ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຂໍ້ຕົກລົງວ່າດ້ວຍສະພາວະໂລກຮ້ອນທີ່ເດັນມາກຍັງບໍ່ທັນໄດ້ຮັບຜ່ານຈາກກອງປະຊຸມເທື່ອ


ຂ່າວ​ຄວາມ​ຄືບ​ໜ້າ​ຂອງ​ກອງ​ປະຊຸມ​ວ່າ​ດ້ວຍສະພາວະ​ໂລກ​ຮ້ອນ: ທ່ານ​ພັນ​ກິ​ມູນ ​ເລຂາທິການ​ໃຫຍ່​ສະຫະ ​ປະຊາ​ຊາດ​ກ່າວ​ວ່າ ການ​ພົບ​ປະ​ເຈຣະຈາ​ວ່າ​ດ້ວຍ​ສະພາວະ​ໂລກ​ຮ້ອນ​ທ່ີ​ນະຄອນ Copenhagen
​ເດັນ​ມາກ ​ໄດ້​ຮັບ​ການ​ຕົກລົງ​ກັນ. ​ເຖິງ​ຢ່າງ​ໃດ​ກໍ​ດີ ​ເກືອບ 200 ປະ​ເທດ​ທ່ີ​ມາ​ຮ່ວມ​ກອງ​ປະຊຸມ​ໄດ້​ຕົກລົງ​ພຽງ​ແຕ່​ວ່າ ​ໃຫ້ຂໍ້​ສັງ​ເກດ ຂອງ​ສົນທິສັນຍາທ່ີ​ບໍ່​ການ​ບັງຄັບ​ໃຊ້ ທ່ີ​ເຈຣະຈາ​ໂດຍ​ປະທານາທິບໍດີ​ສະຫະຣັດທ່ານ​ບາຣັກ​ໂອ​ບາ​ມາ ບໍ່​ໄດ້​ຮັບ​ການ
​ເຫັນ​ດີ​ເຫັນ​ພ້ອມ​ໂດຍ​ເຕັມ​ຈາກ​ກອງ​ປະຊຸມ. ແຕ່​ທ່ານ​ພັນ​ກິ​ມູນ ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ
​ກ່າວ​ວ່າ ພໍ​ແລ້ວ​ສຳລັບ​ຂໍ້​ຕົກລົງ​ທ່ີ Copenhagen ທ່ີ​ຈະ​ມີ​ຜົນ​ບັງຄັບ​ໃຊ້​ໃນການປະຕິບັດຕາມ​ສົນທິ ສັນຍາ​ດັ່ງກ່າວ​ໂດຍ​ທັນທີ​ນັ້ນ. ສົນທິສັນຍາສະບັບ​ດັ່ງກ່າວ​ຮຽກຮ້ອງ​ໃຫ້​ແຕ່ລະ​ປະ​ເທດສະ​ ເໜີ​ແຜນການ​ຂອງ​ຕົນ​
​ໃນ​ການ​ຕັດ​ການ​ສັ່ງ​ແກ​ສ​ເຮືອນ​ແກ້ວ​ຂຶ້ນ​ສູ້​ອາກາດ​ເພື່ອ​ຈຳກັດ​ຄວາມຮ້ອນ​ລົງໃນ 2 ອົງສາ​ຊັງ​ຕີກຣາດນັ້ນ.
ຂໍ້​ຕົກລົງ​ກັນ​ນີ້​ຍັງ​ຮວມທັງ​ວິ​ທ່ີ​ກວດກາ​ການ​ລົດ​ການ​ສົ່ງ​ແກ​ສ​ເຮືອນ​ແກ້ວ​ຂຶ້ນ​ສູ່​ອາກາດ​ນັ້ນ​ລົງ ​ແລະ​ເງິນ​ຈຳນວນ 100 ພັນ​ລ້ານ​ດອນ​ລາ​ເພື່ອ​ຊ່ອຍ​ພວກ​ປະ​ເທດພັດທະນາ​ແລ້ວຢຸດ​ການ​ສົ່ງ​ແກ​ສ​ເຮືອນ​ແກ້ວ​ຂອງ​
ພວກ​ຕົນ​ນັ້ນ. ​ໃນ​ລະ​ຫວ່າງວາລະການ​ພົບ​ປະ​ຫາລື​ກັນໝົດ​ຄືນ ນັ້ນ ສົນທິສັນຍາ​ກັນ​ນີ້​ໄດ້​ປະ​ເຊີນ​ກັບການ
​ຕ່ໍຕ້ານ​ຢ່າງ​ຟົດ​ຟື້ນ​ແລະ​ຮຸນ​ແຮງ​ຈາກ​ພວກ​ປະ​ເທດ​ພັດທະນາ​ແລ້ວ​ບາງ​ປະ​ເທດ.
ທີ່ອັຟກາ​ນີສຖານ:ປະທານາທິບໍດີ Hamid Karzai ​ແຫ່ງ​ອັຟກາ​ນີສຖານ ​ໄດ້​ສະ​ເໜີລາຍ​ຊື່​ຄນະ ຣັຖບານ​ຂອງ​ທ່ານ​ຕໍ່​ສະພາ. ການ​ປະກອບ​ຄນະຣັຖບານ​ໃໝ່​ຂອງ​ທ່ານ​ໄດ້​ມີ​ການ​ມອງ​ເຫັນ​ຢ່າງ​ແຜ່​ຫລາຍ​ວ່າ ​ເປັນ​ການ​ທົດ​ສອບຄວາມ​ໝາຍໝັ້ນ​ຂອງປະທານາທິບໍດີ Karzai​ໃນ​ການ​ປະຕິ​ຮູບ ຫລັງ​ຈາກ​ ທ່ານ​ໄດ້​ຖືກ​ເລືອກ​ຕັ້ງເປັນ​ປະທານາທິບໍດີ​ອີກ​ສ​ໄມ​ນຶ່ງ​ໃນ​ການ​ປ່ອນບັດ​ເລືອກ​ຕັ້ງ​ປະທານາທິບໍດີທ່ີ​ເປັນ​ບັນຫາ​ ໂຕ້​ແຍ່ງ​ກັນ ໃນ​ເດືອນ​ສິງຫາຜ່ານ​ມາ​ນັ້ນ. ລາຍ​ຊື່​ຂອງຄນະຣັຖບານ​ຊຸດ​ໃໝ່​ນີ້​ຈະ​ຕ້ອງ​ມີ​ການ​ອະພິປາຍ​ກັນ​ໃນ​ສະພາ ​ແລະ​ພວກ​ສະມາຊິກ​ສະພາ​ນິຕິບັນຍັດ​ຈະຕ້ອງ​ຮັບຮອງ​ເອົາ​ກ່ອນ​ຈະ​ຜົນ​ບັງຄັບ​ໃຊ້​ໄດ້​ຢ່າງ​ທາງ​ການ​ນັ້ນ. ລາຍ​ຊື່​ພວກຣັຖ ມຸນຕີ​ ຊຸດ​ໃໝ່​ນີ້ ​ແມ່ນ​ຍັງ​ມີ​ພວກຣັຖມຸນຕີ​ກະຊວງ​ພາຍ​ໃນ ປ້ອງ​ກັນ​ປະ​ເທດ ​ແລະ​ການ ​ເງິນ​ໃນ​ຄນະຣັຖບານ​ຊຸດ​ກ່ອນ​ນັ້ນ​ຢູ່ ​ແລະ​ລາຍ​ຊື່​ຊຸດ​ໃໝ່​ນີ້​ ບໍ່​ມີ​ຊື່​ຜູ້ທ່ີ​ຖືກແຕ່ງ​ຕັ້ງເປັນຣັຖມຸນຕີການ​ຕ່າງປະ​ເທດນັ້ນ. ບັນດາ​ປະ​ເທດ​ຝ່າຍ​ຕາ​ເວັນ​ຕົກ​ໄ ດ້​ທຳ​ຄວາມ​ກົດ​ດັນ​ມາ​ເພື່ອ​ໃຫ້​ທ່ານ Karzai ກຳຈັດ​ການ​ສໍ້ຣາດບັງ​ຫລວງ​ໃນ​ວົງ​ການຣັຖບານ​ຂອງ​ທ່ານນັ້ນ ​ແລະ​ໄດ້​ຂົ່ມຂູ່​ທ່ີ​ຈະ ​ບໍ່​ສົ່ງ​ທະຫານ​ແລະ​ການ​ຊ່ອຍ​ເຫລືອ​ໄປ​ໃຫ້ທ່ານ​ເທື່ອ ນອກຈາກ​ທ່ານ​ຈະ​ປະ ຕິບັດ​ການ​ປາບ​ການ​ສໍ້ຣາດບັງ​ຫລວງນີ້​ເສັຍ​ກ່ອນ. ພວກ​ສະມາຊິກ​ສະພາ​ອັຟກາ​ນີສຖານ​ບາງ​ທ່ານໄດ້​ສະ​ແດງ​ຄວາມ​ບໍ່ພໍໃຈ​ອອກ​ມາ​ກ່ຽວ​ ທ່ີ​ກຳກັບ​ການ​ເລືອກ​ເອົາ​ຄນະ​ຣັຖມຸນຕີ​ໃໝ່​ຂອງ​ທ່ານ​ນັ້ນ.
ທີ່ກຳປູ​ເຈັຍ: ບັນດາ​ເຈົ້າ​ໜ້າ​ທ່ີ​ກຳປູ​ເຈັຍ ກ່າວ​ວ່າ ພວກ​ຕົນ​ຈະ​ເນຣະ​ເທດ​ຊົນ​ເຜົ່າ
ມຸສລິ​ມ Uighur 20 ຄົນ​ ຊຶ່ງພວກ​ຊົນ​ເຜົ່າ​ເຫລົ່າ​ນີ້​ຫລົບ​ໜີ​ເຂົ້າ​ໄປ​ລີ້​ໄພ​ຢູ່​ໃນ​ກຳປູ​ເຈັຍ​ຫລັງຈາກ​ເກີດ​ຄວາມ​ວຸ້ນວາຍຂຶ້ນ​ໃນ​ຂົງ​ເຂດຊິນ​ຈຽງ​ໃນ​ພາກ​ຕາ​ເວັນ​ຕົກ​ສຽງເໜືອ​ຂອງ​ຈີນໃນ​ເດືອນ​ກໍລະກົດ​ຜ່ານມາ​ນັ້ນ. ​ໂຄສົກ​ປະຈຳ​ກະຊວງ​ການ​ຕ່າງ​ກຳປູ​ເຈັຍກ່າວ​ໃນ​ວັນ​ເສົາມື້​ນີ້​ວ່າ ພວກ​ອົບ​ພະຍົບ​ເຫລົ່າ​ນີ້​ຈະ​ຖືກ​ເນຣະ​ເທດ​ເພາະວ່າ ​ເຂົາເຈົ້າ​ໄດ້​ເຂົ້າ​ເມືອງ​ຢ່າງ​ຜິດ​ກົດໝາຍ ​ແລະບໍ່​ໄດ້​ບອກ​ໃຫ້​ຮູ້ວ່າ ​ເວລາ​ໃດ​ເຂົາ​ເຈົ້າຈະ​ຖື​ກ​ເນຣະ​ເທດ ຫລື​ວ່າ​ຈະ​ຖືກ​ສົ່ງ​ໄປ​ໃສ.ຄຳ​ປະກາດ​ທ່ີ​ວ່າ​ນີ້​ມີ​ຂຶ້ນ​ໃນ​ຂະນະ​ທ່ີ​ທ່ານ​ສີ ຊິນ​ປິງ ຮອງ​ປະ​ເທດ​ຈີນຈະ​ທຳ​ການ​ຢ້ຽມຢາມ​ ກຳປູ​ເຈັຍ​ໃນ​ວັນ​ອາທິດ​ມື້​ອື່ນ​ນີ້ ອັນ​ເປັນ​ພາກສ່ວນນຶ່ງ​ໃນ​ການ​ທ່ຽວ​ຢ້ຽມຢາມ 4 ປະ​ເທດ​ໃນ​ຂົງ​ເຂດ. ບັນດາ​ກຸ່ມ​ປົກ​ປ້ອງ ​ສິດທິ​ມະນຸດ ກ່າວ​ວ່າ ຊົນ​ເຜົາ Uighurs ທ່ີ​ເດີນທາງໄປ​ຮອດ​ກຳປູ​ເຈັຍ​ໃນ​ເດືອນ​ແລ້ວ​ນີ້ ອາດ​ຈະ​ປ​ເຊີນ​ກັບ​ການ​ທາຣຸນນະ​ກັມ​ແລະ​ຖືກ​ປະຫານ​ຊີວິດ​ໄປ​ຖ້າ​ເຂົາ​ເຈົ້າ​ເດີນທາງ​ກັບ​ຄືນປະ​ເທດ​ຈີນ​ນັ້ນ. ທາງ​ການ​ຈີນ​ກ່າວ​ວ່າ ​ເວລາ​ນີ້ ພວກUighurs ກຳລັງຖືກ​ສືບສວນ​ໃນ​ຂໍ້​ຫາ​ຖານ​ທຳ​ການ​ເຄື່ອນ​ໄຫວ​ທາງ​ອາຊຍາ​ທ່ີ​ພົວພັນກັບ​ການ​ປະ​ທະ​ກັນ​ລະຫວ່າງ​ຊົນ​ຊາດ​ຊົນ​ເຜົ່າ​ໃນ​ຂົງ​ເຂດ​ຊິນ​ຈຽງ​ທ່ີ​ໄດ້ ​ເຮັດ​ໃຫ້​ປະຊາຊົນ​ເສັຍ​ຊີວິດ​ໄປ​ເກືອບ 200 ຄົນ​ນັ້ນ.
ທ່ານ​ໂອ​ບາ​ມາ​ສົ່ງ​ພອນ​ປີ​ໃໝ່​ແກ່​ຊາວລາວ​ເຜົ່າ​ມົ້ງ:​ປະທານາທິບໍດີ​ບາຣັກ​ໂອ​ບາ​ມາ​ພ້ອມ ​ທັງ​ພັນ​ລະ​ຍາ​ຂອງ​ທ່ານ ທ່ານນາງ Michelle ​ໄດ້​ອອກ​ຖະ​ແຫລ​ງການ​ສະບັບ​ນຶ່ງ​ໄປ​ຍັງລາວ​ເຜົ່າ​ມົ້ງ​ໂດຍ​ອວຍພອນ ໃຫ້​ເຂົາ​ເຈົ້າ​ຈົ່ງ​ປະສົບ​ແຕ່​ຄວາມ​ມັ່ງ​ຄັ່ງ​ສົມບູນ​ແລະ​ສຸກຂະພາບ​ເຂັ້ມ​ແຂງ​ໃນ​ວາຣະປີ​ໃໝ່​ສາກົນ​ນີ້. ພວກ​ຊາວ​ເຜົ່າ​ມົ້ງຊຶ່ງ ​ເປັນ​ຊົນ​ກຸ່ມ​ນ້ອຍ​ໃນ​ລາວ ​ໄດ້​ຊ່ອຍ​ສະຫະຣັດ​ໃນຂົງ​ເຂດ​ເອ​ເຊັຍ​ຕາ​ເວັນ​ອອກສຽງ​ໃຕ້​ໃນ​ປາງ​ສົງຄາມ​ວຽດນາມ ​ແລະ​ ຫລາຍ​ຄົນ​ໄດ້​ອົບ​ພະຍົບ​ເຂົ້າ​ມາ​ຕັ້ງ​ຖິ່ນ​ຖານ​ຢູ່​ໃນ​ສະຫະຣັດ​ແລະ​ໃນປະ​ເທດ​ອື່ນໆ ​ເວລາ​ພວກ​ຄອມ ​ມີ​ວນິດ​ເຂົ້າ​ຍຶດຄອງ​ລາວ​ໃນ​ປີ1975ນັ້ນ. ປະທານາທິບໍດີ​ໂອ​ບາ​ມາ​ກ່າວ​ວ່າ ການ​ຕໍ່ສູ້​ແລະ​ການ​ເສັຍ​ສະລະຂອງ​ເຂົາ​ເຈົ້າ​ເພື່ອ​ສ້າງ​ປະຊາ​ຄົມ​ແລະ​ຄອບຄົວ​ໃໝ່​ຂອງ​ ເຂົາ​ເຈົ້າ​ໃນ​ສະຫະຣັດ​ໄດ້​ເຕືອນ​ຄວາມ​ຊົງ​ຈຳ​ແກ່​ຊາວ​ອະ​ເມຣິກັນ​ໃນ​ອັນ​ທ່ີ​ດີ​ທ່ີສຸດ​ສຳລັບ​ປະ​ເທດ​ຂອງ​ເຂົາ​ເຈົ້າ. ຕາມ​ປະ​ເພນີ​ຊາວ​ມົ້ງ​ເຂົາ​ເຈົ້າ​ພາກັນ​ສະ​ເຫລີ​ມ ສະຫລອງ​ວັນ​ປີ​ໃໝ່ຂອງ​ເຂົາ​ເຈົ້າ​ຫລັງ​ຈາກ​ລະດູ​ການ​ເກັບ​ກ່ຽວ ​ແລະ​ການ​ສະ​ເຫລີ​ມສະຫລອງ​ຂອງ​ເຂົາ​ເຈົ້າ​ແມ່ນ ​ເຕັມ​ໄປ​ດ້ວຍ​ການໃສ່​ເຄື່ອງນຸ່ງ​ທ່ີ​ມີສີສັນ​ຕ່າງໆ​ພ້ອມ​ອາຫານ​ການ​ກິນ​ແບບ​ພື້ນ​ເມືອງ​ ການສະ​ແດງ​ດົນຕີ​ແລະ​ຫລິ້ນ​ເກ​ມຕ່າງໆ.
ການ​ໂຈມ​ຕີ​ບໍ່​ນ້ຳມັນ​ທີ່ໄນ​ເຈ​ເຣັຍ: ກຸ່ມ​ນັກ​ຕໍ່ສູ້​ຫົວ​ຮຸນ​ແຮງ​ໃຫຍ່​ກຸ່ມ​ນຶ່ງ​ໃນ​ໄນ​ເຈ​ເຣັຍ ​ໄດ້​ອ້າງ​ເອົາ​ຄວາມ​ຮັບ
ຜິດ​ຊອບ​ໃນ​ການ​ໂຈມ​ຕີ​ທ່ໍ່ລຳລຽງ​ນ້ຳມັນ​ແຫ່ງ​ນຶ່​ງ ທ່ີ​ຂົງ​ເຂດ​ສາມ​ຫລຽມ​ແມ່​ນ້ຳ​ທ່ີ​ອຸດົມສົມບູນ​ດ້ວຍ​ບໍ່​ນ້ຳມັນ ຊຶ່ງ​ເຮັດ​ໃຫ້​ສັນຍາ​ຢຸດຍິງ​ຂອງຣັຖບານ​ກັບ​ພວກ​ກະບົດ​ເປັນ​ໂມຄະ​ໄປ. ຂະ​ບວນການ​ປົດ​ປ່ອຍ​ຂົງ​ເຂດ​ ສາມຫລ່ຽມ​ແມ່​ນ້ຳ Niger ຫລືMENDກ່າວ​ຢູ່​ໃນ​ຖະ​ແຫລ​ງການ​ສະບັບ​ນຶ່ງ​ໃນ​ວັນ​ເສົາ​ມື້​ນີ້​ວ່າ ພວກ​ຕົນ​ໄດ້​ທຳການ​ໂຈມ​ ຕີ​ທໍ່​ລຳລຽງ​ນ້ຳມັນ​ລາຍ​ສຳຄັນ ທ່ີ​ດຳ​ເນີນ​ການ​ໂດຍ​ບໍລິສັດນ້ຳມັນ Shell ​ແລະ Chevron ​ໃນ​ແຄວ້ນ Rivers ນັ້ນ. ກຸ່ມ​ດັ່ງກ່າວ​ເວົ້າ​ຕື່ມ​ວ່າ ຕົນ​ຈະ​ທົບ​ທວນຄືນ​ເບິ່ງ​ການ​ຢຸດ​ຍິງ​ນີ້​ໃນລະຫວ່າງ 30 ມື້​ຕໍ່ໜ້າ​ນີ້.
ກຸ່ມ MEND ​ໄດ້​ຖິ້ມ​ໂທ​ດການຟື້ນ​ການ​ໂຈມ​ຕີ​ຄືນ​ນີ້​ໃສ່​ການ​ພົບ​ປະ​ເຈຣະຈາ​ສັນຕິພາບ​ທ່ີ​ຖືກ​ງົດ​ໄປ​ເນື່ອງ​ຈາກ​ການ ​ຂາດ​ໄປ​ມີໜ້າ​ຂອງປະທານາທິບໍດີ Yar’Adua ນັ້ນ.
ຖະ​ແຫລ​ງການ​ຂອງ​ກຸ່ມ​ດັ່ງກ່າວ​ເວົ້າ​ວ່າ ການ​ເອົາ​ອະນາ​ຄົນ​ຂອງ​ຂົງ​ເຂດ Niger Delta ​ໄປ​ພົວພັນ​ກັບ​ສຸກຂະພາບ​ແລະ​ຄວາມ​ຢູ່​ດີ​ກິນ​ດີ​ຂອງ​ບຸກຄົນ​ນຶ່ງ​ແມ່ນ​ເປັນ​ສິ່ງ​ທ່ີ​ຮັບ​ເອົາບໍ່​ໄດ້.

XS
SM
MD
LG