ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຕຳຫລວດອິຣ່ານປະທະກັນກັບພວກປະທ້ວງ ທີ່ ກຸງເຕຮິຣ່ານ


ຂ່າວ​ການ​ປະ​ທ້ວງ​ທີ່ອິຣ່ານ: ຕຳຫລວດ​ປາບ​ຈະລາຈົນ​ຂອງອິຣ່ານໄດ້ປະທະກັບພວກປະທ້ວງທ່ີ​ນະຄອນ
ຫລວງເຕຣ່ານໃນ​ວັນ​ຈັນ​ມື້​ນີ້ ​ໃນ​ຂະນະ​ທ່ີ​ພວກ​ສນັບ​ສນຸນຝ່າຍ​ຄ້ານ ໂຮມ​ຊຸມນຸມກັນ ​ເພື່ອ​ທຳ​ການ​ປະ​ທ້ວງ​ຕໍ່ຕ້ານຣັຖບານ ໃນ​ວັນ​ນັກ​ສຶກສາ​ແຫ່ງ​ຊາດຂອງ​ອິຣ່ານ. ພວກ​ທ່ີ​ເຫັນ​ເຫດການ​ກ່າວ​ວ່າ ພວກ​ຕຳຫລວດ​ຫລາຍ​ຮ້ອຍ​ຄົນ​ທ່ີ​ຖື​ໄມ້​ຄ້ອນແລະ​ແກ​ສນ້ຳຕາ​ ໄດ້​ປະ​ທະ​ກັນ​ກັບ​ພວກປະ​ທ້ວງ​ຢູູ່ຕາມ​ຖນົນ​ຫົນ ທາງ​ສາຍ​ຕ່າງໆ​ໃນ​ໃຈກາງ​ກຸງ​ເຕຣ່ານ ​ໃນວັນ​ຈັນ​ມື້​ນີ້. ມີ​ລາຍ​ຕື່ມ​ວ່າ ພວກ​ຕຳຫລວດອື່ນໆ​ອີກ ​ໄດ້​ພາກັນ​ຕັນ​ຖນົນ​ສາຍ​ຕ່າງໆທ່ີ​ເນັ່ງ​ໄປ​ຫາ ​ມະຫາວິທຍາ​ໄລ​ເຕຣ່ານນັ້ນ. ວັນ​ນັກ​ສຶກສາ​ແຫ່ງ​ຊາດ​ ​ເປັນ​ວັນລະ​ນຶກເຖິງ​ນັກ​ສຶກສາອິຣ່ານ 3 ຄົນ​ທີ່​ເສັຍ​ຊີວິດ​ໄປໃນ​ລະຫວ່າງ​ການ​ປະ​ທ້ວງ​ຕໍ່ຕ້ານ​ອະ​ເມຣິກາ ​ໃນ​ປີ1953. ຄາດ​ກັນ​ວ່າ ພວກ​ນັກ​ເຄື່ອນ ​ໄຫວ​ຫົວ​ປະຕິ​ຮູບ​ຝ່າຍ​ຄ້ານ​ຈະ​ຫັນປ່ຽນເຫດ ການ​ທ່ີ​ໄດ້​ຮັບ​ອະ​ຍຸ​ຍາດ​ຈາກຣັຖບານ ​ໃນ​ມື້ນີ້​ ​ໄປເປັນ​ການ​ປະ​ທ້ວງຕ່ໍ ຕ້ານຣັຖບານ​ຂອງ​ປະທານ​າທິບໍດີ Mah,oud Ahmadinejad. ໃນ​ວັນ​ອາທິດ ວານ​ນີ້ ປະຊາຊົນ​ອິຣ່ານກ່າວ​ວ່າ ການ​ບໍລິການທາງ​Internet ​ແລະ​ໂທຣະສົບ​ມື​ຖື​ ຂອງ​ເຂົາ​ເຈົ້າ​ ໄດ້ເປັນໄປ​ຢ່າງ​ຊ້າໆ ຫລືບໍ​ກໍ​ຖືກ​ຕັດ ລ່ວງ​ໜ້າ​ການ​ເດີນ​ປະ​ທ້ວງ​ທ່ີ​ມີ​ການວາງ​ແຜນ​ໄວ້​ຂອງ​ພວກ ​ ນັກ​ສຶກສາ​ຕົວ​ຕັ້ງ​ຕົວ​ຕີ​ນັ້ນ. ​ແຫ​ລ່ງຂ່າວ​ຈາກ​ຝ່າຍ​ຄ້ານ ສົງ​ໄສ​ວ່າ ທາງ​ການ​ໄດ້ຈຳກັດການຕິດ​ຕໍ່​ສື່ສານ​ທາງ​ອິນ​ເຕີ​ແນັຕກັບ​ມື​ຖື ເພື່ອ​ບໍ່​ໃຫ້ພວກເດີນ​ຂະ​ບວນປຸກລະດົມ ກັນ​ໄດ້. ນອກ​ນັ້ນຣັຖບານ​ຍັງ​ໄດ້​ຫ້າມ​ພວກ​ນັກ​ຂ່າວ ​ຕ່າງປະ​ເທດ​ໄປ​ຕິດຕາມ​ເອົາຂ່າວເຊ່ັນ​ກັນ ​ໂດຍ​ຖອນ​ໃບ​ອະນຸຍາດ​ເຮັດ​ວຽກຂອງ​ເຂົາ​ເຈົ້າໃນ​ກຸງ​ເຕ ຣ່ານ ນັບ​ແຕ່​ວັນ​ທີ 7 ທັນວາ​ມື້​ນີ້​ໄປ​ຮອດ​ວັນ​ທີ 9 .

ຂ່າວ​ຄືບ​ໜ້າ​ກ່ຽວ​ກັບ​ການ​ສັງຫານໝູ່​ທີ່ຟີ​ລິບ​ປິນ:ຣັຖບານ​ຟີ​ລິບ​ປິນກ່າວ​ວ່າ ພວກ​ກຳລັງ​ ທ່ີ​ຈົງ​ຮັກ​ພັກດີ​ຕໍ່​ຕະກູນ​ມຸສລິ​ມທ່ີ​ ມີ​ອຳນາດ​ກຸ່ມ​ນຶ່ງ​ໃນ​ພາກ​ໃຕ້​ ໄດ້ຍິງ​ຕໍ່ສູ້​ກັນ​ກັບ​ທະຫານຣັຖບານ. ທ່ານ Cerge Remonde ​ເລຂາທິການ​ຝ່າຍ​ຂ່າວ​ປະຈຳ​ປະທານາທິ ບໍດີກ່າວ​ໃນ​ວັນ​ຈັນ​ມື້​ນີ້​ວ່າ ບໍ່​ມີ​ຜູ້​ໃດ​ໄດ້​ຮັບ​ບາດ​ເຈັບ​ຫລື​ເສັຍ​ຊີວິດ​ໃນ​ການ​ປະ​ທະ​ກັນ​ໃນ​ແຂວງ Maguindanao ​ທາງ​ພາກ​ໃຕ້​ຂອງ​ປະ​ເທດ ບ່ອນ​ທີ່ຣັຖບານ​ໄດ້​ປະກາດ​ໃຊ້​ກົດ​ໄອ​ຍະ​ການ​ເສິກ​ນັ້ນ. ​ທ່ານ​ Remonde ກ່າວ​ຕື່ມ​ວ່າ ການ​ຍິງ​ຕໍ່ສູ້​ກັນໄດ້​ເກີດ​ຂຶ້ນ​ໃນ​ແລງ​ວັນ​ອາທິດ​ວານ​ນີ້ ​ໃນ​ເມືອງ Datu Unsay ​ໃກ້ໆ​ກັບ​ບ່ອນ​ທ່ີ​ມີ​ການ​ເຂັ່ນຂ້າ​ປະຊາ ຊົນ57 ຄົນ​ທ່ີ​ເດີນທາງ​ໄປ​ນຳ​ລົດຂະ​ບວນ​ນຶ່ງ​ ທີ່​ໄປ​ຈັດ​ຊື່ເລືອກ​ຕັ້ງ​ ໃນ​ວັນ​ທີ23 ພະຈິກ​ຜ່ານ​ມາ​ນີ້.
ທະຫານຣັຖບານ​ຫລາຍ​ພັນ​ຄົນ​ໄດ້​ເຂົ້າ​ຄວບ​ຄຸມ​ແຂວງ​ດັ່ງກ່າວ ເພື່ອ​ ປາບ​ປາມ​ພວກວົງ​ຕະກູນ Ampatuan ທ່ີ​ມີ​ອຳນາດ​ໃນ​ທ້ອງ​ຖິ່ນ​ນັ້ນ. ຄອບຄົວ​ Ampatuan ​ຖືກ​ກ່າວ​ຫາໃນ​ຂໍ້​ຫາວາງ​ແຜນ​ທຳ​ການ​ສັງຫານ ​ຜູ້​ຄົນ​ເປັນ​ໝູ່​ ທ່ີ​ພົວພັນ​ກັບ​ການ​ເລືອກ​ຕັ້ງ​. ທະຫານ​ຟີ​ລິບ​ປິນ​ໄດ້​ທຳ​ການ​ຈັບ​ກຸມ​ ​ຢ່າງ​ນ້ອຍ 68 ຄົນທ່ີ​ສົງ​ໄສ​ວ່າ ມີ​ສ່ວນ​ພົວພັນ​ກັບ​ວົງ​ຕະ ກູນ Ampatuan ນີ້.

ກ່ຽວ​ກັບ​ນີວ​ເຄລັຍ​ເກົາຫລີ​ເໜືອ:ທູດ​ພິ​ເສດ​ສະຫະຣັດ​ໄດ້​ພົບ​ປະ​ກັບ​ບັນດາ​ເຈົ້າ​ ໜ້າ​ທ່ີຣັຖບານ​ເກົາຫລີ​ໃຕ້
​ໃນ​ວັນ​ຈັນ​ມື້​ນີ້ ກ່ອນ​ທ່ານ​ຈະ​ເດີນທາງ​ໄປ​ຢ້ຽມຢາມ​ເກົາຫລີ​ເໜືອ​ເພື່ອຮ່ວມ​ໃນ​ການ​ເຈລະຈາ​ກັນຊື່​ງໜ້າ ເທື່ອທຳ​ອິດ ລະຫວ່າງ​ກຸງ​ວໍ​ຊິງ​ຕັນ​ແລະ​ກຸງ​ພຽງ​ຢ້າງ ນັບ​ແຕ່​ປະທານາທິບໍດີ​ບາຣັກ​ໂອ​ບາ​ມາ​ແຫ່ງ​ສະຫະຣັດຂຶ້ນ​ ດຳຣົງຕຳ​ແໜ່​ງ​ເປັນ​ຕົ້ນ​ມາ. ທ່ານ Stephen Bosworth ​ໄດ້​ພົບ​ປະ​ກັບ​ທ່ານ Wi Sung-lac
ຫົວໜ້າ​ຝ່າຍ​ເກົາຫລີ​ໃຕ້ ​ໃນ​ການເຈຣະຈາ6 ຝ່າຍ ທ່ີ​ກຸງ​ໂຊນ ກ່ອນ​ທ່ີ​ທ່ານ​ຈະ​ເດີນທາງ​ໄປ​ຍັງ​ເກົາຫລີ​ເໜືອ​ໃນ​ວັນ​ອັງຄານ​ມື້​ອື່ນ. ທ່ານ​ຍັງ​ຈະ​ພົບ​ປະ​ກັບຣັຖມຸນຕີ​ການ​ຕ່າງປະ​ເທດ​ຂອງ​ເກົາຫລີ​ໃຕ້​ເຊັ່ນ​ກັນ ກ່ອນ ອອກ​ເດີນທາງ. ທ່ານ Bosworth ກຳລັງ​ພະຍາຍາມ​ຫາ​ຊ່ອງ​ທາງ​ເຮັດ​ໃຫ້​ເກົາຫລີ​ເໜືອກັບ​ຄືນ​ສູ່​ການ​ເຈຣະຈາ​ 6 ຝ່າຍ​ວ່າ​ດ້ວຍ​ການ​ປົດ​ອາວຸດ​ເກົາຫລີ​ເໜືອ ນັ້ນ.
ກ່ຽວ​ກັບ​ກອງ​ປະຊຸມ​ວ່າ​ດ້ວຍສະພາວະ​ໂລກ​ຮ້ອນ: ບັນດາ​ຜູ້ຕາງ ໜ້າ​ຈາກ​ຫລາຍ​ກວ່າ 190 ປະ​ເທດ​ ພົບ​ປະກັນ​ຢູ່​ທ່ີນະຄອນຫລວງ Copengahen ຂອງ​ເດັນ​ມາກ​ໃນ​ວັນ​ຈັນ​ມື້​ນີ້ ອັນ​ເປັນ​ກອງ​ປະຊຸມລະຫວ່າງ​ຊາດ ​ທີ່ໃຫຍ່​ທ່ີ​ສຸດ​ ​ເທ່ົາທ່ີເຄີຍ​ມີ​ມາ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ. ກອງ​ປະຊຸມ​ເປັນ​ເວລາ2 ອາທິດ ຈະພະຍາຍາມ​ຫາ​ທາງ​ຄວບ​ຄຸມ​ການ​ປ່ອຍທາດ carbon ​ເຂົ້າ​ໃສ່​ບັນຍາກາດ ທ່ີ​ມີ​ສ່ວນເຮັດ​ໃຫ້​ໂລກ​ຮ້ອນເອົ້າຂື້ນນັ້ນ. ​ເຈົ້າ​ໜ້າ​ທ່ີ​ຂັ້ນ​ສູງ​ສຸດ​ສະຫະ​ປະຊາ​ຊາດ​ທ່ານ​ນຶ່ງ​ໄດ້​ຮຽກຮ້ອງໃຫ້​ມີການ​ຊ່ອຍເຫລືອ​ເປັນ​ມູນ ​ຄ່າ 30 ພັນ​ລ້ານ​ດອນ​ລາ​ ເພື່ອ​ຊ່ວຍພວກ​ປະ​ເທດ​ທຸກຍາກທຳ​ຄວາມ​ພະຍາຍາມ​ເພື່ອ​ຫລຸດຜ່ອນ​ການ​ສົ່ງ​ແກ​ສ​ເຮືອນ​ແກ້ວເຂົ້າສູ່​ອາກາດ​ຂອງເຂົາ​ເຈົ້າ​ລົງ. ທ່ານ Yvo de Boer ຫົວໜ້າ​ດ້ານ​ດິນ​ຟ້າ​ອາກາດ​ຂອງ ​ສະຫະ​ປະຊາຊາດ​ກ່າວ​ເຖິງ ການ​ໃຫ້​ເງິນ​ຊ່ວຍ​ເຫລືອສຸກ​ເສີນ​ຈາກ​ ພວກ​ປະ​ເທດຮັ່ງມີ ອັນ​ເປັນ​ຂໍ້​ສະ​ເໜີ​ທ່ີ​ໄດ້​ຮັບ​ການສນັບ​ສນຸນຈາກ​ສະຫະພາບຢູ​ໂຣບ ວ່າ​ເປັນຄວາມ​ຕ້ອງການ​ອັນ​ຮີບດ່ວນ. ການ​ເຈ​ຣະຈາ​ຫລາຍ​ຄັ້ງ ​ກ່ອນ​ກອງ​ປະຊຸມ​ ສຸດ​ຍອດ​ ບໍ່​ສາມາດຕົກລົງ​ກັນ​ໄດ້​ກ່ຽວ​ກັບ​ວ່າ ພວກ​ປະ​ເທດ​ຮັ່ງມີ​ຄວນ​ຈະ​ບໍລິຈາກ​ເງິນ​ເທົ່າ​ໃດ​ເພື່ອ​ຊ່ອຍ​ປະ​ເທດ​ທຸກ​ຍາກ​ພັດທະນາ​ອຸດສາຫະກັມ​ພະລັງງານ​ທ່ີ​ສະອາດ​. ສ່ວນພວກ​ປະ​ເທດ​ກຳລັງ​ພັດທະນາ ກໍ​ໄດ້ຮຽກຮ້ອງ​ໃຫ້​ພວກ​ປະ​ເທດ​ຮັ່ງມີ ​ໃຫ້​ຄຳ​ໝັ້ນ​ສັນຍາ​ໃນ​ການຕັດ​ການ​ປ່ອຍແກ​ສ​ເຮືອນ​ແກ້ວເຂົ້າສູ່ ອາກາດ​ລົງ​ ໃຫ້​ຫລາຍ​ກວ່າ​ທ່ີ​ໄດ້​ປະກາດມາ​ກ່ອນ​ນັ້ນ​ເຊັ່ນ​ກັນ.
ທີ່ປາ​ກີ​ສຖານ: ຕຳຫລວດ​ໃນ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ປາ​ກີ​ສຖານ​ກ່າວ​ວ່າ ຜູ້
ວາງ​ລະ​ເບີດ​ສະລະ​ຊີບ​ຄົນ​ນຶ່ງ​ໄດ້​ສັງຫານ​ປະຊາຊົນ​ຢ່າງ​ນ້ອຍ 7ຄົນ​ແລະ​ໄດ້​ຮັບ​ບາດ​ເຈັບ ​ອີກ​ຫລາຍ​ຄົນ​ຕື່ມ​ອີກ.
ທາງ​ການ​ປາ​ກີ​ສຖານ​ກ່າວ​ວ່າ ຜູ້​ຮ້າຍ ​ໄດ້​ລະ​ເບີດ​ໂຕຕາຍ​ໃນ​ວັນ​ຈັນ​ມື້​ນີ້ ຫລັງ​ຈາກ​ພວກ​ເຈົ້າ​ໜ້າ​ທ່ີ​ຮັກສາ​ຄວາມສງົບ​ ຢຸດ​ຜູ້ກ່ຽວ​ບໍ່​ໃຫ້​ເຂົ້າ​ໄປ​ໃນ ​ສານ​ແຫ່ງ​ນຶ່ງ​ໃນ​ເມືອງ Peshawar.
ພວກ​ຫົວ​ຮຸນ​ແຮງ​ໃນ​ປາ​ກີ​ສຖານ​ໄດ້​ສັງຫານ​ຜູ້​ຄົນ​ເປັນ​ຈຳນວນ​ຫລາຍ​ຮ້ອຍ​ຄົນ​ໃນ​ການລະ​ເບີດ ນັບ​ແຕ່​ກຳລັງຣັຖບານໄດ້​ເປີ​ດສາກ​ທຳ​ການ
​ບຸກ​ໂຈມ​ຕີຄັ້ງ​ໃຫຍ່​ໃນ​ຂົງ​ເຂດ Waziristan​ໃຕ້​ເມື່ອ​ສອງ​ເດືອນ​ຜ່ານ​ມາ.
ການ​ໂຈມ​ຕີ​ເຫົລ່າ​ນີ້​ຫລາຍ​ຄັ້ງ​ໄດ້​ແນ​ເປົ້າ​ໝາຍ​ໃສ່​ເມືອງ Peshawar
ຮວມທັງ​ການວາງ​ລະ​ເບີດ​ໂຈມ​ຕີ​ໃນ​ເດືອນ​ແລ້ວ​ນີ້ ທ່ີ​ໄດ້​ທຳລາຍ​ລົດ​ຕຳຫລວດ​ຄັນ​ນຶ່ງ​ແລະ​ເຮັດ​ເຈົ້າ​ໜ້າ​ທ່ີ​ຕຳຫລວດ​ຕາຍ​ໄປ 3 ຄົນ.

XS
SM
MD
LG