ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະທານາທິບໍດີໂອບາມາ ຮັບລາງວັນ ໂນແບນ ຂະແໜງ ສັນຕິພາບທີ່ກຸງໂອສໂລ


ປະທານາທິບໍດີ​ໂອ​ບາ​ມາ ຮັບ​ລາງວັນ​ໂນ​ແບນ​ຂະ​ແໜງ​ສັນຕິພາບ:
ປະທານາທິບໍດີ​ບາຣັກ​ໂອ​ບາ​ມາ​ແຫ່ງ​ສະຫະຣັດ ກ່າວ​ວ່າ ທ່ານ​ຈະ​ໃຊ້ລາງວັນ​ໂນ​ແບນ​ຂະ​ແໜງ​ສັນ​ຕິ​ພາບ ​ຂອງ​ທ່ານ​ນີ້​ເພື່ອ​ຊ່ອຍນຳພາ​ສະຫະຣັດແລະ​ໂລກ​ໄປ​ສູ່​ການ​ມີ​ສັນຕິພາບ​ທ່ີ​ຍືນ​ຍົງ​ແລະ​ຄວາມ​ປອດ​ໄພ.
​ເວລາ​ນີ້​ທ່ານ​ໂອ​ບາ​ມາ​ກຳລັງ​ຢູ່​ໃນ​ກຸງ Oslo ປະທດ Norway ບ່ອນ​ທ່ີ
ທ່ານ​ຈະ​ໄປ​ຮັບ​ເອົາ​ລາງວັນ​ທີ່​ມີ​ກຽດ​ອັນ​ສູງ​ສົ່ງ​ອັນ​ນີ້​ໃນ​ວັນ​ພະຫັດ​ມື້​ນີ້.
​ໃນ​ກອງ​ປະຊຸມ​ ຕໍ່​ນັກ​ຂ່າວຮ່ວມ​ກັບ​ນາຍົກຣັຖມຸນຕີ Jens Stolten- berg ​ແຫ່ງ Norway ທ່ານ​ໂອ​ບາ​ມາຍອມຮັບ​ຮູ້​ວ່າ ມີ​ຄົນ​ອື່ນໆ​ອີກ​ຫລາຍ​ຄົນ​ຄວນຈະ​ໄດ້​ຮັບ​ລາງວັນໂນ​ແບນສັນຕິພາບທ່ີ​ວ່າ​ນີ້. ທ່ານ​ກ່າວ​ຕື່ມ​ວ່າ ຖ້າ​ທ່ານ​ປະສົບກັບ​ຄວາມ​ສຳ​ເຣັດ​ໃນ​ການເຮັດ​ໃຫ້ສະຫະຣັດ​ເປັນກຳລັງ​ທ່ີ​ດີ​ໃນ​ໂລກ​ແລ້ວ ການ​ຕຳ​ໜິຕິຕຽນ​ທ່ານ​ທ່ີວ່າ​ທ່ານ​ໄດ້​ຮັບ​ ລາງວັນ​ດັ່ງກ່າວ​ໄວ​ໂພດນັ້ນ​ກໍ​ຈະ​ໝົດ​ໄປ.
ນາຍົກຣັຖມຸນຕີ Stoltenberg ກ່າວ​ວ່າ ຄວາມ​ພະຍາຍາມ​ຕ່າງໆ​ຂອງ​ທ່ານ​ໂອ​ບາ​ມາ ​ເພື່ອ​ແກ້​ໄຂ​ບັນຫາ​ຕ່າງໆ​ເຊັ່ນ ​ເຣື່ອງການ​ປ່ຽນແປງ​ຂອງ​ດິນ​ຟ້າ​ອາກາດ ​ແລະ​ເຣື່ອງ ການ​ຫ້າມ​ແຜ່ຜາຍ​ອາວຸດ​ນີວເຄລັຍ​ໂດຍ​ຜ່ານ​ທາງ​ການ​ທູດ ​ສະ​ແດງ​ໃຫ້​ເຫັນ​ວ່າ ​ເປັນການ​ສອດຄ່ອງ​ກັບ​ຈິດ​ໃຈ​ທ່ີດີ​ທ່ີ​ສຸດ​ຂອງ​ມື້​ລາງ​ທ່ານ Alfred Nobel ຜູ້​ລິ​ເລີ້ມ​ ລາງວັນ​ນີ້​ຂຶ້ນ​ມາ​ນັ້ນ. ປະທານາທິບໍດີ​ໂອ​ບາ​ມາ ຈະ ​ຮັບ​ເອົາ​ລາງວັນ​ໂນ​ແບນ​ຂະ​ແໜງ​ສັນຕິ​ພາບ​ນີ້ ​ເປັນ​ເວລາ​ຫລາຍ​ມື້​ຫລັງ​ຈາກ​ທ່ານ​ສັ່ງ​ໃຫ້​ເພີ່ມ​ກຳລັງ​ທະຫານຕື່ມ​ອີກ30 ພັນ​ຄົນ​ໄປ​ຍັງ​ອັຟກາ​ນີສຖານ ​ແລະ​ທ່ານ​ກ່າວ​ຕື່ມ​ວ່າ ທ່ານ​ຍັງ​ມີ​ຄວາມ​ໝັ້ນ​ໝາຍ​ຕໍ່​ການ​ປະຕິບັດ​ຕາມ​ຕາລາງ​ເວລາ ທ່ີ​ຈະ​ມອບ​ໂອນການ​ຮັບຜິດຊອບ​ໃຫ້​ແກ່​ກຳລັງ​ຮັກສາ​ຄວາມ​ປອດ​ໄພ​ຂອງ​ອັຟກາ​ນີສຖານ​ໃນ​ເດືອນ​ກໍລະກົດ​ ປີ2011 ນັ້ນ.
ການ​ແຂ່ງ​ກີລາ SEA Games ທີ່ ສປປ ລາວ:
ການ​ແຂ່ງຂັນ​ກີລາແຫ່ງ​ຂົງ​ເຂດ​ເອ​ເຊັຍ​ຕາ​ເວັນ​ອອກສຽງ​ໃຕ້​ໄດ້​ໄຂ​ຂຶ້ນ ແລ້ວ​ທ່ີ​ນະຄອນຫລວງ​ວຽງ​ຈັນ​ຂອງ​ລາວ ​ໂດຍ​ມີຜູ້​ຊະນະ​ຫລຽນ​ຄຳ​ໄປ​ແລ້ວ 8 ຫລຽນ​ ກ່ອນ​ໜ້າພິທີ​ໄຂງານ​ແຂ່ງຂັນ​ຢ່າງ​ເປັນ​ທາງ​ການ​ໃນ​ມື້ວານ​ນີ້.
​ໄດ້​ມີ​ການ​ຈູດ​ບັ້ງ​ໄຟ​ດອກຂຶ້ນ​ສູ່​ທ້ອງຟ້າ ​ແລະ​ ​ມີ​ການ​ຍິງ​ລູກສອນໄຟ​ ໄປ​ຍັງ​ໝໍ້​ກະທະ​ໃຫຍ່​ເພື່ອ​ຈູດ​ທວນ​ໄຟ​ໃນ​ວັນ​ພຸດ​ວານ​ນີ້. ພິທີເປີດ​ການ ​ແຂ່ງຂັນ​ ​ແມ່ນ​ຈັດ​ຂຶ້ນທ່ີ​ສະໝາ​ມກີລາ​ແຫ່ງ​ໃຫຍ່ ທ່ີ​ມີ​ບ່ອນ​ນັ່ງ 20 ພັນ ບ່ອນ​ ອັນ​ເປັນ​ສ່ວນນຶ່ງ​ຂອງ​ສະໜາມ​ກີລາ​ໃໝ່ແຫ່ງ​ຊາດ​ ມູນ​ຄ່າ 100 ລ້ານ​ດອນ​ລາ​ ທີ່ໄດ້​ຮັບ​ການ​ຊ່ອຍ​ເຫລືອ​ຈາກຈີນ ຍີ່ປຸ່ນ ບຣູ​ໄນ ​ເກົາ ຫລີ​ໃຕ້ ວຽດນາມ​ແລະ​ໄທ.
ຜົນ​ການ​ແຂ່ງຂັນ​ກິລາ​ບາງ​ປະ​ເພດ​ທີ່​ເສັດ​ສິ້ນ​ໄປ​ແລ້ວ ປາກົດ​ວ່າ ມຽນ ມ້າ​ໄດ້​ຮັບ​ຫລຽນ​ຄຳ​ ໃນ​ການ​ແຂ່ງຂັນ​ກີລາເຕກວນ​ໂດ​ປະ​ເພດ​ຍິງ​ດ​ຽວ​ແລະ​ທີ​ມ​ເຕະ​ກະຕໍ້​ປະ​ເທດ​ຍິງ. ວຽດນາມ​ໄດ້ 2 ຫລຽນຄຳ ຈາກກີລາເຕກວນໂດ ສຳລັບ​ທີ​ມຜູ້​ຊາຍ​ແລະທີ​ມປະສົມຊາຍ​ຍິງ. ​ໄທ ລາວ ຟີ​ລິບ​ປິນ ​ແລະ​ສິງກະ​ໂປ​ ຕ່າງ​ກໍໄດ້​ໄປ​ປະ​ເທດ​ລະ 1 ຫລຽນ​ຄຳ​ແລ້ວ. ຄາດ​ກັນ​ວ່າ ​ໄທ​ຈະ​ຄອບ​ງຳ​ໃນ​ການ​ແຂ່ງ​ກິລາ​ປະຈຳ​ຂົງ​ເຂດ​ເປັນ​ເວລາ 10 ມື້​ນີ້ ຊຶ່ງ​ໄດ້​ນຳ​ນັກກີລາ​ມາຈາກ 11 ປະ​ເທດ ​ເພື່ອ​ແຂ່ງຂັນ​ໃນ​ກິ ລາ 28 ປະ​ເພດ ຊື່​ງຫລຸດ​ຈາກ 43 ປະ​ເພດ ​ໃນ​ການ​ແຂ່ງຂັນ​ກິລາ SEA Games ​ເທື່ອ​ກ່ອນ ທ່ີ​ປະ​ເທດ​ໄທ​. ​ໂຄສົກຣັຖບານ​ລາວ​ເອີ້ນ​ການ​ແຂ່ງຂັນ​ກີລາ​ນີ້​ວ່າ ​ເປັນ ​ຄວາມ​ພາກພູມ​ໃຈ​ອັນ​ໃຫຍ່​ຫລວງ​ສຳລັບ​ປະ​ເທດ​ຂອງ​ທ່ານ.
ທີ່ຟີ​ລິບ​ປິນ: ກອງທັບ​ຟີ​ລິບ​ປິນກ່າວ​ວ່າ ພວກ​ມື​ປືນ​ຈຸ​ນຶ່ງ​ໄດ້ຈັບ​ປະຊາຊົນຢ່າງ​ນ້ອຍ 75 ຄົນ ສ່ວນ​ຫລາຍ​ເປັນ​ພວກ​ເດັກນ້ອຍ​ນັກຮຽນ ຫລັງ​ຈາກ​ບຸກ​ເຂົ້າ​ໄປ​ໃນ​ໂຮງຮຽນ​ປະຖົມ​ແຫ່ງ​ນຶ່ງ​ ທ່ີຢູ່​ເຂດ​ສອກຫລີກ​ຫ່າງ​ໄກໃນ​ພາກ​ໃຕ້ ​ຂອງ​ຟີ​ລິບ​ປິນ. ບັນດາ​ນາຍ​ທະຫານ​ຟີ​ລິປປິນກ່າວ​ວ່າ ພວກ​ມື​ປືນ​ໄດ້ລັກພາ​ໂຕພວກ ຊາວບ້ານເຫລົ່ານັ້ນ ​ໄປຈາກ​ບ້ານ​ນຶ່ງ​ເທິງ​ເກາະ​ມິນ​ດາ​ນາວ​ໃນ​ວັນ​ພະຫັດ​ມື້​ນີ້. ຕຳຫລວດ​ກ່າວ​ວ່າ ເດັກນ້ອຍ 15 ຄົນ​ໄດ້​ຖືກ​ປ່ອຍ​ໂຕ​ໃນ​ເວລາຕໍ່​ມາ. ພາກ​ໃຕ້​ຂອງ​ຟີ​ລິບ​ປິນ​ແມ່ນໄດ້​ຖືກ​ຄຸກ​ຄາມໂດຍ​ພວກ​ໂຈນ​ຜູ້​ຮ້າຍ ພວກ​ທະຫານ​ບ້ານ ປະກອບ​ອາວຸດຂອງຣັຖບານ​ ທີ່​ບໍ່​ມີ​ການ​ກຳກັບ​ເບິ່ງ​ນຳ​ຢ່າງ​ເຄ່ງ​ຄັດ ຕລອດ​ທັງ​ພວກ​ກະບົດ​ມຸສລິ​ມ​ແລະ​ຄອມ​
ມີ​ວນິດ.ບັນດາ​ເຈົ້າໜ້າ​ທ່ີ​ກ່າວ​ວ່າ ​ເວລາ​ນີ້​ຕຳຫລວດ​ກຳລັງ​ຕິດຕາມ​ລ່າ​ໂຕ​ ພວກ​ມື​ປືນີ້​ຢູ່ ຊຶ່ງ​ປາກົດ​ວ່າ ພວກ ເຂົາ​ກຳລັງ​ໃຊ້​ໂຕ​ປະກັນ​ເປັນ​ມະນຸດ​ ກຳ​ບັງ​ ເພື່ອເອົາ​ໂຕ​ຫລົບໜີ​ໄປ. ໃນ​ເດືອນ​ແລ້ວ​ນີ້ ປະຊາຊົນ57 ຄົນ​ໃນ​ຂະ​ບວນລົດໄປ​ຈົດ​ຊື່ເລືອກ​ຕັ້ງໄດ້​ຖືກ​ສັງຫາ​ນໝູ່​ໃນ​ແຂວງ Maguindanao ​ໃນ​ພາກ​ໃຕ້​ຂອງ​ປະ​ເທດ
​ແລະໄດ້​ມີ​ການ​ປະກາດ​ໃຊ້​ກົດ​ໄອ​ຍະ​ການ​ເສິກ​ໃນ​ແຂວງ​ດັ່ງກ່າວ​ຕັ້ງ​ແຕ່​ເກີດ​ເຫດການ​ນັ້ນ​ມາ.
ກ່ຽວ​ກັບ​ອັຟກາ​ນີສຖານ: ທ່ານ Robert Gates ຣັຖມຸນຕີ​ປ້ອງ​ກັນ​ປະ​ເທດ​ສະຫະຣັດ ກ່າວ​ຕໍ່
ບັນດາ​ຜູ້​ບັນຊາ​ການ​ກອງທັບ​ອັຟກາ​ນີສຖານ​ວ່າ ສະຫະຣັດຕັ້ງ​ໃຈ​ທ່ີ​ຈະ​ເປັນ​ພາຄີ​ກັບ​ພວກ​ເຂົາ​ເຈົ້າ​ ເປັນ​ເວລາ​ດົນ​ນານ​ຕໍ່​ໄປໃນ​ອະນາຄົດ. ໃນ​ລະຫວ່າງ​ການ​ພົບ​ປະກັນ​ທ່ີ​ສະໜາມ​ບິນ​ກຸງ​ຄາ​ບູລ ​ໃນ​ວັນ​ພະຫັດ
ມື້​ນີ້ ທ່ານ Gates ກ່າວ​ວ່າ ສະຫະຣັດຈະ​ປະຕິບັດ​ຕາມ​ຄຳ​ໝັ້ນ​ສັນຍາຂອງ​ຕົນ​ຕໍ່​ອັຟກາ​ນີສຖານ ​ແລະ​ກ່າວ​ຕື່ມ​ວ່າ ຄວາມ​ສັມພັນນັ້ນ​ແມ່ນຝັງ​ ຢູ່​ໃນ​ເລື​ອດ. ກ່ອນ​ໜ້າ​ນັ້ນ ໃນ​ການ​ຢ້ຽມຢາມ​ອັຟກາ​ນີສຖານ ​ຄັ້ງນີ້ ທ່ານ Gates ກ່າວ​ວ່າ ສະຫະຣັດຕຽມ​ພ້ອມ​ທ່ີ​ຈະ​ສົ່ງ​ທະຫານ​ ​ໄປ​ຊ່ອຍ​ເຫລືອ​ກຳລັງ​ອັຟກາ​ນີສຖານ​ເປັນ​ເວລາ ​ຫລາຍ​ປີ ກາຍ​ເດືອນ​ກໍລະກົດ​ ​ປີ 2011 ທ່ີ​ປະທານາທິບໍດີ​ບາຣັກ​ໂອ​ບາ​ມາ​ໄດ້​ກຳນົດ​ໄວ້​ ວ່າຈະ​ເລີ້ມ​ຖອນ​ທະຫານ​ອອກ​ຈາກ​ອັຟກາ​ນີສຖານ​ໄປ​ນັ້ນ. ໃນ​ຂ່າວ​ທ່ີ​ພົວພັນ​ກັບ​ເຣື່ອງນີ້ ພົນ​ໂທ William Caldwel l ​ແຫ່ງ​ກອງ ທັບບົກ​ສະຫະຣັດກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ທ່ີ​ກຸງ​ຄາ​ບູລ​ໃນ​ວັນ​ພຸດ​ວານ​ນີ້ວ່າ ມີຊາວ​ໜຸ່ມອັຟກາ​ນີສຖານ​ ​ຫລາຍ​ກວ່າ 2500 ຄົນ ສມັກ​ເຂົ້າ​ເປັນ ທະຫານ​ໃນ​ຮອບ 7 ມື້​ທຳ​ອິດ​ຂອງ​ເດືອນ​ທັນວາ​ນີ້ ​ ສົມ​ທຽບກັບ​ຈຳ ນວນ ​ທັງ​ໝົດ 831 ຄົນ​ ໃນ​ເດືອນ​ກັນຍາ​ຜ່ານ​ມາ.
ທີ່ປາ​ກີ​ສຖານ: ບັນດາ​ເຈົ້າ​ໜ້າ​ທ່ີ​ປາ​ກີ​ສຖານ​ກ່າວ​ວ່າ ຜູ້​ຊາຍ​ອະ​ເມຣິກັນ 5 ຄົນ​ທ່ີຖືກ​ຈັບ​ກຸມ​ຢູ່​ປາ​ກິ​ສຖານ​ໃນ​ສັບປະດາ​ນີ້ ກຳລັງ​ຖືກ​ສອບ​ປາກຄຳ​ກ່ຽວ​ກັບຂໍ້​ກ່າວ​ຫາ​ທ່ີ​ວ່າ​ພວກເຂົາ​ເຈົ້າ​ໄດ້​ມີ​ສ່ວນ​ພົວພັນ​ກັບ​ບັນດາ​ກຸ່ມ​ຫັວ ຮຸນ​ແຮງ​ຈັດ​ນັ້ນ. ຕຳຫລວດ​ປາ​ກີ​ສຖານ​ກ່າວ​ວ່າ ພວກ​ຜູ້​ຊາຍ​ເຫລົ່າ​ນີ້​ຖືກ​ຈັບ​ກຸມ​ໃນ​ລະຫວ່າງ​ການ​ບຸກ​ເຂົ້າ​ກວດ​ຄົ້ນ​ເຮືອນ​ຫລັງ​ນຶ່ງ​ຂອງ​ຜູ້ນຳ​ໃນ​ທ້ອງ​ຖິ່ນຄົນ​ນຶ່ງ​ຂອງ​ກຸ່ມຫົວ​ຮຸນ​ແຮງ Jaish-e-Muhammad ທ່ີ​ຜິດ​ກົດໝາຍ
​ໃນ​ເມືອງ Sargodha ​ແຂວງ​ປັນ​ຈາບຂອງ​ປາ​ກີ​ສຖານ​.
​ໃນ​ຖະ​ແຫລ​ງການ​ສະບັບ​ນຶ່ງ ​ໂຄສົກ​ຍິງ​ປະຈຳ​ອົງການ FBI ສະຫະ ຣັດກ່າວ​ວ່າ ທາງ​ອົງການ​ກຳລັງ​ພະຍາຍາມ​ພິສູດ​ຊື່​ສຽງຂອງພວກ​ບຸກ ຄົນ​ເຫລົ່າ​ນີ້ ແລະ​ຊອກ​ຮູ້​ວ່າ​ເຂົາ​ເຈົ້າ​ໄປ​ປາ​ກີ​ສຖານ​ເຮັດ​ຫຍັງ ​ແລະ​ ພວກ​ເຂົາ​ເຈົ້າ​ເປັນພວກ​ນັກ​ສຶກສາ​ອະ​ເມຣິກັນ 5 ຄົນ​ທ່ີ​ຫາຍ​ສາບ​ສູນ​ໄປ
ຕັ້ງ​ແຕ່​ທ້າຍ​ເດືອນ​ພະຈິກ​ແລ້ວ​ນີ້​ ຫລື​ບໍ?.
ຕຳຫລວດ​ສືບສວນ​ກາງຂອງ​ສະຫະຣັດຫລື FBI ກ່າວ​ວ່າ ຕົນ​ກຳລັງ​ທຳ​ການ​ຕິດ​ຕໍ່​ພົວພັນ​ກັບ​ພວກ​ຄອບຄົວ​ຂອງ​ພວກ​ນັກ​ສຶກສາ​ທ່ີ​ຫາຍ​ສາບ​ສູນ​ໄປ ຕລອດ​ທັງເຈົ້າໜ້າ​ທີ່​ປາ​ກີ​ສຖານ​ເຊັ່ນ​ກັນ.

XS
SM
MD
LG