ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ບັນດາປະເທດຕ່າງໆ ຂອງ ໂລກ ເລີ້ມກອງປະຊຸມວ່າດ້ວຍໂລກຮ້ອນ ໃນວັນຈັນ


ກອງ​ປະຊຸມ​ວ່າ​ດ້ວຍ​ການ​ປ່ຽນ​ແປງຂອງ​ດິນ​ຟ້າ​ອາກາດ​ຂອງໂລກ. ​ບັນດາ​ປະ​ເທດຕ່າງໆ​ຂອງ​ໂລກ​ຈະໄປຮ່ວມ​ປະຊຸມ​ກັນ​ຢູ່​ທ່ີ​ນະຄອນ ຫລວງ Copenhagen ຂອງເດັນ​ມາກ​ໃນ​ວັນ​ຈັນ​ມື້​ອື່ນ​ນີ້​ ເປັນເວລາ 12ມື້​ເພື່ອຊອກ​ຫາຊ່ອງ​ທາງ​ ຕໍ່ສູ້​ກັບສະພາວະໂລກ​ຮ້ອນ. ບັນດາ​ 192 ປະ​ເທດພາຄີ​ໃນ​ສົນ​ທິສັນຍາໂຄງ​ຮ່າງ​ຂອງ​ສຫະປະຊາ​ຊາດ ວ່າ​ດ້ວຍ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ ກຳລັງ​ຕົກ​ຢູ່​ພາຍ​ໃຕ້​ຄວາມ​ກົດ
ດັນ​ຫລາຍ​ຂື້ນ​ເລື້ອຍໆໃຫ້​ບັນລຸການ​ຕົກລົງ​ກັນ​ເພື່ອ​ວາງ​ເປົ້າ​ໝາຍ​ໃນ​ການ​ຄວບ​ຄຸມ​ການ​ປ່ອຍ ແກ​ສ​ເຮືອນ​ແກ້ວ​ ອອກ ທ່ີ​ກໍ່ໃຫ້​ເກີດ ສະພາວະໂລກ​ຮ້ອນນັ້ນ ​ແລະ​ໃຫ້​ມີ​ການ​ຕົກລົງກັນກ່ຽວ​ກັບ​ວ່າ ພວກ​ປະ​ເທດ​ທ່ີ​ຮັ່ງມີ​ຄວນ​ຈະ​ຈ່າຍເງິນ​ໃຫ້​ຫລາຍເທົ່າ​ໃດ​ ​ເພ່ືອ​ແລກ​ກັບ​ການ ​ໃຫ້ພວກ​ປະ​ເທດ​ທ່ີ​ທຸກ​ຍາກ ນຳ​ໃຊ້ເທ​ັກ​ໂນ​ໂລ​ຈີພລັງ​ງານ​ທີ່​ສະອາດ​ ນັ້ນ. ບັນດາ​ປະ​ເທດ​ທ່ີໄປຮ່ວມ​ປະຊຸມ​ຈະ​ພະຍາຍາມ​ໃຫ້​ບັນລຸ​ຂໍ້​ຕົກລົງ​ລະຫວ່າງຊາດກັນ​ສະບັບ​ໃໝ່
ວ່າ​ດ້ວຍ​ການ​ລົດ​ຜ່ອນ​ການ​ປ່ອຍແກ​ສ​ເຮືອນ​ແກ້ວເຂົ້າ​ສູ່​ອາ​ກາດ ​ເພື່ອ​ນຳ​ມາ​ໃຊ້​ແທນ​ສົນທິສັນຍາ​ກຽວ​ໂຕ ທີ່​ໄດ້​ເຊັນ​ກັນໃນ​ປີ1997 ຊຶ່ງ​ຈະ​ໝົດ​ອາຍຸ​ລົງ ໃນປີ2012 ນັ້ນ. ​ໃນ​ວັນ​ເສົາ​ວານ​ນີ້ ປະຊາຊົນ​ຫລາຍ​ໝື່ນ​ຄົນ​ພາກັນ​ທຳ​ການ​ປະ​ທ້ວງໃນ​ ທົ່ວ​ຢູ​ໂຣບ ​ເພື່ອ​ຮຽກຮ້ອງ​ໃຫ້​ມີ​ການ​ເຄື່ອນ​ໄຫວ​ທ່ີ​ເປັນ​ຮູບ​ຮ່າງ​ຂຶ້ນມາໃນ​ກອງ​ປະຊຸມຄັ້ງ​ນີ້.
ທີ່ອັຟການີສຖານ: ທ່ານ ໂຣເບີທ ເກທສ໌ ລັດຖະມົນຕຣີປ້ອງກັນປະເທດສະຫະລັດ ກ່າວ ວ່າ ສະຫະລັດບໍ່ຮູ້ວ່າບິນລາດິນ ຜູ້ນຳກຸ່ມອາລຄາອີດານັ້ນຢູ່ໃສແລະບໍ່​ມີຂ່າວສືບລັບຢ່າງຄັກແນ່ ກ່ຽວກັບບ່ອນຢູ່ຂອງຜູ້ກ່ຽວ ມາໄດ້ຫລາຍປີ ແລ້ວ.ໃນການໃຫ້ສຳພາດ ໃນລາຍການ “ອາທິດນີ້” ຂອງ​
ໂທລະພາບ​ເອບີຊີ ທີ່ຈະອອກອາກາດໃນວັນອາທິດມື້ນີ້ ທ່ານເກທສ໌ ເວົ້າວ່າ ສະຫະລັດ ຈະ “ໄປຕາມ​ລ່າ​ຈັບຕົວ” ບິນລາດິນ ມາໃຫ້ໄດ້ ຖ້າຫາກຮູ້ຂໍ້ມູນທີ່ເຊື່ອ ຖືໄດ້ວ່າຜູ້ກ່ຽວ ຢູ່ບ່ອນໃດ.
ເຈົ້າໜ້າທີ່ທະຫານສະຫະລັດ ແລະຝ່າຍພັນທະມິດ ​ເຄີຍເວົ້າວ່າ ພວກ ເຂົາເຈົ້າເຊື່ອວ່າ ບິນລາດິນ ກຳລັງຫລົບລີ້ຢູ່ບ່ອນໃດບ່ອນນຶ່ງຕາມຊາຍ ແດນທີ່ເປັນພູເຂົາ ລະວ່າງປາກີສຖານ ແລະອັຟການີສຖານ.
ໃນເຂດຕາເວັນອອກຂອງອັຟການີສຖານ ກຳລັງທະຫານນານາຊາດ ກ່າວວ່າ ທະຫານສະຫະລັດຄົນນຶ່ງ​ເສຍ​ຊີວິດ​ຍ້ອນຖືກລະເບີດລູກນຶ່ງ​ ໃນວັນເສົາວານນີ້ ​ແລະວ່າກຳລັງຮັກສາຄວາມປອດພັຍຂອງອັຟກາ ນີສຖານແລະຂອງນານາຊາດ ໄດ້ທຳການໂຈມຕີທາງອາກາດ​ໃນຕອນ ເດິກຂອງວັນອາທິດມື້ນີ້ ໃນແຂວງ Laghman ​ແລະ​ໄດ້​ສັງຫານພວກຫົວ​ຮຸນ​ແຮງ​ກຸ່ມ​ນຶ່ງ. ນອກ​ນັ້ນ ອົງການ​ເນ​ໂຕ້​ກ່າວ​ວ່າ ກຳລັງ​ທະຫານ​ອັຟກາ​ນີສຖານ​ແລະ​ຂອງ​ນານາຊາດ​ໃນ​ແຂວງ​ກັນດາ​ຮາທາງ​ພາກ​ໃຕ້​ຂອງ​ປະ​ເທດ ​ໄດ້​ຈັບ ຜູ້​ບັງຄັບ​ບັນຊາຂອງ​ກຸ່ມ​ຕາ​ລິ​ບານ​ຄົນ​ນຶ່ງ ​ແລະ​ພວກ​ຫົວ​ຮຸນ​ແຮງ​ອີກຄົນ​ນຶ່ງ ​ທີ່​ຮັບຜິດຊອບ​ໃນການໂຈມ​ຕີ​ດ້ວຍ​ລະ​ເບີດ​ຫລາຍໆ​ບັ້ນ​ໃນ​ຂົງ​ເຂດ​ດັ່ງກ່າວ.
ກ່ຽວ​ກັບ​ນີວ​ເຄລັຍ​ເກົາຫລີ​ເໜືອ: ທູດ​ພິ​ເສດ​ຂອງ​ສະຫະຣັດກ່ຽວ​ກັບ​ກິດຈະການ​ເກົາຫລີ​ເໜືອ ​ເດີນທາງ​ໄປ​ຮອດ​ເກົາຫລີ​ໃຕ້​ ໃນ​ວັນ​ອາທິດ​ມື້​ນີ້ ​ເພື່ອ​ຈະ​ເດີນທາງໄປ​ພົບ​ປະ​ກັບ ​ເຈົ້າ​ໜ້າ​ທີ່ີ​ລັດຖະບານພຽງ​ຢ້າງ ​ເພື່ອ​ຊັກ​ຊວນໃຫ້​ເກົາຫລີ​ເໜືອ​ຢຸດເຊົາ​ທຳ​ການ​ຄັດຄ້ານ​ບໍ່​ເຂົ້າ​ຮ່ວມ​ກອງ​ປະຊຸມ6ຝ່າຍວ່າ​ດ້ວຍ​ການ​ປົດ​ອາວຸດ​ ນີວ​ເຄລັຍ​ຂອງ​ເກົາຫລີ​ເໜືອ​ນັ້ນ. ທ່ານ Stephen Bosworth ທູດ​ພິ​ເສດ​ສະຫະຣັດຈະ​ເດີນທາງ​ຕໍ່​ໄປ ຍັງ​ກຸງ​ພຽງ​ຢ້າງ​ໃນ​ວັນ​ອັງຄານ​ສັບປະດາ​ນີ້ ​ໃນ​ອັນ​ທ່ີ​ເອີ້ນ​ວ່າການ​ພົບ ປະເຈຣະຈາ​ກັນໂດຍ​ກົງ​ເທື່ອ​ທຳ​ອິດລະຫວ່າງ​ກຸງ​ວໍ​ຊິງ​ຕັນ​ແລະ​ເກົາຫລີ​ເໜືອ​ ນັບແຕ່​ປະທານາທິບໍດີ​ບາຣັກ​ໂອ​ບາ​ມາ​ແຫ່ງ​ສະຫະຣັດ​ຂຶ້ນ​ດຳຣົງ ຕຳ​ແໜ່​ງໃນ​ເດືອນ​ມັງກອນ​ແລ້ວ​ນີ້​ເປັນ​ຕົ້ນ​ມາ. ​ເກົາຫລີ​ເໜືອ​ໄດ້​ຊຸກຍູ້​ໃຫ້​ມີ​ການເຈລະຈາ​ກັນ​ໂດຍ​ກົງ​ກັບ​ສະຫະຣັດ ນັບ​ແຕ່​ໄດ້​ຖອນ​ໂຕ​ອອກ​ຈາກ​ການ​ເຈຣະຈາ​ 6 ຝ່າຍ​ ເພື່ອປະ​ທ້ວງ​ຕໍ່​ການ ຕຳ​ໜິຕິຕຽນ​ຂອງ​ນາໆຊາດ​ຕໍ່​ການ​ທົດ​ລອງ​ຍິງ​ລູກສອນ​ໄຟ​ຂອງ​ຕົນ​ໃນ ​ເດືອນ​ເມສາ​ຜ່ານ​ມາ​ນັ້ນ. ທາງ​ກຸງ​ວໍ​ຊິງ​ຕັນ​ໄດ້​ກ່າວ​ວ່າ ຕົນ​ຈະ​ທຳ​ການ ​ເຈຣະຈາ​ກັບ​ຝ່າຍ​ເກົາຫລີ​ເໜືອ ​ກໍ​ຕໍ່​ເມື່ອ​ມັນ​ຈະ​ນຳ​ໄປ​ສູ່ການ​ຮື້ຟື້ນ​ການ​ ເຈຣະຈາ​ 6 ຝ່າຍ​ຄືນ ແລະ​ມີ​ເກົາຫລີ​ໃຕ້ ຈີນ ຍີ່ປຸ່ນ​ແລະຣັດ​ເຊັຍ​ເຂົ້າ​ ປະກອບສ່ວນນຳເທົ່າ​ນັ້ນ.
ທີ່ຟີ​ລິບ​ປິນ: ບັນດາ​ນາຍ​ທະຫານ​ໃນ​ພາກ​ໃຕ້​ຟີ​ລິປິ​ນກ່າວ​ວ່າ ​ເຂົາ​ເຈົ້າ​ໄດ້​ພົບ​ເຫັນ ອາ​ວຸດ​ແລະ​ລູກ​ກະ​ສູນ​ເປັນ​ຈຳນວນ​ຫລາຍ​ ​ໃນ​ວັນ​ອາທິດມື້​ນີ້​ ທ່ີ​ຝັງ​ໄວ້ ໃນດິນ​ຂອງ​ຕະກຸນ​ນື່ງ​ທ່ີ​ມີ​ອຳນາດ​ ທ່ີ​ຖືກ​ກ່າວ​ຫາ​ວ່າ​ທຳ​ການສັງຫານໝູ່ 57 ຄົນ ຍ້ອນ​ເຫດຜົນ​ທາງ​ດ້ານ​ການ​ເມືອງ​ໃນ​ເດືອນ​ແລ້ວ​ນີ້.
ປະທານາທິບໍດີ Gloria Arroyo ​ໄດ້​ປະກາດ​ໃຊ້​ກົດ​ໄອ​ຍະ​ການ​ເສິກ​ແລະ​ງົດ​ສິດທິ​ພົນລະ​ເມືອງ​ ໃນ​ແຂວງ Maguinfanao ​ໃນ​ຕອນແລງ​ ວັນ​ສຸກ​ຜ່ານ​ມາ​ນີ້ ​ຊື່​ງອະນຸຍາດ​ໃຫ້​ພວກ​ທະຫານ​ທຳ​ການ​ຈັບກຸມ​ບຸກຄົນ ​ໃດ​ກໍ​ໄດ້​ ໂດຍ​ບໍ່​ຕ້ອງ​ມີ​ໝາຍ​ຈັບຈາກສານ.ໄດ້​ມີ​ການ​ປະກາດ​ກົດ​ໄອ​ຍະ​ ການ​ເສິກ​ດັ່ງກ່າວ​ນີ້​ໃຫ້​ຮູ້​ໃນ​ວັນເສົາ​ວານນີ້. ​
ໃນ​ວັນ​ເສົາ​ວານ​ນີ້​ເຊັ່ນ​ກັນ ທາງ​ການ​ກ່າວ​ວ່າ ພວກ​ທະຫານ​ໄດ້ຈັບ​ກຸມ​ ນາຍ Andal Ampatuan ຜູ້​ພໍ່ ພ້ອມ​ດ້ວຍ​ລູກ​ຊາຍ​ຄົນ​ນຶ່ງຢູ່​ທ່ີ​ບ້ານ​ ເຮືອນ​ຂອງ​ເຂົາ​ເຈົ້າ​ໃນ​ແຂວງ Maguindanao ນັ້ນ. ລູກ​ຊາຍຂອງ​ ນາຍ Ampatuan ອີກ​ຄົນ​ນຶ່ງ​ໄດ້​ຢູ່​ໃນ​ຄຸກ​ແລ້ວ ​ໃນ​ຂໍ້​ຫາ​ມີ​ສ່ວນພົວພັນ​ ກັບ​ການ​ຂ້າ​ລ້າງຜານ​ຜູ້​ຄົນ​ເປັນ​ໝູ່​ນັ້ນ. ຫລາຍ​ກວ່າ 40 ຄົນ​ ໄດ້​ຖືກ ຈັບ ກຸມ​ນັບ​ແຕ່​ໄດ້​ມີ​ການ​ສັງຫານ​ໝູ່ດັ່ງກ່າວ.
ຂ່າວ​ຄືບ​ໜ້າ​ກ່ຽວ​ກັບ​ໄຟ​ໄໝ້​ທີ່ບາ​ບັນ​ເທີ​ງ​ໃນຣັດ​ເຊັຍ: ພວກ​ໄວ້ອາ​ໄລ​ໃນ​ເມືອງ Perm ​ ໃນ​ເຂດພູ​ເຂົາ
Urals ຂອງຣັດ​ເຊັຍ​ໄດ້​ໄປ​ຮ່ວມພິທີ​ສົ່ງສະການ​ຊຸດ​ທຳ​ອິດ​ໃນ​ວັນ​ອາທິດ​ມື້​ນີ້ ສຳລັບ​ພວກ​ທ່ີ​ໄດ້​ຮັບ​ເຄາະ​ຮ້າຍ​ຈາກ​ໄຟ​ໄໝ້​ບາ​ບັນ​ເທີ​ງ​ແຫ່ງ​ນຶ່ງ​ ທ່ີ​ໄດ້​ເອົາ​ຊີວິດຜູ້​ຄົນ​ ໄປ​ຢ່າງ​ນ້ອຍ 112 ຄົນ.
ບັນດາ​ເຈົ້າ​ໜ້າ​ທ່ີ​ກ່າວ​ວ່າ ຈຳນວນ​ຜູ້​ເສັຍ​ຊີວິດ​ຈາກ​ໄຟ​ໄໝ້​ໃນ​ຕອນ​ເຊົ້າ​ມືດວັນ​ເສົາ​ວານ​ນີ້​ ສາມາດ​ເພ່ີມ​ຂຶ້ນ​ອີກ​ໄດ້ ​ເພາະວ່າ​ພວກ​ທ່ີ​ໄດ້​ຮັບບາດເຈັບທ່ີ​ກຳລັງ​ຮັບ​ການ​ປ່ິນປົວ​ຢູ່ໂຮງໝໍ​ນັ້ນ​ ຫລາຍ​ຄົນ​ມີ​ອາການ​ສາຫັດ​.
ປະທານ​າທິບໍດີ Demitri Medvedev ​ແຫ່ງຣັດ​ເຊັຍ​ໄດ້​ປະກາດ​ເອົາ​ມື້ ວັນ​ຈັນ​ມື້​ອື່ນ​ເປັນ​ວັນ​ໄວ້ອາ​ໄລ​ແຫ່ງ​ຊາດ​ສຳລັບ​ພວກເຄາະ​ຮ້າຍ. ທ່ານ Medvedev ​ໄດ້​ຮຽກຮ້ອງ​ໃຫ້​ມີ​ການ​ລົງ​ໂທດ​ຢ່າງ​ໜັກ​ຕໍ່ພວກ​ເຈົ້າ​ຂອງ​ ບາ​ບັນ​ເທີ​ງ​ແຫ່ງນັ້ນ ຊຶ່ງ​ທ່ານ​ກ່າວ​ວ່າ ພວກເຂົາເຈົ້າ​ບໍ່​ເອົາ​ຫົວຊາ​ນຳ​ຄຳ​ເຕືອນ​ຂອງ​ເຈົ້າ​ໜ້າ​ທ່ີ​ກວດກາ​ຄວາມ​ປອດ​ໄພ​ຂອງ​ໄຟ​ ຊ້ຳ​ແລ້ວ​ຊ້ຳ​ອີກ​.
ບັນດາ​ເຈົ້າ​ໜ້າ​ທ່ີຣັດ​ເຊັຍ​ໄດ້​ຈັບ​ກຸມ​ 5 ຄົນ​ແລ້ວ ທ່ີ​ຮວມທັງເຈົ້າ​ຂອງ​ ແລະ​ບັນດາ​ຜູ່​ກໍ່​ຕັ້ງ​ບາທ່ີ​ມີ​ຊື່ວ່າ Lame Horse ນັ້ນ ​ໃນ​ຂໍ້​ສົງໄສວ່າ​ບໍ່​ປະຕິບັດ​ຕາມ​ກົດລະບຽບ​ວ່າ​ດ້ວຍ​ຄວາມ​ປອດ​ໄພ​ນັ້ນ.

ກ່ຽວຂ້ອງກັນ

XS
SM
MD
LG