ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສາເຫດທີ່ພາໃຫ້ຄົນໜຸ່ມໃຈຮ້າຍ


ສຳລັບ​ສາລະ​ຄະດີ​ການ​ແພດ​ຂອງ​ວີ​ໂອ​ເອມື້​ນີ້ ​ເຮົາ​ຂໍສະ​ເນີລາຍ​ງານ​ກ່ຽວ​ກັບຄວາມໃຈຮ້າຍຂອງຄົນໜຸ່ມ - ມີ​ປັດ​ໃຈ​ອັນໃດ​ແດ່ທີ່ພາໃຫ້ຄົນ ທີ່ຢູ່ໃນໄວໜຸ່ມ ຮູ້ສຶກໂມໂຫ ຫລື ໃຈຮ້າຍງ່າຍ?

ທ່ານ Scott Schieman [SHE-man] ນັກສັງຄົມສາດທີ່ມະຫາວິທະຍາ ໄລ Toronto ປະ​ເທດ​ກາ​ນາ​ດາໄດ້ຖືເອົາ ການຄົ້ນຄວ້າເລື້ອງຄົນໃຈຮ້າຍ ມາເປັນອາຊີບຂອງຕົນ. ທ່ານ ໄດ້ອຸທິດ ການຄົ້ນຄວ້າຂອງທ່ານ ​ໃສ່​ການຊອກຫາສາຍເຫດທີ່ເຮັດໃຫ້ຄົນເກີດຄວາມໂມ ໂຫໂທໂສ ​ໃຈ​ຮ້າຍ​ງ່າຍ ຫລືບໍ່ ກໍມີຄວາມຫງຸດຫງິດ ນຳ​ສິ່ງ​ເລັກໆ​ນ້ອຍໆ. ທ່ານ Schieman ເຊິ່ງເປັນຊາວອາເມຣິກັນ ໄດ້ທຳການສຳຫລວດ ຊາວອາເມຣິກັນໃນທຸກໄວ ປະມານ 1 ພັນຄົນ ຢ່າງຫລວງຫລາຍ. ທ່ານໄດ້ຖາມພວກເຂົາເຈົ້າກ່ຽວກັບ ຫລາຍໆ ປັດໃຈ ທີ່ເຮັດໃຫ້ຄົນໃຈ ຮ້າຍ ແລະ ກໍຄົ້ນພົບວ່າມີ 3 ສາເຫດຕົ້ນຕໍທີ່ສາມາດພາ ໃຫ້ ພວກຄົນໜຸ່ມ ຄື​ພວກ​ທີ່ມີອາຍຸໃນລະຫວ່າງ 20 ຫາ 30 ປີ ມີ​ຄວາມ​ຮູ້ສຶກ​ໂມໂຫ​ໂທ​ໂສ ​ເລື້ອຍກວ່າພວກຄົນອາຍຸແກ່ ທີ່ເຂົ້າຮ່ວມໃນການຄົ້ນ ຄວ້ານຳ​ກັນນັ້ນ.

ທ່ານ Schieman ເວົ້າວ່າ ສາ​ເຫດໃຫຍ່​ທີ່​ສຸດ​ກໍ​ຄື​ຄວາມ​ກົດ​ດັນ​ເລື້ອງ​ເວລາ ຫລື​ຄວາມ​ຈຳ​ເປັນ​ທີ່​ຈະ​ຕ້ອງ​ຟ້າວ​ຟັ່ງ​ເຮັດ​ອັນ​ນັ້ນອັນ​ນີ້ ​ໃຫ້​ທັນ​ກັບ​ເວລາ ຫລື​ຄວາມ​ຕ້ອງການຂອງ​ເຈົ້າ ນາຍຢູ່​ໃນ​ທີ່​ທຳ​ງານ​ ຫລືຂອງ ຄອບຄົວ​ຢູ່​ບ້ານ. ທ່ານກ່າວ​ຕື່ມ​ວ່າ​ ຄວາມ​ໂມ​ໂຫ​ໂທ​ໂສ​ຍ້ອນ​ຄວາມກົດ ດັນ​ອັນ​ນີ້ ​ແມ່ນ​ເກີດ​ຂຶ້ນ​ເລື້ອຍກວ່າ​ສາ​ເຫດ​ອ່ືນ​ໃນ​ໝູ່​ພວກ​ຊາວໜຸ່ມ.

ທ່ານ Shiemen ກ່າວ​ຕໍ່​ໄປ​ວ່າ ອີກສອງສາ​ເຫດ​ສຳຄັນທີ່ເຮັດໃຫ້ພວກ ຊາວໜຸ່ມໃຈຮ້າຍ ແມ່ນຄວາມກົດດັນດ້ານການເງິນ ແລະບັນຫາຢູ່ ບ່ອນເຮັດວຽກ. ນອກນັ້ນ ທ່ານຍັງໄດ້ ຄົ້ນພົບວ່າ ພວກຄົນທີ່ມີລູກ ນ້ອຍລໍຖ້າຢູ່ເຮືອນ ມັກຈະສະແດງຄວາມໃຈຮ້າຍອອກມາ ເລື້ອຍກວ່າຜູ້ທີ່ບໍ່ມີ.

ທ່ານ Schieman ເວົ້າວ່າ ການຄົ້ນພົບນີ້ກໍມີເຫດຜົນໜ້າຟັງຢູ່ ​ແລະ ທ່ານ​ໃຫ້​ຂໍ້ສັງເກດວ່າ ເມື່ອຄົນມີອາຍຸແກ່ຂຶ້ນ ພວກເຂົາເຈົ້າກໍສາມາດຮັບມືກັບຄວາມກົດ ດັນຈາກບັນຫາ ຕ່າງໆ ໃນຊີວິດໄດ້ດີ ກວ່າພວກຄົນໜຸ່ມໜ້ອຍນຶ່ງ.

ທ່ານ Schieman ເວົ້າຍັງພົບອີກວ່າ ຜູ້ທີ່ໄດ້ຮັບການສຶກສາຫລາຍ ກໍຈະບໍ່ຄ່ອຍມີຄວາມ ໃຈຮ້າຍເລື້ອຍປານໃດ. ທ່ານ​ເວົ້າວ່າ "ເມື່ອໃດ ພວກຄົນຜູ້ມີການ ສຶກສາດີ ມີຄວາມໂມໂຫ ເຂົາເຈົ້າແມ່ນສາມາດ ຫາທາງອອກລ່ວງໜ້າໄດ້ ຄືເຂົາເຈົ້າສາມາດປ່ຽນສະຖານະການ ຫລື ພະຍາຍາມໂອ້ລົມເລື້ອງອື່ນກັບຜູ້ອື່ນໆ. ແລະ ດັ່ງນັ້ນແລ້ວ ດ້ານຄວາມຄິດອ່ານ ໃນທິດສະດີບາງຢ່າງທີ່ຢູ່ເບື້ອງຫລັງນັ້ນ ກໍແມ່ນວ່າ ການສຶກສາຈະເຮັດໃຫ້ ຄົນຈຳພວກນັ້ນ ມີການຮັບຮູ້ທີ່ປັບປ່ຽນໄດ້ ຄືພວກເຂົາເຈົ້າ ສາມາດຈະຄິດຫາທາງເລືອກ ທີ່ແຕກຕ່າງກັນໃນຫລາຍໆແບບ ທີ່ອາດສາມາດບົ່ມຊ້ອນການຄວບຄຸມ ອາລົມຂອງພວກເຂົາເຈົ້າໄດ້ດີຂຶ້ນ ຕະຫລອດທັງຄວາມຄິດຫາ ໂອກາດທີ່ແຕກຕ່າງກັນ ຫລື ຫລາຍໆແບບ ເພື່ອແຫ້ໄຂບັນຫາ ຫລື ຢ່າງມດຢ່າງນຶ່ງ ໃນທຳນອງນັ້ນ.

ສິ່ງນຶ່ງທີ່ທ່ານ Schieman ຄົ້ນພົບວ່າ ຜູ້ເຂົ້າຮ່ວມການຄົ້ນຄວ້າ ທັງໜຸ່ມແລະເຖົ້າ ທັງຜູ້ໄດ້ຮັບການສຶກສາໃນລະດັບຕໍ່າແລະສູງ ຕ່າງ​ກໍ ມີຄືກັນນັ້ນ ກໍຄືຄວາມຮູ້ສຶກຫງຸດ ຫງິດ. ທ່ານເວົ້າວ່າ ທຸກຄົນລ້ວນແຕ່ ຮູ້ສຶກຫງຸດຫງິດ ​ເວລາ​ປະ​ເຊີນ​ກັບ​ສະຖານ​ນະ​ການ​ທີ່​ຕົນ​ຄວບ​ຄຸມ​ບໍ່​ໄດ້ ບໍ່​ວ່າ​ຈະ​ເປັນການຈະລາຈອນຕິດຂັດ, ເຄື່ອງໃຊ້ຂອງ​ສອຍທີ່​ມີຂະໜາດ ​ໃຫຍ່​ເກີນ​ຄວນ​ ຫລື​ເວລາພົບຄົນ​ແປກ​ໜ້າ ທີ່ປະພຶດບໍ່​ສຸພາບ​ດັ່ງ​ນີ້​ເປັນ ຕົ້ນ. ທ່ານ Shiemand ກ່າວ​ມ້ວນທ້າຍ​ວ່າ ​ເບິ່ງ​ຄື​ວ່າ ຄວາມ​ມີ​ອາຍຸ​ສູງ ຫລື​ມີການສຶກສາສູງ ກໍບໍ່ສາ ມາດປ້ອງກັນບໍ່ໃຫ້ຜູຄົນເກີດຄວາມງຸດ ງິດໃຈຮ້າຍ ຍ້ອນບັນຫາໃນຊີວິດປະຈຳວັນ ເຫລົ່ານີ້ໄດ້.
XS
SM
MD
LG