ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກປະທ້ວງເຕົ້າໂຮມກັນທີ່ກອງປະຊຸມສຸດຍອດສະພາວະໂລກຮ້ອນທີ່ເດັນມາກ


​ຂ່າວ​ກອງ​ປະຊຸມ​ວ່າ​ດ້ວຍ​ສະພາວະ​ໂລກ​ຮ້ອນ: ພວກ​ປະ​ທ້ວງ​ຈຳນວນ​ຫລາຍ​ຮ້ອຍ​ຄົນ​ພາກັນ ​ທຳ​ການ​ຍ່າງ​ໄປ​ຍັງບ່ອນ​ຈັດ​ກອງ​ປະຊຸມ​ວ່າ​ດ້ວຍ​ສະພາວະ​ໂລກ​ຮ້ອນ​ທ່ີ​ສະຫະ​ປະຊາ​ຊາດ​ເປັນ​ຜູ້​ອຸບປະ​ຖັມ​ໃນ​ນະຄອນ Copenhagen ປະ​ເທດ​ເດັນ​ມາກ ​ໃນຂະນະ​ທ່ີ​ຜູ​ນຳ​ຂອງ​ໂລກໄດ້ກະກຽມ ເພື່ອ​ພົບ​ປະກັນ​ໃນ​ຄວາມ​ພະຍາຍາມໃຫ້​ບັນລຸ​ຂໍ້​ຕົກລົງ​ກັນສະບັບ​ໃໝ່ວ່າ​ດ້ວຍ​ສະພາວະ​ໂລກ​ຮ້ອນ​ນັ້ນ. ບັນດາ​ນັກ​ເຄື່ອນ​ໄຫວ​ດ້ານ​ດິນ​ຟ້າ​ອາກດ ທ່ີ​ເກີດ​ໂມ​ໂຫນຳ​ການ​ພົບປະ​ເຈຣະຈາ​ກັນ​ທ່ີ​ດຳ​ເນີນ​ໄປ​ຢ່າງ​ຊ້າໆ​ພາກັນ​ຍ່າງ​ໄປ​ຍັງສູນ​ກາງ Bella ​ໃນ​ວັນ​ພຸດ​ມື້​ນີ້ ບ່ອນ​ທ່ີ​ບັນດາ​ຜູ້ນຳ​ຂອງ​ໂລກ​ຈາກ​ຫລາຍ​ກວ່າ100 ປະ​ເທດ​ກຳລັງມາເຕົ້າ​ໂຮມ​ກັນ​ໃນ​ ກອງ​ປະຊຸມ​ສຸດ​ຍອດ​ຄັ້ງ​ນີ້. ຕຳຫລວດກ່າວ​ວ່າ ພວກ​ປະ​ທ້ວງ​ຫລາຍ​ກວ່າ 100 ຄົນ​ຖືກ​ຈັບ​ກຸມ ​ຫລັງ​ຈາກໄດ້​ຜ່ານ​ວົງ​ລ້ອມ​ກຳລັງຮັກສາ​ຄວາມ​ປອດ​ໄພໄປ​ນັ້ນ.​ເປັນ​ເວລາ 9 ມື້​ຫລັງ​ຈາກ​ທຳ​ການ​ພົບ​ປະ​ເຈຣະ ຈາ​ກັນ​ມາ ກອງປະຊຸມ​ບໍ່​ໄດ້​ບັນລຸ​ຂໍ້​ຕົກລົງ​ທ່ີ​ສຳຄັນ​ໃດໆ ຊຶ່ງ​ບາງ ​ຄົນ​ກ່າວ​ວ່າ ພວກ​ຜູ້ຕາງໜ້າ​ປະ​ເທດຕ່າງໆ​ໄດ້​ໃຊ້​ເວລາ​ຫລາຍ​ໂພດ​ໃນ​ການ​ວາງທ່າ​ທີ​ຂອງ​ຕົນ​ຊ້ຳ​ແລ້ວ​ ຊ້ຳ​ອີກ ​ແທນ​ທີ່​ຈະ​ທຳ​ການ​ປະນີປະນອມ​ກັນ. ທ່ານ Gordon Brown ນາຍົກຣັຖມຸນຕີ​ອັງກິດ ທ່ີ​ຮ່ວມ​ຢູ່​ ໃນ​ກອງ​ປະຊຸມ​ທ່ີ​ນະຄອນ Copenhagen ນັ້ນ ກ່າວ​ວ່າ ຄວາມ​ລົ້ມ​ແຫລວ​ທ່ີ​ບໍ່​ທຳ​ການ​ເຄື່ອນໃດໆ ສາມາດ​ສົງ​ຜົນ​ກະທົບ​ຕໍ່​ຄຸນ​ນະພາ​ບຂອງ​ຊີວິດ​ສຳລັບ​ປະຊາຊົນ​ຫລາຍ​ລ້ານ​ຄົນ​ໄດ້. ທຳນຽບຂາວ​ກ່າວ​ວ່າ ປະທານາທິບໍດີ ​ບາຣັກ​ໂອ​ບາ​ມາ ມີ​ຄວາມ​ໝັ້ນ​ໃຈທ່ີ​ວ່າ​ສາມາດ​ບັນລຸ​ຂໍ້​ຕົກລົງ​ກັນ​ໄດ້​ໃນ​ສັບປະດາ​ນີ້.
ກ່ຽວ​ກັບ​ນີວ​ເຄລັຍ​ຂອງ​ເກົາຫລີ​ເໜືອ: ບັນດາ​ເຈົ້າ​ໜ້າ​ທ່ີ​ສະຫະຣັດກ່າວ​ວ່າ ປະທານາທິບໍດີ​ບາຣັກ ໂອ​ບາ​ມາ​ໄດ້​ສົ່ງ​ຈັດ​ໝາຍ​ສະບັບ​ນຶ່ງ​ໄປ​ຍັງ​ທ່ານ​ກິ​ມຈົງ​ອີລ ຜູ້ນຳ​ເກົາຫລີ​ເໜືອ ​ໃນ​ຂະນະ​ທ່ີ​ນາໆ​ຊາດ​ກຳລັງ​ດຳ​ເນີນ​ຄວາມພະຍາຍາມ​ຢ່າງ​ຂຸ້ນຂ້ຽວ​ຂຶ້ນເພື່ອ ດຶງ​ກຸງ​ພຽງ​ຢ້າງ​ກັບ​ຄືນ​ມາ​ສູ່ການ​ເຈລະຈາວ່າ​ດ້ວຍ​ໂຄງການ​ຜລິດ​ອາວຸດ​ນີວ​ເຄລັຍ​ ​ຂອງ​ເກົາຫລີ​ເໜືອ​ນັ້ນ.
​ໃນ​ການຖະ​ແຫລ​ງ​ໂດຍຂໍ​ສະ​ຫງວນ​ຊື່​ໄວ້ ບັນດາ​ເຈົ້າ​ໜ້າ​ທ່ີ​ກະຊວງ​ການ​ຕ່າງປະ​ເທດ​ສະຫະຣັດກ່າວ​ວ່າ ຈົດໝາຍ​ສະບັບ​ນີ້​ໄດ້​ຖືກ​ສົ່ງ​ໄປ​ໃນ​ສັບ ປະດາ​ແລ້ວ​ນີ້ ​ເວລາ​ທ່ານ Stephen Bosworth ທູດພິ​ເສດ​ຂອງສະ ຫະຣັດວ່າ​ດ້ວຍ​ກິດຈະການ​ເກົາຫລີ​ເໜືອ ​ເດີນທາງ​ໄປ​ຍັງ​ກຸງ​ພຽງ​ຢ້າງ​. ເຖິງ​ຢ່າງ​ໃດ​ກໍ​ດີ ບັນດາ​ເຈົ້າ​ໜ້າ​ທ່ີ​ ​ບໍ່​ຍອມກ່າວເຖິງ​ ເນື້ອໃນຂອງຈົດ ໝາຍສະບັບ​ນີ້​. ​ເປັນ​ເຣື່ອງຜິດ​ທັມມະ​ດາ ສຳລັບ​ປະທານາທິບໍດີ ​ອະ​ເມຣິກັນ​ທີ່​ຈະສົ່ງ​ຈົດ ໝາຍທາງ​ສ່ວນ​ໂຕ​ໄປ​ຫາ​ຜູ້ນຳ​ເກົາຫລີ​ເໜືອ​ ໃນຂະນະ​ທີ່​ຍັງດຳຣົງຕຳ​ ແໜ່​ງບໍ່​ໄດ້​ດົນ. ອະດີດ​ປະທານາທິບໍດີ George W. Bush ​ແລະ​ອະດີດ​ປະທານາທິບໍດີ​ບິລ ຄລິນ​ຕັນ ກໍ​ໄດ້ ​ສົ່ງ​ຈົດໝາຍ​ໄປ​ຫາ​ທ່ານ​ກິມຈົງ​ອີລ ​ເຊັ່ນ​ກັນຕໍ່​ບໍ່​ໄວ​ສ່ຳນີ້ ​ແລະ​ຫລັງ​ຈາກໄດ້ທຳ​ຄວາມ​ພະຍາຍາມເພື່ອ​ຍັບຍັ້ງ
ໂຄງ ການຜລິດ​ອາວຸດ​ນີວ​ເຄລັຍ​ຂອງ​ເກົາຫລີ​ເໜືອແລ້ວ​ເທົ່ານັ້ນ. ຫລັງ​ຈາກ​ການ​ຢ້ຽມຢາມ​ເກົາຫລີ​ເໜືອ​ ​ໃນ​ສັບປະ ດາ​ແລ້ວ​ນີ້ ທ່ານ Bosworth ​ກ່າວ​ວ່າ ບັນດາ​ເຈົ້າ​ໜ້າ​ທ່ີ​ໃນ​ກຸງ​ພຽງ​ຢ້າງບໍ່​ໄດ້​ຕົກລົງ​ນຳ​ ການ​ວາງ​ກຳນົດ​ເວລາ​ ໃນ​ການ​ກັບ​ຄືນ​ໄປ​ສູ່​ການ​ເຈຣະຈາ​ 6 ຝ່າຍ​ ກ່ຽວ​ກັບ​ການ​ຢຸດ​ໂຄງການ​ຜລິດ​ອາວຸດ​ນີວ​ເຄລັຍ​ຂອງເກົາຫລີ​ເໜືອ​ນັ້ນ.
ທີ່ມຽນມ້າ:ທ່ານ​ນາງ​ອອງຊາ​ນຊູ​ຈີ ຜູ້ນຳ​ພັກ​ຝ່າຍ​ຄ້ານ​ໃນ​ມຽນມ້າ​ໄດ້​ຮັບ​ອະນຸຍາດ​ໃຫ້​ພົບ​ປະ​ກັບ​ ​ສະມາຊິກ ​ອາວຸ​ໂສ​ສູງ​ອາຍຸ 3 ທ່ານ​ໃນ​ພັກ​ການ​ເມືອງ​ຂອງ​ທ່ານ​ນາງ​ ຢູ່​ນອກເຮືອນ​ຂອງ​ທ່ານ​ນາງ​ໃນ​ວັນ​ພຸດ​ມື້​ນີ້.
ທ່ານ​ນາງ​ອອງຊານ​ຊູ​ຈີ ທ່ີ​ໄດ້​ຮັບ​ລາງວັນ​ໂນ​ແບນ ຂະ​ແໜງ​ສັນຕິພາບ ໄດ້​ຖືກ​ພາ​ອອກ​ຈາກເຮືອນ​ຂອງ​ທ່ານ​ນາງ​ຢູ່ແຄມ​ບຶງ​ແຫ່ງ​ນຶ່ງ​ໃນ​ນະຄອນ ຢັ້ງ​ກຸ້ງ​ ໄປ​ຍັງ​ບ້ານ​ພັກ​ຮັບ​ຕ້ອນ​ແຂກ​ຂອງຣັດ​ແຫ່ງ​ນຶ່ງ​ ເພື່ອພົບ​ປະ​ເປັນ​ເວລາ​ສັ້ນໆ​ ກັບ ທ່ານ Aung Shwe ​ປະທານ​ພັກ​ສັນນິບາດ​ເພື່ອ​ປະ ຊາທິປະ​ໄຕແຫ່ງ​ຊາດ ຫລື NDL ພ້ອມ​ທັງ​ທ່ານ U Lwin ​ເລຂາທິ ການ​ພັກ​ ແລະ​ທ່ານ Lun Tin ສະມາຊິກໃນຄນະ​ກັມມະການ​ບໍລິຫານ​ ພັກ​ NDL ​ນັ້ນ. ພວກ​ສະມາຊິກພັກ​ທັງ 3 ທ່ານ​ນີ້ ຢູ່​ໃນ​ວັຍ 80 ປີ ປາຍ ຫລື​ 90​ ​ປີຕົ້ນໆແລ້ວ. ການ​ພົບ​ປະກັນ​ໃນ​ວັນ​ພຸດ​ມື້​ນີ້ ​ແມ່ນ​ການ​ຍິນຍອມ​ຄັ້ງ​ຫລ້າ​ສຸດ​ຂອງ​ຣັຖ ບານໃຫ້ແກ່​ທ່ານ​ນາງ​ອອງຊານ​ຊູ​ຈີ​ ນັບ​ແຕ່​ທ່ານ​ນາງ​ໄດ້​ຂຽນຈົດໝາຍ ສະບັບ​ນຶ່ງ​ ຫາ​ນາຍ​ພົນ Than Shwe ຫົວໜ້າ​ອຳນາດປົກຄອງທະ ຫານມຽນມ້າ​ໃນ​ທ້າຍ​ເດືອນ​ກັນຍາ​ຜ່ານ​ມາ ​ແລະໄດ້​ສະ​ເໜີທີ່​ຈະຊ່ອຍ​ໃຫ້​ມີ​ການ​ຍົກ​ເລີກ​ການ​ລົງ​ໂທດ​ຂອງ​ນາໆຊາດ​ຕໍ່​ມຽນມ້າ​ນັ້ນ.
ວຽດນາມ​ແລະ​ສະຫະຣັດ: ທ່ານ Robert Gates ຣັຖມຸນຕີ​ປ້ອງ​ກັນ​ປະ​ເທດ​ສະຫະຣັດ​ໄດ້​ເປັນ ເຈົ້າພາບ​ຈັດການ​ພົບ​ປະ​ສົນທະນາ​ກັນ ​ກັບ​ຄູ່​ຕຳ​ແໜ່​ງຂອງ​ທ່ານຈາກ​ວຽດນາມ​ ກ່ຽວ​ກັບ​ເລື້ອງຄວາມ​ປອດ​ໄພ​ປະຈຳ​ຂົງ​ເຂດ​ແລະ​ສາຍ​ພົວພັນ​ສ​ອງຝ່າຍດ້ານ​ການປ້ອງ​ກັນ​ປະ​ເທດ​. ໂຄສົກ​ຍິງ​ປະຈຳ​ທຳນຽບຫ້າ​ແຈ ກ່າວ​ວ່າ ທ່ານ Gates ຣັຖມຸນຕີ​ປ້ອງ​ກັນ​ປະ​ເທດ​ໄດ້​ເປັນ​ເຈົ້າພາບ​ຈັດ​ງານ​ກິນ​ເຂົ້າທ່ຽງ​ແລະ​ເຮັດ​ວຽກ​ໄປ​ພ້ອມ ​ເພື່ອ​ຮັບ​ຕ້ອນ​ນາຍ​ພົນ Phung Quang Thanh ທ່ີ​ນະຄອນຫລວງ ວໍ​ຊິງ​ຕັນໃນ​ວັນ​ອັງຄານ​ວານ​ນີ້ ​ແລະ​ວ່າທັງ​ສອງ​ທ່ານ​ຍອມຮັບ​ວ່າ​ມີ​ການຮ່ວມ​ມື​ກັນ​ໃນ​ທາງ​ບວກ​ໃນ​ເລື້ອງ​ການ​ເກັບ​ກູ້​ລະ​ເບີດ​ຝັງ​ດິນ ຢາ​ປົວພະຍາດ​ທະຫານ ​ຕລອດ​ທັງ​ການ​ຢັ້ງຢືນ​ຊື່​ແລະ​ສົ່ງ​ຊາກ​ສົບ​ຂອງພວກ​ທ່ີ​ ​ຫາຍ​ສາບ​ສູນ​ໄປ​ໃນ​ປາງ​ສົງຄາມ ຄືນໃຫ້​ແກ່​ສະຫະຣັດນັ້ນ. ອະ​ດີດ​ຄູ່​ປໍ​ລະ​ປັກ​ຍັງໄດ້​ຕົກລົງກັນ​ ທີ່​ຂະ ຫຍາຍ​ການ​ຮ່ວມມື​ລະຫວ່າງ​ ທະຫານ​ຕໍ່​ທະຫານ​ ໃນ​ການ​ຮັກສາ​ສັນຕິພາບ ການຊອກ​ຫາ​ແລະ​ຊ່ອຍ​ພວກ​ປະສົບ​ໄພ ​ ການ​ຊ່ອຍ​ເຫລືອ​ດ້ານ​ມະນຸດສະ​ທັມ ​ແລະ​ການ​ປະຕິ ບັດ​ງານ​ດ້ານ​ການ​ຊ່ອຍ​ເຫລືອ​ບັນ​ເທົາໄພ​ຫາຍຍະນະນຳ.
​ອິຣ່ານ ທົດ​ລອງ​ຍິງ​ລູກ​ສອນ​ໄຟ:ອິຣ່ານ​ໄດ້​ທົດ​ລອງ​ຍິງ​ລູກ​ສອນ​ໄຟໄລຍະໄກ​ ​ລຸ່ນປັບປຸງ​ໃໝ່​ ຂອງ​ຕົນ​ລູກ​ນຶ່ງ​ ໃນມື້​ນີ້​. ​ໂທຣະພາບ​ແຫ່ງ​ຊາດ​ຂອງ​ອິຣ່ານ​ໄດ້​ສະ​ແດງ​ຮູບ​ວີ​ດີ​ໂອ​ຂອງ​ການ​ທົດ ລອງ​ຍິງ​ລູກ​ສອນ​ໄຟ Sejil 2 ທ່ີ​ຍິງ​ໄດ້ໃນໄລຍະ 2 ພັນຫລັກກິໂລ ແມັດ ຊຶ່ງ​ເຮັດ​ໃຫ້ສາມາດຍິງໄປເຖິງອີສຣາແອນແລະພວກຖານທັບ ຂອງສະ ຫະຣັດ ໃນພາກໃຕ້ຂອງທະວີບຢູໂຣບໄດ້. ທ່ານ Ahmad Vahidi ຣັຖມຸນຕີປ້ອງກັນປະເທດອິຣ່ານ ກ່າວວ່າ ລູກສອນໄຟທ່ີວ່ານີ້​ແມ່ນ​ເພື່ອໃຊ້ເປັນອາວຸດສະກັດກັ້ນ ແລະທ່ານກ່າວ ຕໍ່ ໂທຣະພາບແຫ່ງຊາດ ອິຣ່ານວ່າ ຄວາມໄວແລະຄວາມສາມາດໃນ ການເຄື່ອນຍ້າຍຂອງລູກສອນໄຟລູກນີ້ ເຮັດໃຫ້ການທຳ ລາຍມັນບໍ່ໄດ້. ທ່ານ Gordon Brown ນາຍົກຣັຖມຸນຕີອັງກິດ ທ່ີເຂົ້າຮ່ວມໃນກອງປະຊຸມວ່າດ້ວນສະ ພາວະໂລກຮ້ອນທ່ີນະຄອນ Copenhagen ກ່າວວ່າ ການທົດລອງຍິງລູກສອນ ໄຟທ່ີວ່ານີ້ ​ເປັນອີກເຫດຜົນນຶ່ງໃນການ ເພີ່ມການລົງໂທດຂຶ້ນອີກໄດ້ຕໍ່ຣັຖບານກຸງເຕຣ່ານ ຊຶ່ງກຳລັງຕ້ານຢັນ ກັບຝ່າຍຕາ​ເວັນຕົກ ກ່ຽວກັບໂຄງການນີວເຄລັຍຂອງຕົນນັ້ນ. ໃນວັນອັງຄານວານນີ້ ບັນດາສະມາຊິກສະພາ ນິຕິບັນຍັດຂອງສະຫະ ຣັດ ໄດ້ລົງມະຕິເຫັນດີໃຫ້ລົງໂທດພວກບໍລິສັດຕ່າງປະເທດໃດກໍຕາມ ທ່ີຂາຍນ້ຳມັນເຊື້ອໄຟໃຫ້ອິຣ່ານນັ້ນ. ສະມາຊິກສະພາທ່ານນຶ່ງເອີ້ນການຮັບ​ຜ່ານມະຕິນີ້ວ່າ ເປັນການຕອບ ໂຕ້ຢ່າງນຶ່ງ ຕໍ່ການທ່ີອິຣ່ານຍັງປະຕິເສດຢູ່​ຕໍ່​ມາ ຕໍ່ຄວາມພະຍາຍາມ ຂອງປະທານາທິບໍດີບາຣັກໂອບາມາ ທີ່​ຈະພົວພັນກັບກຸງເຕຣ່ານນັ້ນ.

XS
SM
MD
LG