ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການວາງລະເບີດໃນລົດ ຕິດຕໍ່ກັນຫລາຍຄັນ ສັງຫານຜູ້ຄົນ ຫລາຍກວ່າ 100 ຄົນໃນນະຄອນຫລວງອິຣັກ


ຂ່າວຄວາມ​ວຸ້ນວາຍທີ່ອິຣັກ: ຕຳຫລວດ​ອິຣັກກ່າວ​ວ່າ ການວາງ​ລະ​ເບີດລົດຕິດ​ຕໍ່​ກັນ​ຫລາຍ​ຄັນ​ໃນ​ທົ່ວນະຄອນຫລວງແບກ​ແດ໊ດ ໄດ້​ສັງຫານ​ຜູ້​ຄົນ​ໄປ​ຢ່າງ​ນ້ອຍ 112 ຄົນ ​ແລະ​ບາດ​ເຈັບ​ຕື່ມ​ອີກ​ເກືອບ 200 ຄົນ. ລະ​ເບີດ​ທ່ີ​ແຕກ​ຂຶ້ນ 3 ລູກ ​ໄດ້​ເກີດ​ຂຶ້ນ​ໃນ​ເວລາ​ໄລ​ເລັ່ຍກັນ​ພຽງ​ບໍ່​ເທົ່າ ໃນ​ນາທີ ​ໃນ​ວັນ​ອັງຄານ​ມື້​ນີ້. ລະ​ເບີດ​ລູກ​ນຶ່ງ​ໄດ້​ແນ​ເປົ້າ​ໝາຍ​ໃສ່ຕລາດ​ ແຫ່ງ​ນຶ່ງ​ ທ່ີ​ມີ​ຜູ້​ຄົນ​ຢ່າງ​ໜາ​ແໜ້ນ​ ໃນ​ໃຈກາງ​ກຸງ​ແບກ​ແດ໊ດ ​ແລະອີກ 2 ລູກ​ໄດ້​ລະ​ເບີດ​ຂຶ້ນໃກ້ໆ​ກັບ​ກະຊວງ​ພາຍ​ໃນ ​ໃນເຂດຕາ​ເວັນ​ອອກ​ ຂອງແບກ​ແດ໊ດ​ ​ແລະ​ກະຊວງ​ແຮງ​ງານ.
ກ່ອນ​ໜ້າ​ນັ້ນ ຜູ້​ວາງ​ລະ​ເບີດ​ສະລະ​ຊີບ​ໃນ​ລົດ​ຄັນ​ນຶ່ງ ​ໄດ້​ໂຈມ​ຕີ​ຕຳ ຫລວດ​ລາດ​ຕາ​ເວັນໜ່ວຍນື່ງ​ ໃນ​ພາກ​ໃຕ້​ກຸງ​ແບກ​ແດ໊ດ ​ໂດຍ​ໄດ້​ສັງ ຫານ​ເຈົ້າ​ໜ້າ​ທ່ີ​ຕຳຫລວດ​ຢ່າງ​ນ້ອຍ 3 ຄົນ​ແລະ​ພົນລະ​ເຮືອນ​ຄົນ​ນຶ່ງ ​ແລະ​ມີ​ຜູ້​ຄົນ​ຕື່ມ​ອີກ 5 ຄົນ​ໄດ້​ຮັບ​ບາດ​ເຈັບ​ເຊັ່ນ​ກັນ. ການ​ໂຈມ​ຕີ​ໃນ​ວັນ​ອັງຄານ​ມື້​ນີ້ ນັບ​ວ່າ​ເປັນ​ຄັ້ງ​ຮ້າຍ​ແຮງ​ທ່ີ​ສຸດ​ທ່ີ​ເກີດຂຶ້ນ​ໃນ​ນະຄອນຫລວງ ນັບ​ແຕ່​ໃນ​ທ້າຍ​ເດືອນ​ຕຸລາ​ເປັນ​ຕົ້ນ​ມາ ​ເວລາການ​ໂຈມ​ຕີ​ທ່ີ​ຫ້າງ​ໄວ້​ໃນ​ລົດ​ສອງ​ຄັນ​ເກີດ​ຂຶ້ນ​ພ້ອມ​ກັນ ຢູ່​ນອກ​ຫ້ອງການ​ເທດສະບານ​ ​ແລະໄດ້​ສັງຫານ​ຜູ້​ຄົນ​ໄປ ​ຢ່າງ​ນ້ອຍ 155 ຄົນ​.
ທີ່ອັຟການີສຖານ: ປະທານາທິບໍດີ Hamid Karzai ແຫ່ງອັຟການີສຖານ ກ່າວວ່າ ຣັຖບານຂອງທ່ານ ຈະບໍ່ສາມາດ
ຮັກສາ ກຳລັງຮັກສາຄວາມປອດໄພຢ່າງຫລວງຫລາຍໄວ້ໄດ້ ດ້ວຍງົບປະມານຂອງຕົນເອງ ເປັນເວລາອີກຢ່າງນ້ອຍ
15 ປີ. ທ່ານ Karzai ໄດ້ຮ້ອງຂໍການຊ່ອຍເຫລືອ ຈາກຕ່າງປະເທດ ໃນລະຫວ່າງການໃຫ້ສັມພາດຕ່ໍນັກຂ່າວຮ່ວມ
ກັບທ່ານ Robert Gates ຣັຖມຸນຕີປ້ອງກັນປະເທດສະຫະຣັດ ທ່ີກຳລັງທຳການຢ້ຽມຢາມ ອັຟການີສຖານ ໃນວັນ
ອັງຄານມື້ນີ້. ປະທານາທິບໍດີ ອັຟການີສຖານກ່າວວ່າ ປະເທດຂອງທ່ານ ຂາດຊັບພະຍາກອນເພື່ອຈ່າຍກຳລັງ
ຮັກສາຄວາມປອດໄພ ທ່ີເພ່ີມຈຳນວນຂຶ້ນນີ້ ເພື່ອປ້ອງກັນບໍ່ໃຫ້ເກີດ ການກະບົດທີ່ຮຸນແຮງ ຂຶ້ນນັ້ນ.
ທີ່ປາ​ກີ​ສຖານ: ຕຳຫລວດ​ກ່າວ​ວ່າ ລະ​ເບີດ​ລູກ​ນຶ່ງ​ທ່ີ​ແຕກ​ຂຶ້ນ​ຢູ່​ໃກ້ໆ​ກັບ​ຫ້ອງການ​ສືບ ຂ່າວ​ລັບ​ແຫ່ງ​ນຶ່ງ​ໃນ​ເມືອງ Multan ​ໃນ​ພາກ​ກາງຂອງ​ປະ​ເທດ ​ເຮັດ​ໃຫ້​ປະຊາຊົນ​ເສັຍ​ຊີວິດ​ໄປ 12 ຄົນ ​ແລະ​ບາດ​ເຈັບ​ຕື່ມ​ອີກ​ຫລາຍ​ຄົນ. ຕຳຫລວດກ່າວ​ອີກວ່າ ລະ​ເບີດ​ ທ່ີ​ແຕກ​ຂຶ້ນ​ໃນ​ວັນ​ອັງຄານ​ມື້​ນີ້ ​ໄດ້​ສ້າງຄວາມ​ເສັຍ​ຫາຍ​ໃຫ້​ແກ່​ອາຄານ​ຫລາຍ​ຫລັງ.
ລາຍ​ງານ​ຂ່າວເວົ້າ​ວ່າອາຄານ​ຫລັງ​ນຶ່ງ​ທ່ີ​ໄດ້​ຮັບ ​ຄວາມ​ເສັຍ​ຫາຍ​ນັ້ນ ​ແມ່ນ​ເປັນ​ຂອງ​ອົງການ Inter-Services Intelligence ຊື່​ງ​ເປັນ​ອົງການສືບຂ່າວ​ລັບ​ທ່ີ​ສຳຄັນ​ ຂອງ​ປະ​ເທດ. ກ່ອນ​ໜ້າ​ນີ້ ຣັຖມຸນຕີ​ປ້ອງກັນ​ປະ​ເທດ​ສະຫະ ຣັດ ທ່ານ Robert Gates ກ່າວ​ວ່າ ສະຫະຣັດ​ພ້ອມ​ແລ້ວ​ທ່ີ​ຈະ​ໃຫ້ການ​ຊ່ອຍ​ເຫລືອແກ່​ ປາ​ກີ​ສຖານຕື່ມ​ອີກ ​ເພື່ອ​ຕໍ່ສູ້​ກັບ​ກຸ່ມ​ຕາ​ລີ​ບັນ​ແລະ​ເຄືອ​ຂ່າຍອານ​ກາ​ອິດາ ​ນັ້ນ ​ທັນທີ​ທີ່​ປາ​ກີ​ສຖານ​ຕ້ອງການ​ການ​ຊ່ອຍ​ເຫລືອ​ຕື່ມ​ອີກ​.
ທ່ານ Gates ກ່າວຕໍ່​ບັນດາ​ນັກ​ຂ່າວໃນ​ລະຫວ່າງ​ຖ້ຽວ​ບິນເດີນທາງ​ໄປ​ຍັງ​ກຸງ​ຄາ​ບູລ ວ່າ ການ​ໂຈມ​ຕີ​ຫວ່າງ​ໄວໆ​ຜ່ານ​ມາ​ນີ້​ຂອງ​ພວກ​ຫົວຮຸນ​ແຮງ​ຈັດ​ໃນ​ປາ​ກີ​ສຖານ ​ແມ່ນ​ບັງຄັບ​ໃຫ້ຣັຖບານ​ປາ​ກີ​ສຖານ​ຕ້ອງ ​ໄດ້ ​ນຳໃຊ້ກຳລັງ​ເພີ່ມ​ຂຶ້ນ​ ເພື່ອ​ຕໍ່ສູ້​ກັບ​ພວກ​ຫົວ​ຮຸນ​ແຮງ​ເຫລົ່າ​ນັ້ນ. ການວາງ​ລະ​ເບີດ​ໂຈມ​ຕີ​ໃນ 2 ຫົວ​ເມືອງ​ໃນ​ປາ​ກີ​ສຖານ​ໃນ​ວັນ​ຈັນວານ​ນີ້ ​ໄດ້​ເຮັດ​ໃຫ້​ປະຊາຊົນ​ເສັຍ​ຊີວິດ​ໄປ 60 ຄົນ​ແລະ​ບາດ​ເຈັບຫລາຍ​ກວ່າ 140 ຄົນ.
ກ່ຽວ​ກັບ​ນີວ​ເຄລັຍ​ຂອງ​ເກົາຫລີ​ເໜືອ: ທູດ​ພິ​ເສດ​ຂອງວໍ​ຊິງ​ຕັນ​ວ່າ​ດ້ວຍ​ກິດຈະການ​ເກົາຫລີ​ ເໜືອ​ເດີນທາງ​ໄປ​ຮອດ​ກຸງ​ພຽງ​ຢ້າງ​ແລ້ວ ​ເພື່ອ​ທຳ​ການ​ເຈຣະຈາສອງ​ຝ່າຍກັບ​ບັນດາ​ເຈົ້າ​ໜ້າ​ທ່ີ​ເກົາຫລີ​ເໜືອ ​ໃນລະ​ດັບ​ສູງ​ສຸດນັບ​ແຕ່​ປະທານາ​ທິບໍດີ ບາຣັກ​ ໂອ​ບາ​ມາ​ແຫ່ງ​ສະຫະຣັດ​ ໄດ້​ຂຶ້ນ​ດຳຣົງຕຳ​ແໜ່​ງມາ.
ບັນດາ​ເຈົ້າ​ໜ້າ​ທ່ີ​ກະຊວງ​ການ​ຕ່າງປະ​ເທດ​ສະຫະຣັດກ່າວ​ໃນ​ວັນ​ຈັນວານ​ນີ້​ວ່າ ຈຸດ​ເພ່ງ​ເລັງທ່ີ​ສຳຄັນ​ຂອງ​ທ່ານ Stephen Bosworth ໃນ​ ການ​ຢ້ຽມຢາມ​ເປັນ​ເວລາ 3 ມື້​ໃນ​ຄັ້ງນີ້ ຈະ​ແມ່ນພະຍາຍາມ​ເຂົ້າ​ອົກ ເຂົ້າ​ໃຈ​ເຈດ​ຕະນາຂອງ​ເກົາຫລີ​ເໜືອ​ກ່ຽວ​ກັບ​ການ​ຟື້ນ​ການ​ເຈຣະຈາ 6 ຝ່າຍ​ຄືນກ່ຽວ​ກັບ​ການຍຸດຕິ​ໂຄງການ​ນີວ​ເຄລັຍ​ຂອງ​ເກົາຫລີເໜືອ​ນັ້ນ. ຍັງ​ບໍ່​ເປັນ​ທ່ີ​ຈະ​ແຈ້ງ​ເທ່ືອ​ວ່າ ທ່ານ Bosworth ຈະ​ໄດ້​ພົບ​ປະ​ກັບ​ທ່ານ
ກິມຢອງ​ອີ​ລ ຜູ້ນນຳ​ທີ່​ເກັບ​ໂຕຂອງ​ເກົາຫລີ​ເໜືອ​ນັ້ນ​ຫລື​ບໍ?. ​ໂຄສົກ​ກະ ຊວງ​ການ​ຕ່າງປະ​ເທດ​ ​ກ່າວແຕ່​ພຽງ​ວ່າ ທາງ​ກຸງ​ວໍ​ຊິງ​ຕັນ​ໄດ້​ຮັບ​ຄວາມ​ໝັ້ນ​ໃຈ​ວ່າ ທ່ານ Bosworth ຈະໄດ້ພົບ​ປະ​ກັບ​ບັນດາ​ເຈົ້າ​ໜ້າ​ທ່ີ​ລະດັບ​ສູງ​ທ່ີ​ຖືກຕ້ອງ​ເຫມາະ​ສົມ​ຂອງ​ເກົາຫລີ​ເໜືອ​. ຫລັງ​ຈາກ​ການ​ຢ້ຽມຢາມ​ກຸງ​ພຽງ​ຢ້າງແລ້ວ ທ່ານ Bosworthຈະ​ທຳການ​ຢຸດແວ່ເປັນ​ເວລາ​ສັ້ນໆ ທ່ີ​ເກົາຫລີ​ໃຕ້ ຈີນ ຍີ່ປຸ່ນ ​ແລະຣັດ​ເຊັຍ ຊຶ່ງ​ເປັນ​ອີກ 4 ປະ​ເທດ​ພາຄີ​ໃນ​ການເຈຣະຈາ 6 ຝ່າຍນັ້ນ ​ເພື່ອ​ປຶກສາຫາລືກັບ​ຄູ່​ຕຳ​ແໜ່​ງຂອງ​ທ່ານ​.
ການ​ດຳ​ເນີນ​ຄະດີ​ສາຍ​ລັບ​ໄທ​ທີ່ກຳປູ​ເຈັຍ: ສານ​ແຫ່ງ​ນື່ງຂອງ​ກຳປູ​ເຈັຍ​ໄດ້​ຕັດສິນ​ໂທດ​ຈຳ​ຄຸກ ຜູ້​ຊາຍຄົນ​ນຶ່ງ​ 7 ປີ ​ແລະ​ປັບ​ໃໝ​ຜູ້ກ່ຽວ​ອີກ 2500 $ ໃນ​ວັນ​ອັງຄານ​ມື້​ນີ້ ໃນ​ຂໍ້​ຫາ​ຖານ​ທຳ​ການ​ສອດ​ແນມ ທ່ານ​ທັກສິນ​ຊິນນະ​ວັດ ອະດີດ​ນາຍົກຣັຖມຸນ​ໄທ ​ເວລາ​ທ່ານ​ໄປ​ຢ້ຽມຢາມ​ນະຄອນຫລວງພະນົມ​ເປັນ​ ໃນເດືອນ​ແລ້ວ​ນີ້.
ນາຍ​ສີ​ວະຣັກ ​ໂຊ​ທິພົງ ພນັກ​ງານຜະ​ແນ​ກຄວບ​ຄຸມ​ການບິນ​ກຳປູ​ເຈັຍ​ໄດ້​ຖືກ​ສານຕັດສິນ​ ​ໃນ​ການ​ດຳ ​ເນີນ​ຄະດີ​ມື້​ດຽວ ວ່າເອົາ​ຕາຕະລາງ ຖ້ຽວ​ບິນ​ຂອງ​ທ່ານ​ທັກສິນ​ ໃຫ້​ສະຖານທູດ​ໄທ​ທ່ີ​ກຳປູ​ເຈັຍ​. ກຳປູ​ເຈັຍ​ໄດ້​ແຕ່ງ​ຕັ້ງທ່າ​ນທັກສິນ​ໃຫ້​ເປັນ​ທ່ີ​ປຶກສາ​ພິ​ເສດ​ດ້ານເສດຖະ ກິດຂອງ​ຕົນ​ໃນ ​ຕົ້ນ​ເດືອນ​ພະຈິກ​ຜ່ານ​ມາ​ນີ້.
ການ​ຈັບ​ກຸມນາຍ​ສີ​ວະຣັກທ່ີ​ນະຄອນຫລວງພະນົມ​ເປັນ​ໄດ້​ເພິ່ມຄວາມ​ຮ້າຍ​ແຮງໃຫ້​ແກ່ວິ​ກິດ​ການ​ດ້ານການ​ທູດ​ລະ​ວ່າງ​ສອງ​ປະ​ເທດ ກ່ຽວ​ກັບ​ການ​ແຕ່ງ​ຕັ້ງທ່າ​ນທັກສິນ ​ແລະ​ການ​ທ່ີກຳປູ​ເຈັຍ​ບໍ່​ຍອມ​ສົ່ງ​ໂຕ​ອະດີດ ​ນາຍົກຣັຖມຸນຕີ​ໄທ​ ​ໄປໃຫ້​ໄທ ບ່ອນ​ທ່ີ​ທ່ານທັກສິນ​ປະ​ເຊີນ​ກັບ​ການຕັດ ສິນ​ລົງ​ໂທດ​ຈຳ​ຄຸກ​ເປັນ​ເວລາ 2 ປີ ​ຖານ​ມີ​ຄວາມ​ຜິດ​ໃນຂໍ້​ຫາ​ທຳ​ການ ​ສໍ້ຣາດບັງ​ຫລວງ​.

XS
SM
MD
LG