ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ວຽງຈັນເປີດກິລາຊີເກມຄັ້ງທີ່ 25 ຂຶ້ນແລ້ວໃນວັນພຸດຜ່ານມານີ້


ທາງການລາວໄດ້ເປັນເຈົ້າພາບຈັດການແຂ່ງ ຂັນກິລາຊີເກມຄັ້ງທີ່ 25 ຢູ່ນະຄອນຫຼວງ ວຽງຈັນ ໂດຍການສະແດງຕ່າງໆໃນພິທີ ເປີດການແຂ່ງຂັນນັ້ນເນັ້ນໜັກການນຳສະ ເໜີວັດທະນາທໍາ ປະເພນີຂອງບັນດາເຜົ່າ ໃນລາວ.

ລາວໄດ້ເປັນເຈົ້າພາບຈັດມະຫາກຳການແຂ່ງ ຂັນກິລາຊີເກມຄັ້ງທີ່ 25 ທີ່ໄດ້ມີການຈັດພິທີ ເປີດການແຂ່ງຂັນຢ່າງເປັນທາງການໃນຕອນ ແລງຂອງວັນທີ່ 9 ທັນວານີ້ ຢູ່ສະໜາມກິ ລາແຫ່ງຊາດແຫ່ງໃຫຍ່ຂອງລາວທີ່ລົງທຶນ ແລະ ດຳເນີນການກໍ່ສ້າງໂດຍບໍລິສັດຈີນ.

ສະໜາມກິລາດັງກ່າວນີ້ຕັ້ງຢູ່ທີ່ຫຼັກ 16 ຖະໜົນເລກ 13 ໃຕ້ໃນເຂດເມືອງໄຊທານີ ນະ ຄອນຫຼວງວຽງຈັນ ຊຶ່ງບໍລິສັດຈາກຈີນໃຊ້ເງິນທຶນໄປຫຼາຍກວ່າ $100 ລ້ານ ເພື່ອແລກ ປ່ຽນກັບການໄດ້ຮັບອະນຸຍາດ ຈາກລັກຖະບານລາວໃນການພັດທະນາພື້ນທີ່ 1.600 ເຮັກຕາ ຢູ່ເຂດບຶງທາດຫຼວງໃຫ້ເປັນເຂດສູນກາງທາງທຸລະກິດແຫ່ງໃຫຍ່ ຂອງນະຄອນ ຫຼວງວຽງຈັນ ທີ່ມີອາຍຸສຳປະທານເປັນເວລາ 50 ປີ ນັ້ນເອງ.

ສຳລັບສະໜາມກິລາແຫ່ງໃຫຍ່ດັ່ງກ່າວນີ້ສາມາດ ບັນຈຸຜູ້ຊົມໄດ້ 20.000 ກວ່າຄົນ ຊຶ່ງ ຍັງບໍ່ລວມເຖິງອາຄານກິລາໃຫຍ່ອີກ 2 ອາຄານທີ່ສາມາດບັນຈຸຜູ້ຊົມໄດ້ລວມກັນເຖິງ 7.000 ຄົນ.

ນອກຈາກນີ້ ພື້ນທີ່ຕໍ່ເນື່ອງກັບສະໜາມກິລາແຫ່ງໃຫຍ່ດັ່ງກ່າວນີ້ກໍຍັງໄດ້ຮັບການພັດທະ ນາ ເປັນສະໜາມກັອຟ 18 ຫຼຸມ ແຫ່ງໃຫຍ່ເພື່ອຮອງຮັບກິລາຊີເກມຄັ້ງນີ້ອີກເຊັ່ນດຽວ ກັນ.

ສ່ວນໃນດ້ານການສະແດງຕ່າງໆໃນພິທີ ເປີດການແຂ່ງຂັນໃນມື້ວັນພຸດທີ່ຜ່ານມານີ້ ທາງການລາວກໍ່ໝັ້ນໃຈວ່າ ຈະສາມາດ ສ້າງຄວາມປະທັບໃຈໃຫ້ກັບຜູ້ຊົມທັງໃນ ລາວ ແລະ ທີ່ຢູ່ຕ່າງປະເທດ ທີ່ຊົມການ ຖ່າຍທອດສົດທາງໂທລະພາບຈາກລາວໄດ້ ຢ່າງແນ່ນອນ ເຖິງແມ້ວ່າທາງການລາວຈະ ບໍ່ມີການນຳໃຊ້ເທັກນິກພິເສດສະໄໝໃໝ່ ເຂົ້າໃນການສະແດງຕ່າງໆເລີຍ ເນື່ອງ ຈາກຂໍ້ຈຳກັດທາງດ້ານງົບປະມານຂອງ ລັດຖະບານລາວ ກໍ່ຕາມ. ຫາກແຕ່ວ່າ ດ້ວຍການເນັ້ນການນຳ ສະເໜີເຖິງຄວາມ ຫຼາກ ຫຼາຍທາງດ້ານວັດທະນາ ແລະ ທຳປະເພນີ ຂອງປະຊາຊົນລາວ ບັນດາເຜົ່າ ທີ່ມີຢູ່ເຖິງ 49 ຊົນ ເຜົ່ານັ້ນ ກໍ່ເຮັດໃຫ້ທາງການລາວມີຄວາມໝັ້ນໃຈວ່າ ຈະເປັນພິທີເປີດການ ແຂ່ງຂັນ ຊີເກມທີ່ມີຄວາມງົດງາມຢ່າງຍິ່ງ.

ທັ້ງນີ້ໂດຍຈະມີການໃຊ້ເຍົາວະຊົນລາວຈຳນວນຫຼາຍກວ່າ 8,000 ຄົນໃນການສະແດງ ຊຸດຕ່າງໆທີ່ໄດ້ຜ່ານ ການຝຶກຊ້ອນມາຢ່າງດີແລ້ວ.

ສ່ວນຜູ້ເຂົ້າຊົມພິທິເປິດການແຂ່ງຂັນໃນຄັ້ງນີ້ກໍ່ຈະຫຼາຍກວ່າ 20.000 ຄົນຢ່າງແນ່ນອນ ເນື່ອງຈາກວ່າ ປີ້ເຂົ້າຊົມທີ່ມີລາຄາແພງສຸດແມ່ນ 5 ແສນກີບ ແລະຖືກສຸດ ແມ່ນ 2 ແສນ ກີບນັ້ນ ໄດ້ຈຳໜ່າຍໄປທັງໝົດແລ້ວ.

ທາງການລາວຄາດໝາຍວ່າໃນຕະຫຼອດການແຂ່ງຂັນກິລາຊີເກມຄັ້ງນີ້ ຊຶ່ງຈະສີ້ນສຸດລົງ ດ້ວຍພິທິປິດການແຂ່ງຂັນໃນຄືນວັນທີ່ 18 ທັນວານັ້ນ ຈະມີຊາວຕ່າງຊາດເດີນທາງເຂົ້າ ໄປໃນນະຄອນຫຼວງວຽງຈັນຫຼາຍກວ່າ 6 ໝື່ນ ຄົນໂດຍໂຮງແຮມທີ່ມີຢູ່ 118 ແຫ່ງກັບ ບ້ານພັກອີກ 184 ແຫ່ງນັ້ນ ສາມາດຮອງຮັບແຂກໄດ້ 11.000 ກວ່າຄົນໃນແຕ່ລະຄືນ ຊຶ່ງຍັງບໍ່ທັນລວມໄປເຖິງໝູ່ບ້ານນັກກິລາທີ່ຮອງຮັບນັກກິລາໄດ້ 4.000 ກວ່າຄົນ.

ແຕ່ຢ່າງໃດຊີເກມຄັ້ງທີ່ 25 ຈະມີການ ແຂ່ງຂັນກິລາ 25 ປະເພດ ເພື່ອຊິງເອົາ 381ຫລຽນຄຳ ໂດຍຈະເປັນການຊິງ ເອົາຫລຽນຄຳ ໃນກິລາປະເພດ ລູ່ ແລະ ລານຫຼາຍທີ່ສຸດ ເຊິ່ງກໍ່ຄືມີ 45 ຫລຽນ. ຕິດຕາມດ້ວຍກິລາຍິງປີນ 34 ຫລຽນຄຳ ແລະກິລາລອຍນໍ້າ 32 ຫລຽນຄຳ ໂດຍ ລາວ ສົ່ງນັກກິລາເຂົ້າຮ່ວມເຖິງ 684 ຄົນ ຊຶ່ງຫຼາຍກວ່າໃນທຸກຄັ້ງທີ່ຜ່ານມາ ແລະ ກໍ່ໄດ້ວາງເປົ້າໝາຍທີ່ຈະຍາດ ເອົາຫລຽນ ຄໍາໃຫ້ໄດ້ບໍ່ໜ້ອຍກວ່າ 25 ຫລຽນ ໃນ ຊີເກມຄັ້ງນີ້.

XS
SM
MD
LG