ່​ທຳ​ການ​ຕ້ານ​ຢັນ​ຢູູຕໍ່​ມາ. ຝ່າຍກຸ່ມ​ຕາ​ລີ​ບັນ​ກ່າວ​ວ່າ ມີພວກ​ຫົວ​ຮຸນ​ແຮງ 5 ຄົນ​ທຳ​ການ​ບຸກ​ ໂຈມ​ຕີ​ຄັ້ງ​ນີ້. ຮ້ານ​ຄ້າ​ຮ້ານ​ຂາຍໄດ້​ປິດ​ລົງ​ໃນ​ໃຈ​ກາງ​ເມືອງ Gardez ຂະນະ​ທ່ີ​ພວກ​ຊາວ​ເມືອງ​ ​ລໍຖ້າ​ໃຫ້ການ​ຕໍ່ສູ້​ກັນ​ ​ຍຸຕິ​ລົງ.

XS
SM
MD
LG