ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ພວກນັກເຄື່ອນໄຫວ ຈັດການປະທ້ວງກອງປະຊຸມ ສະພາວະໂລກຮ້ອນ


ຂ່າວ​ຄືບ​ໜ້າກ່ຽວ​ກັບ​ກອງ​ປະຊຸມ​ສະພາວະໂລກ​ຮ້ອນ: ບັນດາ​ນັກ​ເຄື່ອນ​ໄຫ​ວປົກ​ປ້ອງ​ສິ່ງ ​ແວດ​ລ້ອມ​ຫລາຍ​ໝື່ນ​ຄົນ​ກຳລັງ​ກະກຽມ​ທ່ີ​ຈະ​ທຳ​ການໂຮມຊຸມນຸມ​ຄັ້ງ​ໃຫຍ່​ໃນ​ວັນ​ເສົາ​ມື້​ນີ້​ທ່ີ​ນະຄອນCopenhagen ເພື່ອ ​ກົດດັນ​ພວກ​ຜູ້ນຳ​ໂລກ​ໃຫ້​ດຳ​ເນີນ​ການ​ຫລາຍຂຶ້ນ​ເພື່ອ​ຕໍ່ຕ້ານ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ຊຶ່ງ​ເປັນ​ການ​ປະ​ທ້ວງ​ໃນ​ທຳນອງ​ຄ້າຍຄື​ກັນ​ກັບ​ທ່ີ​ເກີດ​ຂຶ້ນ​ໃນ​ທົ່ວ​ຢູ​ໂຣບນັ້ນ. ພວກ​ຈັດການ​ໂຮມ​ຊຸມນຸມ​ກະ​ປະມານ​ວ່າ ຈະ​ມີ​ຜູ້​ຄົນ​ຢ່າງ​ນ້ອຍ 40ພັນ​ເຂົ້າ​ຮ່ວມ​ໃນAustralia ​ໃນ​ອັນ​ທ່ີ​ເອີ້ນ​ວ່າ “Walk Against Warming” ​ເພື່ອ​ຮຽກຮ້ອງ​ໃຫ້​ກອງ​ປະຊຸມ​ພວກ​ນັກ​ການ​ເມືອງ​ທ່ີ​ນະ
ຄອນ Copenhagen ​ເອົາ​ບາດກ້າວ​ທ່ີ​ເຂັ້ມ​ແຂງ​ຂຶ້ນ​ເພື່ອ​ກີດ​ກັນ​ການ​ສົ່ງ​ແກ​ສ​ເຮືອນແກ້ວ​ຂຶ້ນ​ສູ່​ອາກາດ​ນັ້ນ. ການ​ປະ​ທ້ວງ​ໄດ້​ມີ​ຂຶ້ນ​ທ່ີ​ກຸງ​ປັກ​ກິ​ງ ກຸງ​ມາ​ນີລາ​ແລະ​ກຸງ​ໄຕ​ເປ​ເຊັ່ນ​ກັນ. ກຸ່ມ Global Climate Campaign ຊຶ່ງ​ ເປັນ​ຜູ້​ຈັດການ​ປະ​ທ້ວງ​ຂຶ້ນໃນ​ວັນ​ເສົາ​ມື້​ນີ້ ຮຽກຮ້ອງ​ໃຫ້​ພວກ​ປະ​ເທດ​ຈະ ​ເຣີນດ້ານ​ອຸດສາຫະກັມທ່ີ​ສົ່ງ​ແກ​ສ​ເຮືອນ​ແກ້ວ​ສ່ວນ​ຫລາຍ​ຂຶ້ນ​ສູ່​ອາກາດ​ນີ້ ຮັບ​ເອົາ ​ຄວາມ​ຮັບຜິດ​ຊອບ ​ໃນ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ນີ້ ​ໂດຍ​ໃຫ້​ລົດ​ຜ່ອນ
ການ​ສົ່ງ​ແກ​ສ​ເຮືອນ​ແກ້ວ​ຂຶ້ນ​ສູ່​ອາກາດ​ຂອງ​ເຂົາ​ເຈົ້າ​ລົງ ​ແລະ​ໃຫ້​ລົງທຶນ​ໃນ​ເທັກ​ໂນ​ໂລ​ຈີ​ທ່ີ​ເຮັດ​ໃຫ້ ​ພລັງ​ງານ​ສະອາດ​ນັ້ນ. ຮ່າງ​ຂໍ້​ຕົກລົງ​ວ່າ​ດ້ວຍ​ສະພາວະ​ໂລກ​ຮ້ອນ​ທ່ີ​ກຳລັງ​ແຈ​ກຢາຍ​ຫລື​ໝູນວຽນ​ທ່ີ​ກອງ​ປະຊຸມ ​ສະຫະ​ປະຊາ​ຊາດ​ທ່ີ​ນະຄອນ Copenhagen ຮຽກຮ້ອງ​ໃຫ້​ໂລກ​ຕັດ​ການ​ສົ່ງ​ແກ​ສ​ເຮືອນ​ແກ້ວ​ຂຶ້ນ​ສູ່​ ອາກາດ​ລົງ​ເຄ່ິງນຶ່ງ​ພາຍໃນ​ປີ2050 ​ໂດຍ​ໃຫ້​ພວກ​ປະ​ເທດ​ຮັ່ງມີ​ເປັນ​ຜູ້ນຳ​ພາ​ໃນ​ການ​ເຄື່ອນ​ໄຫວ
ດັ່ງກ່າວ.
ທີ່ປາ​ກີ​ສຖານ: ນາຍົກຣັຖມຸນຕີ​ປາ​ກີ​ສຖານ​ກ່າວ​ວ່າ ກອງທັບ​ໄດ້​ຢຸດ​ການ​ອອກ​ປະຕິບັດ​ງານ​ຂອງ​ຕົນ​ ທ່ີ​ແນ​ເປົ້າ​ໝາຍ​ໃສ່​ພວກ​ນັກ​ຕໍ່ສູ້​ຫົວ​ຮຸນ​ແຮງ​ກຸ່ມ​ຕາ​ລີບັນ​ໃນ​ຂົງ​ເຂດ​ຊົນ​ເຜົ່າ​ທ່ີ Waziristan ​ໃຕ້​ນັ້ນ​ແລ້ວ. ທ່ານ Yousuf Raza Gilani ກ່າວ​ໃນ​ວັນ​ເສົາ​ມື້​ນີ້​ວ່າ ບັດ​ນີກອງທັບ​ແມ່ນ​ແນ​ຈຸດ​ໃສ່ຂົງ​ເຂດ​ຊົນ​ເຜົ່າ Orakzai ທ່ີຢູ່​ໃກ້​ນັ້ນ ​ໃນ​ການ​ລ່າ​ໂຕ​ຫາ​ຄນະ​ນຳພາຂອງ​ກຸ່ມ​ຕາ​ລີ​ບັນ​ໃນ​ປາ​ກີ​ສຖານ ທ່ີ​ເຊື້ອ​ກັນ​ວ່າ ​ໄດ້​ພາກັນ​ເອົາ​ໂຕ​ ຫລັບ​ໜີ​ຈາກ​ເຂດ Waziristan ​ໃຕ້​ແລ້ວ​ນັ້ນ. ບັນດາ​ເຈົ້າ​ໜ້າ​ທ່ີ​ສະຫະ​ປະຊາ​ຊາດ​ກ່າວ​ວ່າ ພວກ ​ພົນລະ​ເຮືອນ​ຫລາຍ
ພັນ​ຄົນ​ພາກັນ​ອົບ​ພະຍົບອອກ​ຈາກ​ເຂດ Orakzai​ໄປ​ແລ້ວ. ​ໃນ​ຂະນະ​ດຽວ​ກັນ ບັນດາ​ເຈົ້າ​ໜ້າ​ທ່ີ​ສະຫະ ຣັດ ກ່າວ​ວ່າ ນາຍ Salehal-Somali ທ່ີວ່າ​ເປັນ​ຫົວໜ້າ​ປະຕິບັດ​ງານ​ຂັ້ນ​ສູງ​ຂອງ​ກຸ່ມ al-Qaida
ນັ້ນ ​ເຂົາ​ເຈົ້າ​ເຊື່ອວ່າ​ໄດ້ເສັຍ​ຊີວິດ​ໄປ​ແລ້ວ​ຈາກ​ການ​ໂຈມ​ຕີ​ຂອງ​ເຮືອບິນທ່ີ​ບໍ່​ມີ​ຄົນ​ຂັບ​ໃນ​ພາກ​ຕາ​ເວັນ​ ຕົກ​ສຽງ​ເໜືອ​ຂອງ​ປາ​ກີ​ສຖານ​ໃນ​ວັນ​ອັງຄານສັບປະດາ​ແລ້ວ​ນີ້. ບັນດາ​ເຈົ້າ​ໜ້າ​ທ່ີ​ສະຫະຣັດ ທີ່​ບໍ່​ປະສົງ​ ໃຫ້​ອອກ​ຊື່ນ ກ່າວ​ວ່າ ​ເຂົາ​ເຈົ້າສົງ​ໄສ​ວ່າ ນາຍ al-Somali ​ເປັນ​ຜູ້​ຮັບຜິດຊອບ​ໃນ​ການວາງ​ແຜນການ
​ໂຈມ​ຕີ​ຂອງ​ພວກ​ຜູ່​ກໍ່​ການ​ຮ້າຍ​ໃນ​ສະຫະຣັດ ອະ​ຟຣິກາ​ແລະ​ໃນ​ຢູ​ໂຣບ
ນັ້ນ. ​ແຕ່​ການ​ເສັຍ​ຊີວິດ​ຂອງ​ຜູ້ກ່ຽວ​ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ຢືນຢັນ​ເທື່ອ.
ກ່ຽວກັບປາກີສຖານ: ໃນ​ແລງ​ວັນ​ສຸກ​ວານ​ນີ້ ທ່າ​ນນາງ Hillary Clinton ຣັຖມຸນຕີການ​ຕ່າງປະ​ເທດ​ສະຫະຣັດກ່າວ​ອ້າງ​ກ່ຽວ​ກັບ​ການ​ເປັນ​ພາ​ຄື​ໃໝ່​ທ່ີທ່າ​ນນາງ​ຫວັງ​ວ່າຈະ​ເສີມ​ສ້າງ​ຂຶ້ນ​ລະຫວ່າງ​ສະຫະຣັດແລະ​ປາ​ກີ​ສຖານ​ນັ້ນ.
ທ່ານ​ນາງຄລິນ​ຕັນ​ກ່າວ​ເຊັ່ນ​ນີ້​ທ່ີ​ງານ​ກິນ​ລ້ຽງ​ອາຫານ​ຄ່ຳ​ເປີດ​ມູນ​ນິທິ
ອະ​ເມຣິກັນ​ປາ​ກີ​ສຖານ ຊຶ່ງ​ເປັນ​ອົງການ​ໃໝ່​ທ່ີ​ມີ​ວັດຖຸ​ປະສົງ​ເພື່ອ​ປະ
ສານ​ງານ​ໃນ​ຄວາມ​ພະຍາຍາມ​ການ​ຊ່ອຍ​ເຫລືອ​ຈາກ​ຊາວ​ປາ​ກີ​ສຖານ​ໃນ​ຕ່າງປະ​ເທດ. ທ່ານ​ນາງ​ໄດ້​ປະຕິ​ເສດ​ຕໍ່​ການ​ຕຳ​ໝິຕິຕຽນ​ທ່ີ​ທ່ານ​ນາງ
​ໄດ້​ຍິນ​ຊາກ​ຊາວ​ປາ​ກີ​ສຖານ​ຈາກ​ການ​ເດີນທາງ​ຢ້ຽມຢາມ​ປາ​ກີ​ສຖານ
ຫວ່າງ​ໄວໆ​ຜ່ານ​ມາ​ນີ້​ທ່ີ​ວ່າ ການ​ພົວພັນ​ຂອງ​ສະຫະຣັດຢູ່​ທ່ີ​ນັ້ນ​ແມ່ນ​
​ເຣື່ອງການ​ຄອບ​ຄອງ​ຂອງ​ສະຫະຣັດທີ່ີປາ​ກີ​ສຖານ​ນັ້ນ.
ທ່ານ​ນາງກ່າວ​ຕໍ່​ໄປ​ວ່າ ​ແທນ​ທ່ີ​ຈະ​ເປັນ​ເຊັ່ນ​ນັ້ນ ສະຫະຣັດ​ໄດ້​ເອົາ
ບາດກ້າວ​ຕ່າງໆ​ເພື່ອ​ສນັບ​ສນຸນປາ​ກີ​ສຖານ​ໃນ​ການເສີມ​ສ້າງ​ລະບອບ
ປະຊາທິປະ​ໄຕ​ໃຫ້​ແຂງ​ແຮງ​ຂຶ້ນ​ຕລອດ​ທັງສົ່ງ​ເສີມ​ການ​ເຕີບ​ໂຕ​ທາງ​ດ້ານ​ເສດຖະກິດ ​ແລະ​ເຮັດ​ໃຫ້​ພວກ​ນັກ​ຕໍ່ສູ້​ຫົວ​ຮຸນ​ແຮງຈັດ​ປາ​ໄຊ​ໄປ.ທ່ານ​ນາງຄລິນ​ຕັນ​ກ່າວ​ຕື່ມ​ວ່າ ສະຫະຣັດຈະ​ລົງທຶນ​ເງິນ​ຊ່ອຍ​ເຫລືອ​ນັ້ນ​ໃສ່​ ດ້ານ​ພລັງ​ງານ ການ​ຂົນ​ສົ່ງ ການ​ກະ​ເສດ ນ້ຳ​ແລະ​ການ​ສຶກສາ ​ແຕ່ທ່າ​ນນາງ​ກ່າວ​ວ່າ ຄວາມ​ພະຍາຍາມ​ຕ່າງໆ​ຂອງ​ພວກ ​ອົງການ​ທ່ີ​ບໍ່​ມີ​ສ່ວນ​ພົວພັນ​ກັບຣັຖບານ ​ເຊັ່ນ​ມູນ​ນີທິອະ​ເມຣິກັນ​ປາ​ກີ​ສຖານ​ດັ່ງ​ນີ້​ເປັນ​ຕົ້ນ ​ແມ່ນ​ມີ​ບົດບາດ​ທ່ີ​ສຳຄັນ​ທ່ີ​ສຸດ​ທ່ີ​ຈະ​ປະກອບສ່ວນ​ເຊັ່ນ​ກັນ. ທ່າ​ນນາງ​ກ່າວ​ຕໍ່​ໄປ​ວ່າ ​ເພື່ອ​ໃຫ້​ບັນລຸ​ຄວາມ​ກ້າວ ໜ້າໃນ​ລະຍະ​ຍາວທ່ີ​ປາ​ກີ​ສຖານ​ພະຍາຍາມ​ຊອກ​ຫາ​ນັ້ນ ປາ​ກີ​ສຖານ​ຈະ​ຕ້ອງ​ເສີມ​ສ້າງສະ​ຖາ​ບັນ​ປະຊາທິປະ​ໄຕ​ຂອງ​ຕົນ ​ໃຫ້​ເຂັ້ມ​ແຂງ​ຂຶ້ນ ​ແລະ​ປັບປຸງ​ດ້ານຄວາມ​ປອດ​ໄພ​ໃຫ້​ດີ​ຂຶ້ນ ​ເພື່ອ​ເຮັດ​ໃຫ້​ພວກກຸ່ມ​ຫົວ​ຮຸນ​ແຮງ​ຈັດ​ປາ​ໄຊ​ໄປ​ນັ້ນ.
ກ່ຽວ​ກັບ​ນ້ຳມັນ​ອິຣັກ: ​ໃນ​ວັນ​ເສົາ​ມື້​ນີ້ ອິຣັກ​ໄດ້​ອະນຸມັດ​ສັນຍາ​ສະບັບ​ນຶ່ງ​ໃຫ້​ພວກ​ບໍລິສັດ​ນ້ຳມັນ Lukoilຂອງຣັດ​ເຊັຍ ​ແລະ​ບໍລິສັດ StatoilຂອງNorway​ເພື່ອ​ພັດທະນາ​ແລະ​ບຸກ​ເບີກ​ໃນ​ເຂດ​ບໍ່​ນ້ຳມັນ ​ແຫ່ງ​ໃຫຍ່​ Qurna Phase Two ​ໃນ​ພາກ​ຕາ​ເວັນ​ຕົກ​ຂອງ​ອິຣັກນັ້ນ. ພວກ​ສອງ​ບໍລິສັດ​ທ່ີຮ່ວມກັນ​ປະມູນ ​ເອົາ​ສັນຍາ​ດັ່ງກ່າວ​ ​ເວົ້າ​ວ່າ ພວກ​ຕົນ​ຈະ​ຮັບ​ເອົາ​ຄ່າ​ທຳນຽມ 1.15 ດອນ​ລາ​ຕໍ່​ຖັງ​ນ້ຳມັນ​ທ່ີ​ພວກ​ຕົນ ​ຜລິດ​ອອກ​ມາ​ນັ້ນ. ພວກ​ບໍລິ​ສັດ​ເຫລົ່າ​ນີ້ ​ໄດ້​ສະ​ເໜີ​ເປົ້າ​ໝາຍ​ຂອງ​ການ​ຜລິດ​ຂອງ​ຕົນໃສ່ 1ລ້ານ8​ແສນ​ຖັງ​ຕໍ່​ມື້. ບໍ່​ນ້ຳມັນ West Qurna Phase Two ​ໃນ​ພາກ​ໃຕ້​ຂອງ​ອິຣັກ​ເປັນບໍ່​ນ້ຳມັນ​ທ່ີ​ຍັງ​ບໍ່​ທັນ​ໄດ້​ພັດທະນ​ແລະ​ບຸກ​ ເບີກ​ແຫ່ງ​ໃຫຍ່​ທ່ີ​ສຸດ​ຂອງ​ໂລກ​ແລະ​ກະ​ປະມານ​ວ່າ​ມີ​ນ້ຳມັນ​ຢູ່​ໃຕ້​ດິນ 12ພັນ900ພັນ​ລ້ານ​ຖັງ.ບັນດາ​ເຈົ້າ​ໜ້າ​ທ່ີ​ອິຣັກ​ໄດ້​ອະນຸມັດ​ສັນຍາ​ໃຫ້​ ພວກ​ບໍລິສັດ​ຕ່າງປະ​ເທດໃນ​ລະວຫ່າງ​ການ​ປະມູນ​ລາຄາ​ ກັນ ​ເປັນ​ເວລາ 2 ມື້ ທ່ີ​ມີ​ວັດຖຸ​ປະສົງ​ເພື່ອ​ເພ່ີມ​ການ​ບຸກ​ເບີກ​ນ້ຳມັນ​ຂອງ​ປະ​ເທດ​ອອກ​ມາ​ໃຊ້​ຢ່າງ​ຫລວງຫລາຍ.
​ໃນ​ວັນ​ສຸກ​ຜ່ານ​ມາ​ນີ້ ບໍລິສັດ​ນ້ຳມັນ​ຍັກ​ໃຫຍ່ Royal Dutch Shell ແລະ​ບໍລິສັດຣັຖວິ​ສາ​ຫະກິດ Petronas ຂອງ​ມາ​ເລ​ເຊັຍ ​ໄດ້​ຮັບ​ສິດ​ໃນ​ການ​ບຸກ​ເບີກ​ບໍ່​ນ້ຳມັນ​ແຫ່ງ​ໃຫຍ່​ທ່ີ​ສຸດ​ໃນ​ອັນ​ດັບ​ ສອງ​ໃນ​ການ​ປະມູນ
ລາຄາ​ກັນ​ນັ້ນ. ສອງ​ບໍລິສັດ​ນີ້​ຈະ​ພັດທະນາ​ແລະ​ບຸກ​ເບີກ​ບໍ່​ນ້ຳມັນ Majnoon ທ່ີ​ກະ​ປະມານ​ວ່າ​ມີ​ນ້ຳມັນ​ ໃນ​ໃຕ້​ດິນ 12ພັນ 900 ລ້ານ​ຖັງ​ນັ້ນ.
ກ່ຽວ​ກັບ​ນີວ​ເຄລັຍ​ເກົາຫລີ​ເໜືອ:ທູດ​ພິ​ເສດ​ຂັ້ນ​ສູງ​ຂອງ​ສະຫະຣັດກ່າວ​ວ່າ ບໍ່​ມີ​ແຜນການ​ ທ່ີ​ຈະ​ທຳ​ການ​ພົບ​ປະ​ເຈລະຈາ​ລະຫວ່າງ​ສອງ​ຝ່າຍ​ອີກ​ກັບ​ເກົາຫລີ​ເໜືອ ກ່ຽວ​ກັບ​ການຟື້ນ​ການ​ເຈລະຈາ​ກັນ​ຄືນ​ວ່າ​ດ້ວນ​ການ ​ປົດ​ອາວຸດ​ນີວ​ເຄລັຍ​ຂອງ​ເກົາຫລີ​ເໜືອ​ນັ້ນ. ທ່ານ Stephen Bosworth ​ເດີນທາງ​ໄປ​ຮອດ​ກຸງ​ປັກ ​ກິ​ງ​ໃນ​ຕອນ​ເດີກ​ວັນ​ສຸກ​ວານ​ນີ້ ​ເພື່ອ​ລາຍ​ງານ​ໂດຍ​ສັງ​ເຂ​ບ​ໃຫ້​ພວກ​ເຈົ້າ​ໜ້າ​ທ່ີ​ຈີນຟັງ​ກ່ຽວ​ກັບ​ການ​ພົບ​ປະ​ຫາລື​ເປັນ​ເວລາ 3 ມື້​ຂອງ​ທ່ານ​ກັບ​ພວກ​ເຈົ້າໜ້າ​ທ່ີ​ເກົາຫລີ​ເໜືອ ອັນ​ທ່ີ​ທ່ານ​ເອີ້ນ​ວ່າ ​ແບບ​ທຸລະ​ກິດ ຢ່າງ​ກົງ​ໄປ​ກົງ​ ມາ​ແລະ​ຊອກ​ຫາ​ຄວາມ​ຄືບ​ໜ້າ​ຕໍ່​ໄປ​ນັ້ນ. ​ເຖິງ​ຢ່າງ​ໃດ​ກໍ​ດີ ທ່ານ​ກ່າວ​ວ່າ ​ວິທີ​ແລະ​ເວລາ​ໃດ ການ​ພົບ​ປະ ​ເຈລະຈາ 6 ຝ່າຍ​ວ່າ​ດ້ວຍ​ການ​ປົດ​ອາວຸດ​ນີວ​ເຄລັຍ​ເກົາຫລີ​ເໜືອ​ຈະ​ໄຂ​ຄືນ​ນັ້ນ​ຍັງບໍ່​ທັນ​ໄດ້​ຮັບ​ການ​ແກ້​ໄຂ​ກັນ​ເທື່ອ.
ຖະ​ແຫລ​ງການ​ສະບັບ​ນຶ່ງ​ທ່ີ​ເປີດ​ເຜີຍ​ອອກ​ໃນ​ວັນ​ສຸກ​ວານ​ນີ້​ທ່ີ​ກຸງ​ພຽງ​ຢ້າງ​ຈາກ​ອົງການ​ຂ່າວສານ​ທາງ​ການ​ເກົາຫລີ​ເໜືອ KCNA ບັນ​ລະຍາຍ​ການ​ໂອ້​ລົມ​ສົນທະນາ​ກັບ​ທ່ານ Bosworth ​ໄດ້ດຳ​ເນີນ​ໄປ​ຢ່າງ​ກົງ ​ໄປ​ກົງ​ມາ​ແລະ​ແບບ​ທະ​ລະ​ກິດ ​ແລະ​ຖະ​ແຫລ​ງການ​ສະບັບ​ນີ້​ກ່າວຕໍ່​ໄປ​ວ່າ ທັງ​ສອງ​ຝ່າຍ​ບໍ່​ພຽງ​ແຕ່​ໄດ້​ລົດ​ຜ່ອນ​ ຄວາມ​ເຫັນ​ແຕກ​ຕ່າງ​ກັນລົງ​ເທົ່າ​ນັ້ນ ​ແຕ່​ໄດ້​ມີ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ຊຶ່ງ​ກັນ​ແລະ​ກັນ​ຢ່າງ​ເລິກ​ເຊິ່ງ​ເຊັ່ນ​ກັນ.
ຫລັງ​ຈາກ​ການ​ພົບ​ປະກັບ​ເຈົ້າ​ໜ້າ​ທ່ີ​ຈີນ​ທ່ີ​ກຸງ​ປັກ​ກິ​ງຂອງ​ທ່ານ​ແລ້ວ ທ່ານ Bosworth ຈະ​ເດີນ ທາງ​ຕໍ່​ໄປ​ຍັງ​ຍີ່ປຸ່ນ​ແລະຣັດ​ເຊັຍ. ທັງ 3 ປະ​ເທດ​ນີ້​ແມ່ນ​ຮ່ວມ​ຢູ່​ໃນ​ການ​ພົບ​ປະ​ເຈລະຈາ 6 ຝ່າຍ ວ່າ
ດ້ວຍ​ໂຄງການ​ຜລິດ​ອາວຸດ​ນີວ​ເຄລັຍ​ຂອງ​ເກົາຫລີ​ເໜືອ ຮ່ວມ​ກັບ​ສອງ​ເກົາຫລີ​ແລະ​ສະຫະຣັດນຳ.

XS
SM
MD
LG