ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກອງປະຊຸມສະພາວະໂລກຮ້ອນຍ່າງເຂົ້າໃນບັ້ນສຸດທ້າຍແລະສຳຄັນທີ່ສຸດ


​ຂ່າວກອງ​ປະຊຸມ​ສະພາວະ​ໂລກ​ຮ້ອນ: ເວລາໃກ້ຈະ​ໝົດລົງ​ແລ້ວ ສຳລັບ​ພວກ​ເຈົ້າ​ໜ້າ​ທ່ີ​ກຳລັງ​ຂຸ້ນຂ້ຽວ​ຫາ​ທາງ​ ​ໃຫ້​ມີ​ການ​ບັນລຸຂໍ້​ຕົກລົງ​ກັນ ​ເຣື່ອງ​ແຜນການ​ຕໍ່ສູ້​ກັບ​ສະພາວະ​ໂລກ ຮ້ອນ ຊຶ່ງ​ພວກ​ຜູ້ນຳ​ຈາກ​ບາງ​ປະ​ເທດ​ເຕືອນ​ວ່າ ກອງ​ປະຊຸມ​ຄັ້ງນີ້​ອາດ ສາມາດ​ປະສົບ​ກັບ​ຄວາມ​ລົ້ມ​ແຫລວ​ໄດ້. ກອງ​ປະຊຸມ​ວ່າ​ດ້ວຍ​ສະພາວະ​ໂລກ​ຮ້ອນ​ ທ່ີ​ອົງການ​ສະຫະ​ປະຊາ​ຊາດ​ຈັດ​ຂຶ້ນ​ທ່ີ​ນະຄອນ Copenha-gen ​ໄດ້​ຍ່າງ​ເຂົ້າ​ເປັນ​ອາທິດ​ສຸດ​ທ້າຍ​ໃນ​ວັນ​ຈັນ​ມື້​ນີ້ ​ໃນ​ຂະນະ​ທ່ີ​ບັນດາ ຜູ້ນຳ​ຈາກ​ທົ່ວ​ໂລກ​ກຳລັງ​ກະກຽມ​ ທ່ີ​ຈະ​ເດີນທາງ​ໄປ​ຍັງນະຄອນຫລວງ​ຂອງ​ເດນ​ມາກ ​ເພື່ອປະກອບສ່ວນ​ໃນ​ນັດສຸດ​ທ້າຍ​ຂອງກອງ​ປະຊຸມ​ວ່າ​ດ້ວຍ​ສະພາວະ​ໂລກ​ຮ້ອນ​ນີ້.
​ເຣື່ອງຕ່າງໆ​ທ່ີ​ຍັງ​ຕົກລົງ​ກັນ​ບໍ່​ທັນ​ໄດ້ ​ແມ່ນ​ເຣື່ອງກ່ຽວ​ກັບ​ວ່າ ​ແຕ່ລະ​ປະ​ເທດຈະ​ຕ້ອງ​ຕັດ​ການ​ສົ່ງ​ແກ​ສ​ເຮືອນ​ແກ້ວ​ຂຶ້ນ​ສູ່​ອາກາດ​ໜ້ອຍ​ຫລາຍ​ສ່ຳ​ໃດ​ ຊື່​ງການ​ປ່ອຍ​ແກ​ສດັ່ງກ່າວ​ອອກ​ຈາກ​ທໍ່​ອາຍ​ເສຍ​ຂອງ​ລົດ​ແລະ ​ຈາກ​ໂຮງ​ຈັກ​ໂຮງງານ​ຕ່າງ​ໆ​ນັ້ນ ​ເປັນສາ​ເຫດ​ທ່ີ​ພາ​ໃຫ້​ໂລກ​ຮ້ອນ​ ແລະ​ກ່ຽວ​ກັບ​ວ່າຜູ້​ໃດ​ຈະ​ເປັນ​ຜູ້ຈ່າຍ​ສຳລັບ​ການ​ຕັດ​ການ​ສົ່ງ​ແກ​ສ​ເຮືອນ​ແກ້ວ​ລົງ​ນີ້.ທ່ານ Kevin Rudd ນາຍົກຣັຖມຸນຕີ Australia ກ່າວ​ຕໍ່​ອົງການ ​ຂ່າວ Sky News ​ໃນ​ວັນ​ຈັນ​ມື້​ນີ້ວ່າ ມີ​ໂອກາດ​ທ່ີ​ວ່າ​ກອງ​ປະຊຸມ​ນີຈະ​ຍຸດຕິ ລົງ​ດ້ວຍ​ຄວາມ​ລົ້ມ​ແຫລວ ​ໃນ​ຂະນະ​ທ່ີ​ທ່ານ Ed Miliband ຣັຖມຸນຕີ ວ່າ​ດ້ວຍ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ຂອງ​ອັງກິດ ຮຽກຮ້ອງ​ໃຫ້ມີ​ ມີ​ການ​ເຄື່ອນ​ໄຫວ​ດ່ວນ​ຂຶ້ນ​ອີກ ​ໂດຍ​ກ່າວ​ວ່າ ກອງ​ປະຊຸມ​ບໍ່​ໄດ້ດຳ​ເນີນ​ໄປ​ຕາມ​ທິດ​ທາງ​ທ່ີ​ຈະ​ພາ​ໃຫ້ມີ​ການ​ບັນລຸຂໍ້​ຕົກລົງ​ ​ທ່ີ​ຕ້ອງການ.
ກ່ຽວ​ກັບໜີ້ສິນປະ​ເທດ ດູໃບ: ປະ​ເທດ Dubai ທ່ີ​ເປັນ​ໜີ້​ສິນ​ຫລາຍ​ໃນ​ເຂດ​ອ່າວ​ເປີເຊັຍ ​ໄດ້​ຮັບເງິນ​ ​ຊ່ອຍ​ເຫລືອ​ເພື່ອໃຊ້​ໜີ້​ ​ໃນ​ນາທີ​ສຸດ​ທ້າຍ ຊຶ່​ງອາດ​ສາມາດ​ລົດ​ຜ່ອນ​ຄວາມ​ເປັນ​ຫ່ວງ​ຂອງ​ພວກ​ລົງທຶນ​ຈາກ​ທົ່ວ​ໂລກ​ໄດ້. ບັນດາ​ເຈົ້າ​ໜ້າ​ທ່ີ​ກ່າວ​ໃນ​ວັນ​ຈັນ​ມື້​ນີ້​ວ່າ ປະ​ເທດ​ Abu Dhabi ຊື່​ງເປັນເພື່ອນ​ບ້ານຂອງ Dubai ກຳລັງຢື່ນມື​ເຂົ້າຊ່ວຍ​ເຫລື​ອດ້ວຍ​ເງິນ ຈຳນວນ 10 ພັນ​ລ້ານ​ດອນ​ລ້າ​. ທັງ​ສອງ​ປະ​ເທດ​ແມ່ນ​ສ່ວນ​ນຶ່ງ​ຂອງ​ກຸ່ມ​ປະ​ເທດ​ທີ່​ເອີ້ນ​ວ່າ ສະຫະຣັຖ​ອາຣັບ Emirates ທີ່​ຕັ້ງຢູ່ໃນ​ແຖບ​ອ່າວ​ເປີ​ເຊັຍ.ຄຳ​ປະກາດ​ຊ່ອຍ​ເຫລືອ​ນີ້​ມີ​ຂຶ້ນ​ ໃນ​ມື້​ດຽວ​ກັນ​ກັບ​ທ່ີ​ກຸ່ມ​ບໍລິສັດຣັດວິ​ສາ​ຫະກິດ Dubai World ຖືກ​ບັງຄັບ​ໃຫ້​ໃຊ້​ໜີ້​ຄືນ 3500 ລ້ານດອນ​ລາ. ບໍລິສັດຣັດວິ​ສາ​ຫະກິດ Dubai World ​ເຮັດ​ໃຫ້​ລາ​ຄ້າ​ຮຸ້ນ​ໃນ​ທົ່ວ​ໂລກ​ດິ່ງ​ລົງໃນ​ເດືອນ​ແລ້ວ​ນີ້ ຫລັງ​ຈາກທາງບໍລິສັດ​ ອອກ​ມາເວົ້າວ່າ ຕົນ​ບໍ່​ສາມາດທີ່​ຈະຈ່າຍ​ເງິນ​ໜີ້​ສິນ​ຈຳນວນ​ເກືອບ 60 ພັນ​ລ້ານ​ດອນ​ລາໄດ້ ທັນຕາມ​ກຳນົດ. ບັນດາ​ນັກວິ​ເຄາະ​ພາກັນ​ຢ້ານ​ກົວ​ວ່າ ການ​ທ່ີ​ກຸ່ມ​ບໍລິ ສັດ​ດັ່ງກ່າວບໍ່​ສາມາດ​ຈ່າຍ​ໜີ້​ຕາມ​ກຳນົດ​ໃນ​ວັນ​ຈັນ​ມື້​ນີ້ ອາດສາມາດ​ສົ່ງ​ຜົນກະທົບ​ຕໍ່​ເສດຖະກິດ​ໂລກ​ໄດ້ ​ອີກເທື່ອ​ນຶ່ງ.
ຂ່າວ​ຄືບ​ໜ້າ​ກ່ຽວ​ກັບ​ການ​ຈັບອ່າວຸດ​ເກົາຫລີ​ເໜືອ​ທີ່ໄທ: ສານ​ແຫ່ງ​ນຶ່ງ​ຂອງ​ໄທ​ໄດ້​ສັ່ງ​ໃຫ້​ຄຸມ​ຂັງ​ພວກ​ຜູ້​ຊາຍ 5 ຄົນ​ໄວ້12 ມື້ ໃນ​ຂະນະ​ທ່ີ​ພວກ​ເຂົາ​ເຈົ້າ​ກຳລັງ​ຖືກ​ສືບສວນ ຍ້ອນ​ໄດ້​ນຳ​ເຮືອບິນ​ລຳ​ນຶ່ງ​ທ່ີບັນທຸກ​ອາວຸດ​ເກົາຫລີ​ເໜືອ​ ເຂົ້າປະ​ເທດ​ຢ່າງ​ຜິດ​ກົດໝາຍ.ພວກ​ຜູ້​ຊາຍ 5 ຄົນ​ນີ້​ຖືກ​ຈັບ​ກຸມ​ໃນ​ວັນ​ສຸກ​ຜ່ານ​ມາ ​ໃນ​ຂະນະ​ພວກ​ເຂົາ ເຈົ້າ​ເອົາ​ເຮືອບິນ​ລົງ​ຈອດ​ເຕີມ​ນ້ຳມັນ​ ທ່ີ​ສະ​ໜາມ​ບິນ​ດອນ​ເມືອງ​ທີ່​ບາງ ກອກ. ​ບັນດາ​ເຈົ້າ​ໜ້າ​ທ່ີ​ໄທ​ເວົ້າວ່າ ຕຳຫລວດ​ໄດ້​ທຳ​ການ​ເຄື່ອນ​ໄຫວ​ຫລັງ​ຈາກ​ໄດ້​ຮັບແຈ້ງ​ໃຫ້​ຊາ​ບຈາກ​ສະຫະຣັດ ​ແຕ່​ທາງຣັຖບານ​ກຸງ​ວໍ​ຊິງ​ຕັນ​ບໍ່​ໄດ້​ຢືນຢັນ​ຂ່າວ​ນີ້. ຊາຍ4 ຄົນ​ຈາກກາ​ຊັກ​ສະຖານ ​ແລະ​ຈາກ Belarus ຄົນ​ນຶ່ງ ປະຕິ​ເສດວ່າ​ພວກ​ຕົນ​ບໍ່​ໄດ້​ເຮັດ​ຫຍັງ​ຜິດ ​ໂດຍ​ກ່າວ​ວ່າ ພວກ​ເຂົາ​ເຈົ້າ​ບໍ່​ຮູ້ວ່າ​ເຮືອບິນ​ຂອງ​ເຂົາ​ເຈົ້າ​ບັນທຸກ​ອາວຸດ​. ເຂົາ​ເຈົ້າ​ແຈ້ງ​ລາຍການສິນຄ້າ​ທ່ີ​ ​ບັນທຸກມາ​ໃນເຮືອບິນ​ນັ້ນ​ ​ວ່າ​ແມ່ນ​ເຄື່ອງ​ອຸບປະກອນ​ເຈາະ​ບໍ່​ນ້ຳມັນ.
ນັກ​ບິນ​ຄົນ​ນຶ່ງ ນາຍ Viktor Abdullayev ກ່າວ​ຕໍ່​ໜັງສືພິມ New York Times ວ່າ ພວກ​ຕົນໄດ້​ເລີ້ມ​ຖ້ຽວ​ບິນ​ໃນ Ukraine ແລ້ວໄປ ຮັບເອົາ​ສິນຄ້າ​ທ່ີ​ເກົາຫລີ​ເໜືອ ​ແລະ​ກຳລັງ​ຈະກັບຄືນ​ໄປ​ຍັງ Ukraine ​ໂດຍຜ່ານ​ໄທ ສີ​ລັງກາ​ແລະ​ສະຫະຣັຖ​ອາຣັບ Emirates ​ແຕ່​ລາວ​ບໍ່ ໄດ້​ບອກ​ໃຫ້​ຮູ້ວ່າ ຈະ​ສົ່ງ​ພວກ​ສິນຄ້າ​ເຫລົ່າ​ນີ້​ໄປ​ໃສ? ທາງ​ການໄທກ່າວ​ວ່າ ພວກ​ຫີບ​ບັນທຸກ​ສິນຄ້າ​ໃນ​ເຮືອບິນ ​ແມ່ນ​ບັນຈຸ​ ລະ​ເບີດ​ທ່ີ​ຂັບ​ດັນ​ດ້ວຍຈະ​ຫລວດ​ ພ້ອມ​ທັງ​ລູກ​ສອນ​ໄຟ​ແລະ​ອາວຸດ​ອື່ນໆ​ ໜັກ 35 ຕັນ ​ແລະ​ເວົ້າ​ວ່າ ພວກ​ສິນຄ້າ​ບັນທຸກ​ໃນ​ເຮືອບິນ​ຈະ​ໄດ້​ຖືກ​ກວດກາ​ຢ່າງ​ເຕັມ​ສ່ວນ.
ກ່ຽວ​ກັບ​ທໍ່​ລຳລຽງ​ແກ​ສຂອງ​ຈີນ: ທ່ານ​ຫູ​ຈິນ​ເຖົາ​ປະທານ​ປະ​ເທດ​ຈີນ ​ເປີດ​ທໍ່​ລຳລຽງ​ແກ​ສ​ໃໝ່​ຈາກ​ພາກ ການ​ເອ​ເຊັຍ​ໃນ​ວັນ​ຈັນ​ມື້​ນີ້. ພວກ​ຜູ້ນຳ​ຈາກ​ປະ​ເທດ​ກາ​ຊັກ​ສະຖານ ເທີ​ກ​ເມ​ນີສຖານ ​ແລະ​ອຸ​ສ​ເບ​ກີ​ສຖານ ຊຶ່ງ​ເປັນ​ປະ​ເທດ​ສົ່ງ​ອອກ​ແກ​ສ ລາຍ​ໃຫຍ່​ທ່ີ​ສຸດ​ໃນ​ເອ​ເຊັຍ​ກາງ ​ກໍໄດ້​ໄປ​ຮ່ວມກັບ​ທ່ານ​ຫູ​ຈິນ​ເຖົາ​ໃນ​ພິທີ ເປີດ​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ຈັນ​ມື້​ນີ້ ທ່ີ​ເຂດ​ບໍ່​ແກ​ສ Sumandepe ​ໃນ​ເຂດ​ສອກຫລີກ​ຫ່າງ​ໄກ​ໃນ​ ພາກ​ຕາ​ເວັນ​ອອກຂອງ Turmenistan ບ່ອນ​ທ່ີ​ທໍ່​ລຳລຽງ​ແກ​ສ​ເລີ້ມຂຶ້ນ​ນັ້ນ. ທໍ່​ລຳລຽງ​ແກ​ສທ່ີ​ວ່າ​ນີ້ຊຶ່ງ​ຍາວ 1800 ຫລັກ​ກິ​ໂລ​ແມ້ດ ​ແມ່ນແລ່ນ​ຜ່ານ Turmenistan, Uzbekistan c​ແລະ Kazakhstan ກ່ອນ​ຈະໄປ​ເຊື່ອມຕໍ່​ໃສ່​ກັບທ່ໍ​ລຳລຽງ​ແກ​ສ ຍາວ 5000 ກິ​ໂລ​ແມັດ​ໃນ​ຂົງ​ເຂດຊິນ​ຈຽງ​ ພາກ​ຕາ​ເວັນ​ຕົກ​ສຸດ​ຂອງ​ຈີນ.ທໍ່​ລຳລຽງແກ​ສ​ເສ້ນ ນີ້ ​ແມ່ນເປັນເສ້ນ​ທຳ​ອິດ​ໃນ​ເຂດ​ເອ​ເຊັຍ​ກາງ ທ່ີ​ຈະ​ສົ່ງແກ​ສ​ໂດຍ​ບໍ່​ຜ່ານຣັດ​ເຊັຍ ​ເຮັດ​ໃຫ້​ກຸງ​ປັກກິ​ງ​ມີ​ບົດບາດ​ທ່ີ​ສຳຄັນ​ໃນ​ຂົງ​ເຂດ​ນັ້ນ.
ກ່ຽວ​ກັບ​ຄວາມ​ຮຸນ​ແຮງ​ໃນ​ອັຟກາ​ນີສຖານ: ບັນດາ​ເຈົ້າ​ໜ້າ​ທ່ີ​ອັຟກາ​ນີສຖານ​ກ່າວ​ວ່າ ພວກ​ມື​ປືນ ​ຈຸ​ນຶ່ງ​ໄດ້​ສັງຫານ​ເຈົ້າ​ໜ້າ​ທ່ີ​ຕຳຫລວດ​ອັຟກາ​ນີສຖານ 16 ຄົນ​ໃນ​ການ​ໂຈມ​ຕີດ່ານ​ກວດ ກາ​ 2 ​ແຫ່ງ ໃນ​ພາກ​ເໜືອ​ແລະ​ພາກ​ໃຝຕ້ຂອງ​ປະ​ເທດ. ກະຊວງ​ພາຍ​ໃນ​ອັຟກາ​ນີສຖານ ກ່າວ​ວ່າ ການ​ໂຈມ​ຕີທ່ີ​ດ່ານ​ກວດກາ​ແຫ່ງ​ນຶ່ງ​ໃນ​ແຂວງ Helmand ​ໃນ​ພາກ​ໃຕ້​ໃນ​ວັນ​ຈັນ​ມື້​ນີ້ ໄດ້​ເຮັດ​ໃຫ້ ​ຕຳຫລວດ​ເສັຍ​ຊີວິດ​ໄປ 8 ຄົນ ​ແລະວ່າ ພວກ​ໂຈມ​ຕີໄດ້​ສັງຫານ​ຕຳ ຫລວດ ​ ອີກ 8 ຄົນ​ໃນ​ລະຫວ່າງ​ການໂຈມ​ຕີ​ເທິງ​ທາງ​ຫລວງ​ສາຍ​ນຶ່ງ ​ໃນ​ແຂວງ Baghlan ທາງ​ພາກ​ຕາເວັນ​ອອກສຽງ​ເໜືອຂອງ​ປະ​ເທດ. ບັນດາ​ເຈົ້າ​ໜ້າ​ທ່ີ​ກ່າວ​ວ່າ ຕຳລຫວດ​ໄດ້​ສັງຫານ​ພວກ​ ຫົວ​ຮຸນ​ແຮງ​ຢ່າງ​ນ້ອຍ 1 ຄົນ​ໃນ​ລະຫວ່າງ​ການ​ໂຈມ​ຕີ ​ແລະ​ໄດ້​ຖິ້ມ​ໂທດ​ໃສ່​ກຸ່ມມຸສລິ​ມ Hezb-i-Islami ທີ່ເປັນ​ພັນທະ​ມິດ​ກັບ​ກຸມ​ຕາ​ລີ​ບັນ​ນັ້ນ ວ່າ​ເປັນ​ຜູ້​ທຳ​ການ​ໂຈມ​ຕີ. ພົນ​ເຮືອ​ເອກ Mike Mullen ຫົວໜ້າ​ທຳ​ນຽບ ຫ້າ​ແຈ ​ເດີນທາງ​ໄປ​ຮອດ​ກຸງ​ຄາ​ບູລ ​ໃນ​ວັນ​ຈັນ​ມື້​ນີ້ ​ໃນ​ເວລາ​ພຽງ​ບໍ່ເທົ່າ​ໃດ​ມື້ ກ່ອນການ​ເດີນທາງ​ໄປ​ຮອດ​ຂອງ​ກຳລັງກອງ​ໜູນ​ຈຸທຳ​ອິດຂອງ​ຈຳນວນ​ທະຫານ ​ 30 ພັນ​ຄົນທ່ີ​ປະທານາທິບໍດີ​ບາຣັກ​ໂອ​ບາ​ມາ​ແຫ່ງ​ສະຫະຣັດ ຕັດສິນ​ໃຈ​ ສົ່ງ​ໄປ​ເສີມ​ ໃນ​ອັຟກາ​ນສຖານ​ນັ້ນ.
ຜົນ​ຂອງ​ການ​ແຂ່ງຂັນ​ກີລາ SEA Games ທີ່ລາວ: ໄທ​ໄດ້​ກ້າວຂື້ນ​ມາ​ເປັນອັນ​ດັບ​ນຶ່ງ​ໃນ​ການ​ ແຂ່ງຂັນ​ກີລາ SEA Games ທ່ີ​ນະຄອນຫລວງ​ວຽງ​ຈັນ​ຂອງ​ລາວ ​ ​ໂດຍໄດ້​ຫລຽນ​ຄຳ​ຫລາຍ​ກວ່າ​ໝູ່​ຫລັງ​ຈາກ​ທ່ີ​ພວກ​ນັກ​ກິລາຍົກ​ນ້ຳໜັກ ​ແລະ​ນັກກີລາ​ແລ່ນ​ແລະ​ລານ ຄ້ວາ​ເອົາຫລຽນ​ຄຳ​ໄປ ໃນ​ວັນ​ອາທິດ​ວານ​ນີ້.
​ສອງນັກ​ກິລາ​ຊາຍໄທ ຄ້ວາ​ເອົາ​ຫລຽນຄຳ​ໄປ​ໄດ້​ໃນ​ການ​ຍົກ​ນ້ຳໜັກ ທັງປະ​ເພດ​ເກີນ 94 ກິໂລຂື້ນ​ໄປ ​ໂດຍ​ຍົກ​ໄດ້​ຮວມທັງ​ໝົດ 345 ກິ​ໂລ ​ແລະປະເພດ​ຕ່ຳກວ່າ 94 ກິ​ໂລ ​ໂດຍຍົກ​ໄດ້​ຮວມທັງ​ໝົດ 360 ກິ​ໂລ​ ຊື່​ງ​ແມ່ນຫລາຍ​ເປັນ​ປວັດ​ການ. ອີກ​ຄົນ​ນຶ່ງ​ກໍໄດ້​ຮັບ​ຫລຽນ​ຄຳ​ ປະ​ເພດ​ນ້ຳໜັກ85ກິ​ໂລ ຊຶ່ງ​ຜູ້ກ່ຽວ​ຍົກ​ໄດ້​ທັງ​ໝົດ 331ກິ​ໂລ.
ຟີ​ລິບ​ປິນ​ໄດ້​ຫລຽນ​ຄຳໃນ​ມື້ວານ​ນີ້ ຈາກ​ນາຍ Arniel Ferrara ​ໃນ​ກິລາ​ໂຍນ​ໄມ້ຄ້ອນ ​ແລະຈາກ​ນາງ Rosie Villarito ​ໃນ​ກີລາ​ຊັດ​ຫລາວ ​ແລະນາຍ Daniel Coakley ​ໃນ​ກີລາ​ລອຍ​ນ້ຳປະ​ເພດ​ຊາຍ ທ່າ​ເສຣີລະຍະ50 ​ແມັດ.
​ໃນ​ຂະນະ​ການ​ແຂ່ງຂັນ​ກີລາ SEA Games ຊຶ່ງ​ຈັດ​ຂື້ນ​ໃນ​ທຸກໆ​ 2 ປີ ​ດຳ​ເນີນ​ມາ​ໄດ້​ເກືອບ​ເຄິ່ງທາງແລ້ວນັ້ນ ​ໄທ​ໄດ້ຫລຽນ​ຄຳ​ໄປ 29 ຫລຽນ ຮວມທັງ​ໝົດ​ເປັນ 108 ຫລຽນ. ວຽດນາມມາໃນ​ອັນ​ດັບ2 ​ໄດ້​ຫລຽນ​ທັງ​ໝົດ 76ຫລຽນ​ ທ່ີ​ຮວມທັງ​ຫລຽນ​ຄຳ25 ຫລຽນ ​ແລະ​ໃນ​ຂະນະ​ທີ່ ສິງກະ​ໂປ​ຢູ​ໃນ​ອັນ​ດັບ3 ​ໂດຍໄດ້ຫລຽນ​ຄຳ 23ຫລຽນ ​ໃນ​ຈຳນວນ​ທັງ​ໝົດ 60 ຫລຽນ.

XS
SM
MD
LG