ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ສັດຕູ ຂອງ ອິນເຕີແນ໊ຕ


<!-- IMAGE -->

ປະທານາທິບໍດີ ບາຣັກ ​ໂອ​ບາ​ມາ ກ່າວ​ວ່າ ຖ້າ​ສັງຄົມ​ໃດ​ຫາກ ປ່ອຍ​ໃຫ້​ມີ​ການ​ຫລັ່ງ​ໄຫລ​ຂອງ​ຂໍ້​ມູນ​ຂ່າວສານ​ໄດ້​ຢ່າງ​ເສລີ​ຫລາຍເທົ່າ​ໃດ ສັງຄົມ​ນັ້ນກໍ​ຈະ​ມີ​ຄວາມ​ເຂ້​ມ​ແຂງ​ຫລາຍ​ຂຶ້ນ​ເທົ່າ​ນັ້ນ ທັງ​ນີ້​ກໍ​ເພາະ​ວ່າ​ປະຊາຊົນ​ພົນລະ​ເມືອງສາມາດ​ບັງຄັບ​ໃຫ້​ລັດຖະບານ​ຂອງ​ເຂົາ​ເຈົ້າ ຮັບຜິດຊອບ​ໄດ້. ນອກ​ນີ້ ການ​ຫລັ່ງ​ໄຫລ​ຢ່າງ​ເສລີ​ຂອງ​ຂໍ້​ມູນ​ຂ່າວສານ​ ແລະ​ແນວ​ຄິດ ຊຶ່ງ​ປະກອບ​ເປັນ​ພື້ນຖານ​ຂອງ​ການ​ຄ້າທາງ​ອີ​ເລັກ​ໂທຣ ນິກ ຫລື eCommerce ຢູ່​ໃນ​ທົ່ວ​ໂລກ​ນັ້ນ ຍັງ​ເປັນ​ພະລັງ​ຂັບ​ດັນ​ການ ​ເຕີບ​ໃຫຍ່​ຂະຫຍາຍ​ໂຕ​ ແລະ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ທາງດ້ານ​ເສດຖະ ກິດ. ສິດທິ​ໃນ​ການສະ​ແດງ​ຄວາມ​ນຶກ​ຄິດ​ອອກ​ມາ​ໄດ້​ຢ່າງ​ເສລີ ​ແລະ​ ໃນ​ການ​ໄດ້​ຮັບ​ຂໍ້​ມູນ​ຂ່າວສານ​ຢ່າງ​ເສລີທາງ​ອິນ​ເຕີ​ແນ໊ຕນັ້ນ ​ແມ່ນ​ເປັນ ​ແຫ​ລ່ງຂອງ​ພະລັງ ທີ່​ຄວນ​ໄດ້​ຮັບ​ການ​ຊຸກຍູ້​ສົ່ງ​ເສີມ.

​ແຕ່ເປັນ​ທີ່​ໜ້າ​ເສັຍ​ດາຍ ທີ່​ວ່າ​ສິດທິ​ເຫລົ່າ​ນີ້​ກຳລັງ​ຖືກ​ຂົ່ມຂູ່. ມີ​ຫລາຍ​ລັດຖະບານ​ເກີນ​ໄປ ທີ່​ທຳ​ການ​ຂັດຂວາງ ຫລື block ​ຂໍ້​ມູນຂ່າວສານ​ທາງ​ອິນ​ເຕີ​ແນ໊ຕ ​ແລະ​ຮາວີ​ກັ່ນ​ແກ້ງ​ຫລື​ບໍ່​ກໍ​ດຳ​ເນີນ​ຄະດີ ພວກ​ທີ່​ໃຊ້​ອິນ​ເຕີ​ແນ໊ຕ ​ເພື່ອທຳ​ການ​ຕິດ​ຕໍ່ສື່ສານ​ນັ້ນ. ​ໃນ​ຮອບ​ປີຜ່ານມາ​ນີ້ ​ໄດ້​ມີ​ການ​ກວາດ​ລ້າງ​ຫລາຍ​ຄັ້ງ ຕໍ່​ພວກ​ທີ່​ສະ​ແດງ​ຄວາມ​ຄິດ​ເຫັນ​ອອກ​ທາງ​ອິນ​ເຕີ​ແນ໊ຕຢູ່ໃນ​ປະ​ເທດ​ອິຣ່ານ ມີ​ການ​ກວດກາ​ເພິ່ມຂຶ້ນ​ຢູ່​ໃນ​ປະ​ເທດ​ຈີນແລະ​ ມີ​ການ​ກວດຄົ້ນຮ້ານ​ອິນ​ເຕີ​ແນ໊ຕ​ໃນ​ປະ​ເທດ​ມຽນມ້າ​. ນອກ​ນັ້ນ​ແລ້ວ ການ​ບໍ່​ມີ​ສະພາບ​ແວດ​ລ້ອມ ທີ່​ມີ​ການ​ແຂ່ງຂັນ​ກັນ ແລະມີ​ການ​ຄວບ​ຄຸມ​ທີ່ ແຈ້ງ​ຂາວ​ແລະ​ໂປ່​ງ​ໃສ ຍັງ​ຂັດຂວາງ​ແລະ​ຖ່ວງ​ດຶງ​ການ​ເຕີບ​ໃຫຍ່​ຂະ ຫຍາ​ຍ​ໂຕຂອງຕາ​ນ່າງ​ໂທລະ​ຄົມມະນາຄົມ​ອີກ.

<!-- IMAGE -->

ອົງການ Reporters Without Borders ຫລື​ນັກ​ຂ່າວ​ບໍ່​ມີ​ພົມ​ແດນ ລາຍ​ງານ​ວ່າ ມີ​ພວກ​ທີ່​ສະ​ແດງການຄັດຄ້ານແລະ​ຕໍ່ຕ້ານລັດຖະບານ​ທາງ​ອິນ​ເຕີ​ແນ໊ຕ ຫລາຍ​ເຖິງ 70 ຄົນ ຖືກ​ຈັບ​ກຸມ ​ແລະ​ຄຸມ​ຂັງ​ໄວ້ ຢູ່​ໃນ​ທົ່ວ​ໂລກ ຍ້ອນ​ຄວາມ​ເຫັນ​ຫລື​ຂໍ້​ມູນ​ທີ່​ພວກ​ເຂົາ​ເຈົ້າ​ໄດ້ລົງ​ພິມ​ໃນ​ອິນ​ເຕີ​ແນ໊ຕນັ້ນ. ນອກຈາກ​ການ​ຂັງຄຸກ​ຄົນ​ພວກ​ນີ້ ຍ້ອນ​ສິ່ງ​ທີ່​ເຂົາ​ເຈົ້າ​ໄດ້ ນຳ​ອອກ​ເຜີຍ​ແຜ່​ທາງ​ອິນ​ເຕີ​ແນ໊ຕນັ້ນ​ແລ້ວ ກໍ​ຍັງ​ມີ​ນຳ​ໃຊ້​ວິທີການ​ກວດ ກາໃນ​ຮູບ​ແບບ​ໃໝ່​ອີກຢູ່​ໃນ​ທົ່ວ​ໂລກ. ​ໂຕ​ຢ່າງ ບາງ​ລັດຖະບານ​ກໍ​ໄດ້ ນຳ​ເອົາ​ຄວາມ​ເຫັນ​ທີ່​ສະໜັບສະໜູນ​ລັດຖະບານ ລົງ​ພິມ​ເຜີຍ​ແຜ່ໃນ​ເວ​ບ​ໄຊ້ທ໌ຕ່າງໆຢ່າງ​ລົ້ນ​ເຫລືອ ​ແລະ​ທຳ​ການ​ໂຈມ​ຕີ​ພວກເວ​ບ​ໄຊ້ທ໌ຂອງ​ຝ່າຍ​ຄ້ານ ​ໃນ​ຂະນະ​ທີ່​ລັດຖະບານ​ອື່ນໆ​ອີກ ​ສ້າງ​ກຳ​ແພງ​ອິ​ເລັກ​ໂທຣ ນິກທີ່​ທັນ​ສະ​ໄໝ​ຂຶ້ນ​ມາ ​ເພື່ອກັ່ນ​ກອງຂ່າວຂໍ້​ມູນ ຫລືບໍ່​ກໍ block ກໍ​ຄື​ຂັດຂວາງ​ບໍ່​ໃຫ້ ຜູ້​ຄົນ​ເຂົ້າໄປ​ເບິ່ງ​ຫລື​ອ່ານເວ​ບ​ໄຊ້ທ໌ຕ່າງໆທີ່​ຄັດຄ້ານ​ຕົນ​ນັ້ນໄດ້​.

ປະ​ເທດ​ໃດ​ກໍ​ຕາມ ບໍ່​ຄວນ​ທີ່​ຈະ​ປາບ​ປາມ​ການ​ຫລັ່ງ​ໄຫລ​ຢ່າງ​ເສລີ​ຂອງ ຂໍ້​ມູນ​ຂ່າວສານ. ​ເສລີພາບ​ໃນ​ການ​ປາກ​ເວົ້າ ​ແລະ​ການ​ຂຽນ​ອອກ​ມາ​ໄດ້​ຢ່າງ​ເສລີແລະວິພາກ​ວິຈານ ຫລື​ຕຳ​ນິຕິ​ຕຽນ​ໄດ້​ນັ້ນ ​ແມ່ນ​ເປັນ​ສິດທິ​ຂັ້ນ ພື້ນຖານຢ່າງ​ນຶ່ງ​ຂອງ​ມວນ​ມະນຸດ. ການ​ຫລັ່ງ​ໄຫລ​ຢ່າງ​ເສລີ​ຂອງ​ຂໍ້​ມູນ​ຂ່າວ​ສານ​ແມ່ນ ​ໄດ້​ສົ່ງ​ເສີມ​ໃຫ້​ມີ​ການ​ປົກຄອງ​ທີ່​ດີ ເພາະ​ມັນ​ບັງຄັບ​ໃຫ້​ພວກ​ຜູ້ນຳຮັບຜິດ ຊອບ​ການ​ກະທຳ​ຂອງ​ເຂົາ​ເຈົ້າ ​ແລະ​ຊຸກຍູ້​ສົ່ງ​ເສີມ​ໃຫ້​ມີ​ການ​ອະພິປາຍ​ກັນ​ຢ່າງ​ເປີດ​ກວ້າງ​ກ່ຽວ​ກັບ​ບັນຫາ​ຕ່າງໆ ບໍ່​ແມ່ນ​ແຕ່​ຢູ່​ໃນ​ສະຫະລັດ​ເທົ່າ​ນັ້ນ ​ແຕ່​ຢູ່​ໃນ​ທົ່ວ​ໂລກ​ນຳ.



XS
SM
MD
LG