ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ບັນດາຜູ້ນຳໂລກບໍ່ເຊື່ອວ່າກອງປະຊຸມວ່າດ້ວຍສະພາວະໂລກຮ້ອນຈະບັນລຸຂໍ້ຕົກລົງກັນໄດ້


ຂ່າວ​ຄວາມ​ຄືບໜ້າ​ຂອງ​ກອງ​ປະຊຸມ​ວ່າ​ດ້ວຍ​ສະພາວະ​ໂລກ​ຮ້ອນ:ການ​ພົບ​ປະ​ສົນທະນາ​ກັນ​ວ່າ​ດ້ວຍ​ສະພາວະ​ ໂລກ​ຮ້ອນ​ທ່ີ​ນະຄອນ Copenhagen ປະ​ເທດ​ເດັນ​ມາກ ຍັງ​ຕົກ​ຢູ່ໃນ​ສະພາບ​ບໍ່​ໄປ​ບໍ່​ມາ ຊຶ່ງ​ບັນດາ​ເຈົ້າ​ໜ້າ​ທີ່ີຂັ້ນ​ສູງ​ກຳລັງໝົດຄວາມ​ເຊື່ອ​ຖື ທ່ີ​ວ່າການ​ເຈຣະຈາ​ກັນ ຈະ​ບັນລຸ​ຜົນ​ທ່ີ​ມີ​ຄວາມ​ໝາຍ​ໃດໆ​ໃນ​ຂັ້ນ​ສຸດ​ທ້າຍ. ກ່ອນ​ເດີນທາງ​ໄປ​ຮ່ວມ​ກອງ​ປະ​ຊຸມ​ສຸດ​ຍອດ ທ່ານ​ນາງ Angela Merkel ນາຍົກຣັຖມຸນຕີ​ເຢຣະມັນ ກ່າວ​ທ່ີ​ກຸງ Berlin ວ່າ ຂ່າວ​ທ່ີ​ໄດ້​ຮັບ​ມາ​ຈາກ​ການ​ພົບ​ປະ​ເຈຣະຈາ​ກັນ​ນັ້ນ​ບໍ້​ດີ​ປານ​ໃດ. ທ່ານ​ນາງ​ຍັງ​ໄດ້ ຕຳ​ໜິຕິຕຽນ​ສະຫະຣັດ​ເຊັ່ນ​ກັນ ​ໂດຍ​ກ່າວ​ວ່າ ຂໍ້​ສະ​ເໜີ​ຂອງສະຫະຣັດ ທີ່​ຈະ​ຕັດ​ການ​ສົ່ງ​ແກ​ສ​ເຮືອນ​ແກ້ວ​ຂຶ້ນ​ສູ່​ອາກາດ​ຂອງ​ຕົນ​ລົງ​ພຽງ​ແຕ່ 4 ​ເປີ​ເຊັນນັ້ນ​ບໍ່ໄດ້​ເປັນທ່ີ​ພຽງພໍ. ບັນດາ​ເຈົ້າ​ໜ້າ​ທ່ີ​ອື່ນໆ​ໃນ​ກອງ​ປະຊຸມ​ໄດ້​ສະ​ແດງ​ ຄວາມ​ເປັນ​ຫ່ວງ​ອອກ​ມາ​ວ່າ ​ເຂົາ​ເຈົ້າ​ຈະ​ບໍ່​ສາມາດ​ແກ້​ໄຂ​ແລະ​ບັນລຸ​ສົນທິສັນຍາ​ວ່າ​ດ້ວຍ​ສະພາວະ​ໂລກ​ຮ້ອນ​ນີ້​ໄດ້​ກ່ອນ​ປະທານາທິບໍດີ​ບາຣັກ​ໂອ​ບາ​ມາ ​ແລະບັນດາ​ຜູ້ນຳ​ຫລາຍ​ກວ່າ 100 ປະ​ເທດ​ ຈາກ​ທົ່ວ​ໂລກ​ເດີນ ທາງ​ໄປ​ຮອດ​ເພື່ອ​ມາ​ຮ່ວມກອງ​ປະຊຸມ​ບັ້ນ​ສຸດ​ທ້າຍ​ທ່ີ​ຈະ​ຍຸດຕິ​ລົງ​ໃນ​ວັນ​ສຸກມື້​ອື່ນ​ນີ້​. ບັນດາຣັຖມຸນຕີ​ປ້ອງ​ກັນ​ສິ່ງ ແວດ​ລ້ອມ ຍັງ​ຕົກ​ຢູ່ໃນ​ສະພາບ​ທ່ີ​ມີ​ຄວາມ​ເຫັນແຕກ​ຕ່າງກັນ​ຫລາຍ​ໃນ​ວັນ​ພະຫັດ​ມື້​ນີ້ ກ່ຽວ​ກັບ​ວ່າ​ຈະ​ເຮັດ​ແນວ​ໃດ​ຈື່ງ​ຈະ​ຈຳກັດການ​ສົ່ງ​ແກ​ສ​ເຮືອນ​ແກ້ວ​ຂຶ້ນ​ສູ່​ອາກkດ​ໄດ້ ​ແລະ​ພິສູດ​ໄດ້​ວ່າ ​ແຕ່ລະ​ປະ​ເທດ​ ປະຕິບັດ​ພາກສ່ວນ​ຂອງ​ຕົນ​ນັ້ນ.
ທີ່ເມັກ​ຊິ​ໂກ: ນຶ່ງ​ໃນ​ບັນດາ​ຫົວໜ້າ​ກຸ່ມ​ຄ້າ​ຢາ​ເສບ​ຕິດ​ທ່ີ​ລັຖບານ​ເມັກ​ຊິ​ໂກ​ຕ້ອງການໂຕ​ເປັນ​ທ່ີ​ສຸດ ​ໄດ້​ຖືກ​ຍິງ​ຕາຍ​ແລ້ວ. ບັນດາ​ເຈົ້າ​ໜ່າທ່ີ​ກອງທັບ​ເຮືອ​ເມັກຊິ ໂກ​ກ່າວ​ໃນ​ວັນ​ພຸດວານ​ນີ້​ວ່າ ນາຍ Arturo Beltran Leyva ຫົວໜ້າ ກຸ່ມນຶ່ງ​ໃນ​ບັນດາ​ກຸ່ມອາຊຍາກ​ອນຄ້າ​ຢາ​ເສບ​ຕິດ​ທີ່ີມີ​ອິດ​ທິພົນ​ຫລາຍ​ທ່ີ ສຸດນັ້ນ ​ໄດ້​ຖືກ​ກຳລັງ​ຮັກສາ​ຄວາ​ມປອດ​ໄພ​ຂ້າ​ຕາຍ​ໃນ​ການ​ຍິງ​ຕໍ່ສູ້​ກັນ​ໃນ​ຄຸ້ມ​ບ້ານ​ຄົນ​ຮັ່ງມີ​ແຫ່ງ​ນຶ່ງ​ໃນ​ເມືອງ Cuernavaca.ຢ່າງ​ນ້ອຍ​ມີ​ສະມາຊິກ​ຂອງ ​ກຸ່ມ​ແກ໊ງດັ່ງກ່າວ​ອີກ 3 ຄົນ​ໄດ້​ເສັຍ​ຊີວິດໃນ​ການ​ປະ​ທະ​ກັນ​ຄັ້ງ​ນີ້ ​ໃນ​ຂະນະ​ດຽວທີ່ສະມາ​ຊິກ​ຄົນທີ 4 ຂ້າ​ໂຕ​ເອງ​ຕາຍ. ການ​ເສັຍ​ຊີວິດ​ຂອງ​ນາຍ Beltran Leyva ​ເປັນ​ໄຊຊະນະ ອັນ​ນຶ່ງຂອງ​ການ​ປະຕິບັດ​ງານ​ປາບ​ປາມກຸ່ມ​ຄ້າ​ຢາ​ເສບ​ຕິດ​ຂອງ​ປະທານາທິບໍດີ Felipe Calderon ​ໃນ​ຂະນະ​ທ່ີ​ຄວາມ​ຮຸນ​ແຮງ​ທ່ີ​ພົວພັນ​ກັບ​ພວກ​ແກ໊ງ ຄ້າ​ຢາ​ເສບ​ຕິດ​ ນັບ​ມື້ເພ່ີມ​ທະວີ​ຂຶ້ນ​ຢ່າງ​ໄວ​ນັ້ນ. ​ເຖິງ​ແມ່ນ​ໄດ້​ມີ​ການ ​ເອົາ​ທະຫານອອກ​ປະຕິບັດ​ງານ ຈຳນວນ​ເກືອບ 50 ພັນ​ຄົນ​ເພື່ອປາບ​ ກຸ່ມ​ຄ້າ​ຢາ​ເສບ​ຕິດ​ທ່ີ​ຜິດກົດໝາຍ ນັບ​ແຕ່​ທ່ານ​ຂຶ້ນ​ດຳຣົງຕຳ​ແໜ່​ງ​ໃນ​ປີ2006 ​ເປັນ​ຕົ້ນ​ມາ​ກໍ​ຕາມ ​ແຕ່​ປະຊາຊົນ​ຈຳນວນ​ຫລາຍ​ກວ່າ 14 ພັນ​ຄົນ ​ໄດ້​ເສັຍ​ຊີວິດ​ໄປ​ ​ໃນ​ເຫດການ​ທ່ີ​ພົວພັນ​ກັບ​ຄວາມ​ຮຸນ​ແຮງ​ດ້ານ​ຢາ​ ເສບ​ຕິດ​ນັ້ນ. ນາຍ Beltran Leyva ​ໄດ້​ເປັນ​ຫົວໜ້າ​ກຸ່ມ​ຄ້າ​ຢາ​ເສບ​ຕິດ Beltran Leyva ຮ່ວມ​ກັບ​ນ້ອງ​ອ້າ​ ​ອີກ 4 ຄົນ. ຜູ້ກ່ຽວ​ເປັນ​ບຸກຄົນ​ທ່ີ​ທາງ​ການ​ຂອງ​ສະຫະຣັດ​ແລະ​ເມັກ​ຊິ​ໂກ​ຕ້ອງຕ​ໂຕ​ເປັນທ່ີ​ສຸດ​ເພື່ອ​ມາ​ດຳ​ເນີນ​ຄະດີ​ໃນ​ສານ.
ກ່ຽວ​ກັບ​ນີວ​ເຄລັຍ​ຂອງ​ເກົາຫລີ​ເໜືອ: ຈີນ​ແລະ​ເກົາຫລີ​ໃຕ້​ໃຫ້​ຄຳ​ໝັ້ນ​ສັນຍາ​ທ່ີ​ຈະ​ເພີ່ມ​ຄວາມ​ພະຍາ ຍາມ​ຂອງ ພວກ​ຕົນ​ເພື່ອ​ແກ້​ບັນຫາ​ການ​ປະ​ເຊີນ​ໜ້າ​ກັນ​ ກ່ຽວ​ກັບ​ໂຄງການ​ນີວ​ເຄລັຍ​ຂອງ​ເກົາຫລີ​ເໜືອ​. ສອງ​ປະ​ເທດ​ເພື່ອນ​ບ້ານ​ໃນ​ເອ​ເຊັຍ​ທີ່​ວ່າ​ນີ້ ໄດ້​ໃຫ້​ຄຳ​ປະຕິຍານ​ດັ່ງກ່າວ​ໃນ​ວັນ​ພະຫັດ​ມື້​ນີ້ ຫລັງ​ຈາກ​ປະທານາທິບໍດີ Lee Myung-bak ​ແຫ່ງ​ເກົາຫລີ​ໃຕ້​ ທຳ​ການ​ໂອ້​ລົມ​ສົນທະນາ​ກັນ​ກັບ​ທ່ານ Xi Jinping ຮອງ​ປະ​ທານ​ປະ​ເທດ​ຈີນ​ທ່ີ​ກຸງ​ໂຊນ. ​ໃນ​ຖະ​ແຫລ​ງການ​ສະບັບ​ນຶ່ງ​ທ່ີ​ຫ້ອງການ​ຂອງ​ທ່ານ​ຫລີ ​ນຳ​ອອກເປີດ​ເຜີຍນັ້ນ ປະທາ ນາທິບໍດີ​ເກົາຫລີ​ໃຕ້​ກ່າວ​ວ່າ ທ່ານ​ຫວັງ​ວ່າຣັຖບານ​ກຸງ​ປັກ​ກິ​ງຈະ​ຫລິ້ນ​ບົດບາດ​ຫລາຍ​ຂຶ້ນ​ໃນ​ປີ2010 ໃນ​ການ​ເກັ້ຍກ່ອມໃຫ້​ເກົາຫລີ​ເໜືອ​ປະຖິ້ມ​ໂຄງການ​ຜລິດ​ອາວຸດ​ນີວ​ເຄລັຍ​ຂອງ​ຕົນ​ນັ້ນ. ຈີນ​ເປັນ​ພັນທະມິດ​ແລະ​ພາຄີ​ການ​ຄ້າທ່ີ​ໃຫຍ່​ທ່ີ​ສຸດ​ຂອງ​ກຸງ​ພຽງ​ຢ້າງ. ທ່ານ Xi ຮຽກຮ້ອງ​ເກົາຫລີ​ໃຕ້​ ໃຫ້​ປັບປຸງ​ສາຍ​ພົວພັນ​ໃຫ້​ດີ​ຂຶ້ນ​ກັບ ເພ່ືອນ​ບ້ານ​ທາງ​ທິດ​ເໜືອ ກໍ​ຄື​ຄອມ​ມີ​ວນິດ​ເກົາຫລີ​ເໜືອນັ້ນ ໃນ​ຖານະ​ເປັນ​ຊ່ອງ​ທາງ​ນຶ່ງ​ໃນ​ການ​ປັບ​ປຸງ​ສະ ຖານະ​ການ​ດ້ານ​ຄວາມ​ປອດ​ໄພໃນ​ແຫລມ​ເກົາຫລີ ໃຫ້​ດີ​ຂຶ້ນ. ໃນ​ຂະນະ​ດຽວ​ກັນ ທູດ​ພິ​ເສດ​ຂອງ​ສະຫະຣັດວ່າ​ ດ້ວຍ​ກິດຈະການ​ເກົາ ຫລີ​ເໜືອ ກ່າວ​ວ່າ ກາາງ​ໄວໆ​ມາ​ນີ້. ນ​ໂອ້​ລົມ​ສົນທະນາ​ໃດໆ ໃນ​ອະນາຄົດກັບກຸງ​ ພຽງ​ຢ້າງ​ ຈະ​ຕ້ອງແມ່ນ​ກ່ຽວ​ກັບ​ໂຄງການ​ຫລອມ​ທາດ​ຢູ​ເຣນຽມໄໝ່ທ່ີເກົາຫລີ​ເໜືອ​ຫາ​ເປີດ​ເຜີຍ​ໃຫ້​ຮູ້​ໃນ​ຫວ່າງ​ໄວໆ​ມາ​ນີ້.
ທີ່ປາ​ກີ​ສຖານ: ບັນດາ​ກຸ່ມ​ຝ່າຍ​ຄ້ານ​ປາ​ກີ​ສຖານ​ ​ພາກັນຮຽກຮ້ອງ​ໃຫ້​ປະທານາທິບໍດີ Asif Ali Zardari ລາ​ອອກ​ຈາກ​ຕຳ​ແໜ່​ງຫລັງ​ຈາກ​ສານ​ສູງ​ສຸດໄດ້ລົບ​ ລ້າງ​ດຳຣັດ​ນິຣະ​ໂທດ​ກັມສະບັບ​ນຶ່ງ​ ທ່ີ​ປົກ​ປ້ອງ​ທ່ານ​ແລະ​ພວກ​ເຈົ້າ​ໜ້າ​ທ່ີຂັ້ນ​ສູງ​ອື່ນໆ​ ຈາກ​ການ​ຖືກກ່າວ​ຫາ​ຖານ​ທຳ​ການ​ສໍ້ຣາດບັງ​ຫລວງນັ້ນ. ສານ​ສູງ​ສຸດໄດ້​ຕັດສິນ​ໃນ​ວັນ​ພຸດ​ວານ​ນີ້ວ່າ ດຳຣັດວ່າ​ດ້ວຍຄວາມ​ປອງ ດອງ​ຊາດ ຊຶ່ງ​ໃຫ້ການ​ນິຣະ​ໂທດ​ກັມ​ແກ່​ພວກ​ນັກ​ການ​ເມືອງຂັ້ນ​ອາວຸ​ໂສ​ ພວດ​ອາດຍາ​ສິດ​ແລະ​ນັກທຸລະກິດປະມານ 8000 ຄົນນັ້ນ ແມ່ນ​ຂັດ​ແຍ່ງກັບ​ກົດໝາຍຣັຖທັມມະ​ນູນ. ຄຳ​ຕັດສິນ​ດັ່ງກ່າວ​ໄຂ​ປະຕູ​ໃຫ້​ ຮື້​ຟື້ນຄະດີ​ສໍ້ຣາດບັງ​ຫລວງແລະ​ຄະດີ ​ອາຍາ​ທັງ​ໝົດ​ ​ຕໍ່​ພວກ​ຊ່ອຍ​ວຽກ​ທ່ີ​ໃກ້ຊິດ​ຂອງ​ປະທານາທິບໍດີ ​ແລະ​ພວກ​ພັນທະ​ມິດ​ດ້ານ​ການ​ເມືອງ​ຂອງ​ທ່ານ ​ຄືນ​ມາໃໝ່​ ຊື່​ງຄະດີ​ເຫລົ່າ ນັ້ນ​ ຢູ່​ໃນ​ລະຫວ່າງ​ການ​ພິຈາຣະນາຂອງສານ ​ແຕ່​ໄດ້​ຖືກ​ໂຈະ​ໄວ້.
ທ່ານ Zardari ​ໄດ້​ຮັບ​ສິດ​ຍົກ​ເວັ້ນພິ​ເສດ​ຈາກ​ການ​ຖືກດຳ​ເນີນ​ຄະດີ ​ໃນ​ຂະນະ​ທ່ີ​ທ່ານ​ກຳລັງ​ດຳຣົງຕຳ​ແໜ່​ງຢູ່ ແຕ່​ພວກ​ຄັດຄ້ານ​ທ່ານ​ມີແຜນ ການ​ທີ່​ຈະ​ທ້າ​ທາຍ​ຕໍ່ສິດທິຂອງ​ທ່ານ ​ໃນ​ການ​ດຳຣົງຕຳ​ແໜ່​ງຕໍ່​ໄປ​ນັ້ນ.
ບັນດາ​ສະມາຊິກ​ຂອງ​ພັກ​ສັນນິບາດ​ມຸສລິ​ມປາ​ກີ​ສຖານ Nawaz ພັກ​ຝ່າຍ​ຄ້ານ ​ໄດ້​ຮຽກຮ້ອງ​ໃຫ້​ທ່ານ Zardari ລາ​ອອກ​ຈາກ​ຕຳ​ແໜ່​ງຍ້ອນ​ເຫດຜົນ​ດ້ານ​ສິນລະ​ທັມ. ​ປະທານາທິບໍດີຄົນ​ກ່ອນ ທ່ານ Pervez Musharraf ​ໄດ້​ສະ​ເໜີໃຫ້​ການນິຣະ​ໂທດ​ກັມ​ດັ່ງກ່າວ ໃນ​ດຳຣັດວ່າ​ດ້ວຍ​ຄວາມ​ປອງ​ດອງ​ຊາດ​ສະບັບ​ປີ 2007.
ອາລກາອິດາ ແລະ ເຢເມັນ:ບັນດາ​ເຈົ້າ​ໜ້າ​ທ່ີ​ເຢມັນ​ກ່າວ​ວ່າ ກຳລັງ​ຮັກສາ​ຄວາມ​ປອດ​ໄພ​ຂອງ​ຕົນ​ໄດ້​ສັງຫານ​ພວກ​ນັກ​ຕໍ່ສູ້​ຫົວ​ຮຸນ​ແຮງ ອາລ​ກາ​ອິດາ 34 ຄົນ​ແລະ​ຈັບ​ກຸມ ຕື່ມ​ອີກ 17 ຄົນ​ ໃນ​ການ​ບຸກ​ເຂົ້າ​ກວດ​ຄົ້ນ​ຕິດ​ຕໍ່​ກັນ​ມາ​ຫລາຍ​ຄັ້ງ​ ທ່ີແນ ເປົ້າ​ໝາຍ​ໃສ່​ພວກ​ກໍ່​ການ​ຮ້າຍກຸ່ມນີ້. ບັນດາ​ເຈົ້າ​ໜ້າ​ທ່ີ​ປ້ອງ​ກັນ​ປະ​ເທດ Yemen ກ່າວ​ໃນ​ວັນ​ພະຫັດ​ມື້​ນີ້​ວ່າ ການ​ປະຕິບັດ​ງານ​ດັ່ງກ່າວ​ມີ​ຂຶ້ນ​ຢູ່​ໃກ້​ໆ​ກັບ​ນະຄອນຫລວງ Sanaa ແລະໃນ​ພາກ​ໃຕ້​ຂອງ​ປະ​ເທດ. ພຽງ​ເມື່ອ​ເດືອນແລ້ວ​ນີ້ ກຸ່ມ al- Qaida ​ໄດ້ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ໃນ​ການ​ດັກ​ສະກັດ​ໂຈມ​ຕີບັ້ນ ນຶ່ງທ່ີ​ໄດ້​ເຮັດ​ໃຫ້​ພວກ​ເຈົ້າ​ໜ້າ​ທ່ີ​ຮັກສາ​ຄວາມ​ປອດ​ໄພ​ ເສັຍ​ຊີວິດ​ໄປ​ຢ່າງ​ນ້ອຍ 5 ຄົນ​ໃນ​ແຂວງ Hadramout ຂອງ Yemen. ໃນ​ຕົ້ນ​ປີ​ນີ້ ​ເຈົ້າ​ໜ້າ​ທ່ີ​ອະລຸ​ໂສຝ່າຍ​ຕໍ່ຕ້ານ​ການ​ກໍ່​ການ​ ຮ້າຍ​ຂອງ​ສະຫະ ຣັດທ່ານ​ນຶ່ງ​ໄດ້​ເຕືອນວ່າ Yemen ກຳລັງ​ໂຜ່​ໂຕ​ຂຶ້ນ​ມາເປັນ​ ອັນ​ທີ່​ອາດ​ຈະ​ກາຍ​ເປັນຖານທີ່​ໝັ້ນແຫ່ງໃໝ່​ໃນ​ຂົງ​ເຂດນັ້ນ​ຂອງຕາໜ່າງພວກ ​ກໍ່​ການ​ຮ້າຍ​ ອານກາອິດາ ກໍ​ໄດ້.

XS
SM
MD
LG