ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ສະຫະປະຊາຊາດລາຍງານວ່າມີການປູກຝິ່ນເພີ້ມຂຶ້ນ ໃນມ້ຽນມ້າ


ເຈົ້າໜ້າທີ່​ຂອງ​ອົງການສະຫະ​ປະຊາ​ຊາດ ​ເວົ້າວ່າ ການ​ປູກ​ຝິ່ນ​ຢູ່​ມ້ຽນ ມ້າ ​ໄດ້​ເພີ້ມຂຶ້ນເປັນ 3​ ປີທີ 3 ​ລຽນຕິດກັນ ຍ້ອນວ່າພວກກຸ່ມກະ ບົດເຜົ່າ​ຕ່າງໆ ພາກັນ​ຂາຍ​ຝິ່ນ​ເພື່ອ​ເອົາ​ເງິນ​ໄປ​ຊື້​ອາ ວຸດ. ນາຍ Ron Corben ນັກ​ສື່​ຂ່າວ​ຂອງ VOA ປະຈຳ​ບາງກອກ ເວົ້າວ່າການ​ເພີ້ມ ຂຶ້ນຂອງການ​ປູກ​ຝິ່ນນີ້ ​ແມ່ນ​ໄດ້​ຕ່າວປີ້ນຜົນ​ສຳ​ເລັດ ທີ່​ໄດ້​ຮັ​ບ​ມາ​ໃນ​ອະ​ດີດ​ໃນ​ການ​ດຳ​ເນີນ​ ຄວາມ​ພະ ຍາຍາມໃນການຕັດ​ການ​ປູກ​ຝິ່ນ​ລົງ.

ອົງການສະຫະ​ປະຊາ​ຊາດ​ເພື່ອການ​ຕໍ່ຕ້ານຢາເສບຕິດ ​ແລະ ອາດ​ສະ​ຍາ​ກຳ ຫລື UNODC ​ເວົ້າ​ໃນ​ວັນ​ຈັນ​ຜ່ານ​ມານີ້ວ່າ ການ​ປູກ​ຝິ່ນ​ຢູ່​ມ້ຽນມ້າ​ໄດ້​ເພີ້ມຂຶ້ນຫລາຍກວ່າ 10% ​ໃນ​ປີ 2009 ​ເຊິ່ງ​ເປັນການ​ເພີ້ມຂຶ້ນ​ເປັນປີ​ທີ 3 ລຽນຕິດກັນ.

ບົດລາຍ​ງານ​ຫລ້າ​ສຸດ​ຂອງ​ອົງການ​ດັ່ງກ່າວ ​ຊຶ່ງໄດ້​ເກັບ​ກຳ​ຂໍ້​ມູນ​ກ່ຽວກັບສະພາບການ​ປູກ​ຝິ່ນຢູ່​ໄທ, ລາວ ​ແລະມ້ຽນມ້າ​ ແຈ້ງ​ໃຫ້ ຊາບ​ວ່າ ການ​ປູກ​ຝິ່ນຢູ່​ໃນ​ເຂດ 3 ປະ​ເທດ​ນີ້ ​ແມ່ນ​ກວມ​ເອົາ​ເນື້ອ​ທີ່​ປະມານ 31.700 ​ເຮັກຕາ ຊຶ່ງ​ແມ່ນ​ເພິ່ມຂຶ້ນ​ຈາກພຽງ​ແຕ່ 20.300 ​ເຮັກຕາກ່ວາໆ ​ໃນ​ປີ 2006 ນັ້ນ ​ແລະການ​ເພີ້ມຂຶ້ນ​ນີ້ ​ແມ່ນ​ຕິດຕາມ​ມາ​ລຸນ​ຫລັງ​ການ​ຫລຸດ​ລົງ​ຢ່​າງຫລວງຫລາຍ ຈາກ ​ຊ່ວງ​ເວລາ​ລະຫ​ວ່າງ​ປີ 1998 ຫາ 2005 ຊຶ່ງກວມ​ເອົາ​ເນື້ອ​ທີ່ ປະມານ ​130.000 ເຮັກຕາ.

​ເຈົ້າໜ້າທີ່​ຂອງ​ອົງການ UNODC ​ເວົ້າວ່າ ສາ​ເຫດ​ທີ່​ພາ​ໃຫ້​ມີ​ການ​ເພີ້ມຂຶ້ນ​ໃນການ​ປູກ​ຝິ່ນ​ນີ້ ສ່ວນ​ນຶ່ງ ​ແມ່ນ​ມາ​ຈາກ​ສະພາບການຂາດສະຖຽນຣະພາບ​ທາງ​ການ​ເມືອງ​ ຢູ່​ໃນ ມ້ຽນມ້ານັ້ນ. ພວກກຸ່ມ​ທະຫານ​ຊົນ​ເຜົ່ານ້ອຍ ​ເຊັ່ນ​ເຜົ່າ Wa ​ແລະ Kachin ​ໄດ້​ພາກັນ ປູກ​ຝິ່ນຂາຍ​ເອົາ​ເງິນ​ ເພື່ອ​ຊື້ອາວຸດມາ​ຍິງ​ຕໍ່ສູ້​ກັບ ລັດຖະບານ​.

​ກອງທັບມ້ຽນມ້າ ​ໄດ້​ກຳນົດ​ເສັ້ນຕາຍ​ໃຫ້​ແກ່ບັນດາກຸ່ມຊົນ​ເຜົ່າ​ ​ນ້ອຍ ​ເຊິ່ງ​ຫລາຍໆ​ກຸ່​ມ​ໄດ້​ທຳ​ການ​ຕໍ່ສູ້​ຕ້ານ​ລັດຖະບານມາ​ເປັນ​ເວລາ​ຫລາຍ​ທົດ​ສະຫວັດ ​ເພື່ອ​ໃຫ້​ໄດ້ຮັບ ອໍານາດ​ປົກຄອງ​ຕົນ​ເອງຫລາຍ​ກວ່າ​ເກົ່າ ນັ້ນວ່າ ​ໃຫ້ປົດ​ອາວຸດ​ທະຫານຂອງ​ພວກ ເຂົາ​ເຈົ້າ. ລາຍງານ​ຂ່າວຫລາຍ​ກະ​ແສ ເວົ້າວ່າ ບາງ​ກຸ່ມໃນ​ຈຳນວນນັ້ນ ບໍ່ຢາກ ປົດ​ອາວຸດ ​ແລະ ກຽມພ້ອມທີ່​ຈະ​ທຳ​ການ​ຕໍ່ສູ້ຕໍ່​ໄປ.

ທ່ານ Gary Lewis ເຊິ່ງ​ເປັນຜູ້ຕາງໜ້າ ຂອງ​ອົງການ UNODC ປະຈຳ​ຂົງ​ເຂດເອ​ເຊຍ​ຕາ​ເວັນອອກ ​ແລະ ​ເຂດ​ມະຫາ​ສະມຸດ ປາຊີ​ຟິກ​ ​ເວົ້າວ່າ: "ເມື່ອ​ຫລາຍ​ປີ​ກ່ອນ​ໜ້າ​ນີ້ພວກ​ເຮົາ​ເຫັນ ປະລິມານ​ເກັບ​ກ່ຽວ​ຝິ່ນ​ລົດ​ຕ່ຳລົງ,​ຫລາຍ. ​ໃນ​ປະ​ເທດ​ມຽນມາ​ນັ້ນ ພວກ​ເຮົາ​ກຳລັງ​ເຫັນ​ປະ​ລິມານ​ການເກັບ​ກ່ຽວ​ຝິ່ນ​ ຖີບ​ຕົວ​ສູງ​ຂື້ນ​ໃນ​ລະຍະ​ສາມ​ສີ່​ປີຜ່ານມາ​ນີ້ ຊຶ່ງ​ບັດ​ນີ້​ເພີ່ມ​ຂຶ້ນ​ທັງ​ໝົດ​ເກືອບ 50 ​ເປີ​ເຊັນ ສົມ​ທຽບ​ໃສ່​ປີ 2006 ສຳ​ຫລັບ​ພາກສ່ວນ​ຂອງ​ພວກ​ເຮົາ ​ແມ່ນ​ສຸມ​ໃສ່​ບັນຫາ​ການ​ຄວບ​ຄຸມ​ຢາ​ເສບ​ຕິດ ທີ່​ຍັງ​ເຫັນ​ວ່າ​ບໍ່​ປະລະ​ການ​ຜລິດ​ ​ແລະ​ການ​ກຳຈັດ."

ກ່າວ​ກັນ​ວ່າ ຢູ່ມ້ຽນມ້ານັ້ນ, ມີປະຊາຊົນ​ຫລາຍ​ກວ່າ 1 ລ້ານຄົນ ທີ່ມີສ່ວນ​ກ່ຽວຂ້ອງ​ກັບ​ການ​ປູກ​ຝິ່ນ ​ທີ່​ເອົາ​ໄປໃຊ້​ເປັນ​ວັດຖຸ​ດິບ​ເພື່ອຜະຫລິດ​ເຮ​ໂຣອິນນັ້ນ.

​ແຕ່​ວ່າ ພາກພື້ນເອ​ເຊຍ​ຕາ​ເວັນອອກສຽງ​ໃຕ້ ​ເຊິ່ງ​ໃນ​ເມື່ອ​ກ່ອນ​ ເອີ້ນ​ກັນ​ວ່າ​ ເຂດ​ສາມ ຫລ່ຽມທອງຄຳ ​ຍ້ອນ​ວ່າ​ເປັນເຂດທີ່ມີ​ຊາຍ​ແດນ​ຕິດ​ຈອດ​ກັນ​ລະ​ຫວ່າງ 3 ປະ​ເທດ ຄື ມ້ຽນມ້າ, ລາວ ​ແລະ ໄທນັ້ນ ​ເປັນ​ເຂດ​ທີ່​ມີ​ການຜະຫລິດຝິ່ນ​ຢ່າງ​ຫລວງຫລາຍ​ນັ້ນ​ ໃນ​ທົສວັດທີ່​ຜ່ານ​ມານີ້ ແມ່ນ​ໄດ້​ຫລຸດ​ຫລັງ ອັຟກາ​ນິສ ຖານຕັ້ງຫລາຍ ​ໃນ​ດ້ານການຜະ ຫລິດຝິ່ນ ​ ​.

ທ່ານ Leik Boonwaat ເຊິ່ງ​ເປັນຜູ້ຕາງໜ້າ ຂອງ​ອົງການ UNODC ປະຈຳ​ລາວ ​ເວົ້າວ່າ ການ​ຜະຫລິດ​ຝິ່ນຢູ່ອັຟກາ​ນິສ ຖານດຽວນີ້ ກວາ​ມ​ເອົາ 95% ຂອງ​ການ​ຜະຫລິດ ​ຝິ່ນ​ຢູ່​ໃນ​ໂລກ. ທ່ານກ່າວວ່າ:

"ຄ່າ​ຂອງ​ຝິ່ນ​ທັງ​ໝົດ​ທີ່​ຜລິດ​ສຳ​ຫລັບ​ມຽນມາ​ນັ້ນ ພວກເຮົາ​ປະ​ເມີນ​ວ່າປະມານ 104 ລ້ານໂດ​ລາ. ສຳ​ຫລັບ​ປະ​ເທດ​ລາວ​ແມ່ນ 15 ລ້ານ​ໂດ ລາ ສ່ວນ​ໃນ​ອັຟກາ​ນີສຖານ​ນັ້ນ ຂ້າພະ​ເຈົ້າຄິດ​ວ່າ ຄຸນຄ່າຝິ່ນ​ທັງ​ໝົດ​ສຳ​ຫລັບ​ປີ​ນີ້ ປະ​ມານ 438 ລ້ານ​ໂດ​ລາ."

ອົງການ UNODC ​ເວົ້າວ່າ ທ່າ​ແຮງຂອງ​ການ​ຜະລິດ​ຝິ່ນ​ໂດຍ​ລວມ ຢູ່​ພາກພື້ນເອ​ເຊຍ​ຕາ​ເວັນອອກສຽງ​ໃຕ້ໄດ້​ຫລຸດ​ລົງ ຈາກ 1.435 ໂຕນໃນປີ 1998 ມາເຫລືອ​ພຽງ​ແຕ່ 345 ໂຕນ ໃນປີ 2009 ເຊິ່ງ​ເປັນ​ການ​ຫລຸດ​ລົງ 75%.

ອົງການ UNODC ​ເວົ້າວ່າ ​ເພື່ອຈະຕັດການ​ຜະຫລິດ​ຝິ່ນລົງ ອີກນັ້ນ ປະຊາ​ຄົມ​ນາໆ​ຊາດຈະ​ຕ້ອງ​ຊ່ວຍພວກ​ທີ່​ປູກ​ຝິ່ນ​ ຊອກ​ຫາ​ພືດອື່ນ​ມາ​ປູກທົດ​ແທນ ​ແລະມີວິທີ​ການ​ທຳ​ມາ​ຫາ​ກິນ​ແບບ​ອື່ນ​.

XS
SM
MD
LG