ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຊາວອາເມຣິກັນນັບມື້ນັບມີແນວຄິດມັກຢູ່ໂດດດ່ຽວຫລາຍຂຶ້ນ


ຜົນ​ການ​ຢັ່ງຫາງ​ສຽງເມື່ອໝໍ່ໆມານີ້ ສະ​ແດງ​ໃຫ້​ເຫັນວ່າ ປວງ​ຊົນຊາວ​ອາ​ເມຣິກັນນັບ​ມື້ນັບ​ມີ​ແນວ​ຄິດ​ມັກຢູ່ໂດດດ່ຽວຫລາຍ​ຂຶ້ນ ຊື່​ງ ກໍ​ຄືໃຫ້ການສະ​ນັບ​ສະໜູນໜ້ອຍລົງ​ ແກ່ການປະຕິບັດງານ ຂອງຣັຖ ບານຢູ່​ຕ່າງປະ​ເທດ ​ແລະມີ​ຄວາມໝັ້ນ​ໃຈໃນອິດ​ທິ ພົນຂອງ​ການ​ເປັນ​ປະ​ເທດ​ມະຫາ​ອຳນາດ​ຂອງອາ​ເມຣິກາ​ໃນ​ເວທີ ​ສາກົນໜ້ອຍ​ລົງ​. ພ້ອມ​ດຽວກັນ ກໍຍັງ​ມີ​ຄວາມເປັນ​ຫ່ວງ​ຫລາຍ​ ຂຶ້ນ ນຳ​ອິດ​ທິພົນ​ຂອງ​ອຳນາດ​ເສດຖະກິດ ​ເຊັ່ນ ຈີນ ທີ່ ນັບ​ມື້ນັບ​ມີຫລາຍ​ຂຶ້ນນັ້ນ.

ນັກວິ​ເຄາະ​ເວົ້າວ່າ​ ຕົວ​ເລກ​ທີ່​ໄດ້​ມາ​ຈາກ​ການ​ສຳ​ຫລວດ​ນີ້ ຈະ​ເຮັດ​ໃຫ້​ປະທານາທິບໍດີ ບາຣັກ ໂອບາມາ ປະ​ເຊີນກັບອຸປະສັກ ທ້າທາຍຫລາຍ ​ຢ່າງ ​ໃນ​ຂະນະ​ທີ່​ທ່ານ​ກຳລັງ​ພະຍາຍາມປຸກລະດົມເອົາການສະໜັບສະ ໜູນຈາກ​ປວງ​ຊົນ​ໃນ​ຊາດ​ ສຳລັບການ​ສົ່ງກຳລັງ​ທະຫານ​ໄປສູ້ຮົບທີ່ ອັຟກາ​ນິສຖານ ​ເພີ້ມ​ ຂຶ້ນນັ້ນ.

ອີງ​ຕາມ​ການ​ຢັ່ງ​ຫາງ​ສຽງຂອງສູນ​ກາງຄົ້ນຄວ້າ​ເພື່ອ​ປະຊາຊົນ​ແລະ​ນັກ​ຂ່າວ ພີ​ວ ທີ່​ຕັ້ງຢູ່​ກຸງວໍ​ຊິງ​ຕັນ ​ເມື່ອໝໍ່ໆ​ມານີ້ ​ເຫັນ​ວ່າ ຄົນໃນ​ສະຫະຣັດ ​ມີຄວາມຮູ້ສຶກຢາກຢູ່ໂດດດ່ຽວ​ນັບ​ມື້ນັບຫລາຍ ຂຶ້ນ​. ​ເຊິ່ງ​ໃນນັ້ນ 49% ຂອງຊາວ​ອາ​ເມຣິກັນ​ເຊື່ອ​ວ່າ ສະຫະຣັດ ຄວນເອົາ​ ໃຈ​ໃສ່​ແກ້ໄຂ​ບັນ​ຫາ​ຂອງ​ຕົນ ​ຫລາຍ​ຂຶ້ນ ​ແລະ ປ່ອຍ​ໃຫ້​ປະ​ເທດ​ອື່ນ ​ແກ້​ໄຂ​ບັນ​ຫາ​ຂອງ​ເຂົາ​ເຈົ້າ​ເອງ ​ເຊິ່ງ​ເປັນ​ຕົວເລກທີ່​ເພີ້ມຂຶ້ນຈາກ 30% ຂອງ​ຜົນ​ການຢັ່ງ​ຫາງ​ສຽງ​ໃນ​ປີ 2002.

ທ່ານ ​ແອນ​ດຣູ Kohut, ປະທານອົງການ ພີ​ວ ກ່າວ​ວ່າ: "ປະຊາຊົນອາເມຣິກັນສຸມ ຄວາມສົນໃຈໃນເລື່ອງການເສດຖະກິດທີ່ບໍ່ດີ ແລະຮູ້ສຶກຜິດຫວັງກ່ຽວກັບສະຖານະການ ໂລກ. ແລະສົງຄາມສອງແຫ່ງທີ່ອີຣັກ ແລະ ອັຟການີສຖານ ແມ່ນດໍາເນີນໄປບໍ່ດີ".

ການທີ່ຄົນມີ​ແນວ​ຄິດ​ຢາກຢູ່ໂດດດ່ຽວ ຫລື ບໍ່ຢາກສົນໃຈທີ່ຈະໄປຊ່ວຍປະເທດອື່ນ ຫລາຍຂຶ້ນແບບນີ້ ບໍ່ໄດ້ເຮັດໃຫ້ທ່ານ James Lindsay ຜູ້ອຳນວຍການ ສະ ພາວ່າ​ດ້ວຍການສຶກສາຄົ້ນຄວ້າດ້ານການ ພົວພັນກັບຕ່າງປະເທດ ແປກໃຈ ແຕ່ຢ່າງໃດ. ທ່ານໃຫ້ຄຳເຫັນວ່າ ເມື່ອເສດຖະກິດຕົກຕໍ່າລົງ ຄວາມຫ້າວ ຫັນຂອງປະຊາຊົນໃນຊາດ ທີ່ ຢາກຈະ ສະນັບສະໜູນກິດຈະກຳຂອງອາເມຣິກາ ຢູ່ຕ່າງປະເທດນັ້ນ ກໍຍ່ອມຈະຫລຸດໜ້ອຍ ລົງໄປຕາມໆ ກັນ.

ທ່ານກ່າວຕໍ່​ໄປວ່າ ມັນກໍເປັນເລື້ອງທີ່ໜ້າ ເຂົ້າໃຈໄດ້ຢູ່ ທີ່ວ່າປະຊາຊົນອາເມຣິກັນ ຢາກໃຫ້ພວກນັກການເມືອງຂອງ​ຕົນຫັນມາ ເອົາໃຈໃສ່ແກ້ໄຂບັນຫາຢູ່ພາຍໃນປະເທດ ຫລາຍຂຶ້ນ ແລະ ມີຄວາມເປັນຫ່ວງໜ້ອຍລົງ​ໃນ​ການແກ້ໄຂບັນຫາ ຢູ່ຕ່າງປະເທດ.

ທ່ານ Lindsay ຍັງເວົ້າອີກວ່າ ຄວາມເປັນຫ່ວງຕໍ່ບັນຫາຢູ່ພາຍໃນປະເທດ ທີ່ຄອບງຳ ຄວາມຄິດຂອງຊາວອາເມຣິກັນຫລາຍ​ຂຶ້ນນັບມື້ນັ້ນ ​ແມ່ນມີຜົນສະທ້ອນ ຕໍ່ນະໂຍບາຍ ຕ່າງ ປະເທດຂອງ ສະຫະຣັດໂດຍລວມ ແລະ ຕໍ່ຍຸດທະສາດໃນການເຮັດສົງຄາມຢູ່ ອັຟກາ​ນິສຖານ ຂອງ​ປະທານາທິບໍດີ​ໂອ​ບາ​ມາໂດຍສະເພາະ.

ການສຳຫລວດຄວາມຄິດເຫັນຂອງປວງຊົນອາເມຣິກັນ ເມື່ອບໍ່ນານມານີ້ ໄດ້ສະແດງໃຫ້ ເຫັນວ່າ ຄົນສະໜັບ​ສະໜູນ​ຕໍ່ການ​ສົ່ງ ກຳລັງ​ທະຫານ​ໄປອັຟກາ​ນິສຖານມີໜ້ອຍລົງ.

ການຢັ່ງຫາງສຽງຂອງອົງການ ພີວ ທີ່ດຳເນີນກ່ອນການປະກາດນະໂຍບາຍຕໍ່ອັຟກາ​ນິສ ຖານຂອງປະທານາທິບໍດີ ໂອບາ ມາ ໄດ້ສະແດງໃຫ້ເຫັນວ່າພຽງ​ແຕ່ 32 ສ່ວ​ນຮ້ອຍ ຂອງຄົນອາເມຣິກັນ ສະໜັບ​ສະໜູນ​ຕໍ່​ນະໂຍບາຍເພີ້ມການສົ່ງທະຫານສະຫະຣັດ ໄປປະຕິບັດງານຢູ່ຕ່າງປະເທດ.

ທ່ານ ​ແອນ​ດຣູ Kohut ເວົ້າວ່າ ຄົນອາເມຣິກັນມີຄວາມບໍ່ໝັ້ນໃຈຫລາຍຂຶ້ນໃນການທີ່ ສະຫະຣັດຈະເຂົ້າໄປແຊກແຊງ​ໃນ ກິດຈະການຂອງຕ່າງປະເທດນັ້ນ ເຊິ່ງທ່ານຊີ້ແຈງວ່າ: "ພວກເຮົາປະເຊີນກັບນະໂຍບາຍຕ່າງປະເທດແຫ່ງຊາດທີ່ເນັ້ນໃສ່ຕົນເອງເປັນໃຫຍ່ມາ ເປັນເວລາແປດປີ ພາຍໃຕ້ລັດຖະບານຂອງອະດີດປະທານາທິບໍດີ George W. Bush ແລະ ນະໂຍບາຍດັ່ງກ່າວນີ້ ໃນທີ່ສຸດແລ້ວກໍຖືກຕັດສິນວ່າບໍ່ປະສົບຜົນສຳເລັດ. ແລະຈາກປະສົບການດັ່ງກ່າວນີ້ ມັນເຮັດໃຫ້ຊາວອາເມຣິກັນບາງຄົນເຊື່ອວ່າ ພວກເຮົາຈະ ຕ້ອງມີອິດທິພົນໜ້ອຍລົງ ແລະ ຫລິ້ນບົດບາດ ມະຫາອຳນາດ ໃນໂລກໜ້ອຍລົງ".

ແລະ ຕໍ່ຄຳຖາມທີ່ວ່າ ປະເທດໃດທີ່ ຄົນອາເມຣິກັນ ເຫັນວ່າ ຈະ​ເຂົ້າມາແທນທີ່ສະຫະ ຣັດ​ໄດ້ ຖ້າ​ຫາກ​ວ່າ ສະຫະຣັດສູນ ເສຍອິດທິພົນຂອງການ​ເປັນ​ປະ​ເທດ​ມະຫາ​ອຳນາດ ຂອງຕົນໃນ ເວທີສາກົນໄປນັ້ນ ທ່ານ Kohut ຊີ້ແຈງວ່າ: "ໃນພາກສ່ວນສາທາລະນະ ໄດ້ມີຄວາມເປັນຫ່ວງນ້ອຍກັບການເຕີບໂຕດ້ານເສດຖະກິດ ຂອງຈີນ ຄືຊາວອາເມລິກັນ 53 ເປີເຊັນ ເຫັນວ່າຈີນເປັນພັຍຂົ່ມຂູ່ຕໍ່ສະຫະລັດ ເຖິງແມ່ນ ຈະບໍ່ເປັນທ່າທີໃນທາງລົບ ກັບຈີນ ຫລາຍປານໃດກໍຕາມ ແຕ່ກໍຍັງມີຄວາມເປັນຫ່ວງກັນຢູ່. ແລະໃນເວລານີ້ ຊາວອາເມລິກັນສ່ວນໃຫຍ່ຖືວ່າຈີນ ບໍ່ແມ່ນສະຫະລັດ ທີ່ເປັນຜູ້ນຳອຳນາດ ເສດຖະກິດໂລກ".

ຕໍ່ຄຳຖາມ ທີ່ວ່າ ຖ້າຫາກຄວາມຄິດຫຍໍ້ທໍ້ ແລະ ຄວາມຮູ້ສຶກຢາກຢູ່ຢ່າງໂດດດ່ຽວແບບ ນັ້ນ ​ເປັນຜົນສືບເນື່ອງມາຈາກ ບັນຫາເສດ ຖະກິດໃນປັດຈຸບັນນີ້ແລ້ວ ການຟື້ນຕົວຄືນ ຂອງເສດຖະກິດຈະສາມາດຕ່າວປີ້ນ ທ່າອ່ຽງນີ້​ໄດ້ຫລືບໍ່? ທ່ານ James Lindsay ຈາກ ສະພາການພົວພັນກັບຕ່າງປະເທດຂອງ "ສະຫະຣັດກ່າວວ່າສິ່ງທີ່ສະພາວະເສດຖະກິດ ບໍ່ດີໄດ້ເອົາໜີຈາກນັ້ນມັນກໍສາມາດນຳ ກັບຄືນມາໄດ້ ແລະ ຖ້າຫາກວ່າການເສດຖະ ກິດຂອງອາເມຣິກັນດີຂື້ນຄືນ ແລະ ເຮົາເຫັນການເຕີບໂຕເສດຖະກິດແບບຍືນ ຍົງຖາວອນແລ້ວຂ້າພະເຈົ້າກໍຫວັງວ່າ ຈະໄດ້ ເຫັນຕົວເລກການສຳຫລວດເຫລົ່ານີ້ ປ່ຽນໄປອີກໄດ້".

ຫາກແຕ່ວ່າ ການສຳຫລວດຄວາມຄິດເຫັນໃນບັນດານັກ ຊ່ຽວຊານດ້ານນະໂຍບາຍຕ່າງ ປະເທດຂອງສະຫະຣັດ ຜັດປາກົດວ່າ ພວກ​ນັກ​ຊ່ຽວຊານມີຄວາມຄິດທີ່ແຕກຕ່າງຈາກປະ ຊາຊົນ​ທົ່ວ​ໄປ. ການຢ່າງຫາງສຽງຂອງສະມາຊິກ ສະພາການພົວພັນກັບ ຕ່າງປະເທດ ຫລື CFR ຈຳນວນ 600 ຄົນເມື່ອບໍ່ນານ ມານີ້ ສະແດງໃຫ້ເຫັນວ່າ 50% ຫລື ເຄິ່ງນຶ່ງຂອງ ນັກຊຽ່ວຊານເຫລົ່ານັ້ນ ສະໜັບສະໜູນ​ຕໍ່ການ​ເພີ້ມກຳລັງ​ທະຫານ​ອາເມຣິ ກາຢູ່ອັຟກາ​ນິສຖານ. ແລະ 58% ຖືວ່າຈີນເປັນປະເທດພັນທະມິດທີ່ສຳຄັນໃນອານາ ຄົດຂອງສະຫະຣັດ. 78% ຂອງສະມາຊິກ CFR ເຫັນວ່າຈີນ​ເປັນໄພຂົ່ມຂູ່ ໜ້ອຍທີ່ສຸດ ຫລືບໍ່​ເປັນໄພຂົ່ມຂູ່ໃດໆ ເລີຍຕໍ່ສະຫະຣັດ.
XS
SM
MD
LG