ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ນາງ Samantha Orobator ໄດ້ຍື່ນອຸທອນຕໍ່ສານອັງກິດ ໃຫ້ປ່ອຍຕົວນາງ


ນາງສາແມນທາ ໂອໂຣບາຕໍ, ແມ່ຍິງຊາວ ອັງກິດ ທີ່ຖືກສານຂອງລາວຕັດສິນຈຳຄຸກ ຕະຫຼອດຊີວິດໃນກໍລະນີຄວາມຜິດກ່ຽວກັບ ຢາ​ເສບ​ຕິດ​ນັ້ນ ໄດ້ຍື່ນອຸທອນ​ຕໍ່ສານ​ໃນ​ ປະ​ເທດ​ອັງກິດ ​ເພື່ອ​ຂໍ​ໃຫ້ນາງເປັນອິດສະລະ ໂດຍໃຫ້ເຫດຜົນວ່າ ນາງໄດ້ທຳຄວາມຜິດ ຍ້ອນຖືກ​ຂົ່ມຂູ່ວ່າຈະເອົາຊີວິດຢູ່ໃoລາວ ແລະ ​ໃນ​ລະຫວ່າງ​ທີ່ຖືກດຳເນີນຄະດີຢູ່ໃນ ລາວນັ້ນ ກໍ​ໄດ້ຖືກກົດດັນຕ່າງໆນາໆ.

ຊື່​ມວນ​ຊົນ ໃນ​ກຸງ​ລອນ​ດອນ ປະ​ເທດ​ອັງກິດ ​ໄດ້​ລາຍ​ງານ​ວ່າ ທ່ານ Edward Fitzgerald ທະ ນາຍຄວາມຂອງນາງ ສາ ແມນທາ ໂອໂຣບາຕໍ ຜູ້ຕ້ອງຫາກະທຳ ຄວາມຜິດ ໃນຄະດີກ່ຽວກັບການລັກລອບ ຂົນຢາເສບຕິດ ທີ່ຖືກສານປະຊາຊົນ​ລາວຢູ່​ນະຄອນຫລວງ​ວຽງຈັນ ຕັດສິນ​ຈຳ​ຄຸກຕະ ຫລອດຊີວິດ ​ແລະ ​ໄດ້​ສົ່ງ​ຕົວ​ໃຫ້​ແກ່​ທາງ​ການ​ອັງກິດ​ ​ໃນ​ຖານະ​ຜູ້​ຮ້າຍ​ຂ້າມ​ແດນ ນັບ​ຕັ້ງ​ ແຕ່​ເດືອນ​ສິງຫາ​ເປັນຕົ້ນມາ​ແລ້ວນັ້ນ ​ໄດ້​ຍື່ນ​ອຸທອນ​ຕໍ່ສານ​ໃນ​ປະ​ເທດ​ອັງ​ກິດ ​ເພື່ອ​ຂໍ​ໃຫ້​ປ່ອຍ​ຕົວ​ນາງ ສາແມນທາໃຫ້​ເປັນອິສະລະ ​ເມື່ອ​ວັນ​ທີ 8 ທັນ​ວາ ທີ່​ຜ່ານ​ມານີ້. ​ທະນາຍ ຄວາມຜູ້​ດັ່ງກ່າວ​ນີ້ ​ໄດ້​ໃຫ້​ເຫດຜົນ​ຕໍ່ສານ​ອຸທອນ​ໃນ​ປະ​ເທດ​ອັງກິດ​ວ່າ ສາ​ເຫດ​ ທີ່​ເຮັດ​ໃຫ້​ນາງ ສາແມນທາ ຕ້ອງ​ກະທຳ​ຄວາມ​ຜິດ​ດັ່ງກ່າວ​ຢູ່​ໃນ​ປະ​ເທດ​ລາວ ​ແລະ ກໍ​ໄດ້ ​ຖືກ​ຕັດສິນ​ໂທດ​ໄປ​ແລ້ວນັ້ນ ກໍ​ຍ້ອນ​ວ່າ ນາງ​ໄດ້​ຖືກ​ການ​ຂົ່ມ​ຂູ່ວ່າ​ຈະເອົາ​ຊີວິດ​ໂດຍ​ຜູ້​ຊາຍ​ຊາວ ໄນຈີເຣຍ ສອງ​ຄົນ​ຢູ່​ໃນ​ປະ​ເທດ​ລາວ ຊຶ່ງ​ນອກ ຈາກພວກເຂົາ​ຈະໄດ້​ພາກັນ​ຂົ່ມ​ຂືນນາງ​ແລ້ວ ກໍ​ຍັງ​ໄດ້​ພາກັນ​ບີ​ບບັງ​ຄັບໃຫ້ນາງ ຕ້ອງ​ລັກລອບ​ຂົນ​ຢາ​ເສບ​ຕິດ ປະ​ເພດ​ຢາ ເຮໂຣອິນ ອອກຈາກ​ນະຄອນຫລວງ​ວຽງຈັນ ຜ່ານ​ບາງ​ກອກ ​ເພື່ອ​ມຸ້ງໄປ​ສູ່ປະ​ເທດ Australia ອີກ​ດ້ວຍ. ດ້ວຍ​ເຫດ​ນີ້ ຈຶ່ງ​ເຮັດ​ໃຫ້​ນາງ ສາແມນທາ ບໍ່ມີ​ທາງ​ເລືອກ​ອື່ນທີ່​ຈະ​ຮັກສາ​ຊີວິດ​ຂອງ​ຕົນ​ເອງ​ໄດ້ ຊຶ່ງ​ກໍ​ຄື​ຈະ​ຕ້ອງ​ປະຕິບັດ​ຕາມ​ການ​ຖືກ​ບີບ​ບັງຄັບ ​ໃຫ້​ລັກລອບ​ຂົນ​ຢາ​ເສບຕິດ​ດັ່ງກ່າວ​ນັ້ນ​ເອງ.

ທະນາ​ຄວາມ​ຜູ້​ດັ່ງກ່າວ​ນີ້ ຍັງ​ໄດ້​ໃຫ້ການ​ອະທິບາຍ​ຕໍ່​ໄປ​ວ່າ ​ໃນຂະນະ​ທີ່​ ນາງ ສາແມນທາ ​ໄດ້​ຖືກ​ຈັບ​ກຸມ​ຢູ່​ສະໜາມບິນ​ວັດ​ໄຕ​ໃນ​ວຽງຈັນ​ນັ້ນ ນາງ​ກໍ​ຍັງ​ໄດ້​ຖືກ​ຊຸກ​ຈົນ​ລົ້ມ ​ແລະ ກໍ​ໄດ້​ເປັນ​ເຫດ ​ເຮັ​ດ​ໃຫ້​ນາງ​ຕ້ອງແທັງລູກ ທີ່​ເກີດຈາກ​ການ​ທີ່​ຖືກ​ຂົ່ມ​ຂືນ ​ໂດຍ​ຊາວໄນຈີເຣຍທັງສອງ​ຄົນ​ນັ້ນ​ອີກ​ດ້ວຍ. ​

ແຕ່​ຢ່າງ​ໃດ​ກໍ​ຕາມ ນາງ ສາແມນທາ ກໍ​ຍອມຮັບ​ວ່າ ນາງ​ໄດ້​ທຳ​ການ​ປະສົມ​ທຽມຈົນຕັ້ງຄັ້ນ​ໄດ້​ເປັນ​ເທື່ອ​ທີ່​ສອງ ​ເພື່ອ​ໃຫ້​ພົ້ນຈາກ​ໂທດ​ປະຫານ​ຊີວິດ​ຕາມ​ກົດໝາຍອາຍາ​ຂອງ​ລາວ ຫາກ​ແຕ່​ວ່າ​ນາງ ກໍ​ບໍ່ມີ​ໂອກາດ​ໄດ້​ຕໍ່ສູ້​ຄະ​ດີ​ຄວາມ​ຢ່າງ​ອິດ​ສະລະ​ຢູ່​ໃນ​ປະ​ເທດ​ລາວເລີຍ. ນອກຈາກ​ການ​ຖືກ​ກົດ​ດັນ​ໃຫ້​ຍອມຮັບ​ສາລະພາບ​ໃນ​ຄວາມ​ຜິດ​ທີ່ໄດ້​ກະທຳ​ລົງ​ໄປ ​ເພື່ອ​ທີ່​ວາ​ທາງ​ການ​ລາວ ຈະ​ໄດ້​ດຳ​ເນີນ​ການ​ສົ່ງ​ຕົວ​ນາງ​ຕໍ່​ໃຫ້​ກັບ​ທາງ​ການ​ອັງກິດ​ຕາມ​ທີ່​ໄ​ດ້ມີ​ການ​ຕົກລົງ​ກັນ​ໃນ​ສົນ​ທີ​ສັນຍາ​ວ່າ​ດ້ວຍ​ການ​ສົ່ງ​ຜູ້​ລ້າຍຂ້າມ​ແດນັ້ນ​ເອງ.

​ແຕ່​ເຖິງຢ່າງ​ໃດ​ກໍ​ຕາມ ທາງ​ການ​ລາວ ກໍ​ຍັງ​ຄົງ​ບໍ່​ໄດ້​ສະ​ແດງທ່າ​ທີ​ຕໍ່ກໍລະນີ​ດັ່ງກ່າວ​ນີ້​ແຕ່​ຢ່າງ​ໃດ ​ຫາກ​ແຕ່່ວ່າ​ກ່ອນໜ້ານີ້ ທາງ​ການ​ລາວ​ກໍ​ໄດ້​ໃຫ້ການ​ຢືນຢັນມາ​ໂດຍ​ຕະຫລອດ​ວ່າ ​ໄດ້​ດຳ​ເນີນ​ຄະ​ດີ​ຄວາມ​ຕໍ່ນາງ ສາແມນທາ ຢ່າງ​ຍຸດຕິ​ທຳ​ຕາມ​ກົດໝາຍຂອງ​ລາວ​ທຸກ​ປະການ, ກັບ​ທັງ​ຍັງ​ໄດ້​ປະຕິ​ດ ບັດ​ຕໍ່ ນາງ ສາແມນທາ ຕາມ​ລັກ​ການ​ມະນຸດ​ສະ​ທຳ​ອີກ​ດ້ວຍ.

XS
SM
MD
LG