ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມນັກລົງທຶນຈາກໝູ່ເກາະ Bristish Virgin ຈະລົງທຶນ ກໍ່ສ້າງທາງລົດໄຟ ໃນສະຫວັນນະເຂດ


ກຸ່ມ​ບໍລິສັດ​ເອກກະ​ຊົນຈາກ​ໜູ່​ເກາະ Bristish Virgin ຈະ​ລົງ​ທຶນກໍ່ສ້າງ​ທາງ​ລົດ​ໄຟ​ໃນ​ແຂ​ວງ ສະຫວັນ​ນະ​ເຂດ​ເພື່ອເຊື່ອມຕໍ່​ໄປ​ຍັງ​ທ່າ​ເຮືອ​ໃນ​ພາກກາງ​ຂອງ​ຫວຽດນາມ ​ໂດຍຈະ​ໃຊ້​ເງິນ ​ລົງ​ທຶນ​ເປັນ​ມູນ​ຄ່າ​ລວມ​ເຖິງ 3.000 ລ້ານ ໂດລາສະຫະຣັດ.

ທ່ານ Noor Mohamed Ahmad ຜູ້ອຳນວຍການຝ່າຍ​ຕ່າງປະ​ເທດ​ຂອງ​ກຸ່ມ​ບໍລິສັດ Giant ຈຳກັດ​ຈາກ​ໝູ່​ເກາະ British Virgin ​ໄດ້​ຖະ​ແຫຼງຢືນຢັນ​ວ່າ​ກຸ່ມບໍລິສັດ Giant ຈະ​ປະກາດ​ແຜນການ​ລົງ​ທຶນ​ເພື່ອ​ດຳ​ເນີນ​ການ​ກໍ່ສ້າງ​ທາງ​ລົດ​ໄຟ​ໃນ​ແຂວງ​ສະຫວັນ​ນະ​ເຂດ​ຂອງ​ລາວ​ໃນ​ໝໍ່ໆ​ນີ້. ​ໂດຍ​ໃນ​ປັດຈຸ​ບັນ​ຍັງ​ຄົງ​ດຳ​ເນີນ​ການ​ເຈລະຈາ​ຮ່ວມ​ກັບ​ທາງ​ການ​ລັດຖະບານ​ລາວ​ເພື່ອ​ກຳນົດ​ລາ​ຍລະ ອຽດຕ່າງໆ​ ຮ່ວມ​ກັນ​ໃຫ້​ແລ້ວສົມບູນ​ກ່ອນ​ທີ່​ຈະ​ລົງ​ນາມ​ໃນ​ສັນ​ຍາ​ການ​ລົງ​ທຶນຢ່າງ​ເປັນ​ທາງ​ ການ​ເຊິ່ງ​ຄາດ​ວ່າ​ຈະ​ມີຂຶ້ນພາຍ​ໃນ​ເດືອນທັນວາ​ປີ​ນີ້.

ຜູ້ອຳ​ນວຍ​ການ​ຝ່າຍ​ຕ່າງປະ​ເທດ​ຂອງ​ກຸ່ມ​ບໍລິສັດ Giant ຈຳກັດ​ ໄດ້​ໃຫ້​ລາຍ​ລະອຽດວ່າ ການ ກໍ່ສ້າງ​ທາງ​ລົດ​ໄຟ​ໃນ​ແຂ​ວງສະຫວັນ​ນະ​ເຂດ​ໂດຍ​ມີເປົ້າໝາຍ ​ເພື່ອເຊື່ອມຕໍ່​ ໄປ​ຍັງ​ ທ່າ​ເຮືອ​ໃນ​ເຂດພາກກາງຂອງ​ຫວຽດນາມ​ນັ້ນ ຄາດໝາຍວ່າ​ຈະ​ຕ້ອງ​ໃຊ້​ເງິນ​ທຶນ​ລວມປະ ມານ 3.000 ລ້ານ ​ໂດລາສະຫະຣັດ. ໂດຍ​ຈະ​ເປັນ​ທາງ​ລົດ​ໄຟ​ທີ່ສ້າງຄູ່ຂະໜານ​ໄປ​ກັບ ​ຖະໜົນເລກ 9 ທີ່ເຊື່ອມຕໍ່​ຈາກ​ຂົວຂ້າມ​ແມ່ນ້ຳ​ຂອງ​ລະຫວ່າງລາວ-ໄທ​ໄປ​ຍັງ​ດ່ານ​ຊາຍ ​ແດນ ​ທີ່​ບ້ານ​ແດນ​ສະຫວັນ ແລະ ດ່ານ​ລາວບາວຂອງ ຫວຽດນາມ.

ຊຶ່ງ​ເມື່ອ​ປະກອບ​ກັບການທີ່ກຸ່ມ​ບໍລິສັດ Giant ​ເອງ​ກໍ່​ໄດ້​ຮັບ​ອະນຸມັດ​ຈາກ​ລັດຖະບານຫວຽດ ນາມ ໃນ​ການ​ລົງ​ທຶນສ້າງ​ທາງ​ລົດ​ໄຟ​ຈາກ​ດ່ານ​ລາວບາວ​ໄປ​ຍັງ​ທ່າ​ເຮືອ​ໃນ​ເຂດ​ພາກ​ກາງຂອງຫວຽດນາມ​ໄປ​ແລ້ວ​ກ່ອນ​ໜ້າ​ນີ້ ​ກໍ່​ເຮັດ​ໃຫ້​ ກຸ່ມ​ບໍລິສັດ Giant ມີ​ຄວາມໝັ້ນ​ໃຈວ່າ​ຈະ​ສາມາດເຊື່ອມຕໍ່​ທາງ​ລົດ​ໄຟ​ຈາກ​ສະຫວັນ​ນະ​ເຂດ​ໄປ​ ຍັງ​ເຂດ​ພາກ​ກາງຂອງ ຫວຽດນາມ​ໄດ້​ຢ່າງ​ ເປັນ​ຮູບປະທຳພາຍ​ໃນ 5 ປີ​ຕໍ່​ໜ້າ​ນີ້ ​ກັບ​ທັງ ຍັງ​ຖື​ວ່າ​ສອດ​ຄ່ອງ​ກັບ​ແຜນການ​ແລະ ​ເປົ້າໝາຍ​ ຂອງ​ລັດ​ຖະບານ​ລາວ​ທີ່​ຈະ​ພັດ​ທະນາລາ​ວໃຫ້​ເປັນ​ເຂດສູນກາງເຊື່ອມຕໍ່​ການຄົມ ມະນາຄົມ-ຂົນ​ສົ່ງ​ໃນ​ເຂດ​ລຸ່ມ​ແມ່ນ້ຳ​ຂອງ​ກັບ​ອາຊຽນ​ໃນ​ອານາ​ຄົດ​ອີກ​ດ້ວຍ.

ໃນ​ປະ​ຈຸ​ບັນ​ນີ້​ຢູ່​ໃນ​ລາວ​ມີ​ເສັ້ນທາງ​ລົດ​ໄຟ​ທີ່ເຊື່ອມຕໍ່​ຈາກ​ທ່າ​ນາ​ແລ້ງ​ໃນ​ເຂດ​ບ້ານ​ດົງ​ໂພ​ສີ ​ເມືອງ​ຫາດ​ຊາຍ​ຟອງ ນະຄອນ​ວຽງ​ຈັນ ​ໄປ​ຍັງຂົວ​ມິດຕະພາບ​ລາວ-​ໄທ ​ແຫ່ງ​ທຳອິດ ເຊິ່ງ ມີໄລຍະທາງ​ຍາວ 3.5 Km ​ແລະເຊື່ອມກັບ​ຈັງຫ​ວັດ​ໜອງຄາຍ ​ຕໍ່​ໄປ​ຍັງ​ບາງ​ກອກ​ທີ່​ໄດ້​ມີ​ການເຊື່ອມຕໍ່​ເສັ້ນທາງ​ເຂົ້າຫາ​ກັນ​ນັບ​ຕັ້ງ​ແຕ່​ຕົ້ນປີ 2009 ມາ​ແລ້ວ. ​ໂດຍ​ເສັ້ນທາງ​ລົດ​ໄຟ​ດັ່ງ​ກ່າວ​ນີ້​ເປັນຄວາມ​ຊ່ວຍ​ເຫຼືອຈາກ​ລັດຖະບານ​ ໄທ ​ແລະ​ໃນ​ຂະນະ​ນີ້​ລັດຖະບານ​ໄທ​ກໍ່​ກຳລັງ​ພິຈາລະນາທີ່​ຈະ​ໃຫ້ການ​ຊ່ວຍ​ເຫຼືອ​ແກ່ ​ລັດຖະບານ​ລາວ​ເພີ່ມ​ຕື່ມ​ຂື້ນ​ອີກ ດ້ວຍ​ການ​ສ້າງ​ທາງ​ລົດ​ໄຟຕໍ່​ຈາກ​ທ່າ​ນາ​ແລ້ງ​ເຂົ້າ​ໄປ​ໃນນະຄອນ​ວຽງ​ຈັນ​ທີ່​ມີ​ໄລຍະ ​ທາງ​ຍາວ​ປະມານ 9 Km ຊຶ່ງໃນ​ໄລຍະ​ທີ່​ຜ່ານ​ມາ​ເສັ້ນທາງ​ລົດ​ໄຟ​ດັ່ງ​ກ່າວ​ນີ້​ໄດ້​ມີ​ການສຶກສາ ​ແລະ​ອອກ​ແບບ​ກໍ່ສ້າງ​ດ້ວຍ​ຄວາມ​ຊ່ວຍ​ເຫຼືອຈາກ​ລັດຖະບານ​ຝະຣັ່ງ​ໄປ​ແລ້ວ.

​ເພາະສະນັ້ນຈຶ່ງ​ຍັງລໍຖ້າ​ພຽງ​ແຕ່​ການອະນຸມັດງົບປະ​ມານ​ສະ​ໜັບ​ສະໜູນຂັ້ນສຸດ​ທ້າຍ​ຈາກ​ລັດຖະບານ​ໄທ​ຢ່າງ​ເປັນ​ທາງ​ການ​ເທົ່າ​ນັ້ນ. ​ໂດຍ​ຄາດໝາຍ​ວ່າການ​ກໍ່ສ້າງ​ເສັ້ນທາງ​ລົດ​ໄຟ​ທີ່​ມີ​ໄລຍະ​ທາງ​ຍາວ 9 Km ດັ່ງ​ກ່າວ​ຈະ​ຕ້ອງ​ໃຊ້​ເງິນ​ທຶນ 500 ກວ່າ​ລ້ານ​ບາດ.

ນອກຈາກ​ນີ້​ລັດຖະບານ​ລາວ​ຍັງ​ມີແຜນ​ການ​ທີ່​ຈະ​ສະ​ໜັບ​ສະໜູນ​ໃຫ້​ຕ່າງ​ຊາດ​ລົງ​ທຶນກໍ່ສ້າງ​ທາງ​ລົດ​ໄຟ​ທີ່ເຊື່ອມຕໍ່​ຈາກ​ນະຄອນຫຼວງວຽງ​ຈັນຂຶ້ນ​ໄປ​ຍັງ​ເມືອງ​ຫຼວງພະ​ບາງ​ອີກດ້ວຍ. ​ຫາກ​ແຕ່​ວ່າ​ຈົນເຖິງ​ປະ​ຈຸ​ບັນ​ນີ້​ກໍ່​ຍັງ​ຄົງ​ບໍ່​ມີ​ບໍລິສັດ​ຕ່າງ​ຊາດ​ລາຍໃດ​ທີ່ໃຫ້​ຄວາມ​ສົນໃຈ​ທີ່​ຈະ​ລົງ​ທຶນ​ເນື່ອງ​ຈາກ​ວ່າ​ເປັນ​ເສັ້ນທາງ​ທີ່​ຈະ​ຕ້ອງ​ໃຊ້ງົບປະ​ມານ​ຢ່າງ​ຫຼວງຫຼາຍນັ້ນ​ເອງ.

XS
SM
MD
LG